ມະຫາວິທະຍາໄລຮາຕິ້ງ - ສສ ຫວຽດນາມ

ມະຫາວິທະຍາໄລຮາຕິ້ງ - ສສ ຫວຽດນາມ

Share

ມະຫາວິທະຍາໄລຮາຕິງເປັນສູນການກໍ່ສ້າ?

Photos from ມະຫາວິທະຍາໄລຮາຕິ້ງ - ສສ ຫວຽດນາມ's post 02/12/2025

🇱🇦 2 ธันวาคม ร่วมกันเฉลิมฉลองวันชาติ สปป ลาว ครบรอบ 50 ปี อย่างยิ่งใหญ่

02/12/2025

🇻🇳 🇱🇦 ເນື່ອງໃນໂອກາດວັນຊາດທີ2ທັນວາຂອງ ສປປ ລາວ(02/12/1975-02/12/2025) ຄົບຮອບ50ປີ ຂໍສົ່ງຄຳອວຍພອນອັນປະເສີດສຸດເຖິ່ງບັນດານັກສຶກສາລາວປັດຈຸບັນທີກຳລັງສຶກສາຢູ່ມະຫາວິທະຍາໄລຮາຕິ່ງ,ຈົ່ງມີສຸຂະພາບທີ່ເຂັ້ມແຂງ,ມີຄວາມສຸກສົດຊື່ນ,ປະສົບຜົນສຳເລັດ ແລະ ຫວັງວ່າພວກນ້ອງນັກສຶກສາລາວຈະສືບຕໍ່ພະຍາຍາມສຶກສາຮ່ຳຮຽນ,ຝຶກຝົນຫຼໍ່ຫຼອມຕົນເອງນຳເອົາຄວາມຮູ້ຄວາມສາມາດທີ່ໄດ້ສຶກສາຮ່ຳຮຽນກັບຄືນບ້ານເກີດເມືອງນອນເພື່ອສ້າງສາພັດທະນາປະເທດຊາດລາວໃຫ້ກ້າວໜ້າສວຍສົດງົດງາມ.ຂໍອວຍພອນໃຫ້ປະຊາຊົນລາວບັນດາເຜົ່າຍາດໄດ້ໄຊຊະນະອັນຍິ່ງໃຫຍ່ໃນພາລະກິດສ້າງສາພັດທະນາແລະປົກປັກຮັກສາປະຊາດທີແສນຮັກຂອງຕົນ.ຂໍອວຍພອນໃຫ້ສາຍສຳພັນທີ່ຍິ່ງໃຫຍ່,ຄວາມສາມັກຄີແບບພິເສດຫວຽດນາມ-ລາວ ໃຫ້ສວຍສົດງົດງາມ,ຫມັ້ນຄົງທະນົງແກ້ນຕະຫຼອດໄປ.

Photos from ມະຫາວິທະຍາໄລຮາຕິ້ງ - ສສ ຫວຽດນາມ's post 30/11/2025

🇱🇦🇻🇳ງານກິລາສີສະເຫຼີມສະຫຼອງເພື່ອຄຳນັບຮັບຕ້ອນວັນຊາດລາວທີ2ທັນວາຄົບຮອບ50ປີ(2/12/1975-2/12/2025)🎉🎉
#ຄະນະນັກສຶກສາລາວທີ່ມະຫາວິທະຍາໄລຮາຕິ່ງ🥰

25/09/2025

👏👏 ນັກຂ່າວສະຖານີໂທລະພາບ ຮາຕິ່ງ ໄດ້ສົນທະນາກັບ ນາງ ລຳນາ ອາດວົງສອນ ນັກສຶກສາລາວທີ່ກຳລັງຮຽນກຽມພາສາຫວຽດນາມຢູ່ທີມະຫາວິທະຍາໄລ ຮາຕິ່ງ ສສ ຫວຽດນາມ🇻🇳.

Photos from ມະຫາວິທະຍາໄລຮາຕິ້ງ - ສສ ຫວຽດນາມ's post 19/08/2025

ການແຂ່ງຂັນບານເຕະສິດເກົ່ານັກສຶກສາລາວ ຂອງມະຫາວິທະຍາໄລຮ່າຕິ້ງ ຄັ້ງທີ V ບັນຍາກາດສຸດຄຶກຄື້ນ
❤️⚽️💖

ໃນລະຫວ່າງວັນທີ 16-17 ສິງຫາ 2025, ທີ່ນະຄອນຫຼວງວຽງຈັນ (ສປປ ລາວ), ການແຂ່ງຂັນບານເຕະສິດເກົ່ານັກສຶກສາລາວຂອງມະຫາວິທະຍາໄລຮ່າຕິ້ງ ຄັ້ງທີ V ໄດ້ດຳເນີນໄປຢ່າງຄຶກຄື້ນ, ມ່ວນຊື່ນ, ດຶງດູດສິດເກົ່ານັກສຶກສາລາວທຸກຮຸ່ນທີ່ເຄີຍຮຽນ ແລະ ຈົບການສຶກສາຈາກມະຫາວິທະຍາໄລຮ່າຕິ້ງເຂົ້າຮ່ວມຢ່າງຫຼວງຫຼາຍ.

ການແຂ່ງຂັນບານເຕະສິດເກົ່ານັກສຶກສາລາວຂອງມະຫາວິທະຍາໄລຮ່າຕິ້ງ ແມ່ນເຄື່ອງຢັ້ງຢືນທີ່ມີຊີວິດຊີວາໃຫ້ແກ່ຈິດໃຈ “ສາມັກຄີ – ມິດຕະພາບ – ຄວາມຜູກພັນ”, ປະກອບສ່ວນເຮັດໃຫ້ສາຍພົວພັນຮ່ວມມື, ມິດຕະພາບ ຫວຽດນາມ – ລາວ ນັບມື້ນັບແໜ້ນແຟ້ນຍິ່ງຂຶ້ນ ຜ່ານຂົວເຊື່ອມຕໍ່ທາງດ້ານການສຶກສາ.

ການແຂ່ງຂັນໃນຄັ້ງນີ້ ໄດ້ຮັບການອຸປະຖໍາຈາກ ທະນາຄານ ແລະ ໄດ້ຮັບການສະໜັບສະໜູນຈາກ ມະຫາວິທະຍາໄລຮ່າຕິ້ງ.
💗 ມະຫາວິທະຍາໄລຮ່າຕິ້ງ (TRƯỜNG ĐẠI HỌC HÀ TĨNH) 💗
🌐 ເວັບໄຊ: https://htu.edu.vn
✅ Zalo: https://zalo.me/hatinhuni
🎶 Tiktok: https://www.tiktok.com/
▶️ Youtube: https://www.youtube.com/
🌏 Fanpage: https://www.facebook.com/TruongDaiHocHaTinh
⛳️ ທີ່ຢູ່: ບ້ານເກິມບິ່ງ, ແຂວງຮ່າຕິ້ງ (xã Cẩm Bình, tỉnh Hà Tĩnh)
☎️ ເບີໂທລະສັບ: 0963 300 555, 0941 332 333

05/07/2025

❤️‍🔥 “ມະຫາກຳກິລາສິດເກົ່າ ມະຫາໄລຮ່າຕີ່ງ ຄັ້ງທີ່ 5” ❤️‍🔥
🎉🎉🏆🎉🎉
👉 ໃນງານຈະມີການແຂ່ງຂັນກິລາ ແລະ ພາເຂົ້າສາມັກຄີນ້ອຍໆ ໃນນັ້ນຈະມີ ທັງໝົດ 8 ລຸ້ນເຂົ້າຮ່ວມຄື: K5-K6-K7-K8-K9-K10-K11-K13-ຮຮ ແພດສາດ, ໃນງານແມ່ນຈະຈັດໃຫ້ແລ້ວພາຍໃນມື້ດຽວເລີຍສະນັ້ນຈື່ງຢາກຊວນອ້າຍນ້ອງເຂົ້າຮ່ວມງານຮ່ວມກັນໂດຍມີລາຍລະອຽດດັ່ງນີ້:

📍 ສະຖານທີ່: Golden Tree
🗓 ວັນທີ: ວັນເສົາ 16 ສິງຫາ 2025

✅ ສາມາດລົງທະບຽນໄດ້ເລີຍ:

💸 ສຳລັບຄ່າຮ່ວມງານແມ່ນເກັບ: 200.000 LAK/ຄົນ(ຄ່າອາຫານ & ເຄື່ອງດື່ມ)

👕 ຄ່າເສື້ອກິລາ: 150,000 ກີບ/ຄົນ
(ບໍ່ມີເສື້ອກໍ່ຮ່ວມງານໄດ້ເຫມືອນເກົ່າເດີ)

📌 ຕິດຕໍ່ລົງທະບຽນຜ່ານຕົວແທນ K9 ຄື:
• Aling Sybounmala
• Keo Keopasert
• Aoum Bounphengphanh
• Vilaysak Chanthavong

📸 ມາເກັບຄວາມຊົງຈຳມ່ວນໆຮ່ວມກັນ
ເຊີນຊວນເດີ້ອ້າຍເອື້ອຍນ້ອງທັງຫຼາຍ... ບໍ່ມາຖືວ່າພາດເດີ້😬!! 🎊

ພວກຂີ້ດື້ກຽມຈວດດດດດດດເດີ🚀🚀

#ນັກສຶກສາສິດເກົ່າ #ຮວມລຸ່ນHTU #ງານລ້ຽງເຕະບານ

10/04/2025

🇱🇦🇱🇦ແຈ້ງເຖິງ ບັນດານັກສຶກສາລາວ ທີ່ກຳລັງສຶກສາຢູ່ ມະຫາວິທະຍາໄລຮ່າຕິ່ງ.
ໃນວັນເສົາ ທີ່ 12/04/2025 ທາງຄະນະນັກສຶກສາແລະ ມະຫາວິທະຍາໄລ ຮ່າຕິ່ງ ຈະໄດ້ຈັດງານບຸນປີໃໝ່ລາວ ຂໍຮຽນເຊີນນັກຮຽນ-ນັກສຶກສາລາວໝົດທຸກຄົນເຂົ້າຮ່ວມງານສະເຫຼີມສະຫຼອງບຸນປີໃໝ່ລາວ ພສ2568. ມາມ່ວນຊື່ນນຳກັນເດີ້ຂໍຂອບໃຈ❤️
#ສະບາຍດີປີໃໝ່🎉🎉
📍ສະຖານທີ່: Nhà Xanh ຄ້າງຮ້ານຈີເຕີມຂາຍເຄື່ອງ🏛
ເວລາ: 15:00.

10/04/2025

ແຈ້ງເຖິງ ບັນດານັກສຶກສາລາວ ທີ່ກຳລັງສຶກສາຢູ່ ມະຫາວິທະຍາໄລຮ່າຕິ່ງ.
ໃນວັນເສົາ ທີ່ 12/04/2025 ທາງຄະນະນັກສຶກສາແລະ ມະຫາວິທະຍາໄລ ຮ່າຕິ່ງ ຈະໄດ້ຈັດງານບຸນປີໃໝ່ລາວ ຂໍຮຽນເຊີນນັກຮຽນ-ນັກສຶກສາລາວໝົດທຸກຄົນເຂົ້າຮ່ວມງານສະເຫຼີມສະຫຼອງບຸນປີໃໝ່ລາວ ພສ2568. ມາມ່ວນຊື່ນນຳກັນເດີ້ຂໍຂອບໃຈ❤️
📍ສະຖານທີ່: Nhà Xanh.
⏰ເວລາ: 15:00.

Photos from ມະຫາວິທະຍາໄລຮາຕິ້ງ - ສສ ຫວຽດນາມ's post 22/03/2025

🇱🇦🇻🇳ຮູບພາບບາງສ່ວນຂອງການແຂ່ງຂັນກິລາບານສົ່ງເພື່ອກະກຽ່ມຕ່ອນຮັບງານປິໃໝ່ລາວ ຂອງນັກສຶກສາລາວທີ່ມະຫາວິທະຍາໄລຮາຕິ່ງ ສສ.ຫວຽດນາມ🇻🇳🇱🇦
#ມື້ແລກແຫ່ກໝານ ຈຸກກູ່😘🥰

Photos from ມະຫາວິທະຍາໄລຮາຕິ້ງ - ສສ ຫວຽດນາມ's post 25/11/2024

🇱🇦🇱🇦ຮູບພາບງານກິດຈະກຳສະເຫລີມສະຫລອງວັນຊາດທີ2ທັນວາຄົບຮອບ49ປີ ທີ່ມະຫາວິທະຍາໄລຮາຕິ່ງ.🤗

Photos from ມະຫາວິທະຍາໄລຮາຕິ້ງ - ສສ ຫວຽດນາມ's post 21/11/2024

⚽ການແຂ່ງຂັນບານເຕະຂອງສະມາຄົມນັກສຶກສາເກົ່າ 𝐇𝐓𝐔 ທີ່ລາວ⚽
🏅ວັນທີ 16/11/2024 ສະມາຄົມນັກສຶກສາເກົ່າຂອງມະຫາວິທະຍາໄລຮາຕິ້ງ (HTU) ທີ່ປະເທດລາວ ໄດ້ຈັດການແຂ່ງຂັນບານເຕະຊາຍ ສຳຫຼັບນັກສຶກສາລາວທີ່ເຄີຍສຶກສາຢູ່ມະຫາວິທະຍາໄລຮາຕິ້ງ.
🇻🇳 🇱🇦 ມີ 6 ທີມທີ່ເຂົ້າຮ່ວມ:
👉ທີມ K4-K5
👉ທີມ K6-K7
👉ທີມ K8
👉ທີມ K9-K10
👉ທີມ K13
👉ທີມ K11 (ມະຫາວິທະຍາໄລທາງດ້ານການແພດຍາ)
ຜົນການແຂ່ງຂັນ:
🏆ລາງວັນທີ່ 1: ທີມ K9-K10
🏆ລາງວັນທີ່ 2: ທີມ K13
🇻🇳 🇱🇦 ການແຂ່ງຂັນບານເຕະນີ້ ຖືກຈັດຂຶ້ນໂດຍສະມາຄົມນັກສຶກສາເກົ່າ HTU ທີ່ລາວ ທຸກປີ ເພື່ອເພີ່ມຄວາມສຳພັນ ແລະຄວາມຮັກຄວາມຜູກພັນຂອງນັກສຶກສາລາວທີ່ເຄີຍສຶກສາຢູ່ມະຫາວິທະຍາໄລຮາຕິ້ງ. ການແຂ່ງຂັນປີນີ້ ຍັງເປັນຂອງຂວັນທາງໃຈ ທີ່ນັກສຶກສາເກົ່າມອບໃຫ້ຄູອາຈານເນື່ອງໃນໂອກາດວັນຄູຂອງປະເທດຫວຽດນາມ ວັນທີ 20/11.💐💐💐

Photos from ມະຫາວິທະຍາໄລຮາຕິ້ງ - ສສ ຫວຽດນາມ's post 19/11/2024

🇻🇳🇱🇦ເນື່ອງໃນໂອກາດຄຳນັບຮັບຕອນວັນຄູແຫ່ງຊາດ ສສ.ຫວຽດນາມ 20/11/1982-20/11/2024 ຄົບຮອບ42ປີ.
ໃນຕອນແລງວັນທີ 19/11/2014 ທາງຄະນະນັກສຶກສາລາວຕ່າງໜ້າໃຫ້ນັກສຶກສາທັ້ງໝົດຂຶ້ນອວຍພອນໃຫ້ຄະນະອະທິການບໍດີ ແລະ ພະນັກງານຄູອາຈານທີ່ມະຫາວິທະຍາໄລຮາຕິ່ງ.🎁🎉🎉

Want your school to be the top-listed School/college in Ha Tinh?

Click here to claim your Sponsored Listing.

Location

Category

Telephone

Address


Cẩm Vịnh/Cẩm Xuyên/Hà Tĩnh
Ha Tinh