ໂຮງຮຽນ ມ.ສ ກິ່ວກະຈຳ - Kiewkacham secondary school

ໂຮງຮຽນ ມ.ສ ກິ່ວກະຈຳ - Kiewkacham secondary school ສະບາຍດີບັນດາສິດເກົ່າ, ພະນັກງານຄູອາຈານທີ່ເຄີຍເຮັດວຽກຢູ່ໂຮງຮຽນ ມ.ສ ກິ່ວກະຈຳກະລຸນາກົດຕິດຕາມເພຈ

ໂຮງຮຽນ ມ.ສ ກິ່ວກະຈຳ ຈັດພິທີເປີດສົກຮຽນໃໝ່ ປະຈຳສົກຮຽນ 2026-2027 ພາຍໃຕ້ການເປັນປະທານຮ່ວມຂອງ ທ່ານ ບຸນແສງ ແກ້ວບຸນເຮືອງ ປະທານສະ...
01/09/2026

ໂຮງຮຽນ ມ.ສ ກິ່ວກະຈຳ ຈັດພິທີເປີດສົກຮຽນໃໝ່ ປະຈຳສົກຮຽນ 2026-2027
ພາຍໃຕ້ການເປັນປະທານຮ່ວມຂອງ ທ່ານ ບຸນແສງ ແກ້ວບຸນເຮືອງ ປະທານສະມາຄົມພໍ່ແມ່ນັກຮຽນ ໂຮງຮຽນ ມ.ສ ກິ່ວກະຈຳ, ທ່ານ ສົມເພັດ ສຸພັນໄຊ ຄະນະພັກຮາກຖານ ຫ້ອງການສຶກສາທິການ ແລະ ກິລາເມືອງຊຽງເງິນ ອຳນວຍການໂຮງຮຽນ ມ.ສ ກິ່ວກະຈຳ, ທ່ານ ຄຳໝັ້ນ ສີປະເສີດ ຫົວໜ້າສຶກສາກຸ່ມກິ່ວກະຈຳ ພ້ອມດ້ວຍ ຮອງປະທານສະມາຄົມພໍ່ແມ່ນັກຮຽນ, ນາຍບ້ານແຕ່ລະບ້ານໃນກຸ່ມເຂດບໍລິການ ແລະ ຄູ -ອາຈານ, ນັກຮຽນ ຈຳນວນ400 ກວ່ານ້ອງເຂົ້າຮ່ວມຢ່າງພ້ອມພຽງ. ໃນພິທີມີການເຄືອນໄຫວດັ່ງນີ້:
- ທ່ານ ຊີຊົ່ງຈີ່ ຊົ່ງເຊີ້ເຊ້ ຮອງອຳນວຍການໂຮງຮຽນ ໄດ້ຂື້ນຜ່ານບົດລາຍງານກະກຽມຄວາມພ້ອມໃນການໄຂສົກຮຽນໃໝ່.ເຊິ່ງໃນປີນີ້ ຄູອາຈານພາຍໃນໂຮງຮຽນ ມີທັງໝົດ 26 ທ່ານ, ຍິງ 3 ທ່ານ , ນັກຮຽນທີ່ມາລົງທະບຽນແລ້ວຈຳນວນ 478 ນ້ອງ ຄາດວ່າຈະມີ 500 ກວ່ານ້ອງເຂົ້າຮຽນ, ຂໍ້ຫຍຸ້ງຍາກ ແມ່ນຄູອາຈານບໍ່ພຽງພໍ ເປັນຕົ້ນແມ່ນຄູ ພາສາລາວ- ວັນນະຄະດີ ຈຶ່ງເຮັດໃຫ້ໂຮງຮຽນຕ້ອງໄດ້ປັບຫ້ອງຮຽນເຂົ້າ ເຊິ່ງຫ້ອງຮຽນທີ່ມີຈຳນວນນັກຮຽນໜ້ອຍສຸດແມ່ນ 45 ນ້ອງ , ຫຼາຍທີ່ສຸດແມ່ນ 65 ນ້ອງ .
- ທ່ານ ທອງສີ ແກ້ວ ມະນີ ຮອງອຳນວຍການໂຮງຮຽນ ໄດ້ຂື້ນຜ່ານກົດລະບຽບວ່າດ້ວຍການຄຸ້ມຄອງນັກຮຽນໃຫ້ນັກຮຽນໄດ້ຮັບຮູ້.
- ຕ່າງໜ້າ ປກສ ກຸ່ມກິ່ວກະຈຳ ທ່ານ ພັນຕີ ສົນທະນາ ຈັນທີ ໄດ້ຂື້ນເຜີຍແຜ່ກົດລະບຽບຈາລະຈອນໃຫ້ນັກຮຽນໄດ້ຮັບຮູ້, ທ່ານ ພັນຕີ ບຸນອຸ້ມ ແສງອາລຸນ ໄດ້ຂື້ນຜ່ານກົດໝາຍວ່າດ້ວຍຢາເສບຕິດ, ການສະກັດກັ້ນ ແລະ ຕໍຕ້ານປະກົດການຫຍໍ້ທໍ້ຂອງຢາເສບຕິດທີ່ຈະມີຕໍ່ກຸ່ມນັກຮຽນ, ໄວໜຸ່ມ.
- ໃນຕອນທ້າຍພິທີ ທ່ານ ສົມເພັດ ສຸພັນໄຊ ຄະນະພັກຮາກຖານຫ້ອງການສຶກສາທິການ ແລະ ກິລາ, ອຳນວຍການໂຮງຮຽນ ມ.ສ ກິ່ວກະຈຳ ຂື້ນຜ່ານບົດກ່າວເປີດ ແລະ ກ່າວເປີດພິທີຢ່າງເປັນທາງການ.
ໃນພິທີອັນມີຄວາສຳຄັນນີ້ ທ່ານ ອາຈານ ຢູ ເຮີ ຄູສອນໂຮງຮຽນ ມ.ສ ກິ່ວກະຈຳໄດ້ມອບວັດຖຸປັດໄຈ ເປັນເສື້ອ ໃຫ້ແກ່ ຄະນະອຳນວຍການ-ຄູອາຈານ ແລະ ສຳນັກງານ ປກສ ກຸ່ມ ກິ່ວກະຈຳ ຄິດເປັນມູນຄ່າ 4,000,000 ກີບ

ເພື່ອປະຕິບັດຕາມແຜນພັດທະນາການສຶກສາທີ່ຫ້ອງການສຶກສາທິການ ແລະ ກິລາເມືອງຊຽງເງິນວາງອອກ ກໍຄືແຜນພັດທະນາການສຶກສາປະຈຳພາກຮຽນທີ່2 ຂອ...
14/03/2024

ເພື່ອປະຕິບັດຕາມແຜນພັດທະນາການສຶກສາທີ່ຫ້ອງການສຶກສາທິການ ແລະ ກິລາເມືອງຊຽງເງິນວາງອອກ ກໍຄືແຜນພັດທະນາການສຶກສາປະຈຳພາກຮຽນທີ່2 ຂອງໂຮງຮຽນ ມ.ສ ກິ່ວກະຈຳ . ວັນທີ 14/3/2024 ໂຮງຮຽນ ມ.ສ ກິ່ວກະຈຳ ໄດ້ຈັດພິທີສະຫລຸບກິລາ - ວັນນະຄະດີ ປະຈຳສົກຮຽນ 2023-2024 ຂື້ນ ໂດຍການເປັນປະທານຮ່ວມຂອງ ທ່ານ ວັນທອງ ຫຸມສະຫວັດ ຮອງຫົວໜ້າຫ້ອງການສຶກສາທິການ ແລະ ກິລາ ເມືອງຊຽງເງິນ , ທ່ານ ຄຳແສງ ແກ້ວບຸນເຮືອງ ປະທານສະມາຄົມພໍ່ແມ່ນັກຮຽນ, ທ່ານ ສົມເພັດ ສຸພັນໄຊ ອຳນວຍການໂຮງຮຽນ ມ.ສ ກິ່ວກະຈຳ. ໃນພິທີທ່ານ ວັນທອງ ຫຸມສະຫວັດ ຮອງຫົວໜ້າຫ້ອງການສຶກສາທິການ ແລະ ກິລາ ໄດ້ໃຫ້ກຽດຂື້ນກ່າວເປີດພິທີ ແລະ ໃຫ້ຄຳເຫັນໂອ້ລົມ, ຫຼັງຈາກນັ້ນໄດ້ມີການແຂ່ງຂັນສະແດງສີລະປະວັນນະຄະດີ ແລະ ຫັດກາຍຍະບໍລິຫານ 9 ທ່າ ຈາກນ້ອງນ້ອຍນັກຮຽນ ແຕ່ຊັ້ນ1 - ມ7 .ໃນຕອນທ້າຍພິທີໄດ້ສະຫຼຸບຜົນການແຂ່ງຂັນ ແລະ ມອບຂອງຂວັນລາງວັນໃຫ້ແກ່ຫ້ອງທີ່ສາມາດຍາດລາງວັນໄດ້ອັນທີ່1,2,3 ແລະ ໃຫ້ກຽດກ່າວປິດໂດຍທ່ານ ວັນທອງ ຫຸມສະຫວັດ ເຊິ່ງທ່ານໄດ້ເນັ້ນໜັກໃຫ້ນັກຮຽນຮັກສາວັດທະນະທຳອັນດີງາມຂອງຊາດ, ຫຼີ້ນກິລາເພື່ອຫ່າງໄກຢ່າເສບຕິດ ແລະ ບຸກບືນການຮຳຮຽນໃຫ້ທຽບທັນກັບພາກພື້ນ ແລະ ສາກົນ

ເພື່ອປະຕິບັດຕາມແຜນພັດທະນາການສຶກສາປະຈຳພາກຮຽນທີ່1 ຂອງໂຮງຮຽນ ມ.ສ ກິ່ວກະຈຳ , ວັນທີ 4/1/2024 ໂຮງຮຽນ ມ.ສ ກິ່ວກະຈຳໄດ້ຈັດພິທີຖາມ...
04/01/2024

ເພື່ອປະຕິບັດຕາມແຜນພັດທະນາການສຶກສາປະຈຳພາກຮຽນທີ່1 ຂອງໂຮງຮຽນ ມ.ສ ກິ່ວກະຈຳ , ວັນທີ 4/1/2024 ໂຮງຮຽນ ມ.ສ ກິ່ວກະຈຳໄດ້ຈັດພິທີຖາມ - ຕອບຄຳຖາມວິທະຍາສາດ-ຄວາມຮູ້ຮອບຕົວ ຂື້ນ ເພື່ອເປັນການກະກຽມຄວາມຮູ້ - ຄວາມສາມາດ ໃຫ້ນັກຮຽນເຂົ້າສູ່ການສອບເສັງພາກຮຽນທີ່ 1 ໂດຍພາຍໃຕ້ການເປັນປະທານຮ່ວມຂອງ ທ່ານ ສົມເພັດ ສຸພັນໄຊ ເລຂາໜ່ວຍພັກ ອຳນວຍການໂຮງຮຽນມ.ສ ກິ່ວກະຈຳ, ທ່ານ ບຸນແສງ ແກ້ວບຸນເຮືອງ ປະທານສະມາຄົມພໍ່ແມ່ນັກຮຽນ ພ້ອມດ້ວຍຄູອາຈານ , ນັກຮຽນ ມ1 ຮອດ ມ7 ໄດ້ເຂົ້າຮ່ວມພິທີຢ່າງ ຄຶກຄື້ນ ໃນພິທີ ທ່ານອຳນວຍການໂຮງຮຽນ ໄດ້ກ່າວເປີດພິທີ ແລະ ໃຫ້ຄຳເຫັນໂອ້ລົມຕໍ່ກັບພິທີດັ່ງກ່າວ. ໃນຕອນທ້າຍຜົນການຖາມ - ຕອບຄຳຖາມວິທະຍາສາດ ແມ່ນ
ຫ້ອງ ມ7 ໄດ້ອັນດັບທີ່ 1
ຫ້ອງ ມ3/1 ໄດ້ອັນດັບທີ່ 2
ຫ້ອງ ມ2/1 ໄດ້ອັນດັບທີ່ 3
ນອກຈາກນັ້ນຍັງໄດ້ມອບຂອງຂວັນໃຫ້ນັກຖາມຕອບ ແລະ ນັກຮຽນ ໃຫ້ນັກຮຽນເກັ່ງທີ່ເສັງຜ່ານຂັ້ນເມືອງ ແລະ ກຽມເຂົ້າສູ່ການສອບເສັງຂັ້ນແຂວງ ເຊິ່ງໄດ້ທີ່ 1 ທັງໝົດ 5 ນ້ອງ.

ວັນທີ12/10/2023 ໂຮງຮຽນ ມ.ສ ກິ່ວກະຈຳໄດ້ຈັດພິທີສະເຫຼີມສະຫຼອງວັນຄູແຫ່ງຊາດຄົບຮອບ 29 ປີ. ໂດຍການເປັນປະທານຂອງ ທ່ານ ສົມແວວເພັດ ດ...
13/10/2023

ວັນທີ12/10/2023 ໂຮງຮຽນ ມ.ສ ກິ່ວກະຈຳໄດ້ຈັດພິທີສະເຫຼີມສະຫຼອງວັນຄູແຫ່ງຊາດຄົບຮອບ 29 ປີ. ໂດຍການເປັນປະທານຂອງ ທ່ານ ສົມແວວເພັດ ດວງປະສິດ ເລຂາພັກເມືອງ ເຈົ້າເມືອງຊຽງເງິນ, ມີຫົວໜ້າຫ້ອງການສຶກສາທິການສຶກສາທິການ ແລະ ກິລາເມືອງ, ປະທານສະມາຄົມພໍ່ແມ່ນັກຮຽນ, ຫົວໜ້າສຶກສາກຸ່ມ, ນາຍບ້ານກິ່ວກະຈຳ, ອຳນວຍການ ໂຮງຮຽນຕະຫຼອດຮອດຄູ - ອາຈານໂຮງຮຽນ ປະຖົມ - ມັດທະຍົມ , ບັນດາແຂກຖືກເຊີນ, ພໍ່ແມ່ປະຊາຊົນເຂົ້າຮ່ວມຢ່າງເປັນຂະບວນຟົດຟື້ນ. ກ່ອນເປີດພິທີໄດ້ຮັບຊົມບົດຟ້ອນຕ້ອນຮັບວັນຄູຈາກນ້ອງນ້ອຍເຍົາວະຊົນຈາກປະຖົມ ແລະ ມັດທະຍົມ ພ້ອມທັງມອບຊໍດອກໄມ້ໂດຍນ້ອງນ້ອຍເຍົາວະຊົນ.ໃນພິທີ ທ່ານ ສົມເພັດ ສຸພັນໄຊ ເລຂາໜ່ວຍພັກ ອຳນວຍການໂຮງຮຽນ ມ.ສ ກິ່ວກະຈຳ ໄດ້ຂື້ນຜ່ານປະຫວັດຄວາມເປັນມາຂອງວັນຄູແຫ່ງຊາດ .ຫຼັງຈາກນັ້ນໄດ້ມີການມອບຂອງຂວັນວັນຄູ ເພື່ອລະນຶກເຖິງຄຸນງາມຄວາມດີ, ຕອບແທນບຸນຄຸນຄູອາຈານທີ່ທຸ່ມເທ່ແຮງກາຍແຮງໃຈ,ສະຕິປັນຍາໃນການສົ່ງຄວາມຮູ້ສິດສອນນັກຮຽນໃນໄລຍະຜ່ານມາ ຈາກນັກຮຽນ ມ1 ຮອດ ມ7 ທັງໃນນາມຫ້ອງ ແລະ ໃນນາມສ່ວນຕົວ, ນອກນັ້ນຍັງມີບັນດາສິດເກົ່າທີ່ຈົບຈາກໂຮງຮຽນ ມ.ສ ກິ່ວກະຈຳ ແລະ ບັນດາແຂກ, ນາຍບ້ານແຕ່ລະບ້ານ ໄດ້ມາປະກອບສ່ວນເພື່ອຊຸກຍູ້ວຽກງານພັດທະນາການສຶກສາຢູ່ໂຮງຮຽນ ມ.ສ ກິ່ວກະຈຳ ເຊິ່ງປະກອບມີ:
1. ຕ່າງໜ້າສິດເກົ່າ ມ.7 ໂດຍ ທ່ານ ທາ ລີ ຂື້ນມອບເດີນກະຕໍ້(ເປີດນຳໃຊ້) ມູນຄ່າ ການກໍ່ສ້າງ 11 ລ້ານກວ່າກີບ ພ້ອມທັງມອບຄອມພິວເຕີ ໂນດບຸກໃຫ້ແກ່ຄູປະຈຳຫ້ອງເກົ່າ.
2. ທ່ານ ແຫຼ້ ສົມຈັນ ຂື້ນມອບເງິນອຸປະຖຳກໍສ້າງເດີນກະຕໍ້-ອຸປະກອນກິລາ ມູນຄ່າ 2 ລ້ານກີບ
3. ຕ່າງໜ້າບັນດາສິດເກົ່າ(ພະນັກງານຈາກຫ້ອງວ່າການເມືອງພູຄູນ)ທີ່ຈົບຈາກ ໂຮງຮຽນ ມ.ສ ກິ່ວກະຈຳ ມອບເງິນເພື່ອຊຸກຍູ້ວຽກງານການສຶກສາໃຫ້ໂຮງຮຽນປະຖົມ ແລະ ມັດທະຍົມ ມູນຄ່າ 2 ລ້ານກວ່າກີບ.
4. ທ່ານ ຂວັນໄຊ ນຸລັກ ຮອງເລຂາຊາວໜຸ່ມເມືອງຊຽງເງິນ ມອບອຸປະກອນກິລາ - ເຄື່ອງຮັບໃຊ້ຫ້ອງການ ຄິດເປັນມູນຄ່າ 2 ລ້ານກວ່າກີບ.
5. ທ່ານ ສົມສະນິດ ສຸວັນທອນ ສິດເກົ່າຈົບຈາກໂຮງຮຽນ ມ.ສ ກິ່ວກະຈຳ ອຸປະຖຳ ດົນຕີ, ເຕັ້ນ ຄິດເປັນມູນຄ່າລ້ານກວ່າກີບ
ຍັງມີບັນດານັກທຸລະກິດ, ບັນດາແຂກ, ນາຍບ້ານການຈັດຕັ້ງ,ພໍແມ່ນັກຮຽນ ໄດ້ຊຸກຍູ້ອຸປະຖຳ ມູນຄ່າ 2 ລ້ານກວ່າກີບ
ແລະ ເພື່ອເປັນການຕອບແທນບັນດາວັດຖຸປັດໄຈດັ່ງກ່າວໂຮງຮຽນ ມ.ສ ກິ່ວກະຈຳກະບໍ່ຫຍັງຕອບແທນມີພຽງແຕ່ໃບຂອບໃຈ ເພື່ອເປັນການຂອບໃຈ ບັນດາສິດເກົ່າ ແລະ ບັນດາແຂກ. ນອກຈາກນັ້ນຍັງມີການແຂ່ງກິລາກະຕໍ້ ພົບປະກັນລະຫວ່າງສິດເກົ່າ ແລະ ຄູອາຈານພາຍໃນໂຮງຮຽນ. ໃນຕອນທ້າຍພິທີໄດ້ ຮັບຟັງການໂອ້ລົມ - ປະກອບຄຳຄິດຄຳເຫັນຂອງ ທ່ານ ສົມແວວເພັດ ດວງປະສິດ ເລຂາພັກເມືອງ ເຈົ້າເມືອງຊຽງເງິນ ເຊິ່ງເພິ່ນໄດ້ອວຍພອນວັນຄູ ແລະ ຊົມເຊີຍບັນດາຜົນງານທີ່ຍາດມາໄດ້ ພ້ອມກັນນັ້ນກໍ່ໄດ້ເນັ້ນໜັກໃຫ້ໂຮງຮຽນຂອງພວກເຮົາສືບຕໍ່ຍົກສູງບາງບັນຫາເຊັ່ນ: ການກໍ່ສ້າງຄູສອນດີ- ນັກຮຽນຮຽນເກັ່ງ ໃຫ້ມີນັກຮຽນເກັ່ງໃນຂັ້ນເມືອງ, ຂັ້ນແຂວງ, ລະດັບຊາດ, ສືບຕໍ່ແກ້ໄຂໃຫ້ບັນຫາອັດຕາປະລະການຮຽນຂອງນັກຮຽນໃຫ້ຫຼຸດລົງ , ການສຶກສາອົບຮົມນັກຮຽນໃຫ້ຮຽນຈົບ ມ7 ແລ້ວໄປຊອກເສັງເຂົ້າຮຽນວິຊາຊີບໃຫ້ໄດ້ຫຼາຍທີ່ສຸດ ແລະ ຍັງໄດ້ ປຸກລະດົມ, ໃຫ້ກຳລັງໃຈ ບັນດາຄູອາສາສະໝັກໃຫ້ສືບຕໍ່ອົດທົນບຶກບື່ນເຮັດສຳເລັັດໜ້າທີ່ ເຊິງຈະມີການປະຕິບັດນະໂຍບາຍຕາມດຳລັດໃໝ່. ໃນພິທີທ່ານຍັງໄດ້ປະກອບຊຸກຍູ້ປະກອບສ່ວນວຽກງານການສຶກສາພາຍໃນໂຮງຮຽນ ມ.ສ ກິ່ວກະຈຳ ເປັນເງິນຈຳນວນ 1 ລ້ານກີບ .ຕໍ່ກັບຄຳຄິດເຫັນ ແລະ ຄຳແນະນຳດັ່ງກ່າວ ໂຮງຮຽນ ມ.ສ ກິ່ວກະຈຳຂອງພວກເຮົາຈະຂໍນຳເອົາໄປຜັນຂະຫຍາຍໃຫ້ເກີດຜົນເປັນຈິງໃນຕໍ່ໜ້າ.

ໂຮງຮຽນ ມ.ສ ກິ່ວກະຈຳ ຂໍຂອບໃຈນຳ 1)ທ່ານ ແຫຼ້ ສົມຈັນ ອາດີດນັກຮຽນ ມ.ສ ກິ່ວກະຈຳ ລຸ້ນ 2002  - 2005 ໄດ້ປະກອບສ່ວນ - ອຸປະຖຳ ສ້າງເດ...
09/10/2023

ໂຮງຮຽນ ມ.ສ ກິ່ວກະຈຳ ຂໍຂອບໃຈນຳ
1)ທ່ານ ແຫຼ້ ສົມຈັນ ອາດີດນັກຮຽນ ມ.ສ ກິ່ວກະຈຳ ລຸ້ນ 2002 - 2005 ໄດ້ປະກອບສ່ວນ - ອຸປະຖຳ ສ້າງເດີນກະຕໍ້ - ວັນຄູແຫ່ງຊາດ ຈຳນວນ 2,000,000 ກີບ (ສອງລ້ານກີບ)
2) ທ່ານ ພອນໄຊ ອາລຸນສີ ໄດ້ປະກອບສ່ວນ - ອຸປະຖຳ ສ້າງເດີນກະຕໍ້ - ວັນຄູແຫ່ງຊາດ ຈຳນວນ 100,000 ກີບ (ໜຶ່ງແສນກີບ)ຕໍ່ກັບຜົນງານດັ່ງກ່າວ ຄູອາຈານ ແລະ ນັກຮຽນພາຍໃນໂຮງຮຽນ ມ.ສ ກິ່ວກະຈຳຂໍອວຍພອນໃຫ້ບັນດາທ່ານຈົ່ງມີສຸຂະພາບແຂງແຮງ ປະສົບຜົນສຳເລັດໃນໜ້າທີການງານ ສືບຕໍ່ໃຫ້ການຊ່ວຍເຫຼືອໂຮງຮຽນຂອງພວກເຮົາໃນອະນາຄົດ

ເພື່ອປະຕິບັດຕາມ 3 ຂໍ້ແຂ່ງຂັນທີ່ກະຊວງສຶກສາທິການ ແລະ ກິລາ ວາງອອກ 1 ໃນຂໍ້ແຂ່ງຂັນກໍຄື ສ້າງສະພາບແວດລ້ອມທີ່ດີອຳນວຍຄວາມສະດວກແກ່...
05/10/2023

ເພື່ອປະຕິບັດຕາມ 3 ຂໍ້ແຂ່ງຂັນທີ່ກະຊວງສຶກສາທິການ ແລະ ກິລາ ວາງອອກ 1 ໃນຂໍ້ແຂ່ງຂັນກໍຄື ສ້າງສະພາບແວດລ້ອມທີ່ດີອຳນວຍຄວາມສະດວກແກ່ການຮຽນ - ການສອນ ແລະ ພ້ອມທັງອອກແຮງງານຮັບຕ້ອນການສະເຫຼີມສະຫຼອງວັນຄູແຫ່ງຊາດ ຄົບຮອບ 29 ປີ. ວັນທີ 5/10/2023 ໂຮງຮຽນ ມ.ສ ກິ່ວກະຈຳໄດ້ນຳພານັກຮຽນ ທີ່ເປັນສະມາຊິກຊາວໜຸ່ມ ມ6, ມ7 ເທ່ເດີນກິລາກະຕໍ້ ຂະໜາດ 15 ມ× 8 ມ ໂດຍການປະກອບສ່ວນ, ອຸປະຖຳຈາກບັນດາສິດເກົ່າ ທີ່ຈົບມ7 ຈາກໂຮງຮຽນ ມ.ສ ກິ່ວກະຈຳ ຈຳນວນ 36 ນ້ອງ ລວມມູນຄ່າທັງໝົດ 11.231.000 ກີບ(ລາຍລະອຽດຕິດຕັດມາລຸ່ມນີ້), ສ່ວນສິດເກົ່າລຸ້ນອື່ນສາມາດອຸປະຖຳຕໍ່ໄດ້ ເພື່ອຈະຊື້ອຸປະກອນກິລາ ຮັບໃຊ້ການຮຽນການສອນ ຕິດຕໍ່ຫາ
ອາຈານ ບຼົງ ຖໍ 020 55669920
ອາຈານ ສົມ ເກດມະນີ 020 97339613 ດັ່ງນັ້ນ ຄູອາຈານພ້ອມດ້ວຍນັກຮຽນພາຍໂຮງຮຽນ ມ.ສ ກິ່ວກະຈຳ ຂໍສະແດງຄວາມຮູ້ບຸນຄຸນ ແລະ ຂອບອົກຂອບໃຈບັນດາສິດເກົ່າທີ່ຍັງບໍ່ລື່ມບຸນຄຸນຄູອາຈານ , ຂໍອວຍພອນໃຫ້ບັນດາສິດເກົ່າຈົ່ງມີສຸຂະພາບແຂງແຮງ, ປະສົບຜົນສຳເລັດໃນໜ້າທີ່ການງານ, ສືບຕໍ່ໃຫ້ການຊ່ວຍເຫຼືອໂຮງຮຽນໃນອະຄົດ. ພິເສດໃນວັນທີ 12/10/2023 ທາງໂຮງຮຽນຈະໄດ້ຈັດພິທີມອບ - ຮັບເດີນກິລາກະຕໍ້ ພ້ອມທັງສະເຫຼີມສະຫຼອງວັນຄູແຫ່ງຊາດຄົບຮອບ 29 ປີ, ສະນັ້ນ ທາງໂຮງຮຽນຂໍເຊີນບັນດາສິດເກົ່າມາຮ່ວມງານ ຫວັງວ່າບັນດາສິດເກົ່າຈະສະລະເວລາມາຮ່ວມງານດັ່ງກ່າວ.

Address

13N
Xieng Ngeun
856

Website

Alerts

Be the first to know and let us send you an email when ໂຮງຮຽນ ມ.ສ ກິ່ວກະຈຳ - Kiewkacham secondary school posts news and promotions. Your email address will not be used for any other purpose, and you can unsubscribe at any time.

Contact The School

Send a message to ໂຮງຮຽນ ມ.ສ ກິ່ວກະຈຳ - Kiewkacham secondary school:

Shortcuts

Share

Category