The7/1XVI

The7/1XVI

Share

Contact information, map and directions, contact form, opening hours, services, ratings, photos, videos and announcements from The7/1XVI, School, Vientiane.

Photos from Luang Namtha Secondary School 's post 20/04/2026
Photos from The7/1XVI's post 12/04/2026

+ ວັນທີ 4 ເມສາ 2026 ຫ້ອງ7/1ໄດ້ເຂົ້າຮ່ວມພິທີເປີດງານສັບປະດາແຫ່ງຊາດ (ດ້ານຄວາມປອດໄພທາງຫຼວງ) ທີ່ ສວນສາທາລະນະ ແຂວງ ຫຼວງນ້ຳທາ
ໄດ້ມີກິດຈະກຳການຖາມ-ຕອບເພື່ອແລກເອົາຂອງຂວັນລາງວັນ ແລະ ຂະບວນຍ່າງເພື່ອສຸຂະພາບອ້ອມຕົວເມືອງ💚
#ມ7ປີສຸດທ້າຍ
ຸ້ນxvi

Photos from The7/1XVI's post 18/03/2026

✨ງານແຂ່ງຂັນສີລະປະວັນນະຄະດີ ໂຮງຮຽນ ມ ສ ເທດສະບານ ສົກຮຽນ 2025-2026 ວັນທີ່06.03.202🥳
T🥇 M7 XVI💚
#ມ7ປີສຸດທ້າຍ
ຸ້ນXVI
#ມສເທດສະບານແຂວງຫຼວງນ້ຳທາ

06/03/2026

ນັກຮຽນຫ້ອງ7/1 ມອບຊາຍໃຫ້ໂຮງຮຽນເພື່ອປະກອບການຮຽນ-ການສອນ ວິຊາ ພາລະສຶກສາ
…………
ໃນຕອນເຊົ້າວັນທີ 16 ກຸມພາ 2026 ທີ່ເດີນໂຮງຮຽນ ໄດ້ມີພິທີມອບ-ຮັບຊາຍຢ່າງເປັນທາງການ ໃນເວລາເຄົາລົບທຸງ ໂດຍນັກຮຽນຫ້ອງ 7/1 ໄດ້ຮ່ວມໃຈກັນມອບຊາຍຈຳນວນ 8 ແມັດກ້ອນ ມູນຄ່າ 2.000.000 ກີບ ໃຫ້ແກ່ ໂຮງຮຽນ ມສ ເທດສະບານ ແຂວງຫຼວງນໍ້າທາ.

ໃນພິທີດັ່ງກ່າວ ໄດ້ຮັບກຽດຈາກ ທ່ານ ຄູ ບຸນພະມາ ໄຊຍະຈັກ ຜູ້ອຳນວຍການໂຮງຮຽນ ເປັນຜູ້ຮັບມອບ ທ່າມກາງຄູ-ອາຈານ ແລະ ນັກຮຽນເຂົ້າຮ່ວມກວ່າ 1.000 ຄົນ ບັນຍາກາດເຕັມໄປດ້ວຍຄວາມປິຕິຍິນດີ ແລະ ຄວາມສາມັກຄີ.

ການມອບຊາຍໃນຄັ້ງນີ້ ມີຈຸດປະສົງເພື່ອນຳໄປປັບປຸງ ແລະ ພັດທະນາການຮຽນ-ການສອນ ວິຊາພາລະສຶກສາ ໂດຍສະເພາະກິລາເຕັ້ນຍາວ ເພື່ອໃຫ້ນັກຮຽນມີສະຖານທີ່ຝຶກຊ້ອມທີ່ປອດໄພ ແລະ ໄດ້ມາດຕະຖານຍິ່ງຂຶ້ນ.

ການຮ່ວມໃຈຂອງນັກຮຽນຫ້ອງ 7/1 ໃນຄັ້ງນີ້ ຖືວ່າເປັນແບບຢ່າງທີ່ດີ ດ້ານການມີສ່ວນຮ່ວມ ແລະ ຈິດອາສາ ໃນການພັດທະນາໂຮງຮຽນ ໃຫ້ກ້າວໜ້າຕໍ່ໄປ.

Photos from The7/1XVI's post 15/02/2026

…………………………ທີມບານສົ່ງ7A🏐………………………
👉🏻ພວກເຮົາທີມ7Aໄດ້ເຂົ້າຊິງຊະນະເລີດປະເພດຊາຍ ເຊິ່ງພວກເຮົາຈະແຂ່ງຂັນໃນວັນທີ່19ນີ້ ເວລາ 16:00 (ທີ່ເດີນໂຮງຮຽນ)
ດັ່ງນັ້ນພວກເຮົາຂໍເຊີນຊວນທຸກທ່ານມາຊົມເຊຍການແຂ່ງຂັນຄັ້ງນີ້ດ້ວຍ ມາລຸ້ນນຳກັນວ່າເຮົາຈະໄດ້ແຊ້ມບໍ່ (ແຊ້ມເກົ່າ) ຈະຍັງຮັກສາແຊ້ມໄດ້ບໍ່ ຢ່າລືມມາຊົມມາເຊຍພວກເຮົາໃຫ້ໄປຮອດຝັ່ງຝັນນີ້ດ້ວຍຍ🥰 ແລະ ມີການແຂ່ງຂັນຊິງອັນດັບທີ່1ປະເພດຍິງ ແລະ ອັນດັບທີ່3 ຕາມຕາຕະລາງດ້ານລຸ່ມອີກດ້ວຍ👇🏼👇🏼
#ມສເທດສະບານແຂວງຫຼວງນ້ຳທາ
#ບານສົ່ງ🏐

Photos from The7/1XVI's post 09/10/2025

🐉ອອກພັນສາwith7/1 7.10.25💚

#ມ7ປີສຸດທ້າຍ

Photos from The7/1XVI's post 01/05/2025

📝ລວມຜົນງານກິລາແລະສິລະປະ-ວັນນະຄະດີຊັ້ນມ6ສົກຮຽນ2024-2025🤩
ເຊິ່ງພວກເຮົາສາມາດຍາດລາງວັນມາໄດ້ດັ່ງນີ້:
- ແຂ່ງເວົ້າພາສາຫວຽດ ທີ່1🥇
- ⁠ບານເຕະຊາຍ ທີ່1🥇
- ⁠ບານສົ່ງຊາຍ ທີ່1🥇
- ⁠ບານສົ່ງຍິງ ທີ່2🥈
- ⁠ສິລະປະ-ວັນນະຄະດີ ທີ່2🥈
➡ ປີໜ້າເຮົາຈະຮັກສາແຊ້ມໃຫ້ໄດ້ ແລະ ພັດທະນາໃນສິ່ງທີ່ຍັງບໍ່ເປັນແຊ້ມ💪🏽
➡ທີ່ກ່າວມານີ້ແມ່ນລາງວັນທີ່ທຸກຫ້ອງພ້ອມພຽງຮຽງໜ້າເຮັດນຳກັນ ຈົນປະສົບຄວາມສຳເລັດ ຢ່າງຈົບງາມ 🎊
#ມ.ສເທດສະບານ ແຂວງຫຼວງນ້ຳທາ

Photos from The7/1XVI's post 12/04/2025

•ໃນຕອນເຊົ້າຂອງວັນທີ10/04/2025
ຫ້ອງ6/1ຂອງພວກນ້ອງກໍໄດ້ຈັດພິທີມັດແຂນບາສີສູ່ຂວັນ,ເນື່ອງໃນໂອກາດສົ່ງທ້າຍປີເກົ່າຕ້ອນຮັບປີໃໝ່ ລາວ
💦2025💦ທີ່ຈະມາເຖິງໄວໆນີ້,ແລະໄດ້ມີການສົງນ້ຳ,ສົມມາຄູ-ອາຈານ ຕາມຮີດຄອງປະເພນີລາວ,ພ້ອມດ້ວຍກິນເຂົ້າສາມັກຄີກັນພາຍໃນຫ້ອງຮຽນ.
ຂໍອວຍພອນໃຫ້ທຸກທ່ານຈົ່ງມີສຸຂະພາບແຂງແຮງ,ມີໂຊກ,ມີໄຊ,ມີຄວາມສຸກຕະຫຼອດປີ-ຕະຫຼອດໄປ🙏🏻

Photos from The7/1XVI's post 10/04/2025

📌ໃນວັນທີ 09/04/2025 ຫ້ອງ6/1 ຂອງພວກນ້ອງກໍໄດ້ລົງແຂ່ງຂັນການເວົ້າພາສາຫວຽດ ເຊິ່ງຫ້ອງພວກນ້ອງກໍສາມາດຍາດໄດ້ອັນດັບທີ່1🥇
+ເຊິ່ງຫົວຂໍ້ທີ່ພວກນ້ອງໄດ້ແມ່ນ:”ຄວາມຝັນຂອງນ້ອງ''
+ເຊິ່ງເພງທີ່ພວກນ້ອງນຳມາຮ້ອງແມ່ນ:”Thìn việt Lào ềnh em''🇱🇦🇻🇳
ແຊ້ມມ

Photos from The7/1XVI's post 11/03/2025

…………..~~~~~ບານສົ່ງທີມ6A~~~~~…………..
ໄດ້ສີ້ນສຸດການແຂ່ງຂັນ ປະຈຳສົກຮຽນ2024-2025
ໂດຍທີມຂອງພວກເຮົາສາມາດຍາດໄດ້ອັນດັບທີ່1 🥇
ເຊິ່ງນັດຊິງທີມຂອງພວກເຮົາໄດ້ພົບກັບທີມ7Aເຊິ່ງເປັນຕົວເຕັງຂອງ(ສາຍ ຂ ) ແຕ່ທີມພວກເຂົາກໍສາມາດເອົາຊະນະໄດ້ 3-1 ເຊັດ
ດ້ວຍຄະແນນສູສີກັນ 25-16 25-22 20-25 25-20
ເຊິ່ງເປັນນັດທີ່ມ່ວນທີ່ສຸດ ຂອງການແຂ່ງຂັນ ທີມ6A
ປີນີ້ເປັນປີທີ່2ທີ່ພວກເຮົາໄດ້ເຂົ້າຊິງ ແຕ່ທີມພວກເຮົາກໍສາມາດຍາດໄຊຊະນະມາໄດ້
ຖ້າຫາກພວກເຮົາຂາດກອງເຊຍ ແລະ ຂາດຜູ້ສະໜັບໜູນ ທີ່ຄອຍຊື້ນ້ຳ ມາໃຫ້ພວກເຮົາໄດ້ດື່ມໄດ້ກິນທຸກນັດ ພວກເຮົາກໍອາດຈະບໍ່ມາຮອດເສັ້ນໄຊໄດ້
ພວກເຮົາຕ້ອງຂອບໃຈຫຼາຍໆທີ່ມາຮັບຊົມ ຮັບເຊຍ ແລະ ຊັບພ໋ອດພວກເຮົາຈົນໄປຮອດເສັ້ນໄຊ
ພວກເຮົາຂໍໃຫ້ປີໜ້າມີບັນຍາດກາດມ່ວນຊື່ນແບບນີ້ອີກ ແລະ ຢ່າລືມ ມາຊົມ ມາເຊຍ ມາລຸ້ນໄປນຳກັນວ່າເຮົາຊິສາມາດຄອງແຊ້ມໄດ້ອີກບໍ່🦾

Want your school to be the top-listed School/college in Vientiane?

Click here to claim your Sponsored Listing.

Location

Category

Website

Address


Vientiane