12/06/2026
ປິດເທີມແລ້ວ ສຳລັບແກ້ງອັງກິດ, ທະຍອຍກັບມາຢາມບ້ານ.
🥰 ແຖມງານນີ້ ນ້ອງໆຍັງມີຂອງຝາກຕິດໄມ້ຕິດມືມາຝາກເອື້ອຍໆທີມງານນຳ. ຄວາມຈິງແລ້ວ ພຽງແຕ່ນ້ອງໆແວ່ມາທັກທາຍ ແລະ ເລົ່າປະສົບການການໃຊ້ຊີວິດຢູ່ຕ່າງປະເທດໃຫ້ຟັງ ພວກເອື້ອຍໆກໍດີໃຈແລ້ວ.
ຂໍຂອບໃຈນ້ອງໆທຸກຄົນເດີ້ 🧡 ຂໍໃຫ້ມີຄວາມສຸກກັບການພັກຜ່ອນຢູ່ບ້ານເຮົາ, ກິນອາຫານລາວໃຫ້ແຊບໆໃຫ້ຫາຍຄິດຮອດບ້ານ ແລ້ວຈຶ່ງຄ່ອຍມີແຮງກັບໄປລຸຍຮຽນຕໍ່ເດີ້! ສູນບໍລິການນັກຮຽນ CLASSY ພ້ອມຢູ່ຄຽງຂ້າງ ແລະ ຊັບພອດນ້ອງໆໃນທຸກໆກ້າວສະເໝີ.
ສອບຖາມລາຍລະອຽດເພີ່ມເຕີມໄດ້ທີ່:
📞ໂທ WhatsApp: 020 7800 0080
📍ສູນບໍລິການນັກຮຽນ CLASSY
#ທຸກຄຳຕອບເລື່ອງສຶກສາຕໍ່ຕ່າງປະເທດ