Sinxay School

Sinxay School ໂຮງຮຽນປະຖົມ-ມັດທະຍົມສຶກສາສົມບູນສິນໄຊ

25/09/2026
ໃນຕອນເຊົ້າຂອງວັນທີ 25 ກັນຍາ 2026, ນ້ອງນັກຮຽນຊັ້ນ ມ6 ຂອງໂຮງຮຽນປະຖົມ-ມັດທະຍົມສຶກສາສົມບູນສິນໄຊຈຳ ນວນ 30 ນ້ອງ, ເປັນຍິງ 17 ນ້...
25/09/2026

ໃນຕອນເຊົ້າຂອງວັນທີ 25 ກັນຍາ 2026, ນ້ອງນັກຮຽນຊັ້ນ ມ6 ຂອງໂຮງຮຽນປະຖົມ-ມັດທະຍົມສຶກສາສົມບູນສິນໄຊຈຳ ນວນ 30 ນ້ອງ, ເປັນຍິງ 17 ນ້ອງ ພ້ອມດ້ວຍຄູນຳພາ 1 ທ່ານ ໄດ້ເຂົ້າຮ່ວມກິດຈະກໍາສະເຫຼີມສະຫຼອງບຸນໄຫວ້ພະຈັນທີ່ຈັດຂຶ້ນໂດຍສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ຮ່ວມກັບຄະ ນະອາສາສະໝັກຊາວໜຸ່ມ ຈາກນະຄອນຊ່ຽງໄຮ້. ໃນໂອກາດນີ້, ຂໍຂອບໃຈສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ທີ່ໃຫ້ນ້ອງນັກຮຽນພວກເຮົາໄດ້ສຳຜັດປະສົບການຮຽນຮູ້ກ່ຽວກັບປະເພ ນີ-ວັດທະນະທຳອັນດີງາມຂອງປະເທດ ສປ ຈີນ ພ້ອມທັງໄດ້ເສີມສ້າງຄວາມຮັບຮູ້ ແລະ ເຂົ້າໃຈວັດທະນະທຳຈີນຍິ່ງຂຶ້ນໂດຍຜ່ານການຮຽນຮູ້ຮ່ວມກັນ ເພື່ອປະດິດຫຼາກຫຼາຍຜົນງານຫັດຖະກຳດັ້ງເດີມຂອງຈີນ ເພື່ອສະເຫຼີມສະຫຼອງບຸນໄຫວ້ພະ ຈັນ ຮ່ວມກັບນ້ອງນັກຮຽນຈາກໂຮງຮຽນມັດທະຍົມສຶກສາສົມ ບູນວຽງຈັນ ສະຖານທີ່ ຫ້ອງປະຊຸມສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ. ຂໍຊົມເຊີຍ!

24/09/2026

ໂຮງຮຽນສິນໄຊພວກເຮົາ ຂໍຂອບໃຈອາສາສະໝັກຊາວໜຸ່ມຈາກນະຄອນຊ່ຽງໄຮ້ ປະເທດ ສປ ຈີນ ທັງສອງທ່ານດ້ວຍ.

ນ້ອງນັກຮຽນຊັ້ນ ມ6 ຂອງໂຮງຮຽນປະຖົມ-ມັດທະຍົມສຶກສາສົມບູນສິນໄຊ ຈຳນວນ 53 ນ້ອງ ໄດ້ຮ່ວມກັບອາຈານອາສາສະ ໝັກຊາວໜຸ່ມ ຈາກນະຄອນຊຽງໄຮ້ ...
24/09/2026

ນ້ອງນັກຮຽນຊັ້ນ ມ6 ຂອງໂຮງຮຽນປະຖົມ-ມັດທະຍົມສຶກສາສົມບູນສິນໄຊ ຈຳນວນ 53 ນ້ອງ ໄດ້ຮ່ວມກັບອາຈານອາສາສະ ໝັກຊາວໜຸ່ມ ຈາກນະຄອນຊຽງໄຮ້ ຈຳນວນ 2 ທ່ານ ຈັດກິດ ຈະກຳສະເຫຼີມສະຫຼອງບຸນໄຫວ້ພະຈັນຂຶ້ນໃນຕອນບ່າຍຂອງວັນທີ 23 ກັນຍາ 2026, ຈຸດປະສົງເພື່ອໃຫ້ນັກຮຽນພວກເຮົາ ໄດ້ມີໂອກາດສຳຜັດປະສົບການການຮຽນຮູ້ກ່ຽວກັບຮີດຄອງປະເພນີ ແລະ ວັດທະນະທຳອັນດີງາມຂອງປະເທດ ສປ ຈີນ, ໂດຍຜ່ານການຮັບຊົມ-ຮັບຟັງປະຫວັດຄວາມເປັນມາ ກໍ່ຄືຕຳ ນານນາງເທບທິດາກັບກະຕ່າຍຢົກເທິງດວງຈັນ ແລະ ຄວາມໝາຍສຳຄັນຂອງບຸນດັ່ງກ່າວຕໍ່ກັບຄົນຈີນ ແລະ ຄອບຄົວ, ພ້ອມທັງໄດ້ຮຽນຮູ້ຄຳສັບພາສາຈີນ ແລະ ກາບກອນກ່ຽວກັບບຸນໄຫວ້ພະຈັນ, ປະດິດໂຄມໄຟຮູບກະຕ່າຍແບບງ່າຍໆ ແລະ ຊີມເຂົ້າໜົມໄຫວ້ພະຈັນທີ່ແຊບຊ້ອຍໃນກິດຈະກຳທີ່ມີທັງຄວາມຮູ້ໃໝ່ໆຫຼາກຫຼາຍ, ຄວາມມ່ວນຊື່ນເພີດເພີນ ແລະ ຄວາມສາມັກຄີມິດຕະພາບໄປພ້ອມໆກັນດ້ວຍ. ຂໍຊົມເຊີຍ!

ຄະນະອຳນວຍການໂຮງຮຽນປະຖົມ-ມັດທະຍົມສຶກສາສົມບູນ ສິນໄຊ ແລະ ໂຮງຮຽນປະຖົມສົມບູນພອນນະພາ ຂໍສະແດງຄວາມຂອບໃຈເປັນຢ່າງສູງຕໍ່ທ່ານ ຄຳແສນ ...
24/09/2026

ຄະນະອຳນວຍການໂຮງຮຽນປະຖົມ-ມັດທະຍົມສຶກສາສົມບູນ ສິນໄຊ ແລະ ໂຮງຮຽນປະຖົມສົມບູນພອນນະພາ ຂໍສະແດງຄວາມຂອບໃຈເປັນຢ່າງສູງຕໍ່ທ່ານ ຄຳແສນ ພວງເພັດ, ຫົວໜ້າໜ່ວຍງານສຶກສາກ່ອນໄວຮຽນ, ຫ້ອງການສຶກສາທິການ ແລະ ກິລາ ເມືອງຈັນທະບູລີ, ພ້ອມດ້ວຍຄະນະ ທີ່ໄດ້ລົງມາຢ້ຽມ ຢາມ ຕິດຕາມຊຸກຍູ້ ແລະ ໃຫ້ທິດຊີ້ນຳໃນໂອກາດໄຂສົກຮຽນໃໝ່ ຢູ່ທັງສອງໂຮງຮຽນ ໃນຕອນເຊົ້າຂອງວັນທີ 24 ກັນຍາ 2026 ສະຖານທີ່ ຫ້ອງປະຊຸມໂຮງຮຽນສິນໄຊ.

18/09/2026
ຄູອາຈານໂຮງຮຽນປະຖົມ-ມັດທະຍົມສຶກສາສົມບູນສິນໄຊຈຳ ນວນ 2 ທ່ານ, ເປັນຊາຍທັງໝົດ ໄດ້ເປັນຕົວແທນຂອງສະມາ ຄົມການສຶກສາພາກເອກະຊົນ ເມືອງ...
18/09/2026

ຄູອາຈານໂຮງຮຽນປະຖົມ-ມັດທະຍົມສຶກສາສົມບູນສິນໄຊຈຳ ນວນ 2 ທ່ານ, ເປັນຊາຍທັງໝົດ ໄດ້ເປັນຕົວແທນຂອງສະມາ ຄົມການສຶກສາພາກເອກະຊົນ ເມືອງຈັນທະບູລີ ເຂົ້າຮ່ວມເຄື່ອນໄຫວກິລາເຕະບານ ນັດກະຊັບມິດ ລະຫວ່າງສະມາຄົມການສຶກສາພາກເອກະຊົນ ແລະ ທີມວີໄອພີ ກະຊວງສຶກສາທິ ການ ແລະ ກິລາ ໃນຕອນບ່າຍຂອງວັນທີ 18 ກັນຍາ 2026 ສະ ຖານທີ່ ວິທະຍາໄລເຕັກນິກການລົດໄຟ. ຂໍຊົມເຊີຍ!

ໃນວັນທີ 17 ກັນຍາ 2026, ຄູອາຈານຈຳນວນ 2 ທ່ານ ໄດ້ນຳ ພາສະມາຊິກຊາວໜຸ່ມໂຮງຮຽນປະຖົມ-ມັດທະຍົມສຶກສາສົມ ບູນສິນໄຊ ຈຳນວນທັງໝົດ 50 ສະ...
18/09/2026

ໃນວັນທີ 17 ກັນຍາ 2026, ຄູອາຈານຈຳນວນ 2 ທ່ານ ໄດ້ນຳ ພາສະມາຊິກຊາວໜຸ່ມໂຮງຮຽນປະຖົມ-ມັດທະຍົມສຶກສາສົມ ບູນສິນໄຊ ຈຳນວນທັງໝົດ 50 ສະຫາຍ, ເປັນຍິງ 33 ສະຫາຍ ເຂົ້າຮ່ວມຊ່ວຍງານດ້ວຍຄວາມເອົາໃຈໃສ່ໃນພິທີຊາປະນະກິດສະຣີຣະສັງຂານ ພະອາຈານໃຫຍ່ ມະຫາວັນນາ ສຸລິຍະວົງ, ອະ ດີດທີ່ປຶກສາສູນກາງ ອົງການພຸດທະສາສະໜາສຳພັນລາວ ນະ ຄອນຫຼວງວຽງຈັນ, ອະດີດເຈົ້າອະທິການວັດມີໄຊ, ສະຖານທີ່ ວັດເທບນິມິດ (ທາດຝຸ່ນ) ນະຄອນຫຼວງວຽງຈັນ.

ໃນຕອນຄໍ່າຂອງວັນທີ 16 ກັນຍາ 2026, ຄູອາຈານຈໍານວນ 2 ທ່ານ ໄດ້ນຳພານ້ອງນັກຮຽນຊັ້ນ ມ2 ຂອງໂຮງຮຽນປະຖົມ-ມັດ ທະຍົມສຶກສາສົມບູນ ສິນໄຊ...
16/09/2026

ໃນຕອນຄໍ່າຂອງວັນທີ 16 ກັນຍາ 2026, ຄູອາຈານຈໍານວນ 2 ທ່ານ ໄດ້ນຳພານ້ອງນັກຮຽນຊັ້ນ ມ2 ຂອງໂຮງຮຽນປະຖົມ-ມັດ ທະຍົມສຶກສາສົມບູນ ສິນໄຊ ຈຳນວນທັງໝົດ 26 ນ້ອງ, ເປັນຍິງ 19 ນ້ອງ ຮ່ວມຊົມຄອນເສີດເປຍໂນສໍາລັບເດັກນ້ອຍລາວ (Piano Concert for Lao Children) ໂດຍທ່ານ Keisuke KODAIRA, ນັກເປຍໂນທີ່ມີຊື່ສຽງ ຈາກປະເທດຍີ່ປຸ່ນ, ສະຖານ ທີ່ ວິທະຍາໄລສິລະປະແຫ່ງຊາດ, ນະຄອນຫຼວງວຽງຈັນ. ໃນໂອ ກາດນີ້, ໂຮງຮຽນສິນໄຊຂໍສະແດງຄວາມຂອບໃຈມາຍັງສູນກາງຊາວຫນຸ່ມປະຊາຊົນປະຕິວັດລາວ ທີ່ໄດ້ໃຫ້ນ້ອງນັກຮຽນພວກເຮົາ ໄດ້ມີໂອກາດເປີດໂລກະທັດດ້ານສິລະປະດົນຕີ, ສົ່ງເສີມຈິນຕະນາການ ແລະ ຄວາມຄິດສ້າງສັນ ກັບນັກສິນລະປິນທີ່ມີຜົນງານພົ້ນເດ່ນ ໃນເວທີລະດັບປະເທດ, ພາກພື້ນ ແລະ ໃນລະ ດັບສາກົນ. ຂໍຊົມເຊີຍ!

ຄະນະອຳນວຍການ ໂຮງຮຽນປະຖົມ-ມັດທະຍົມສຶກສາສົມບູນສິນໄຊ ແລະ ໂຮງຮຽນປະຖົມສົມບູນ ພອນນະພາ ຂໍສະແດງຄວາມຂອບໃຈ ແລະ ຮູ້ບຸນຄຸນເປັນຢ່າງສູ...
16/09/2026

ຄະນະອຳນວຍການ ໂຮງຮຽນປະຖົມ-ມັດທະຍົມສຶກສາສົມບູນສິນໄຊ ແລະ ໂຮງຮຽນປະຖົມສົມບູນ ພອນນະພາ ຂໍສະແດງຄວາມຂອບໃຈ ແລະ ຮູ້ບຸນຄຸນເປັນຢ່າງສູງມາຍັງ ທ່ານ ແສງສະຖິດ ພິມເມືອງ, ປະທານຄະນະກຳມະການປົກຄອງເມືອງຈັນທະບູລີ ແລະ ທ່ານ ທອງດີ ແກ້ວມີໄຊ, ຫົວໜ້າຫ້ອງການ ສຶກສາທິການ ແລະ ກິລາ ເມືອງຈັນທະບູລີ ພ້ອມດ້ວຍຄະນະ ທີ່ໄດ້ລົງມາຊຸກຍູ້ຕິດຕາມ ແລະໃຫ້ທິດຊີ້ນຳອັນມີຄວາມໝາຍສຳຄັນຍິ່ງ ໃນທ່າມກາງບັນຍາກາດຂອງການໄຂສົກຮຽນໃໝ່ 2026-27 ໃນຕອນເຊົ້າຂອງວັນທີ 16 ກັນຍາ 2026.

Address

Vientiane

Opening Hours

Monday 08:00 - 17:00
Tuesday 08:00 - 17:00
Wednesday 08:00 - 17:00
Thursday 08:00 - 17:00
Friday 08:00 - 17:00

Telephone

+85621217353

Website

Alerts

Be the first to know and let us send you an email when Sinxay School posts news and promotions. Your email address will not be used for any other purpose, and you can unsubscribe at any time.

Shortcuts

Share

Category