21/03/2019
ທີມງານ "ນາຣີ" ຂໍສະແດງຄວາມຂອບໃຈ ມາຍັງທຸກທ່ານ ທີ່ປະກອບສ່ວນສະໜັບສະໜູນ ແລະ ມີສ່ວນຮ່ວມ ເຮັດໃຫ້ສິ່ງນີ້ເກີດຂື້ນໄດ້!
ຍອດລວມຂາຍສິນຄ້າ ເປັນເງິນທັງໜົດ 1,388,000 ກີບ, ທີ່ໄດ້ຈາກການຂາຍຜະລິດຕະພັນເຮັດດ້ວຍມື ແລະ ການບໍລິຈາກ. ນາຣີຈະຮ່ວມສົມທົບບໍລິຈາກອີກ ຈໍານວນ 1,400,000 ກີບ ເຮັດໃຫ້ຈໍາເງິນທັງໜົດລວມເປັນ 2,788,000 ກີບ.
ເງິນຈໍານວນດັ່ງກ່າວແມ່ນໄດ້ມອບໃຫ້ "ສູນພັນທະນາແມ່ຍິງຄົນພິການລາວ" ໂດຍ ທ່ານນາງ ຈັນເພັງ ສີວິລາ ຕາງໜ້າທີມງານເປັນຜູ້ຮັບ, ເຊິ່ງຈະຖືກນໍາໃຊ້ສຳລັບຄ່າໃຊ້ຈ່າຍຈຳເປັນໃນ ສູນ, ນອກຈາກນັ້ນ " Naree Training Center " ຍັງມອບການຝຶກອົບຮົບ ທ້າງດ້ານການເຮັດກະເປົາຂັ້ນພື້ນຖານ ຟຣີ ໃຫ້ກັບ ພວກເຂົາເຈົ້າອີກດ້ວຍ.
ທີມງານ ນາຣີ ຂໍຂອບໃຈທຸກທ່ານມອີກຄັ້ງໜຶ່ງ ທີ່ໃຫ້ການສະໜັບສະໜູນ ວຽກງານຂອງ LDWDC! ຜະລິດຕະພັນເຮັດດ້ວຍມືບາງຢ່າງຍັງວາງສະແດງ ຢູ່ຮ້ານ ນາຣີ ສາຂາ ໜອງບອນ (ຮ່ອມ 1) ເມືອງ ໄຊເສດຖາ ນະຄອນຫຼວງວຽງຈັນ.ງ
ຂໍສະແດງຄວາມຂອບໃຈຢ່າງສູງ ມາຍັງສູນການຄ້າວຽງຈັນເຊັນເຕີ ທີ່ອຳນວຍຄວາມສະດວກດ້ານສະຖານທີ ຕັ້ງບູດວາງສະແດງໃຫ້ພວກເຮົາ.
ຂໍໃຫ້ຄວາມດີ ທີ່ທ່ານເຮັດເປັນບຸນທີ່ຊ່ວຍຄໍ້າຊ່ວຍຊຸທ່ານ ຕະຫຼອດໄປ 🙏
ທີມງານ ນາຣີ.
NAREE would like to extend our heartfelt gratitude to all of you who made this possible! A total of 1,388,000 Kip was collected from the sale of handmade items and donations! NAREE matched the sales proceeds and donated 1,400,000 Kip. This brings the total donations to 2,788,000 Kip!!!
The donations were handed over to Madam Chanhpheng Sivila, director of Lao Disabled Women’s Development Center (LDWDC). The donations will be used for daily maintenance of the center as well as the costs incurred for the women’s vocational training. Once again, NAREE would like to thank all of you for supporting the work of LDWDC! Some of the handmade items are still on display at NAREE’s main branch, Nongbone Village (Horm 1), Saysettha District.
NAREE would also like to thank Vientiane Center for providing us a space to set up the booth.
NAREE × NRTC Team