Sengxai School ໂຮງຮຽນແສງໄຊ

Sengxai School ໂຮງຮຽນແສງໄຊ ໂຮຽຮຽນອະນຸບານ-ປະຖົມ ແລະ ມັດທະຍົມຕອນຕົ້ນ ແສງໄຊ

⛅ Monday… new week, new energy. ✨⛅ວັນຈັນ… ອາທິດໃໝ່, ພະລັງໃໝ່ ✨07,09,26
07/09/2026

⛅ Monday… new week, new energy. ✨
⛅ວັນຈັນ… ອາທິດໃໝ່, ພະລັງໃໝ່ ✨

07,09,26

ຕ້ອງການເພື່ອນຮ່ວມງານສົນໃຈສາມາດສອບຖາມລາຍລະອຽດເພີ່ມເຕີມໄດ້21.08.26
21/08/2026

ຕ້ອງການເພື່ອນຮ່ວມງານ
ສົນໃຈສາມາດສອບຖາມລາຍລະອຽດເພີ່ມເຕີມໄດ້

21.08.26

ປ່ອຍຈອຍໃຫ້ສຸດ ສ້າງຄວາມຊົງຈຳໃຫ້ສຸດ! 😎💦🇱🇦🇰🇷ມື້ນີ້ບໍ່ມີແຕ່ຫ້ອງຮຽນ ແຕ່ມີທັງກິດຈະກຳ ສຽງຫົວ ຄວາມສະໜຸກ ແລະ ຄວາມມ່ວນແບບເຕັມທີ່! ...
15/08/2026

ປ່ອຍຈອຍໃຫ້ສຸດ ສ້າງຄວາມຊົງຈຳໃຫ້ສຸດ! 😎💦🇱🇦🇰🇷
ມື້ນີ້ບໍ່ມີແຕ່ຫ້ອງຮຽນ ແຕ່ມີທັງກິດຈະກຳ ສຽງຫົວ ຄວາມສະໜຸກ ແລະ ຄວາມມ່ວນແບບເຕັມທີ່! ✨
ນັກຮຽນມັດທະຍົມໄດ້ຮ່ວມເຮັດກິດຈະກຳ ຮ່ວມຫຼິ້ນ ແລະແລກປ່ຽນມິດຕະພາບກັບທີມງານຈາກເກົາຫຼີ 🇰🇷 ກ່ອນຈະໄປສົ່ງທ້າຍມື້ດ້ວຍການລອຍນ້ຳນຳກັນ 🏊‍♂️💦
ບາງຄັ້ງການຮຽນຮູ້ທີ່ດີ ກໍບໍ່ໄດ້ຢູ່ແຕ່ໃນປຶ້ມ 📚 ແຕ່ຢູ່ໃນທຸກໆປະສົບການ ທຸກຮອຍຍິ້ມ ແລະ ທຸກມິດຕະພາບທີ່ເຮົາໄດ້ສ້າງຮ່ວມກັນ ❤️
ອີກໜຶ່ງມື້ທີ່ບໍ່ມີຄຳວ່າ “ເສຍດາຍ” ເພາະທັງມ່ວນ ທັງໄດ້ປະສົບການ ແລະ ໄດ້ຄວາມຊົງຈຳດີໆກັບບ້ານໄປນຳ 😊🇱🇦🤝🇰🇷

#ນັກຮຽນມັດທະຍົມ
#ກິດຈະກຳນັກຮຽນ

ຮຽນຮູ້ຜ່ານຄວາມສຸກ 🌈🇱🇦🇰🇷ອີກໜຶ່ງມື້ທີ່ເຕັມໄປດ້ວຍຮອຍຍິ້ມ ແລະ ຄວາມສຸກ 😊 ນັກຮຽນປະຖົມໄດ້ຮ່ວມຫຼິ້ນ ຮ່ວມຮຽນຮູ້ ແລະຮ່ວມເຮັດກິດຈະກ...
15/08/2026

ຮຽນຮູ້ຜ່ານຄວາມສຸກ 🌈🇱🇦🇰🇷
ອີກໜຶ່ງມື້ທີ່ເຕັມໄປດ້ວຍຮອຍຍິ້ມ ແລະ ຄວາມສຸກ 😊 ນັກຮຽນປະຖົມໄດ້ຮ່ວມຫຼິ້ນ ຮ່ວມຮຽນຮູ້ ແລະຮ່ວມເຮັດກິດຈະກຳຢ່າງສະໜຸກສະໜານກັບທີມງານຈາກເກົາຫຼີ 🇰🇷
ຜ່ານກິດຈະກຳຕ່າງໆ ນັກຮຽນໄດ້ທັງຄວາມຮູ້ ປະສົບການໃໝ່ ມິດຕະພາບ ແລະ ຄວາມກ້າໃນການຮ່ວມກິດຈະກຳກັບຜູ້ອື່ນ 🤝✨
ສຽງຫົວ ຮອຍຍິ້ມ ແລະ ຄວາມສຸກຂອງນ້ອງໆ ແມ່ນຄວາມຊົງຈຳທີ່ງົດງາມຂອງການຮຽນຮູ້ໃນຄັ້ງນີ້ ❤️
ຂອບໃຈທີມງານຈາກເກົາຫຼີທີ່ມາຮ່ວມສ້າງຮອຍຍິ້ມ ແລະ ປະສົບການດີໆໃຫ້ກັບນັກຮຽນຂອງພວກເຮົາ 🇱🇦🤝🇰🇷

#ກິດຈະກຳນັກຮຽນ
#ຮຽນຮູ້ຜ່ານການຫຼິ້ນ

🥰✨ໂປໂມຊັ່ນພິເສດ!!!✨🥰~~ ກັບມາອີກຄັ້ງກັບໂປໂມຊັ່ນດີໆແບບນີ້ ~~🧒🏻👧🏻 ເສຶ້ອຜ້າເດັກນ້ອຍ 👧🏻🧒🏻👕ເສື້ອຜ້າທຸກໂຕຫຼຸດລາຄາ!!👕💸💵 ລາຄາເລີ່...
05/08/2026

🥰✨ໂປໂມຊັ່ນພິເສດ!!!✨🥰
~~ ກັບມາອີກຄັ້ງກັບໂປໂມຊັ່ນດີໆແບບນີ້ ~~
🧒🏻👧🏻 ເສຶ້ອຜ້າເດັກນ້ອຍ 👧🏻🧒🏻
👕ເສື້ອຜ້າທຸກໂຕຫຼຸດລາຄາ!!👕
💸💵 ລາຄາເລີ່ມຕົ້ນ 10,000ກີບ 💵💸
📌ໂປດີໆແບບນີ້ມີ ວັນພະຫັດ ທີ 06 ສິງຫາ 2026 ນີ້ເທົ່ານັ້ນ!📌
🚗💨 ຊ້າໝົດອົດເດີ້~~~~~~ 🛵💨

ເລີ່ມຕັ້ງແຕ່ເວລາ 08:30-12:00 ໂມງ
📌ສະຖານທີ່: ຫ້ອງການບ້ານ ບ.ລາດຄວາຍ ມ.ໄຊທານີ ຂ.ນະຄອນຫຼວງ
ແຜນທີ: https://maps.app.goo.gl/SzGNEd9uYUSgByqr9?g_st=ac

🎖🏅ກິດຈະກຳສົ່ງຕ່ໍຢາງບ້ວງດ້ວຍທ່ໍດູດ🏅🎖24.07.26
24/07/2026

🎖🏅ກິດຈະກຳສົ່ງຕ່ໍຢາງບ້ວງດ້ວຍທ່ໍດູດ🏅🎖

24.07.26

📚 ສິ້ນສຸດລົງດ້ວຍຄວາມປະທັບໃຈ ສຳລັບການຝຶກອົບຮົມຄູ ແລະ ກິດຈະກຳຮ່ວມກັບທີມງານຈາກປະເທດເກົາຫຼີ 🇰🇷💞🇱🇦ການຝຶກອົບຮົມຄູ ແລະ ກິດຈະກຳແ...
17/07/2026

📚 ສິ້ນສຸດລົງດ້ວຍຄວາມປະທັບໃຈ ສຳລັບການຝຶກອົບຮົມຄູ ແລະ ກິດຈະກຳຮ່ວມກັບທີມງານຈາກປະເທດເກົາຫຼີ 🇰🇷💞🇱🇦

ການຝຶກອົບຮົມຄູ ແລະ ກິດຈະກຳແລກປ່ຽນຮ່ວມກັບທີມງານຈາກປະເທດເກົາຫຼີ ໄດ້ສິ້ນສຸດລົງຢ່າງສົມບູນ ແລະ ເປັນໄປດ້ວຍບັນຍາກາດແຫ່ງການຮຽນຮູ້ ຄວາມຮ່ວມມື ແລະ ມິດຕະພາບທີ່ອົບອຸ່ນ.

ຕະຫຼອດໄລຍະການອົບຮົມ ຄູທຸກທ່ານໄດ້ມີໂອກາດແລກປ່ຽນຄວາມຮູ້ ປະສົບການ ແລະ ເທັກນິກການຈັດການຮຽນການສອນຮູບແບບໃໝ່ ພ້ອມທັງຮ່ວມກິດຈະກຳທີ່ສ້າງສັນ ເຊິ່ງຊ່ວຍເສີມສ້າງການຮຽນຮູ້ ແລະ ການເຮັດວຽກເປັນທີມ.

ຂໍຂອບໃຈທີມງານຈາກປະເທດເກົາຫຼີ ທີ່ໄດ້ສະຫຼະເວລາ ນຳພາຄວາມຮູ້ ປະສົບການ ແລະ ແນວຄິດທີ່ເປັນປະໂຫຍດມາແບ່ງປັນ ພ້ອມທັງສ້າງບັນຍາກາດການຮຽນຮູ້ທີ່ເປັນມິດ ແລະ ເປີດກວ້າງ. ຂໍຂອບໃຈຄູທຸກທ່ານທີ່ໄດ້ເຂົ້າຮ່ວມດ້ວຍຄວາມຕັ້ງໃຈ ມີຄວາມກະຕືລືລົ້ນ ແລະ ໃຫ້ຄວາມຮ່ວມມືເປັນຢ່າງດີ ຈົນເຮັດໃຫ້ກິດຈະກຳໃນຄັ້ງນີ້ປະສົບຜົນສຳເລັດຕາມເປົ້າໝາຍ.

ຫວັງເປັນຢ່າງຍິ່ງວ່າ ຄວາມຮູ້ ປະສົບການ ແລະ ແຮງບັນດານໃຈທີ່ໄດ້ຮັບໃນຄັ້ງນີ້ ຈະຖືກນຳໄປຕໍ່ຍອດ ແລະ ປະຍຸກໃຊ້ໃນການຈັດການຮຽນການສອນ ເພື່ອຮ່ວມກັນພັດທະນາຄຸນນະພາບການສຶກສາ ແລະ ສ້າງໂອກາດໃຫ້ແກ່ນັກຮຽນໃນອະນາຄົດ.

ຂອບໃຈທຸກການຮ່ວມມື ຂອບໃຈທຸກຄວາມທຸ່ມເທ ແລະ ຫວັງວ່າຈະໄດ້ຮ່ວມສ້າງສັນກິດຈະກຳດີໆ ຮ່ວມກັນອີກໃນອະນາຄົດ. 💙🇱🇦🇰🇷

17.07.26

🌸 ພິທີມອບໃບຍ້ອງຍໍຄູອາຈານຕະຫຼອດສົກຮຽນ 2025–2026 ທີ່ຜ່ານມາ ພາຍໃຕ້ການນຳພາຂອງຄະນະບໍລິຫານ ແລະ ຄວາມຮ່ວມແຮງຮ່ວມໃຈຂອງຄະນະຄູ ແລະ ...
09/07/2026

🌸 ພິທີມອບໃບຍ້ອງຍໍຄູອາຈານ

ຕະຫຼອດສົກຮຽນ 2025–2026 ທີ່ຜ່ານມາ ພາຍໃຕ້ການນຳພາຂອງຄະນະບໍລິຫານ ແລະ ຄວາມຮ່ວມແຮງຮ່ວມໃຈຂອງຄະນະຄູ ແລະ ບຸກຄະລາກອນທຸກທ່ານ ໂຮງຮຽນຂອງພວກເຮົາໄດ້ສ້າງຜົນສຳເລັດໃນຫຼາຍດ້ານ ທັງວຽກວິຊາການ ການພັດທະນານັກຮຽນ ແລະ ກິດຈະກຳຕ່າງໆ. ຜົນສຳເລັດທັງໝົດນີ້ ບໍ່ໄດ້ເກີດຂຶ້ນໂດຍບັງເອີນ ແຕ່ເປັນຜົນຈາກຄວາມທຸ່ມເທ ຄວາມເສຍສະຫຼະ ຄວາມຮັບຜິດຊອບ ແລະ ວິໄນໃນການປະຕິບັດໜ້າທີ່ຂອງຄະນະຄູ ແລະ ບຸກຄະລາກອນທຸກທ່ານ.

ເພາະສະນັ້ນ ເພື່ອເປັນການຍົກຍ້ອງ ເຊີດຊູ ແລະ ສ້າງຂວັນກຳລັງໃຈໃຫ້ແກ່ຄູຜູ້ປະພຶດປະຕິບັດຕົນເປັນແບບຢ່າງທີ່ດີ ຜູ້ມີວິໄນດີເດັ່ນ ມາປະຕິບັດວຽກຄົບຖ້ວນ ບໍ່ຂາດວຽກ

ຂໍຂອບໃຈຄູອາຈານທຸກທ່ານ ທີ່ໄດ້ທຸ່ມເທແຮງກາຍ ແລະ ແຮງໃຈ ເພື່ອອົບຮົມ ແລະ ພັດທະນານັກຮຽນໃຫ້ເຕີບໃຫຍ່ເປັນຄົນດີຂອງສັງຄົມ. ຂໍຂອບໃຈແຂກຜູ້ມີກຽດ, ຜູ້ປົກຄອງ ແລະ ທຸກພາກສ່ວນ ທີ່ໃຫ້ກຽດເຂົ້າຮ່ວມພິທີ ແລະ ຮ່ວມເປັນກຳລັງໃຈໃຫ້ແກ່ຄູອາຈານຂອງພວກເຮົາ.

09.07.26

🏅 ພິທີມອບໃບຍ້ອງຍໍນັກຮຽນເກັ່ງຂໍສະແດງຄວາມຊົມເຊີຍ ແລະ ຄວາມຍິນດີກັບນັກຮຽນດີເດັ່ນທຸກຄົນ ທີ່ໄດ້ຮັບໃບຍ້ອງຍໍໃນມື້ນີ້. ຜົນສຳເລັດນ...
09/07/2026

🏅 ພິທີມອບໃບຍ້ອງຍໍນັກຮຽນເກັ່ງ

ຂໍສະແດງຄວາມຊົມເຊີຍ ແລະ ຄວາມຍິນດີກັບນັກຮຽນດີເດັ່ນທຸກຄົນ ທີ່ໄດ້ຮັບໃບຍ້ອງຍໍໃນມື້ນີ້. ຜົນສຳເລັດນີ້ ເກີດຈາກຄວາມຂະຫຍັນ, ວິໄນ ແລະ ຄວາມພາກພຽນໃນການຮຽນ.

ຂໍໃຫ້ລາງວັນໃນມື້ນີ້ ເປັນແຮງບັນດານໃຈໃຫ້ສືບຕໍ່ສ້າງຄວາມດີ ແລະ ພັດທະນາຕົນເອງຢ່າງບໍ່ຢຸດຢັ້ງ. ຂໍຂອບໃຈຄະນະຄູອາຈານ ແລະ ຜູ້ປົກຄອງ ທີ່ຮ່ວມສົ່ງເສີມ ແລະ ຜັກດັນໃຫ້ນັກຮຽນກ້າວໄປສູ່ຄວາມສຳເລັດ.

09.07.26

🎓 ພິທີມອບໃບປະກາດຈົບຊັ້ນປະຖົມສຶກສາປີທີ 5 ບັນຍາກາດແຫ່ງຄວາມພາກພູມໃຈ ແລະ ຄວາມສຳເລັດ ໃນພິທີມອບໃບປະກາດໃຫ້ແກ່ນັກຮຽນທີ່ສຳເລັດການ...
09/07/2026

🎓 ພິທີມອບໃບປະກາດຈົບຊັ້ນປະຖົມສຶກສາປີທີ 5

ບັນຍາກາດແຫ່ງຄວາມພາກພູມໃຈ ແລະ ຄວາມສຳເລັດ ໃນພິທີມອບໃບປະກາດໃຫ້ແກ່ນັກຮຽນທີ່ສຳເລັດການສຶກສາ. ຂໍສະແດງຄວາມຍິນດີກັບນັກຮຽນທຸກຄົນທີ່ໄດ້ກ້າວຜ່ານອີກໜຶ່ງບາດກ້າວສຳຄັນຂອງຊີວິດ.

ຂໍໃຫ້ໃບປະກາດໃນວັນນີ້ ເປັນຈຸດເລີ່ມຕົ້ນຂອງຄວາມຝັນໃໝ່ ແລະ ຄວາມສຳເລັດທີ່ຍິ່ງໃຫຍ່ຂຶ້ນໃນອະນາຄົດ. ຂໍຂອບໃຈຄະນະຄູອາຈານ, ຜູ້ປົກຄອງ ແລະ ແຂກຜູ້ມີກຽດທຸກທ່ານ ທີ່ໃຫ້ກຽດມາຮ່ວມເປັນສັກຂີພະຍານໃນວັນສຳຄັນນີ້.

09.07.26

Address

ບ້ານ ລາດຄວາຍ
Vientiane

Website

Alerts

Be the first to know and let us send you an email when Sengxai School ໂຮງຮຽນແສງໄຊ posts news and promotions. Your email address will not be used for any other purpose, and you can unsubscribe at any time.

Contact The School

Send a message to Sengxai School ໂຮງຮຽນແສງໄຊ:

Shortcuts

Share