ສະມາຄົມນັກສຶກສາລາວປະຈຳປະເທດສະຫະພາບມຽນມາ LSCM

ສະມາຄົມນັກສຶກສາລາວປະຈຳປະເທດສະຫະພາບມຽນມາ LSCM

Share

Some activities of Lao students in Myanmar, some knowledge that gain from learning in Myanmar, our group's student posts, activities, events etc..

Photos from ສະມາຄົມນັກສຶກສາລາວປະຈຳປະເທດສະຫະພາບມຽນມາ LSCM's post 01/08/2023

#ງານສົມໂພດພຣະພຸດທະຮູບຫີນອ່ອນ”ມາຣະວິໄຊ”(ປາງຊະນະມານ)ທີ່ໃຫຍ່ສຸດໃນໂລກ

ໃນມື້ວັນທີ1ເດືອນ7ປີ2023 ກົງກັບວັນຂື້ນ15ຄ່ຳເດືອນ8ລາວປີພສ2566 ທີ່ນະຄອນຫລວງໃຫມ່ເນປິດໍຂອງສະຫະພາບມຽນມາໄດ້ມີການສະເຫລີມສະຫລອງສົມໂພດພຣະພຸດທະຮູບທີ່ເຮັດດ້ວຍຫີນອ່ອນລ້ວນ Marble Buddha ຊື່ວ່າ “ມາຣະວິໄຊ” ແປວ່າ “ພຣະພຸດທະເຈົ້າປາງຊະນະມານ” ເຊິ່ງເປັນພຣະນັ່ງພະຫັດຂວາແຕະແຜ່ນດິນ ມີຄວາມສູງເຖິງ 25m ຫນັກ 2100 ຕັນ ໃຊ້ເວລາໃນການສ້າງປະມານ 3 ປີ ຖືວ່າເປັນພຣະນັ່ງທີ່ເຮັດດ້ວຍຫີນອ່ອນທີ່ໃຫຍ່ສຸດໃນໂລກ.

ການສະຫຼອງໃນຄັ້ງນີ້ໄດ້ມີຊາວພຸດທັງພາຍໃນແລະຕ່າງປະເທດເປັນຈຳນວນຫລວງຫຼາຍເຂົ້າຮ່ວມ ທີ່ສຳຄັນທາງລັດຖະບານມຽນມາໄດ້ນິມົນ/ເຊີນ ແຂກທີ່ເປັນພຣະສົງແລະຍາດໂຍມຈາກ7ປະເທດເຂົ້າຮ່ວມໄດ້ແກ່ ປະເທດລາວ, ໄທ, ກຳປູເຈຍ, ສີລັງກາ, ຫວຽດນາມ, ອິນເດຍ, ເນປານ ແລະ ຣັດເຊຍ. ທາງປະເທດ ສປປລາວ ຂອງພວກເຮົາແມ່ນນຳພາໂດຍ ຍາທ່ານໃຫຍ່ ມະຫາບຸນມາ ສິມມາພົມ ປະທານອົງການພຸດທະສາສະນາສຳພັນລາວ ພ້ອມດ້ວຍຄະນະພຣະສົງແລະຍາດໂຍມກໍເປັນກຽດເຂົ້າຮ່ວມງານບຸນກຸສົນອັນຍິ່ງໃຫຍ່ນີ້.

ນອກນີ້ລັດຖະບານມຽນມ້າກໍ່ຄືລັດຖະມົນຕີກະຊວງສາສະໜາມຽນມ້າ ຍັງໄດ້ມອບສະມະນະສັກໃຫ້ພຣະອາຈານໃຫຍ່ ມະຫາບຸນມາ ສິມມາພົມ ປະທານສູນກາງ ອພສ ແລະ ພຣະອາຈານ ອະທິປະໄຕ ໄມຕີຈິດ. ເນື່ອງຈາກຕົກຄ້າງມາສອງປີຍ້ອນສະພາບໂຄວິດ 19.
ສະມະນະສັກທີ່ມອບໃຫ້ພຣະອາຈານໃຫຍ່ ມະຫາບຸນມາ ສິມມາພົມ ປະທານສູນກາງ ອພສ ໃນຄັ້ງນີ້ແມ່ນ "ອະພິທະຊະ ອັກຄະມະຫາສັດທັມມະໂຊຕິກະ" ເຊີ່ງເມື່ອໄດ້ຮັບສະມະນະສັກຊັ້ນນີ້ແລ້ວ ຈະໄດ້ບຸລິມະສິດພິເສດຄື ການສັນຈອນດ້ວຍຍົນ, ດ້ວຍເຮືອ, ແລະ ດ້ວຍລົດໄຟ ພາຍໃນປະເທດມຽນມ້າ ຈະບໍ່ໄດ້ເສຍເງີນ (ຟຣີຕະຫລອດ).

ສະມະນະສັກທີ່ມອບໃຫ້ພຣະອາຈານ ອະທິປະໄຕ ໄມຕີຈິດ ຫົວຫນ້າຫ້ອງການ ບໍລິຫານງານສູນກາງ ອພສ ແມ່ນ "ມະຫາສັດທັມມະ ໂຊຕິກະທະຊະ". ສະມະນະສັກຊັ້ນທຳອິດ.
ຂໍສະແດງມຸທິຕາຈິດແດ່ພຣະອາຈານໃຫຍ່ທັງສອງ. ຂໍໃຫ້ທຸກທ່ານຈົ່ງມີສ່ວນໃນບຸນນີ້ດ້ວຍເທີ້ນ…
ຂໍໃຫ້ພຣະພຸດທະສາສະໜາຈິລັງຢັ້ງຢືນຍືນນານ...🙏🙏🙏.

Photos from ສະມາຄົມນັກສຶກສາລາວປະຈຳປະເທດສະຫະພາບມຽນມາ LSCM's post 30/07/2023

#ເປັນບຸນຂອງນັກຮຽນລາວທີ່ສຶກສາຢູ່ທາງສະຫະພາບມຽນມາໄດ້ມີໂອກາດເຂົ້າຂາບໄຫວ້ພຣະສັງຄະລາດລາວ ຍາທ່ານໃຫຍ່ ບຸນມາ ສິມມາພົມ ພ້ອມດ້ວຍຄະນະຂອງເພິ່ນ

Photos from ສະມາຄົມນັກສຶກສາລາວປະຈຳປະເທດສະຫະພາບມຽນມາ LSCM's post 29/05/2023

ນ້ອມກາບໄຫວ້ອາໄລຢ່າງສູງການລະສັງຂານຂອງ ພຣະອາຈານໃຫຍ່ ປະມຸກສົງ ແຫ່ງ ສະຫະພາບ ມຽນມາ ອົງທີ 09. ພຣະອາຈານໃຫຍ່ ດຣ. ບັດດັນຕະ ກຸມາຣະພິວັງສາ, ອະພິທະຊະມະຫາຣາຊະກຸຣຸ, ອະພິທະຊະອັກຄະມະຫາທັມມະໂຊຕິກະ. ໄດ້ລະສັງຂານໃນວັນທີ 25 ພຶດສະພາ 2023 ທີ່ຜ່ານມາ. 😢😢😢
🙏🙏🙏
Pay deepest respect condolence to the passing away of the most venerable Dr. Bhaddanta Kumarabhivamsa (Chairman of the Myanmar Sangha Council). 25.05.2023.

Photos from ສະມາຄົມນັກສຶກສາລາວປະຈຳປະເທດສະຫະພາບມຽນມາ LSCM's post 08/04/2023

ຂໍສະແດງຄວາມຍິນດີນຳນັກສຶກສາລາວທີ່ເສັງຜ່ານເຂົ້າຮຽນຢູ່ທີ່ມະຫາວິທະຍາໄລພຸດທະສາສະໜາເຖຣະວາດເພື່ອການເຜີຍແຜ່ (ITBMU) ສົກ 2023-24. ທີ່ເມືອງຢາງກຸງ ສ.ສມຽນມາ. ພຣະ 02 ອົງ, ຄາລະວາດ 01 ທ່ານ.
Congratulation to those who passed the Entrance Exam for the academic year 2023-24 at ITBMU, Yangon, Myanmar.

Photos from ສະມາຄົມນັກສຶກສາລາວປະຈຳປະເທດສະຫະພາບມຽນມາ LSCM's post 27/12/2021

ເນື່ອງຈາກວຽກງານກອງປະຊຸມໃຫຍ່ຜູ້ແທນພຣະສົງທົວປະເທດພຶ່ງຈະສຳເລັດລົງ ວຽກງານຊັບຊ້ອນຄະນະຮັບຜິດຊອບຊຸດເກົ່າຊຸດໃຫມ່ຍັງບໍ່ທັນສຳເລັດ ເອກກະສານເຂົ້າຈຶ່ງບໍ່ທັນໄດ້ແຈ້ງ.
ຜູ້ທີ່ສົນໃຈຢາກໄປສຶກສາພຸດທະສາສະໜາທີ່ສ.ສມຽນມາ (ພາກພາສາອັງກິດ) ນິມົນ/ເຊີນປະສານລົງທະບຽນດ່ວນກັບສະຖານທູດສສມຽນມາປະຈຳສປປລາວ ແລະ ກຽມສອບເສັງວັນທີ 10/01/2022.
ລາຍລະອຽດຈະແຈ້ງຄືນອີກເທື່ອຫນື່ງຫລັງຈາກໄດ້ພົວພັນຄືນກັບສະຖານທູດສສມຽນມາປະຈຳສປປລາວ.

18/03/2021

Buddhānubhāvena = By the power of the Buddha
Dhammānubhāvena = By the power of the Dhamma
Sanghānubhāvena = By the power of the Sangha
May Myanmar, the Golden Land restore peace and harmony soon.
May all beings free from suffering.
Best Wish...

Photos from ສະມາຄົມນັກສຶກສາລາວປະຈຳປະເທດສະຫະພາບມຽນມາ LSCM's post 07/08/2020

ຂອບໃຈ ສະຖານທູດສປປລາວ ປະຈຳ ສ.ສມຽນມາ ທີ່ຊ່ວຍປະສານງານແລະໃຫ້ການຊ່ວຍເຫລຶອນັກສຶກສາລາວຢູ່ມຽນມາຊ່ວງພະຍາດລະບາດ Covid-19 ໄດ້ກັບຄຶນປະເທດ
ແລະຂອບໃຈເຈົ້າຫນ້າທີ່ມຽນມາແລະເຈົ້າຫນ້າທີລາວທີ່ດ່ານທ່າຂີ້ເຫລັກ(ມຽນມາ)-ບໍ່ແກ້ວ(ລາວ)ທີ່ອຳນວຍຄວາມສະດວກໃຫ້. ຕອນນີ້ ໄດ້ເຂົ້າກັກໂຕ 14 ວັນຢູ່ສູນກັກໂຕແຂວງບໍ່ແກ້ວ ເພຶ່ອຫມັ້ນໃຈຈະບໍ່ນຳພະຍາດມາລະບາດຢູ່ລາວ ກ່ອນຈະໄປເຄຶອນໄຫວໃນສັງຄົມໄດ້.

Photos from ສະມາຄົມນັກສຶກສາລາວປະຈຳປະເທດສະຫະພາບມຽນມາ LSCM's post 22/04/2020

ພຣະສົງສາມະເນນໃນພະມ້າໂດຍສ່ວນໃຫຍ່ມີການສຶກສາປະຣິຍັດຕິທັມທີ່ເຂັ້ມແຂງ, ນັບແຕ່ບວດເປັນສາມະເນນນ້ອຍກໍ່ເລີ່ມເຂົ້າສູ່ການສຶກສາພາສາປາລີອັນເປັນພຶ້ນຖານຂອງປະຣິຍັດຕິທັມລວມທັງຄວາມຮູ້ພຶ້ນຖານທາງພຸດທະສາສະຫນາ, ແລ້ວກໍ່ມີການທ່ອງຈຳສອບເສັງພຣະວິໄນ, ພຣະສູດ, ພຣະອະພິທັມໄປເປັນລຳດັບຊັ້ນ ເລີ່ມແຕ່ຊັ້ນ ສາມະເນນຈໍຈົນຮອດທຳມາຈາຣິຍະ ຫລຶກໍ່ສຶບຕໍ່ທ່ອງຈຳທັງສາມປິດົກສອບທານຜ່ານເປັນຜູ້ຊົງພຣະໄຕປິດົກກໍ່ມີ.
ຢູ່ສຳນັກປະຣິຍັດຈະເຫັນໄດ້ຄວາມເປັນລະບຽບມີວິນັຍ, ທຸກອົງຖຶວິໄນມີຄວາມສາມັກຄີແບ່ງຫນ້າທີກັນມຸ້ງຫມັ້ນສຶກສາພຸດທະສາສະຫນາຢ່າງບໍ່ລົດລະ.🙏🙏🙏

07/11/2019

ດົນແລ້ວບໍ່ຄ່ອຍໄດ້ໂພສ໌ຫຍັງ ໃຜມີຫຍັງສົ່ງຂໍ້ຄວາມຖາມໄດ້ເນີ🙏🙏🙏

Photos from ສະມາຄົມນັກສຶກສາລາວປະຈຳປະເທດສະຫະພາບມຽນມາ LSCM's post 03/01/2019

ມຶ້ນີ້ເປັນມຶ້ດີວັນດີ ປີດີ 2/1/2019 ຄະນະພຣະອາຈາຣຍ໌ທອງລິດໄດ້ມາແວ່ຢ້ຽມຢາມນັກສຶກສາລາວຢູ່ມຽນມາ.

Photos from ສະມາຄົມນັກສຶກສາລາວປະຈຳປະເທດສະຫະພາບມຽນມາ LSCM's post 02/08/2018

ນຳ້ໃຈນັກສຶກສາລາວທີ່ສະຫະພາບມຽນມາປະກອບສ່ວນຊ່ວຍເຫລຶອຜູ້ປະສົບໄພນຳ້ຖ້ວມ
ຢາງກຸງ, ສສມຽນມາ 02/08/2018

Want your school to be the top-listed School/college in Yangon?

Click here to claim your Sponsored Listing.

Location

Category

Website

Address


Yangon
11061