18/08/2026
# 📣 ຮັບສະໝັກຄູສອນ ແລະ ຜູ້ຊ່ວຍຄູ
ພວກເຮົາກຳລັງຊອກຫາຜູ້ທີ່ຮັກເດັກ, ໃຈເຢັນ, ມີຄວາມຮັບຜິດຊອບ ແລະ ພ້ອມຮ່ວມເຕີບໂຕໄປກັບທີມງານຂອງພວກເຮົາ.
👩🏫 1. ຄູສອນລ້ຽງເດັກ (ຕ້ອງເວົ້າພາສາອັງກິດໄດ້ເປັນຢ່າງດີ)
**ໜ້າທີ່ຫຼັກ**
* ເບິ່ງແຍງເດັກໃນກິດຈະວັດປະຈຳວັນ
* ຊ່ວຍເດັກໃນເວລາກິນເຂົ້າ, ອາບນ້ຳ, ນອນ ແລະ ເຂົ້າຫ້ອງນ້ຳ
* ຈັດກິດຈະກຳງ່າຍໆໃຫ້ເໝາະກັບອາຍຸ
* ຮັກສາຄວາມສະອາດ ແລະ ຄວາມປອດໄພຂອງເດັກ
* ສັງເກດ ແລະ ແຈ້ງພັດທະນາການ/ພຶດຕິກຳຂອງເດັກໃຫ້ທີມງານຮັບຊາບ
📚 2. ຄູສອນອະນຸບານ (ຕ້ອງເວົ້າພາສາອັງກິດໄດ້ເປັນຢ່າງດີ)
**ໜ້າທີ່ຫຼັກ**
* ກະກຽມ ແລະ ສອນບົດຮຽນຕາມອາຍຸຂອງເດັກ
* ສອນພື້ນຖານ, ຕົວເລກ, ສີ, ຮູບຊົງ ແລະ ທັກສະອື່ນໆ
* ຈັດ Circle Time, Story Time, ເກມ ແລະ ກິດຈະກຳການຮຽນຮູ້
* ກະກຽມ Worksheet ແລະ ອຸປະກອນການສອນ
* ຕິດຕາມພັດທະນາການ ແລະ ພຶດຕິກຳຂອງເດັກ
* ຮ່ວມມືກັບຄູຄົນອື່ນໃນການຈັດກິດຈະກຳຂອງໂຮງຮຽນ
🎨 3. ຄູສອນສິລະປະ (ຕ້ອງຮູ້ພື້ນຖານພາສາອັງກິດ)
**ໜ້າທີ່ຫຼັກ**
* ວາງແຜນກິດຈະກຳ Art & Craft ໃຫ້ເໝາະກັບແຕ່ລະຊ່ວງອາຍຸ
* ສອນການແຕ້ມຮູບ, ລະບາຍສີ, ຕັດ/ແປະ, ປັ້ນ ແລະ ງານປະດິດ
* ກະກຽມອຸປະກອນກ່ອນກິດຈະກຳ ແລະ ຈັດເກັບຫຼັງກິດຈະກຳ
* ສົ່ງເສີມຈິນຕະນາການ ແລະ ຄວາມຄິດສ້າງສັນຂອງເດັກ
* ຊ່ວຍຈັດຕົກແຕ່ງຫ້ອງຮຽນ ແລະ ກິດຈະກຳພິເສດຂອງໂຮງຮຽນ
🤝 4. ຜູ້ຊ່ວຍຄູ
**ໜ້າທີ່ຫຼັກ**
* ຊ່ວຍໃນການເບິ່ງແຍງເດັກເວລາຫຼີ້ນຕາມມຸມຕ່າງໆ
* ຊ່ວຍກະກຽມຫ້ອງຮຽນ ແລະ ອຸປະກອນກິດຈະກຳ
* ຊ່ວຍເດັກໃນເວລາກິນເຂົ້າ, ອາບນ້ຳ, ນອນ ແລະ ເຂົ້າຫ້ອງນ້ຳ
* ດູແລຄວາມສະອາດຂອງພື້ນທີ່ ແລະ ອຸປະກອນທີ່ເດັກໃຊ້
* ຊ່ວຍເບິ່ງແຍງເດັກໃນເວລາຫຼິ້ນກາງແຈ້ງ ແລະ ອື່ນໆ
⭐ ຄຸນສົມບັດທີ່ຕ້ອງການ
* ຮັກເດັກ ແລະ ມີຄວາມອົດທົນ
* ສຸພາບ, ໃຈເຢັນ ແລະ ມີທັດສະນະຄະຕິທີ່ດີ
* ມີຄວາມຮັບຜິດຊອບ ແລະ ຕົງຕໍ່ເວລາ
* ສາມາດເຮັດວຽກເປັນທີມ ແລະ ເຮັດວຽກລວງເວລາໄດ້
* ພ້ອມຮຽນຮູ້ ແລະ ພັດທະນາຕົນເອງ
* ຖ້າມີປະສົບການດ້ານການສອນ ຫຼື ເບິ່ງແຍງເດັກ ຈະພິຈາລະນາເປັນພິເສດ. (ເງິນເດືອນສູງ/ສະຫວັດດີການດີແລະພັກຕາມປະຕິທິນຂອງໂຮງຮຽນພ້ອມໄດ້ເງິນເດືອນເຕັມຈໍານວນ)ມີປະກັນສັງຄົມ
📍ສະຖານທີ່:ບ້ານໂພນປາເປົ້າ, ເມືອງສີສັດຕະນາກ, ນະຄອນຫຼວງວຽງຈັນ!
📞 ຕິດຕໍ່:
+85620 5507 8700
(ເງິນເດືອນແຕ່ລະຕໍາແໜ່ງຈະແຕກຕ່າງກັນ)