Suksamai Magazine
Suksamai Magazine is a quarterly publication of the Ministry of Education and Sports produced by the Education Technology Center (ETC) of the RIES
Suksamai Magazine is a quarterly publication of the Ministry of Education and Sports produced by the Education Technology Center (ETC) of the Research Institute for Educational Sciences (RIES). Supporting educational reforms towards achieving quality education, the mission of ETC is to provide educational training for teachers on the use of modern, learner-centered methodologies by producing multi-media materials that emphasize higher order thinking skills and promote 21st century skills.
16/02/2021
ບໍ່ຄວນພາດ ສຳລັບ ທ່ານໃດທີ່ຕ້ອງການໄປຮຽນຕໍ່ ຊັ້ນສູງ, ປະລີນຍາໂທ ແລະ ເອກ! ທີມງານຜູ້ໃຫ້ທຶນ ຈະຈັດງານເຜີຍແຜ່ Live on Australia in Laos page ຄືນີ້ ເລີ່ມແຕ່ 7:30-8:30. ຢ່າລືມກົດ Like ເພື່ອແຈ້ງເຕືອນ. ຖ້າທ່ານມີຄຳຖາມຫຍັງ ກ່ຽວກັບ ການສະໝັກ ກຽມໄວ້ ແລະ ຖາມມາໄດ້, ທາງທີມງານຈະຕອບໃຫ້ແບບສົດໆ!
ທ່ານທີ່ສົນໃຈຢາກຮູ້ ແລະ ກຳລັງ ຈະສະໝັກຂໍທຶນການສຶກສາຂອງປະເທດອົດສະຕຣາລີ ແຕ່ບໍ່ໄດ້ໄປຮ່ວມຟັງການບັນຍາຍ ກ່ຽວກັບ ທຶນນີ້ ໃນອາທິດຜ່ານມາ, ໃຫ້ຕິດຕາມ ເບິ່ງເຟສ໌ບຸກ Live ສົດ ການສົນທະນາພິເສດ ໂດຍ ທີມງານຮັບຜິດຊອບ ທຶນການສຶກສາອົດສະຕຣາລີ ພ້ອມດ້ວຍອະດີດ ນັກສຶກສາທຶນ, ເພິ່ນຈະມາໂອ້ລົມ ແລະ ຕອບທຸກຄຳຖາມ ກ່ຽວກັບ ການສຶກສາທີ່ປະເທດອົດສະຕຣາລີ, ວິທີສະໝັກຂໍທຶນ ແລະ ຄຳແນະນຳທີ່ດີໆ!
ຂໍ້ມູນເພີ່ມຕື່ມ ກ່ຽວກັບ ການສະໝັກທຶນ, ທ່ານສາມາດເຂົ້າໄປເບິ່ງໄດ້ ທີ່ www.australiaawardslaos.org
-------------
Hello Australia Awards applicants, if you missed our information sessions, then watch this special Australia Awards Scholarship Q&A live on Facebook! Our Scholarships team from the Laos Australia Institute will answer all your questions about studying in Australia, how to apply for Australia Awards Scholarships and tips and tricks you should know.
For more information and to apply now visit www.australiaawardslaos.org
30/01/2021
AAS Information Sessions
ທ່ານທີ່ມີຄວາມສົນໃຈ ສະໝັກຂໍທຶນອົດສະຕຣາລີ ປີນີ້, ເຊີນເຂົ້າຮ່ວມຮັບຟັງ ການບັນຍາຍໃຫ້ຂໍ້ມູນ ກ່ຽວກັບ ຂັ້ນຕອນການສະໝັກເອົາທຶນການສຶກສານີ້ໄດ້ ຕາມວັນເວລາ ລຸ່ມນີ້:
✴︎ ວັນ ພຸດ, ທີ 4 ກຸມພາ, ເວລາ 14:00-16:00 ໂມງ, ທີ່ ສະຖາບັນ ລາວ-ອົດສະຕຣາລີ ແມ່ນສຳລັບ ຜູ້ສະໝັກທີ່ເຮັດວຽກທີ່ພົວພັນກັບການຊ່ວຍເຫຼືອຄົນທີ່ມີຄວາມພິການ ແລະ ຜູ້ສະໝັກທີ່ມີຄວາມພິການ
✴︎ ວັນສຸກ, ທີ 5 ກຸມພາ, ເວລາ 14:00-16:00 ໂມງ, ທີ່ ໂຮງແຮມ ເມືອງແທ່ງ ແມ່ນສຳລັບ ພາກສ່ວນລັດຖະກອນ
✴︎ ວັນເສົາ, ທີ 6 ກຸມພາ, ເວລາ 14:00-16:00 ໂມງ, ທີ່ ໂຮງແຮມ ເມືອງແທ່ງ ແມ່ນສຳລັບ ທຸກທ່ານທີ່ສົນໃຈ ຕ້ອງການສະໝັກ.
ກະລຸນາ ລົງທະບຽນ (ບໍ່ເສຍຄ່າ) ໄດ້ທີ່
http://bit.ly/AAS2022info
-------------
If you want to apply for an Australia Award scholarship, make sure you don’t miss these information sessions!
✴︎ Disability Advocates and Applicants with Disability
Thursday, 4 February, from 2:00-4:00 PM, at Laos Australia Institute.
✴︎ Government applicants and Ministry representatives
Friday, 5 February at Muong Thanh Luxury Hotel, from 2:00 – 4:00 PM.
✴︎ All applicants
Saturday, 6 February, at Muong Thanh Luxury Hotel, from 2:00 – 4:00 PM.
Please register at http://bit.ly/AAS2022info
29/01/2021
AAS Intake 2022 will open on 1 February 2021.
ທ່ານພ້ອມ ຫຼື ຍັງທີ່ຈະສະໝັກຂໍທຶນການສຶກສາອົດສະຕຣາລີ?
ທຶນການສຶກສາອົດສະຕຣາລີ ຈະເລີ່ມເປີດຮັບສະໝັກ ໃນວັນທີ 1 ກຸມພາ 2021 ນີ້.
ປີຜ່ານມາເປັນປີທີ່ທ້າທາຍ ທັງຕໍ່ກັບຜູ້ທີ່ໄດ້ຮັບທຶນ ແລະຜູ້ສະໝັກຂໍທຶນ, ພວກເຮົາຂໍຂອບໃຈ ສໍາລັບຄວາມອົດທົນ ແລະຄວາມກະຕືລືລົ້ນຂອງທ່ານ. ຖ້າທ່ານໄດ້ສະໝັກໃນສົກປີ 2021 ແລ້ວ ແຕ່ຖືກຜົນກະທົບຈາກ ໂຄວິດ-19 ນັ້ນ, ພວກເຮົາ ຂໍເຊີນຊວນໃຫ້ມາສະໝັກຄືນໃໝ່!
ຍ້ອນສະພາບ ໂຄວິດ-19 ໃນປີນີ້, ພວກເຮົາວາງບູລິມະສິດໃຫ້ແກ່ຜູ້ສະໝັກທີ່ຕ້ອງການສຶກສາໃນສາຂາວິຊາຮຽນລຸ່ມນີ້:
‣ ຄວາມປອດໄພທາງດ້ານສຸຂະພາບ,
‣ ວຽກງານສະຖຽນລະພາບ,
‣ ການຟື້ນຟູທາງດ້ານເສດຖະກິດ, ຫຼື
‣ ຄວາມຍືນຍົງທາງດ້ານສິ່ງແວດລ້ອມ.
ລັດຖະບານອົດສະຕຣາລີ ຍາມໃດກໍ່ສະໜັບສະໜັບ ຜູ້ສະໝັກທີ່ມີຄວາມສາມາດ ໂດຍສະເພາະແມ່ຍິງ, ຜູ້ທີ່ມີຄວາມພິການ ແລະ ບັນດາກຸ່ມຄົນທີ່ດ້ອຍໂອກາດອື່ນໆ ເພື່ອໃຫ້ມີໂອກາດໄດ້ຮັບທຶນການສຶກສາລະດັບໂລກ ແລະ ກາຍເປັນຜູ້ນຳພາການພັດທະນາຢູ່ໃນ ສປປ ລາວ.
ທ່ານສາມາດຮັບຂໍ້ມູນທັງໝົດ ກ່ຽວກັບ ທຶນການສຶກສາອັນສຳຄັນນີ້ໄດ້ ຈາກເວັບໄຊນີ້: www.australiaawardslaos.org
--------
Are you ready to apply for an Australia Awards Scholarship?
Applications for Australia Awards Scholarships - Intake 2022 will open on 1 February 2021.
The past year has been challenging for both scholars and applicants, and we thank you for your resilience and enthusiasm. If you applied last year for our intake 2021, which was unfortunately deferred due to COVID-19, we strongly encouraged to reapply!
This year, because of COVID-19, we will prioritise applicants who wish to study:
‣ Health Security,
‣ Stability,
‣ Economic Recovery, or
‣ Environment Sustainability.
As always, Australia Awards promote applications from women, people living with disability and other marginalised groups to apply for your opportunity to gain a world-class education and become a leader for inclusive and sustainable development in Laos PDR.
For all you need to know about the prestigious Australia Awards Scholarships, visit our website at www.australiaawardslaos.org
28/04/2020
ທຶນການສຶກສາອົດສະຕຣາລີ ສຳລັບ ສປປ ລາວ ປະຈຳປີ 2021 ໄດ້ເລື່ອນມື້ປິດຮັບສະໝັກ ແລ້ວເດີ້ ຈາກກຳນົດເດີມແມ່ນ ວັນທີ 30 ເມສາ 2020 ປ່ຽນໄປເປັນ ວັນທີ 30 ມິຖຸນາ 2020. ຂໍໃຫ້ຊ່ວຍກັນແຊຣບອກຂ່າວນີ້ ເຖິງຜູ້ທີ່ຕ້ອງການໄປຮຽນຕໍ່ທີ່ ປະເທດອົດສະຕຣາລີ. ໂອກາດມາເຖິງແລ້ວ ຜູ້ທີ່ມີເງື່ອນໄຂເໝາເະສົມຕາມທີ່ທາງທຶນໄດ້ກຳໜົດໄວ້ແລ້ວ, ສາມາດສະໝັກທາງອອນລາຍໄດ້ເລີຍ ຕັ້ງແຕ່ມື້ນີ້.
ທຶນການສຶກສາອົດສະຕຣາລີ ສໍາລັບ ສປປ ລາວ ປະຈໍາປີ 2021
ເນື່ອງຈາກຜົນກະທົບຂອງ ໂຄວິດ-19, ກະຊວງການຕ່າງປະເທດ ແລະ ການຄ້າຂອງອົດສະຕຣາລີ ໄດ້ຕໍ່ກຳນົດ ວັນປິດການຍື່ນໃບສະໝັກທຶນການສຶກສາອົດສະຕຣາລີ ປີ 2021 ຈາກວັນທີ 30 ເມສາ 2020 ຈົນເຖິງ 30 ມິຖຸນາ 2020.
ເຖິງວ່າທ່ານຈະມີໄລຍະເວລາຫຼາຍຂຶ້ນກໍ່ຕາມ, ແຕ່ພວກເຮົາກໍ່ຢາກຊຸກຍູ້ໃຫ້ຜູ້ສະໝັກທີ່ມີເງື່ອນໄຂຄົບຖ້ວນ ຍື່ນໃບສະໝັກມາໄດ້ເລີຍ!
ຖ້າຫາກທ່ານມີຄໍາຖາມກ່ຽວກັບທຶນ ທີມງານຮັບຜິດຊອບ ຂອງສະຖາບັນລາວ-ອົດສະຕຣາລີແມ່ນເຮັດວຽກຢູ່ບ້ານ ຕາມການແຈ້ງການ ແຕ່ທີມງານກໍ່ຍັງສາມາດຕອບຄໍາສອບຖາມຂອງຜູ້ທີ່ສະໝັກທຶນ, ຜູ້ທີ່ໄດ້ຮັບທຶນ ແລະ ສິດເກົ່ານັກສຶກສາທຶນອົດສະຕຣາລີ ໄດ້ໂດຍຜ່ານ ເບີໂທ +856-21-265721 ຫຼື +856-20-54143363 ແລະ ອີເມວ [email protected]
ຂໍໃຫ້ໂຊກດີ!
ລາຍລະອຽດ ກ່ຽວກັບ ທຶນ ໃຫ້ເບິ່ງເວັບໄຊ www.australiaawardslaos.org
………………………………………
Australia Awards Laos – APPLICATIONS FOR INTAKE 2021
Due to the impact of COVID-19, DFAT has extended the closing date for the submission of Intake 2021 application from 30 April 2020 to 30 June 2020.
However, even though you’ve got more time, we continue to encourage eligible applicants to submit their application early!
Have you got a question? The Laos Australia Institute team is working from home until further notice, but they are still available to answer all enquiries, and provide support to applicants, awardees and alumni! Please contact the team by:
Phone: +856-21-265721, +856-20-54143363
Email: [email protected]
Good luck to all our applicants!
For more information and to apply now visit www.australiaawardslaos.org
30/09/2019
ຂ່າວດ່ວນ!!
***ເລື່ອນກຳນົດ ມື້ປິດຮັບສະໝັກເອົາທຶນ LANS***
ໄປເປັນ ວັນສຸກ, ວັນທີ 4 ຕຸລາ 2019 (4:00 ໂມງ ແລງ)
ບັນດານ້ອງນັກສຶກສາ ທີ່ຫາກໍ່ເສັງຜ່ານເຂົ້າຮຽນ ປີທີ 1 ລະດັບປະລິນຍາຕຣີ ຢູ່ ມະຫາວິທະຍາໄລແຫ່ງຊາດ ຫຼື ຢູ່ ມະຫາວິທະຍາໄລສຸພານຸວົງ ຜູ້ທີ່ໄດ້ຕາມເງື່ອນໄຂຂອງການສະໝັກ ແລະ ສົນໃຈສະໝັກ ຍັງສາມາດສືບຕໍ່ຍື່ນໃບສະໝັກໄດ້ ຈົນເຖິງວັນເວລາທີ່ກຳນົດໄວ້ຂ້າງເທິງ.
*ສຳລັບ ນັກສຶກສາ ມຊ ຍື່ນໄດ້ທີ່: ຫ້ອງການຄຸ້ມຄອງນັກສຶກສາ, ໂທລະສັບ 021 770392
*ສຳລັບ ນັກສຶກສາ ມສ ຍື່ນໄດ້ທີ່: ຄະນະສຶກສາສາດ, ໂທລະສັບ 020 2862 2286
ເບິ່ງວີດີໂອ ວິທີສະໝັກ ໄດ້ທີ່ https://youtu.be/llUSHHp-VSg
ຊ່ວຍກັນແຊຣ ແລະ ບອກຕໍ່ໆກັນເດີ້!!
ຂອບໃຈ
24/07/2019
ນັບແຕ່ 2-30 ກັນຍາ 2019 ນີ້ ທຶນການສຶກສາລາວ-ອົດສະຕຣາລີ ສໍາລັບ ຮຽນພາຍໃນປະເທດ ໄດ້ເປີດຮັບສະໝັກແບບຟອມແລ້ວ!
ນັກສຶກສາປີທີ 1 ທີ່ໄດ້ຖືກຮັບເຂົ້າສຶກສາຢູ່ທີ່ ມະຫາວິທະຍາໄລແຫ່ງຊາດ (ມຊ) ແລະ ມະຫາວິທະຍາໄລສຸພານຸວົງ (ມສ) ຖ້າສົນໃຈຕ້ອງການສະໝັກຂໍທຶນນີ້, ກໍສາມາດເຂົ້າໄປເບິ່ງຂໍ້ມູນ ແລະ ດາວໂຫຼດແຜ່ນພັບ ໄດ້ທີ່: www.laosaustraliainstitute.org ຫຼື http://bit.ly/LANSwebpage.
ນັບແຕ່ວັນທີ 2 ກັນຍາເປັນຕົ້ນໄປ ນັກຮຽນທີ່ນອນຢູ່ໃນເງື່ອນໄຂຂອງທຶນສາມາດຍື່ນສະໝັກທີ່ ມະຫາວິທະຍາໄລທີ່ຕົນສຶກສາຢູ່. ຢ່າລືມ ຕິດຕາມພວກເຮົາຜ່ານເຟດບຸກ Australia in Laos ແລະ LANS Scholarship Network ສໍາລັບ ການແຈ້ງເຕື່ອນຂໍ້ມູນກ່ຽວກັບທຶນ. ຂໍໃຫ້ໂຊກດີ!!
--------
The Laos Australia National Scholarships (LANS) program will open for applications from 2-30 September 2019! If you have been accepted to the National University of Laos (NUOL) or Souphanouvong University (SU), and if you’re interested, find out more information and download a LANS brochure from: www.laosaustraliainstitute.org or http://bit.ly/LANSwebpage. From 2 September onwards, eligible students can submit your completed form to the Student Affairs Office, National University of Laos. Tel. 021 770392, and the Faculty of Education, Souphanouvong University. Tel. 020 2862 2286. Keep following us on Australia in Laos and LANS Scholarship Network for more announcements and good luck!!!!
19/09/2018
Open the door for them but let them pass through themselves :)
11/09/2018
How learner-centered techniques/tools solve gaps/challenges/problems/limits in teacher competence
for Laos
04/09/2018
Sesdp training demo rubrics a rubric for evaluating teaching demos for teacher-trainees in Pre-service/In-service training
03/09/2018
to make it happen, we must learn. unlearn and relearn.
Click here to claim your Sponsored Listing.
Location
Category
Website
Address
Vientiane