28/03/2025
ຄະນະນັກສຶກສາລາວກຸ່ມຈຸລາລົງກອນມະຫາວິທະຍາໄລ - LSACU
Education
28/03/2025
22/04/2023
... ເມື່ອວັນທີ 9 ແລະ 10 ເມສາ 2023 ທີ່ຜ່ານມາ ບັນດາສະມາຊິກນັກສຶກສາລາວຈາກ ຈຸລາລົງກອນ ມະຫາວິທະຍາໄລ ມ.ທຳມະສາດ ມ.ກະເສດສາດ ແລະ ມ.ສີນະຄະລິນວິໂລດ ໄດ້ມີໂອກາດປະກອບສ່ວນກະກຽມວຽກງານສະເຫຼີມສະຫຼອງງານປີໃໝ່ລາວທີ່ສະຖານເອກອັກຄະລະຊະທູດລາວ ທີ່ ບາງກອກ.
.. ທາງຄະນະສະມາຄົມຮັບຜິດຊອບນັກສຶກສາ ຂໍສະແດງຄວາມຂອບໃຈມາຍັງສະມາຊິກທີ່ໄດ້ເສຍສະຫຼະເວລາເຂົ້າຮ່ວມແລະຊ່ວຍໃຫ້ວຽກງານນັກສຶກສາລຸລ່ວງໄປດ້ວຍດີ.
22/04/2023
ອົງການຈັດຕັ້ງຄະນະຮັບຜິດຊອບນັກສຶກສາລາວກຸ່ມຈຸລາລົງກອຮ ມະຫາວິທະຍາໄລ ຊຸດໃໝ່ ສົກປີ 2023 - 2024
1. ນ. ພະໄທພຸດ ເພັດວິໄລ - ຫົວໜ້າຄະນະ ຮັບຜິດຊອບຊີ້ນຳລວມ
2. ທ. ທົງໄຊ ຈັນວິສຸດ - ຮອງຫົວໜ້າຄະນະ ຫົວໜ້າກຳມະບານ
3. ນ. ຈັນນິດຕາ ລັງສີ - ຫົວໜ້າແມ່ຍິງ
4. ທ. ພອນ ທອງວັນວື່ - ຫົວໜ້າຊາວໜຸ່ມ
5. ທ. ບົວລາ ໝື່ນໂສພາ - ຮັບຜິດຊອບວຽກງານນອກຫຼັກສູດ
06/06/2022
... ໃນວັນທີ 5 ມິຖຸນາ 2022 ທີ່ຜ່ານມາ ທາງນັກສຶກສາລາວກຸ່ມຈຸລາລົງກອນ ມະຫາວິທະຍາໄລ ພ້ອມດ້ວຍນັກສຶກສາລາວຈາກ ມະຫາວິຍາໄລ ກະເສດສາດ ໄດ້ຈັດກິດກະກຳບານເຕາະຊາຍຮ່ວມກັບພະນັກງານຈາກສະຖານທູດລາວ ນຳພາໂດຍ ອາຈານ ພິມມະສອນ ສີສະອາດ ທ່ານທູດສຶກສາ ແລະ ວັດທະນະທຳລາວປະຈຳບາງກອກ.
... ຫລັງຈາກນັ້ນ ໄດ້ມີການຮ່ວມກິນເຂົ້າສາມັກຄີລະຫວ່າງນັກສຶກສາທັງສອງສະຖາບັນ.
ຂໍສະແດງຄວາມຊົມເຊີຍມາຍັງນັກສຶກສາທຸກຄົນທີ່ໄດ້ສະຫຼະເວລາເຂົ້າຮ່ວມກິດຈະກຳໃນຄັ້ງນິ້ດ້ວຍ
06/03/2022
... ໃນວັນທີ 5 ມີນາ 2022 ທີ່ຜ່ານມາ ທາງນັກສຶກສາລາວກຸ່ມຈຸລາລົງກອນ ມະຫາວິທະຍາໄລ ໄດ້ເຂົ້າພົບ ອາຈານ ພິມມະສອນ ສີສະອາດ ທ່ານທູດສຶກສາ ແລະ ວັດທະນະທຳລາວ ປະຈຳສະຖານທູດລາວ ທີ່ບາງກອກ ປະເທດໄທ
.. ໂອກາດນີ້ພວກເຮົາໄດ້ສະຫລຸບຜົນງານການເຄື່ອນໃຫວໃນຫລາຍເດືອນທີ່ຜ່ານມາ ພ້ອມທັງໄດ້ມີການຕ້ອນຮັບຄະນະນັກສຶກສາລາວ LSACU ຊຸດໃຫມ່ ແລະ ຮ່ວມກິດຈະກຳກິລາອີກດ້ວຍ
20/02/2022
ຂໍສະແດງຄວາມຊົມເຊີຍ ສະຫາຍ ປອ ບຸນໂຮມ ກິມມະນີ ທີ່ໄດ້ຈົບການສຶກສາ ລະດັບປະລິນຍາເອກ ວິຊາຊັບພະຍາກອນນຳ້ ຈາກຈຸລາລົງກອນມະຫາວິທະຍາໄລ.📕📕.
ຂໍໃຫ້ເດີນທາງກັບປະເທດລາວດ້ວຍຄວາມສະຫວັດດີພາບ ນຳເອົາຄວາມຮູ້ໄປປະກອບສ່ວນໃນການສ້າງສາພັດທະນາປະເທດລາວຂອງພວກເຮົາ.
Admin: Phet
Cr. Bounhome kimmany
31/01/2022
ຊົມເຊີຍຜົນສຳເລັດຂອງການເລືອກຕັ້ງຄະນະຮັບຜິດຊອບນັກສຶກສາລາວກຸ່ມຈຸລາລົງກອນ ມະຫາວິທະຍາໄລ ຊຸດໃຫມ່ (ປີ2022-2023).
# ຊົມເຊີຍ ຄນສລ.ຈລ
24/01/2022
ກອງປະຊຸມສະຫລຸບຜົນງານ 6 ເດືອນທ້າຍປີ 2021 ແລະ ທິດທາງແຜນການ 6 ເດືອນຕົ້ນປີ 2022 ຂອງຄະນະນັກສຶກສາລາວ ກຸ່ມຈຸລາລົງກອນ ມະຫາວິທະຍາໄລ, ພ້ອມທັງໄດ້ປະຖົມນິເທດນັກສຶກສາໃຫມ່ອີກດ້ວຍ.
ກອງປະຊຸມໄດ້ຈັດຂື້ນໃນວັນທີ 22/1/2022
ໂດຍທາງ Zoom.
31/12/2021
ກິດຈະກຳກິລາຕີດອກປີກໄກ່ ລະຫວ່າງຄະນະນັກສຶກສາລາວ: ກຸ່ມຈຸລາລົງກອນ ແລະ ກຸ່ມ ມ.ກະເສດສາດ ມ.ພະຈອມເກົ້າ ເພື່ອສ້າງຂະບວນການຕ້ອນຮັບປີໃຫມ່ 2022.
ຄັ້ງວັນທີ 30/12/2021
ທີ່ສະຫນາມກິລາ ມ.ກະເສດສາດ
02/12/2021
ຄະນະນັກສຶກສາລາວ ຈຸລາລົງກອນມະຫາວິທະຍາໄລ ເຂົ້າຮ່ວມພິທີປະຖະກະຖາເລົ່າມູນເຊື້ອວັນຊາດທີ2ທັນວາ ຄົບຮອບ46ປີ, ເຜີຍແຜເອກະສານກ່ຽວກັບລົດໄຟລາວ-ຈີນ ແລະ ຮ່ວມກິດຈະກຳກິລາສາມັກຄີ ທີ່ສະຖານທູດລາວ ກຸງເທບ ປະເທດໄທ
# ວັນຊາດທີ2ທັນວາ ຫມັ້ນຍືນ.
17/10/2021
ສຳລັບທ່ານທີ່ສົນໃຈຮຽນຕໍ່ລະດັບ ປ.ໂທ ແລະ ປ.ເອກ
@ຈຸລາລົງກອນມະຫາວິທະຍາໄລ, ປະເທດໄທ
🔥 ນັກສຶກສາ ຈາກ ສປປ ລາວ ທີ່ມີຄວາມປະສົງ ຢາກສະໝັກສອບເສັງ ເອົາທຶນການສຶກສາ ASEAN Scholarship ຈາກ ຈຸລາລົງກອນ ມະຫາວິທະຍາໄລ ປະເທດໄທ ສາມາດອ່ານ ແລະ ສະຫມັກ ຕາມລິ້ງຂ້າງລຸ່ມໄດ້. ທຶນເຕັມ 100%
ປິດຮັບສະໝັກ: 15/11/2021
ລາຍລະອຽດ ແລະ ວິທີການສະໝັກທີ່
http://www.academic.chula.ac.th/international_scholarship.html
Asean/Non-ASEAN Scholarship
Academic Year 2021 (Second Semester)
Admission and scholarship application are in parallel process. Both applications must be approved before November 15, 2021.
More detail visit:
http://www.academic.chula.ac.th/international_scholarship.html
ที่ตั้ง
ประเภท
ที่อยู่
Bangkok