11/08/2026
ຕຸກຕາ ແລະ ວິນລີ້ ຊວນພວກເຮົາຕັ້ງຄຳຖາມກັບຄືນວ່າ ຄຸນຄ່າທີ່ແທ້ຂອງການແຕ່ງງານມັນແມ່ນຫຍັງ? ແລະ ລາຍຈ່າຍໃດທີ່ເໝາະສົມ ຄວນຄ່າແກ່ການລົງທຶນເພື່ອຄວາມຊົງຈຳທີ່ແສນພິເສດນີ້
ສິ່ງທຳອິດທີ່ພວກເຮົາອາດປ່ຽນໄດ້ຮ່ວມກັນແມ່ນຄ່ານິຍົມສັງຄົມໃນການຈັດງານແຕ່ງທີ່ໃຫຍ່ໂຕມະໂຫລານ ພຽງເພາະວ່າສັງຄົມກົດດັນໃຫ້ເຮົາຈັດ
ຫາກເຮົາສາມາດຫຼຸດຂະໜາດລົງເນັ້ນຄຸນນະພາບຂອງຜູ້ເຂົ້າຮ່ວມ ຫຼາຍກວ່າຈຳນວນ ລາຍຈ່າຍກໍຈະຫຼຸດລົງ ບໍ່ພຽງແຕ່ກັບຄູ່ແຕ່ງງານ ແຕ່ກັບຜູ້ໄປຮ່ວມງານນຳອີກ