Kathong Kindergarten School ໂຮງຮຽນອະນຸບານ ກາທອງ

Kathong Kindergarten School ໂຮງຮຽນອະນຸບານ ກາທອງ Unleash Your Child's Potential With New Learning Experiences by Kathong Kindergarten School (KKS).

ໂຮງຮຽນ ລ້ຽງເດັກ ອະນຸບານ ກາທອງ ໃຫ້ຫຼາຍກວ່າການສຶກສາ ເພາະພວກເຮົາແນ່ໃສ່ ການຮຽນຮູ້ໂດຍຜ່ານກິດຈະກໍາການຫຼິ້ນຢ່າງມ່ວນຊື່ນ ແລະ ພວກເຮົາເຊື່ອວ່າ ການຮຽນຮູ້ໂດຍຜ່ານກິດຈະກໍາການຫຼິ້ນ (Learning through playing) ຈະເປັນຮາກຖານທີ່ສໍາຄັນຕໍ່ກັບ ການຈະເລີນເຕີບໂຕຂອງເດັກ ໂດຍສະເພາະແມ່ນການພັດທະນາດ້ານຄວາມຮູ້ສຶກ ແລະ ສະໝອງ ທີ່ຊ່ວຍໃຫ້ເດັກ ຮູ້ຈັກວິທີແກ້ໄຂບັນຫາ ແລະ ທັກສະ ຈາກການຮຽນຮູ້ ໂດຍຜ່ານບັນດາກິດຈະກໍາການຫຼິ້ນທີ່ຫຼາກຫຼາຍ.
ນອກຈາກນີ້, ທາງໂຮງຮຽນ ຍັງເນັ້ນໜັກ ກ່ຽວກັບ ການປູກຈິດສໍານຶກເດັກໃຫ້ຮັກທໍາມະຊາດ ແລະ ຮຽນຮູ້ ກ່ຽວກັບ ການພັດທະນາສີຂຽວ. ດ້ວຍເຫດນີ້, ກາທອງ ຈຶ່ງໄດ້ອອກແບບພື້ນທີ່ຫຼິ້ນຂອງເດັກ ໃຫ້ກົມກືນກັບທໍາມະຊາດ ໂດຍມີເດີ່ນຫຍ້າຂຽວງາມ ໃຫ້ເດັກໄດ້ແລ່ນຫລິ້ນ ແລະ ອ້ອມຮອບໄປດ້ວຍກົກໄມ້ໃຫຍ່ ແລະ ດອກໄມ້ນາໆຊະນິດ ເພື່ອສ້າງບັນຍາກາດໃຫ້ເດັກອອນຊອນໄປກັບຄວາມງາມຂອງທໍາມະຊາດ ໃນທ່າມກາງການດໍາລົງຊີວິດໃນໃຈກາງເມືອງ.

🌟🧠 Unleash Your Child's Potential with KKS! 🧠🌟

At Kathong Kindergarten School (KKS), we believe every child is a unique treasure of untapped potential! 🌈 With our new and exciting learning experiences, we're here to nurture their curiosity, creativity, and confidence. 🚀

📚 Our innovative curriculum is designed to provide a holistic learning journey, where education meets fun and exploration! 🎉 From interactive lessons to hands-on activities, your child will thrive in an environment that encourages growth and self-discovery.

🎨🤸‍♀️ Our arts and physical education programs foster creativity and healthy development, allowing young minds to express themselves freely while staying active and energetic! 💫

🔍 With a focus on personalized attention and a caring community, our experienced educators are dedicated to bringing out the best in each child. 🌻

Enroll your child at KKS today, and let's embark on an extraordinary journey of learning, joy, and endless possibilities! 🌟🚀

[ENGLISH BELOW]🦷🪥 ກິດຈະກຳຮຽນຮູ້ການຖູແຂ້ວ ຂອງຫ້ອງອະນຸບານ2A😁✨ນ້ອງໆ ໄດ້ຮຽນຮູ້ວິທີການຖູແຂ້ວຢ່າງຖືກວິທີຜ່ານແບບຈຳລອງ ກ່ອນຈະໄດ້...
23/09/2026

[ENGLISH BELOW]

🦷🪥 ກິດຈະກຳຮຽນຮູ້ການຖູແຂ້ວ ຂອງຫ້ອງອະນຸບານ2A😁✨

ນ້ອງໆ ໄດ້ຮຽນຮູ້ວິທີການຖູແຂ້ວຢ່າງຖືກວິທີຜ່ານແບບຈຳລອງ ກ່ອນຈະໄດ້ລົງມືຝຶກຖູແຂ້ວຕົວຈິງດ້ວຍຕົນເອງ. 🪥🦷💚

ຜ່ານກິດຈະກຳນີ້ ນ້ອງໆໄດ້ຝຶກຈັບແປງແຂ້ວ, ຮຽນຮູ້ວິທີຖູແຂ້ວໃຫ້ທົ່ວເຖິງ ແລະ ເຂົ້າໃຈວ່າການຖູແຂ້ວເປັນປະຈຳຊ່ວຍໃຫ້ແຂ້ວສະອາດ, ແຂງແຮງ ແລະ ມີຮອຍຍິ້ມທີ່ສົດໃສ. 😁✨

ການຝຶກຈາກແບບຈຳລອງ ແລ້ວຕໍ່ດ້ວຍການປະຕິບັດຈິງ ຊ່ວຍໃຫ້ນ້ອງໆມີຄວາມໝັ້ນໃຈ, ຮູ້ຈັກດູແລຕົນເອງ ແລະ ສ້າງນິໄສສຸຂະອະນາໄມທີ່ດີຕັ້ງແຕ່ນ້ອຍ. 🌟💛
---
🦷🪥 Learning How to Brush Our Teeth K2A 😁✨

Our K2A students first learned the correct way to brush their teeth using a dental model, and then had the opportunity to practice brushing their own teeth. 🪥🦷💚

Through this activity, children practiced how to hold and move a toothbrush, learned how to clean different areas of their teeth, and understood why regular brushing helps keep teeth clean, strong, and healthy. 😁✨

Moving from model practice to real-life brushing helps children build confidence, independence, and positive self-care habits from an early age. 🌟💛
---
📍 ສະຖານທີ່ແມ່ນ: ບ້ານທົ່ງສາງນາງ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ (ຕໍ່ຫນ້າຮ່ອມ 3)
☎️ ໂທ: 020 55 392 635
Email: [email protected]

[ENGLISH BELOW]🌿👐 ມືນ້ອຍໆ ກັບການຄົ້ນຄິດແບບສ້າງສັນ! 🌈✨ນ້ອງໆ ກຽມອະນຸບານA ໄດ້ຮຽນຮູ້ຜ່ານກິດຈະກຳລົງມືເຮັດທີ່ແສນມ່ວນ ທັງການຕັກ...
18/09/2026

[ENGLISH BELOW]

🌿👐 ມືນ້ອຍໆ ກັບການຄົ້ນຄິດແບບສ້າງສັນ! 🌈✨

ນ້ອງໆ ກຽມອະນຸບານA ໄດ້ຮຽນຮູ້ຜ່ານກິດຈະກຳລົງມືເຮັດທີ່ແສນມ່ວນ ທັງການຕັກ, ຕຳ, ສຳຜັດ, ຫຼິ້ນນ້ຳ ແລະ ສຳຫຼວດວັດສະດຸ ຈາກທຳມະຊາດ. 💦🍃🪵

ກິດຈະກຳງ່າຍໆເຫຼົ່ານີ້ ຊ່ວຍໃຫ້ນ້ອງໆຝຶກກ້າມຊີ້ນມືນ້ອຍ, ການປະສານງານລະຫວ່າງມື ແລະ ຕາ, ສະມາທິ, ຄວາມຢາກຮູ້ ແລະ ຄວາມໝັ້ນໃຈໃນການລອງເຮັດດ້ວຍຕົນເອງ. 🌱💚

ທຸກການຫຼິ້ນ ຄືການຮຽນຮູ້ ແລະ ທຸກການຄົ້ນພົບນ້ອຍໆ ຄືອີກໜຶ່ງກ້າວຂອງການເຕີບໃຫຍ່. 🌟🧠
---
🌿👐 Little Hands, Creative Discoveries! 🌈✨

Our Pre-K learners enjoyed a joyful hands-on learning experience through scooping, pounding, touching, water play, and exploring natural materials. 💦🍃🪵

These simple activities help strengthen fine motor skills, hand-eye coordination, concentration, curiosity, and confidence as children learn by doing and discovering for themselves. 🌱💚

Every little moment of play is a chance to learn, and every small discovery is a step toward bigger growth. 🌟🧠

---
📍 ສະຖານທີ່ແມ່ນ: ບ້ານທົ່ງສາງນາງ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ (ຕໍ່ຫນ້າຮ່ອມ 3)
☎️ ໂທ: 020 55 392 635
Email: [email protected]

[ENGLISH BELOW]🌧️🪵 ວັນສຸກຝົນຕົກ ແຕ່ມືນ້ອຍໆຍັງຢາກຮຽນຮູ້ທຸກເວລາ! 🌧️✨ນ້ອງໆ ກຽມອະນຸບານ B ໄດ້ຮຽນຮູ້ທັກສະຊີວິດປະຈຳວັນຜ່ານກິດຈະ...
18/09/2026

[ENGLISH BELOW]

🌧️🪵 ວັນສຸກຝົນຕົກ ແຕ່ມືນ້ອຍໆຍັງຢາກຮຽນຮູ້ທຸກເວລາ! 🌧️✨

ນ້ອງໆ ກຽມອະນຸບານ B ໄດ້ຮຽນຮູ້ທັກສະຊີວິດປະຈຳວັນຜ່ານກິດຈະກຳສຸດມ່ວນ ໂດຍໃຊ້ ຄົກ ແລະ ສາກ ເພື່ອຝຶກການຕຳ ແລະ ບົດວັດຖຸຕ່າງໆ, ພ້ອມທັງຝຶກ ການຖ່າຍນ້ຳຈາກແກ້ວໜຶ່ງໄປອີກແກ້ວໜຶ່ງຢ່າງລະມັດລະວັງ. 👐💦

ກິດຈະກຳເຫຼົ່ານີ້ຊ່ວຍຝຶກກ້າມຊີ້ນມືນ້ອຍ, ການປະສານງານລະຫວ່າງມື ແລະ ຕາ, ສະມາທິ, ຄວາມຮອບຄອບ ແລະ ຄວາມໝັ້ນໃຈໃນການລົງມືເຮັດດ້ວຍຕົນເອງ. 💚🌱

ເຖິງວ່າຝົນຕົກ ແຕ່ມືນ້ອຍໆຂອງພວກເຮົາກໍຍັງຢາກຮຽນຮູ້, ຕຳ, ເທ, ຄົ້ນພົບ ແລະ ມ່ວນຊື່ນໄປພ້ອມກັນ! 🌈💦

---

🌧️🪵 Rainy Friday, Busy Little Hands! 🌧️✨

Our little Pre-K learners explored practical life skills through fun, hands-on activities using a mortar and pestle and carefully transferring water from one glass to another. 👐💦

These simple activities help strengthen fine motor skills, hand-eye coordination, concentration, careful movement, and confidence in doing things independently. 💚🌱

Even on a rainy Friday, our little hands stayed busy learning, grinding, pouring, exploring, and having lots of fun together! 🌈💦✨
---
📍 ສະຖານທີ່ແມ່ນ: ບ້ານທົ່ງສາງນາງ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ (ຕໍ່ຫນ້າຮ່ອມ 3)
☎️ ໂທ: 020 55 392 635
Email: [email protected]

[ENGLISH BELOW]👀👂👃👅🖐️ ນ້ອງໆ ອະນຸບານ3 ໄດ້ຮຽນຮູ້ ແລະ ສຳຫຼວດ 5 ປະສາດສຳຜັດ 🌈✨ນ້ອງໆ ອະນຸບານ3 ໄດ້ຮ່ວມກິດຈະກຳສຸດມ່ວນເພື່ອຮຽນຮູ້...
18/09/2026

[ENGLISH BELOW]

👀👂👃👅🖐️ ນ້ອງໆ ອະນຸບານ3 ໄດ້ຮຽນຮູ້ ແລະ ສຳຫຼວດ 5 ປະສາດສຳຜັດ 🌈✨

ນ້ອງໆ ອະນຸບານ3 ໄດ້ຮ່ວມກິດຈະກຳສຸດມ່ວນເພື່ອຮຽນຮູ້ກ່ຽວກັບ 5 ປະສາດສຳຜັດ: ການເບິ່ງ, ການຟັງ, ການດົມ, ການຊີມ ແລະ ການສຳຜັດ. 👀👂👃👅🖐️
ຜ່ານການລອງເຮັດຈິງ ນ້ອງໆໄດ້ສັງເກດ, ປຽບທຽບ, ຕັ້ງຄຳຖາມ ແລະ ຄົ້ນພົບວ່າຮ່າງກາຍຂອງເຮົາຊ່ວຍໃຫ້ເຮົາຮັບຮູ້ໂລກຮອບຕົວໄດ້ແນວໃດ. 🧠💡

ຮຽນຮູ້ຜ່ານການສຳຜັດ ເຮັດໃຫ້ການຮຽນມ່ວນ, ຈື່ຈຳງ່າຍ ແລະ ເຕັມໄປດ້ວຍການຄົ້ນພົບ. 💚🌟

---

👀👂👃👅🖐️ K3 Exploring the Five Senses! 🌈✨

Our K3 students had fun exploring the five senses: sight, hearing, smell, taste, and touch. Through hands-on activities, they observed, compared, asked questions, and discovered how their bodies help them understand the world around them. 🧠💡

Learning through the senses makes every experience more meaningful, memorable, and fun. 💚🌟

---
📍 ສະຖານທີ່ແມ່ນ: ບ້ານທົ່ງສາງນາງ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ (ຕໍ່ຫນ້າຮ່ອມ 3)
☎️ ໂທ: 020 55 392 635
Email: [email protected]

[ENGLISH BELOW]🔥🚨 ກິດຈະກຳຝຶກຊ້ອມອົບພະຍົບໜີໄຟ 🚨🔥ເພື່ອສ້າງຄວາມຮູ້, ຄວາມເຂົ້າໃຈ ແລະ ຄວາມພ້ອມໃນການຮັບມືກັບເຫດສຸກເສີນ, ທາງໂຮງ...
15/09/2026

[ENGLISH BELOW]

🔥🚨 ກິດຈະກຳຝຶກຊ້ອມອົບພະຍົບໜີໄຟ 🚨🔥

ເພື່ອສ້າງຄວາມຮູ້, ຄວາມເຂົ້າໃຈ ແລະ ຄວາມພ້ອມໃນການຮັບມືກັບເຫດສຸກເສີນ, ທາງໂຮງຮຽນໄດ້ຈັດກິດຈະກຳຝຶກຊ້ອມອົບພະຍົບໜີໄຟໃຫ້ແກ່ນ້ອງໆ ແລະ ພະນັກງານ. 👩‍🏫👧🧒

ຜ່ານການຝຶກຊ້ອມ ນ້ອງໆໄດ້ຮຽນຮູ້ວິທີປະຕິບັດຕົນເມື່ອໄດ້ຍິນສັນຍານເຕືອນໄພ, ການເດີນຕາມຄູໄປຍັງຈຸດລວມພົນ, ການຮັກສາຄວາມສະຫງົບ ແລະ ການປະຕິບັດຕາມຂັ້ນຕອນຄວາມປອດໄພ. 🧯🚶‍♀️🚶‍♂️

ການຝຶກຊ້ອມເປັນປະຈຳ ຊ່ວຍໃຫ້ທຸກຄົນມີຄວາມພ້ອມ, ຮູ້ວິທີຮັບມື ແລະ ສາມາດອົບພະຍົບໄດ້ຢ່າງປອດໄພເມື່ອເກີດເຫດຈິງ. 💛🏫
---
🔥🚨 School Fire Drill 🚨🔥

To build awareness, confidence, and preparedness for emergency situations, our school conducted a fire evacuation drill for students and staff. 👩‍🏫👧🧒

During the drill, children learned what to do when they hear the fire alarm, how to follow their teachers safely to the designated assembly point, remain calm, and follow important safety procedures. 🧯🚶‍♀️🚶‍♂️

Regular practice helps everyone understand their role and respond more safely and confidently in the event of a real emergency. 💛🏫

---
📍 ສະຖານທີ່ແມ່ນ: ບ້ານທົ່ງສາງນາງ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ (ຕໍ່ຫນ້າຮ່ອມ 3)
☎️ ໂທ: 020 55 392 635
Email: [email protected]

[ENGLISH BELOW]📏👀 ອັນໃດຍາວ? ອັນໃດສັ້ນ? ມາຮຽນຮູ້ໄປນຳກັນ! ✏️✨ມື້ນີ້ ນ້ອງໆໄດ້ມ່ວນຊື່ນກັບການຮຽນຮູ້ຄຳສັບພາສາອັງກິດ “Long” ແລະ...
14/09/2026

[ENGLISH BELOW]

📏👀 ອັນໃດຍາວ? ອັນໃດສັ້ນ? ມາຮຽນຮູ້ໄປນຳກັນ! ✏️✨

ມື້ນີ້ ນ້ອງໆໄດ້ມ່ວນຊື່ນກັບການຮຽນຮູ້ຄຳສັບພາສາອັງກິດ “Long” ແລະ “Short” ຜ່ານການສັງເກດ ແລະ ປຽບທຽບສິ່ງຂອງທີ່ຢູ່ໃກ້ຕົວ. 📏✂️✏️

ນ້ອງໆໄດ້ຟັງ, ອອກສຽງ, ໃຊ້ທ່າທາງປະກອບ ແລະ ລອງຈຳແນກວ່າສິ່ງໃດຍາວ ແລະ ສິ່ງໃດສັ້ນ. ຫຼັງຈາກນັ້ນ ນ້ອງໆໄດ້ຝຶກຄວາມເຂົ້າໃຈຜ່ານແບບຝຶກຫັດທີ່ສ້າງຄວາມທ້າທາຍ ແລະ ຄວາມມ່ວນຊື່ນ. 🧠📝🌟

ກິດຈະກຳນີ້ຊ່ວຍເສີມສ້າງຄຳສັບໃໝ່, ທັກສະການສັງເກດ, ການປຽບທຽບ, ສະມາທິ ແລະ ຄວາມໝັ້ນໃຈໃນການຕອບຄຳຖາມ. 👏💡

ເບິ່ງໃຫ້ດີ! ປຽບທຽບໃຫ້ໄວ! ແລ້ວບອກຄູວ່າ… Long ຫຼື Short? 😍📏

---

📏👀 Which One Is Long? Which One Is Short? Let’s Learn Together! ✏️✨

Today, our little learners had fun discovering the English opposite words “long” and “short” by observing and comparing familiar classroom objects. 📏✂️✏️

The children listened, repeated the words, used actions, and identified which objects were long and which were short. They then reinforced their understanding through an engaging worksheet activity. 🧠📝🌟

This lesson helped develop new vocabulary, observation and comparison skills, concentration, and confidence in answering questions. 👏💡

Look carefully, compare quickly, and tell the teacher… Is it long or short? 😍📏

---
📍 ສະຖານທີ່ແມ່ນ: ບ້ານທົ່ງສາງນາງ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ (ຕໍ່ຫນ້າຮ່ອມ 3)
☎️ ໂທ: 020 55 392 635
Email: [email protected]

[ENGLISH BELOW]🧽💦 ວັນສຸກສຸດມ່ວນ: ກິດຈະກໍາ ຍືດ, ບີບ ແລະ ເທນ້ຳ! 🌈✨ນ້ອງໆ ຫ້ອງກຽມອະນຸບານA ຂອງພວກເຮົາໄດ້ອອກມາມ່ວນຊື່ນກັບກິດຈະ...
11/09/2026

[ENGLISH BELOW]

🧽💦 ວັນສຸກສຸດມ່ວນ: ກິດຈະກໍາ ຍືດ, ບີບ ແລະ ເທນ້ຳ! 🌈✨

ນ້ອງໆ ຫ້ອງກຽມອະນຸບານA ຂອງພວກເຮົາໄດ້ອອກມາມ່ວນຊື່ນກັບກິດຈະກຳຫຼິ້ນນ້ຳກາງແຈ້ງ ພ້ອມທັງຝຶກທັກສະຜ່ານການລົງມືເຮັດ. 👐💧 ນ້ອງໆໄດ້ຝຶກ ຍືດຢາງ, ບີບຟອງນ້ຳ ແລະ ເທນ້ຳ ເຊິ່ງຊ່ວຍພັດທະນາກ້າມຊີ້ນມືນ້ອຍ, ການປະສານງານລະຫວ່າງມື ແລະ ຕາ, ຄວາມໝັ້ນໃຈ ແລະ ການຄົ້ນພົບຜ່ານການຫຼິ້ນ. 💪🧽🌿ຮຽນຮູ້ໄປ ມ່ວນໄປ ແລະ ປຽກໄປນຳກັນ! 😍💦

ຍືດເລີຍ! ບີບເລີຍ! ເທເລີຍ! ມາຫຼິ້ນນຳກັນ! 🌈👐✨
---
🧽💦 Friday Fun: Stretch, Squish & Pour! 🌈✨

Our little learners took their learning outdoors for a fun, hands-on water-play adventure! 👐💧 They stretched the rubber, squished the sponges, and poured the water, strengthening their little hand muscles while developing coordination, confidence, and curiosity through play. 💪🧽🌿

Learning, exploring, and getting a little splashy along the way! 😍💦
Stretch it! Squish it! Pour it! Let’s PLAY! 🌈👐✨
---
📍 ສະຖານທີ່ແມ່ນ: ບ້ານທົ່ງສາງນາງ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ (ຕໍ່ຫນ້າຮ່ອມ 3)
☎️ ໂທ: 020 55 392 635
Email: [email protected] See less

[ENGLISH BELOW]💦⛵ ວັນສຸກສຸດມ່ວນຂອງນ້ອງໆກຽມອະນຸບານB: ການປ່ຽນຂວດເກົ່າໃຫ້ກາຍເປັນເຮືອນ້ອຍ! 🌈✨ນ້ອງໆ  ໄດ້ຮ່ວມກິດຈະກຳຫຼິ້ນນ້ຳຢ່...
11/09/2026

[ENGLISH BELOW]

💦⛵ ວັນສຸກສຸດມ່ວນຂອງນ້ອງໆກຽມອະນຸບານB: ການປ່ຽນຂວດເກົ່າໃຫ້ກາຍເປັນເຮືອນ້ອຍ! 🌈✨

ນ້ອງໆ ໄດ້ຮ່ວມກິດຈະກຳຫຼິ້ນນ້ຳຢ່າງມ່ວນຊື່ນ ໂດຍນຳ ຂວດພລາສຕິກທີ່ໃຊ້ແລ້ວມາປະດິດເປັນເຮືອນ້ອຍ ແລ້ວລອຍຢູ່ໃນນ້ຳ. 🛶💦 ນ້ອງໆຍັງໄດ້ເພີ່ມດິນນ້ຳມັນສີສັນ ແລະ ສັງເກດເບິ່ງສີຄ່ອຍໆລະລາຍ ພ້ອມທັງທົດລອງປະສົມສີເພື່ອສ້າງສີໃໝ່. 🎨✨

ກິດຈະກຳງ່າຍໆຈາກວັດສະດຸຣີໄຊເຄິນ ກາຍເປັນການຮຽນຮູ້ທີ່ສົນຸກ ແລະ ມີຄວາມໝາຍ. 🌱💙 ນ້ອງໆໄດ້ຮຽນຮູ້ເລື່ອງການລອຍ-ຈົມ, ການປະສົມສີ, ຄວາມຄິດສ້າງສັນ ແລະ ການຄົ້ນພົບຜ່ານການລົງມືເຮັດ. 👐🌈
---
💦⛵ Pre-K Friday Water Play: From Recycled Bottles to Tiny Boats! 🌈✨

Our Pre-K little learners enjoyed a fun water-play activity by turning recycled plastic bottles into tiny boats and watching them float and sail. 🛶💦 They also added colorful light clay, observed the colors slowly dissolving, and experimented with mixing different colors to create new ones. 🎨✨

A simple recycled material became an exciting hands-on learning experience. 🌱💙 Through play, children explored floating and sinking, color mixing, creativity, observation, and discovery—all while having lots of fun together. 👐🌈

---
📍 ສະຖານທີ່ແມ່ນ: ບ້ານທົ່ງສາງນາງ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ (ຕໍ່ຫນ້າຮ່ອມ 3)
☎️ ໂທ: 020 55 392 635
Email: [email protected]

[ENGLISH BELOW]📚💚 ຊ່ວງເວລາອ່ານໜັງສືຂອງນ້ອງໆອະນຸບານ 3 ຢູ່ຫ້ອງສະໝຸດ 🌈✨ນ້ອງໆ K3 ໄດ້ໃຊ້ເວລາຢູ່ຫ້ອງສະໝຸດ ເລືອກອ່ານໜັງສືທີ່ຕົນ...
10/09/2026

[ENGLISH BELOW]

📚💚 ຊ່ວງເວລາອ່ານໜັງສືຂອງນ້ອງໆອະນຸບານ 3 ຢູ່ຫ້ອງສະໝຸດ 🌈✨

ນ້ອງໆ K3 ໄດ້ໃຊ້ເວລາຢູ່ຫ້ອງສະໝຸດ ເລືອກອ່ານໜັງສືທີ່ຕົນເອງສົນໃຈ ແລະ ຄ່ອຍໆສ້າງນິໄສຮັກການອ່ານ. 📖😊 ກິດຈະກຳນີ້ຊ່ວຍສົ່ງເສີມຈິນຕະນາການ, ຄວາມຢາກຮູ້, ຄຳສັບໃໝ່ໆ ແລະ ສະມາທິໃນການຮຽນຮູ້. 🌟📚

ທຸກໜ້າຂອງໜັງສື ຄືການເປີດປະຕູໄປສູ່ໂລກໃໝ່ໆຂອງການຮຽນຮູ້. 💛📖

---
📚💚 Library Reading Time with Our K3 Students 🌈✨

Our K3 students enjoyed spending time in the library, choosing books that interested them and building a love for reading one page at a time. 📖😊 This activity helps develop imagination, curiosity, vocabulary, concentration, and a positive reading habit. 🌟📚

Every book opens a new little world for our learners to explore and discover. 💛📖
---
📍 ສະຖານທີ່ແມ່ນ: ບ້ານທົ່ງສາງນາງ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ (ຕໍ່ຫນ້າຮ່ອມ 3)
☎️ ໂທ: 020 55 392 635
Email: [email protected]

[ENGLISH BELOW]🌞📚 ເລີ່ມຕົ້ນວັນຈັນດ້ວຍການທົບທວນບົດຮຽນພາສາລາວກັບນ້ອງໆ ອະນຸບານ1 💚✨ນ້ອງໆ ອະນຸບານ1 ໄດ້ເລີ່ມຕົ້ນອາທິດໃໝ່ ດ້ວຍກ...
07/09/2026

[ENGLISH BELOW]

🌞📚 ເລີ່ມຕົ້ນວັນຈັນດ້ວຍການທົບທວນບົດຮຽນພາສາລາວກັບນ້ອງໆ ອະນຸບານ1 💚✨

ນ້ອງໆ ອະນຸບານ1 ໄດ້ເລີ່ມຕົ້ນອາທິດໃໝ່ ດ້ວຍການທົບທວນບົດຮຽນພາສາລາວຮ່ວມກັນ. 📝📖 ການທົບທວນຊ່ວຍໃຫ້ນ້ອງໆຈື່ຈຳສິ່ງທີ່ໄດ້ຮຽນມາ, ຝຶກການຟັງ, ການອ່ານ, ການເວົ້າ ແລະ ສ້າງຄວາມໝັ້ນໃຈໃນການໃຊ້ພາສາລາວຫຼາຍຂຶ້ນ. 🌈😊

ມາຮຽນຮູ້, ທົບທວນ ແລະ ມ່ວນຊື່ນໄປພ້ອມກັນ ເພື່ອເລີ່ມຕົ້ນອາທິດນີ້ຢ່າງສົດໃສ. 🌟💛

---

🌞📚 Starting Monday with Lao Language Review – K1 Learning 💚✨

Our K1 students are beginning the new week by reviewing their Lao lessons together. 📝📖 Review time helps children remember what they have learned, strengthen their listening, reading, and speaking skills, and build greater confidence in using the Lao language. 🌈😊

A fresh Monday filled with learning, practice, and fun as we grow together one step at a time. 🌟💛

---
📍 ສະຖານທີ່ແມ່ນ: ບ້ານທົ່ງສາງນາງ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ (ຕໍ່ຫນ້າຮ່ອມ 3)
☎️ ໂທ: 020 55 392 635
Email: [email protected]

Address

Ban Thongsangnang ບ້ານທົ່ງສ້າງນາງ ຮ່ອມ 2
Vientiane
01000

Opening Hours

Monday 07:00 - 17:00
Tuesday 07:00 - 17:00
Wednesday 07:00 - 17:00
Thursday 07:00 - 17:00
Friday 07:00 - 17:00

Website

Alerts

Be the first to know and let us send you an email when Kathong Kindergarten School ໂຮງຮຽນອະນຸບານ ກາທອງ posts news and promotions. Your email address will not be used for any other purpose, and you can unsubscribe at any time.

Contact The School

Send a message to Kathong Kindergarten School ໂຮງຮຽນອະນຸບານ ກາທອງ:

Shortcuts

Share

Category