22/05/2026
ໃນອາທິດນີ້, ນັກຮຽນຊັ້ນ ປ.4 ຂອງພວກເຮົາໄດ້ເຫັນພາບອະນາຄົດຂອງພວກເຂົາ! 🌟
ພວກເຂົາໄດ້ໄປຢ້ຽມຢາມງານມະຫາກຳຂອງປະຖົມ ຢູ່ໂຮງຮຽນ ນານາຊາດ ວຽງຈັນ (VIS), ເຊິ່ງເປັນງານທີ່ນັກຮຽນຊັ້ນ ປ.5 ໄດ້ນຳສະເໜີຜົນງານການຄົ້ນຄວ້າທີ່ໜ້າປະທັບໃຈ ໃນຫົວຂໍ້ຕ່າງໆ ເຊັ່ນ: ສຸຂະພາບ, ຄວາມເປັນຢູ່ຂອງສັດ, ນະວັດຕະກຳພະລັງງານ ແລະ ປັນຍາປະດິດ (AI).
ການທີ່ໄດ້ເຫັນນັກຮຽນຂອງພວກເຮົາເຂົ້າຮ່ວມກິດຈະກຳຢ່າງຕັ້ງໃຈ — ທັງມີການຖາມຄຳຖາມ, ມີການສົນທະນາກັບຜູ້ນຳສະເໜີ ແລະ ໄດ້ເຫັນວ່າການນໍາເອົາຄວາມຢາກຮູູ້ຢາກເຫັນມາສ້າງເປັນຄວາມຄິດທີ່ສ້າງສັນໄດ້ແນວໃດ ເຊິ່ງເປັນພາບທີ່ໜ້າປະທັບໃຈຫຼາຍ. ການໄປໃນຄັ້ນີ້ຖືເປັນປະສົບການທີ່ດີທີ່ຈຸດປະກາຍໃຫ້ພວກເຂົາມີຄວາມຕື່ນເຕັ້ນ ໃນການກະກຽມຄວາມພ້ອມສໍາລັບສິ່ງທີ່ກໍາລັງຈະໄດ້ພົບດ້ວຍຕົນເອງໃນປີໜ້າ.
ຂໍຂອບໃຈເປັນຢ່າງຍິ່ງມາຍັງ ໂຮງຮຽນນານາຊາດວຽງຈັນ ທີ່ໄດ້ເປີດປະຕູຕ້ອນຮັບ ແລະ ມອບວັນທີ່ມີຄວາມໝາຍ ແລະ ໜ້າຈົດຈຳໃຫ້ກັບນັກຮຽນຂອງພວກເຮົາ! 🙏
Our Grade 4 students got a glimpse of their future this week! 🌟
They visited the PYP Exhibition at Vientiane International School, where Grade 5 students showcased incredible inquiries on topics like health, animal welfare, energy innovation, and artificial intelligence.
Watching our students dive in — asking questions, engaging with presenters, and seeing how curiosity and creativity come together — was truly special. It's exactly the kind of experience that sparks excitement for what's ahead as they prepare for their own PYPx journey next year.
A huge thank you to for opening your doors and giving our students such a meaningful and memorable day! 🙏
13/05/2026
ກຽມພ້ອມທີ່ຈະພົບກັບຊ່ວງພັກແລ້ງທີ່ດີທີ່ສຸດແລ້ວບໍ່ !
DIS SUMMER CAMP 2026 ເປີດຮັບລົງທະບຽນຢ່າງເປັນທາງການແລ້ວ!
ຂໍເຊີນຊວນນ້ອງໆມາຮ່ວມມ່ວນຊື່ນ, ຮຽນຮູ້ ແລະ ພະຈົນໄພໄປນຳກັນ ໃນຊ່ວງເວລາ 4 ອາທິດ, ໃນວັນທີ 6 ກໍລະກົດ – 31 ກໍລະກົດນີ້ ທີ່ໂຮງຮຽນ ນານາຊາດ ໄດມ໋ອນ!
ກິດຈະກຳທີ່ນ້ອງໆຈະໄດ້ຮັບ:
⚽ ກິລາ – ການຫຼິ້ນແບບເປັນທີມ, ກິດຈະກຳກາງແຈ້ງ ແລະ ການແຂ່ງຂັນທີ່ມ່ວນຊື່ນ.
🎵 ດົນຕີ – ຮຽນຮູ້ຈັງຫວະ, ການສະແດງອອກ ແລະ ການສະແດງທີ່ໜ້າຕື່ນເຕັ້ນ.
🎨 ສິລະປະ – ໂຄງການສ້າງສັນ ແລະ ການປະດິດສິ່ງຂອງດ້ວຍຕົນເອງ.
🏊 ລອຍນ້ຳ – ຝຶກຊ້ອມໂດຍມີຄູຝຶກເບິ່ງແຍງຢ່າງໃກ້ຊິດສໍາລັບນັກຮຽນທຸກຊ່ວງໄວ.
🗓️ ວັນຈັນ – ວັນສຸກ | ເວລາ: 8:30 ໂມງ – 15:00 ໂມງ
💰 ຄ່າລົງທະບຽນ: $450 ສຳລັບ 4 ອາທິດ (ລວມທຸກຢ່າງແລ້ວ)
🎁 ຂໍ້ສະເໜີພິເສດ: ລົງທະບຽນພາຍໃນເດືອນພຶດສະພານີ້ ຮັບຟຣີ! ເສື້ອໂປໂລຂອງໂຮງຮຽນ DIS 1 ຜືນ. ຢ່າພາດໂອກາດດີໆແບບນີ້!
Get ready for the best summer yet!
DIS SUMMER CAMP 2026 is officially open for registration!
Join us for 4 weeks of fun, learning, and adventure this July 6 – July 31 at Diamond International School!
Your child will enjoy:
⚽ Sports – Team games, outdoor play & friendly competition
🎵 Music – Rhythm, expression & performance fun
🎨 Art – Creative projects & hands-on making
🏊 Swimming – Supervised sessions for all levels
🗓️ Monday – Friday | 8:30am – 3:00pm
💰 Program Fee: $450 – Full 4 weeks, all inclusive
🎁 SPECIAL OFFER: Register during the month of May and receive a FREE DIS school polo! Don't miss out!
08/05/2026
ເປັນອີກມື້ທີ່ພິເສດ ແລະ ນ່າປະທັບໃຈຫຼາຍສຳລັບກິດຈະກຳ Student-Led Conferences (ການນຳສະເຫນີຜົນງານຂອງນັກຮຽນ).🌟✨
ກິດຈະກຳນີ້ໄດ້ຜ່ານໄປດ້ວຍດີ ແລະ ປະສົບຜົນສຳເລັດຢ່າງຫນ້າປະທັບໃຈ. ເຊິ່ງພວກເຮົາມີຄວາມພາກພູມໃຈໃນໂຕຂອງນັກຮຽນທຸກຄົນທີ່ສາມາດນຳສະເຫນີງານໃຫ້ກັບຄອບຄົວຂອງຕົນເອງຜ່ານເສັ້ນທາງການຮຽນຮູ້ຂອງເຂົາເຈົ້າ.
ການທີ່ໄດ້ເຫັນນັກຮຽນນັ່ງໂອ້ລົມກັບພໍ່ແມ່ຢ່າງໝັ້ນໃຈນີ້ ພ້ອມຖ່າຍທອດສິ່ງທີ່ພວກເຂົາໄດ້ຮຽນຮູ້ມາ ເປັນສີ່ງທີ່ພາກພູມໃຈຫລາຍ ເຊິ່ງການພັດທະນາການຂອງເຂົາເຈົ້າເອງເປັນຊ່ວງເວລາທີ່ພິເສດ ມີທັງຮອຍຍິ້ມ ແລະ ນ້ຳຕາແຫ່ງຄວາມສຸກ ແລະ ຄອບຄົວທີ່ເຕັມໄປດ້ວຍຄວາມພາກພູມໃຈ🥹❤️
ຂໍຂອບໃຈຜູ້ປົກຄອງທຸກທ່ານທີ່ເສຍສະລະເວລາມາຮ່ວມງານ ການມາຢ້ຽມຢາມຂອງທ່ານໃນຄັ້ງນີ້ມີຄວາມຫມາຍເປັນຢ່າງຍິ່ງ ແລະ ການທີ່ໄດ້ເຫັນຮອຍຍິ້ມແຫ່ງຄວາມພູມໃຈ ຂະນະທີ່ລູກຂອງທ່ານພາຊົມຜົນງານ ແລະນຳສະເຫນີຄວາມຮູ້ຂອງເຂົາເຈົ້າເອງ ເປັນຊ່ວງເວລາທີ່ພວກເຮົາຈະບໍ່ມີວັນລືມ ແລະ ຂໍຂອບໃຈສຳລັບຄູອາຈານທີ່ກຽມຄວາມພ້ອມໃຫ້ກັບນັກຮຽນສຳລັບນຳສະເຫນີຜົນງານ ແລະເປັນຜູ້ນຳໄດ້ຢ່າງສົມບູນ.
What an incredible day of student-led conferences! 🌟✨
Our Student-Led Conferences were an absolute success, and honestly, we couldn't be more proud of every single student who stepped up and led their family through their learning journey.
Watching students sit with their parents and confidently share what they're learning, what they're proud of, and where they're growing was truly something special. There were big smiles, a few happy tears, and so many proud families. 🥹❤️
Thank you to our families for taking the time to be here. Your presence means everything, and seeing your faces light up as your child walked you through their work is something we will never forget. And to our amazing teachers, thank you for preparing our students to lead with pride.
05/05/2026
🌿☀️ ການຮຽນຮູ້ນອກຫ້ອງຮຽນໃນການປະຕິບັດ
ນັກຮຽນກຳລັງສັງເກດ ທົດລອງ ແລະ ແກ້ໄຂບັນຫາ ໃນຖານະນັກຄິດ ແລະ ຜູ້ຮ່ວມມືທີ່ມັ້ນໃຈ. ຜ່ານກິດຈະກຳນອກຫ້ອງຮຽນ ພວກເຂົາກຳລັງພັດທະນາທັກສະການຄິດວິເຄາະ ທັກສະທາງສັງຄົມ ແລະ ການຈັດການຕົນເອງ ໂດຍການເຮັດວຽກຮ່ວມກັນໂດຍການຕັ້ງຄຳຖາມ ແລະ ສະທ້ອນສິ່ງຄົ້ນພົບຂອງຕົນເອງ
🌿☀️ Outdoor Learning in Action
Students are observing, experimenting, and solving problems as confident Thinkers and Collaborators. Through outdoor activities, they are developing critical thinking, social skills, and self-management while working together, asking questions, and reflecting on their discoveries. 🌟
20/04/2026
ໄຮໄລ້ອາທິດຂອງງານກິລາ! 🏅
ເປັນອາທິດທີ່ເຕັມໄປດ້ວຍພະລັງ, ການເຮັດວຽກເປັນທີມ ແລະ ຄວາມມີສະປິຣິດທີ່ສຸດຍອດ ຢູ່ DIS!
ຕະຫຼອດອາທິດຂອງກິລາ, ນັກຮຽນຂອງພວກເຮົາໄດ້ທຸ້ມເຫື່ອແຮງໃຫ້ກັບການແຂ່ງຂັນຢ່າງເຕັມທີ່, ຮ່ວມມືກັນຜ່ານຝ່າຄວາມທ້າທາຍໃນເກມຕ່າງໆ ແລະ ສົ່ງສຽງເຊຍໃຫ້ກຳລັງໃຈກັນຢ່າງຄຶກຄື້ນ. ມັນເປັນພາບທີ່ໜ້າປະທັບໃຈຫຼາຍ ທີ່ໄດ້ເຫັນນັກຮຽນມີການສື່ສານ, ກ້າສ່ຽງ, ແລະ ສະແດງຄວາມຫ່ວງໄຍ ພ້ອມທັງໃຫ້ກຽດເຊິ່ງກັນ ແລະ ກັນ.
ຫຼາຍກວ່າການແຂ່ງຂັນ, ກໍ່ຄືການສ້າງຄວາມສຳພັນ, ຄວາມກະຕືລືລົ້ນ ແລະ ການສະເຫຼີມສະຫຼອງຮ່ວມກັນໃນນາມຄອບຄົວດຽວກັນ.
ຄວາມພາກພູມໃຈ, ທັດສະນະຄະຕິທີ່ດີ ແລະ ຄວາມອົດທົນພະຍາຍາມຂອງນັກຮຽນທຸກຄົນ ໄດ້ສະທ້ອນໃຫ້ເຫັນເຖິງຄວາມໝາຍຂອງຄຳວ່າ "ສະປິຣິດຂອງໂຮງຮຽນ" ຢ່າງແທ້ຈິງ.
ພວກເຮົາພາກພູມໃຈໃນຕົວນັກຮຽນທຸກຄົນຫຼາຍ! 💙
Sports Week Highlights! 🏅
What an incredible week of energy, teamwork, and school spirit at DIS
During Sports Week, our students threw themselves into competitions, working together on team challenges, and cheering each other on. It was wonderful to see students communicate, take risks, and show care and respect as they supported one another.
More than just competition, the week was about building connections, showing perseverance, and celebrating as a community. The pride, positivity, and enthusiasm from our students truly captured what school spirit is all about.
We are so proud of each and every one of them! 💙
20/04/2026
ໄຮໄລ້ອາທິດຂອງງານກິລາຂອງນ້ອງໆຊັ້ນອະນຸບານ! 🏅
ນັກຮຽນຊັ້ນອະນຸບານ (Early Years) ຂອງພວກເຮົາໄດ້ຮຽນຮູ້ ແລະ ມ່ວນຊື່ນໄປກັບກິດຈະກຳທີ່ຫຼາກຫຼາຍ—ນັບຕັ້ງແຕ່ການຫຼິ້ນເກມທີ່ຕື່ນເຕັ້ນ, ການຜ່ານຝ່າຄວາມທ້າທາຍຂອງການເຮັດວຽກເປັນທີມແບບງ່າຍໆ ໄປຈົນຮອດຊ່ວງເວລາທີ່ແສນພິເສດ ຄືມື້ໃສ່ຊຸດນອນ! ເຊິ່ງເປັນພາບທີ່ໜ້າປະທັບໃຈຫຼາຍທີ່ໄດ້ເຫັນນັກຮຽນນ້ອຍຂອງພວກເຮົາໄດ້ຫົວ, ຫຼິ້ນມ່ວນຊື່ນ ແລະ ສ້າງຄວາມໝັ້ນໃຈໃນຂະນະທີ່ເຂົ້າຮ່ວມກິດຈະກຳຮ່ວມກັບໝູ່ເພື່ອນ.
ຕະຫຼອດອາທິດ, ນັກຮຽນໄດ້ພັດທະນາທັກສະການສື່ສານກັບຜູ້ອື່ນ, ກ້າສ່ຽງໃນການລອງເຮັດກິດຈະກຳໃໝ່ໆ, ພ້ອມທັງສະແດງຄວາມຫ່ວງໄຍ ແລະ ຄວາມໃຈດີຕໍ່ໝູ່ເພື່ອນ.
ພວກເຮົາພູມໃຈໃນຕົວຂອງນັກຮຽນນ້ອຍທຸກຄົນຫຼາຍ! 💙
Early Years Sports Week Highlights! 🏅
Our Early Years students explored a variety of playful activities—from exciting games and simple team challenges to special moments like Pajama Day! It was wonderful to see our young learners laughing, playing, and building confidence as they participated alongside their friends.
Throughout the week, students developed more about communicating with others, taking risks as they tried new activities, and showing care and kindness to their peers.
We are so proud of our young learners! 💙