Dāna Education Laos

Dāna Education Laos We aim to address the educational needs of underprivileged children of all backgrounds.��

🌟 Unlock Your Scholarship! 🎓✨ຢາກສະໝັກທຶນຮຽນຕໍ່ ຕ່າງປະເທດ ແຕ່ຍັງບໍ່ຮູ້ວິທີຂຽນ Essay ຫຼື ບົດຄວາມໃຫ້ໂດດເດັ່ນ ແລະ ຖືກໃຈກຳມະກ...
23/07/2026

🌟 Unlock Your Scholarship! 🎓✨
ຢາກສະໝັກທຶນຮຽນຕໍ່ ຕ່າງປະເທດ ແຕ່ຍັງບໍ່ຮູ້ວິທີຂຽນ Essay ຫຼື ບົດຄວາມໃຫ້ໂດດເດັ່ນ ແລະ ຖືກໃຈກຳມະການບໍ? 🎓📝

ໂອກາດດີໆມາຮອດແລ້ວ! ຂໍເຊີນຊວນທຸກຄົນເຂົ້າຮ່ວມ Workshop Online 2026 (EP.2)
ໃນຫົວຂໍ້: "ວິທີການຂຽນ ບົດຄວາມ ຫຼື Essay ເພື່ອສະໝັກທຶນ" 💡

✨ ສິ່ງທີ່ຈະໄດ້ຮັບຈາກ Workshop ນີ້:

-ເຕັກນິກ ແລະ ເຄັດລັບການຂຽນ Essay ໃຫ້ປັງ ແລະ ຖືກໃຈກຳມະການ

-ວິທີຈັດໂຄງຮ່າງຄວາມຄິດ ແລະ ການເລົ່າເລື່ອງ (Storytelling) ຂອງຕົນເອງ

-ແບ່ງປັນປະສົບການຈິງຈາກວິທະຍາກອນ

👨‍🏫 ຝຶກອົບຮົມໂດຍ: ວິໄລພອນ ຈັນທະວົງ
📅 ວັນທີຈັດກິດຈະກຳ: 5 ສິງຫາ 2026
💻 ຮູບແບບ: ອອນໄລນ໌ ຜ່ານ Google Meet
🔥 ຮັບຈຳນວນຈຳກັດ: ພຽງ 30 ຄົນເທົ່ານັ້ນ!
📌 ວິທີສະໝັກ:

ສະແກນ QR Code ໃນຮູບ ເພື່ອລົງທະບຽນໄດ້ເລີຍ ຫລື ກົດທີ່ລິ້ງນີ້ໄດ້ເລີຍ :
https://docs.google.com/forms/d/e/1FAIpQLSfTO9Co1XanlHMK1wx4JStbi6sPE_ORLbQOAimWh59WSlJDrw/viewform?usp=header
ມື້ປິດຟອມ: 3 ສິງຫາ 2026 (ຫຼື ຈົນກວ່າຈະເຕັມ)

don't miss out! ແລ້ວມາພົບກັນໃນ Workshop ເດີ! 🚀✨

❗️ມາແລ້ວ❗️ ລາຍຊື່ຜູ້ທີ່ຜ່ານການຄັດເລືອກຈາກໂຄງການຂອງພວກເຮົາ🎉🎉🎉Congratulations🎉 ຂໍສະແດງຄວາມຍິນກັບຜູ້ທີ່ຜ່ານການຄັດເລືອກເຂົ້າ...
16/07/2026

❗️ມາແລ້ວ❗️ ລາຍຊື່ຜູ້ທີ່ຜ່ານການຄັດເລືອກຈາກໂຄງການຂອງພວກເຮົາ🎉🎉
🎉Congratulations🎉 ຂໍສະແດງຄວາມຍິນກັບຜູ້ທີ່ຜ່ານການຄັດເລືອກເຂົ້າຮ່ວມງານຮັບອາສາຊຸດໃຫມ່ຂອງDāna ພວກເຮົາ✨️✨️

♥️ຂໍຂອບໃຈທຸກຄົນ ທີ່ໃຫ້ຄວາມສົນໃຈ ແລະ ສະໝັກເຂົ້າມາເປັນອາສາສະໝັກໃນຄັ້ງນີ້ ♥️
ຕະຫຼອດໄລຍະເວລາທີ່ເປີດຮັບສະໝັກ ພວກເຮົາໄດ້ຮັບການຕອບຮັບທີ່ເກີນຄາດໝາຍ ເຮັດໃຫ້ບັນຍາກາດເຕັມໄປດ້ວຍຄວາມຄຶກຄື້ນ ແລະ ຄວາມຕື່ນເຕັ້ນ ຕັ້ງແຕ່ຍັງບໍ່ທັນເລີ່ມກິດຈະກຳຢ່າງເປັນທາງການ ເຊິ່ງການຄັດເລືອກຜູ້ເຂົ້າຮ່ວມໃນຄັ້ງນີ້ ພວກເຮົາເອງກໍ່ຮູ້ສຶກໜັກໃຈຫຼາຍ ເພາະພວກເຮົາໄດ້ເຫັນຄວາມຕັ້ງໃຈ , ຄວາມສົນໃຈ ແລະ ຄວາມມຸ່ງມັ້ນທີ່ຢາກຮຽນຮູ້ຂອງທຸກຄົນຍິ່ງເຮັດໃຫ້ເລືອກຍາກເຂົ້າໄປອີກ ແຕ່ເນື່ອງຈາກມີຂໍ້ຈຳກັດດ້ານສະຖານທີ່ ແລະ ຈຳນວນບ່ອນນັ່ງທີ່ກຳນົດໄວ້ ເຮັດໃຫ້ບໍ່ສາມາດຮອງຮັບໄດ້ຄົບທຸກຄົນ ແຕ່ບໍ່ຕ້ອງເສຍໃຈ ພວກເຮົາຍັງມີກິດຈະກຳມ່ວນໆມາໃຫ້ທຸກຄົນໄດ້ຕິດຕາມ ແລະ ມີສ່ວນຮ່ວມໃນສັງຄົມນຳກັນ ແລະ ຫວັງວ່າໃນອານາຄົດພວກເຮົາຈະໄດ້ພົບກັບທຸກຄົນນ້າ✨️✨️

➡️ ສຳລັບຜູ້ທີ່ຜ່ານເຂົ້າຮອບນີ້ແມ່ນຈະມີໂອຫາດຮ່ວມງານກ່ອນສໍາພາດແທ້ ເຊິ່ງ ກິດຈະກຳຈະຈັດຂຶ້ນໃນ:

ວັນອາທິດ ທີ 19/07/2026
⏰ 8:30AM - 11:30AM
📍 Location: Varee cafe

ແລ້ວມາພົບກັນເດີ້ Gang dek 67🤲


[Lao - English text below]ຂ່າວດີ❗️ມີໃຜທີ່ອາຍຸລະຫວ່າງ 15-19 ປີ ແລະ ສົນໃຈເຂົ້າຮ່ວມງານ UWC workshop ໂອກາດດີໆ ມາຮອດແລ້ວ🎉 ເຊິ...
16/07/2026

[Lao - English text below]

ຂ່າວດີ❗️

ມີໃຜທີ່ອາຍຸລະຫວ່າງ 15-19 ປີ ແລະ ສົນໃຈເຂົ້າຮ່ວມງານ UWC workshop ໂອກາດດີໆ ມາຮອດແລ້ວ🎉 ເຊິ່ງໃນງານກໍຈະມີເກມມ່ວນໆ ໃຫ້ຫຼິ້ນນໍາກັນ ແລະນອກຈາກນີ້ ກໍຍັງມີແຂກຮັບສຸດພິເສດຈາກ ສິດເກົ່າ ແລະ ນັກຮຽນຂອງ UWCອີກດ້ວຍ.

ສໍາລັບໃຜທີ່ຢາກຈັກຮູ້ຈັກທຶນນີ້ຫຼາຍຂຶ້ນວ່າ: UWC ແມ່ນຫຍັງ? ພວກເຮົາຂໍເຊີນຊວນທຸກຄົນເຂົ້າຮ່ວມງານ UWC workshop ໃນຄັ້ງນີ້ ບອກເລີຍວ່າ exclusive ສຸດ❗️

📢 ສິ່ງທີ່ຈະໄດ້ຮັບ:
- ໃບປະກາດໃຫ້ກັບທຸກຄົນທີ່ເຂົ້າຮ່ວມ.
- ຮັບຟັງປະສົບການຕົວຈິງຈາກນັກຮຽນ UWC ໂດຍກົງ.
- ຮ່ວມເຮັດກິດກະຕຳຕ່າງໆ.
- ໄດ້ໝູ່ໃໝ່ທີ່ມີຄວາມສົນໃຈນຳກັນ.
- ໄດ້ຮັບຄວາມຮູ້ແລະວິທີການສະໝັກທຶນຈາກຜູ້ສະໝັກຕົວຈິງ.

📍ສະຖານທີ່: ວາຣີຄ່າເຟ່
https://maps.app.goo.gl/zxCXzqZ2LqWtd1iE6
🕰️ເວລາ: 13:00PM - 17:00PM
📆ວັນທີ: 19/07/2026

🎁ສະໝັກທີ່ນີ້:
https://docs.google.com/forms/d/e/1FAIpQLSdmib2npXVsMm6LAOlhr9E1gc2K5AglRYtc_vy7IdVJwtaQDA/viewform?usp=dialog

❗️ມື້ປິດຮັບສະໝັກ 18/07/2026 ວັນເສົາ.
ຮີບສະໝັກກັນໄວໆເດີ້ພວກເຮົາຮັບຈຳນວນຈຳກັດ!

_______________________________________

Good news! ❗️

Is anyone 15-19 years old and interested in joining the UWC workshop? A great opportunity has arrived🎉, and the event will include fun games to play together. In addition, there will be special guests as alumni and current students of UWC.

For anyone who wants to learn more about this scholarship and what UWC is, we would like to invite everyone to join this UWC workshop it's truly exclusive❗️

📢 What will you get from this workshop:
- Certificate for everyone.
- Explore the UWC experience from real UWC students.
- Participate the fun activities.
- Meeting new friends that have same interests.
- Get information from real life experience.

📍 Location: Vari Café
https://maps.app.goo.gl/zxCXzqZ2LqWtd1iE6
�🕰️ Time: 13:00 PM – 17:00 PM�📆 Date: 19/07/2026 Sunday

🎁Register here: https://docs.google.com/forms/d/e/1FAIpQLSdmib2npXVsMm6LAOlhr9E1gc2K5AglRYtc_vy7IdVJwtaQDA/viewform?usp=dialog

❗️Deadline: 18/07/2026 Saturday


workshop

14/07/2026

ນີ້ຄືໂອກາດສຸດທ້າຍທີ່ຈະເຮັດໃຫ້ເຮົາໄດ້ມາປະສົບພົບພໍ້ກັນ 👉👈 (one day left guys please apply to be our volunteers)

11/07/2026

Dāna Mini talk ມາແລ້ວ~~~

🌟 SEEK OUT Video Competition 🔎“Biodiversity in Your Daily Life – ຊີວະນານາພັນຢູ່ໃກ້ຕົວກວ່າທີ່ເຮົາຄິດ” 🌱🎥 ຊີວະນານາພັນຢູ່ໃກ...
11/07/2026

🌟 SEEK OUT Video Competition 🔎
“Biodiversity in Your Daily Life – ຊີວະນານາພັນຢູ່ໃກ້ຕົວກວ່າທີ່ເຮົາຄິດ” 🌱

🎥 ຊີວະນານາພັນຢູ່ໃກ້ຕົວກວ່າທີ່ເຮົາຄິດ…
ຈານອາຫານທີ່ເຮົາກິນ 🍲 ສວນຫຼັງບ້ານທີ່ເຮົາຍ່າງຫຼິ້ນ 🌳 ຫຼື ສິ່ງນ້ອຍໆ ໃນຊີວິດປະຈຳວັນ ທີ່ເຮົາອາດບໍ່ເຄີຍສັງເກດ!

🎬 ເຈົ້າປີກ ຂໍເຊີນຊວນໝູ່ເພື່ອນທຸກໆຄົນ ເຂົ້າຮ່ວມການແຂ່ງຂັນວິດີໂອສັ້ນ ທີ່ທັງໜ້າຕື່ນເຕັ້ນ ແລະ ສຸດຈະຄຸ້ມ 🔥ໃນຫົວຂໍ້: “Biodiversity in your Daily Life - ຊີວະນານາພັນຢູ່ໃກ້ຕົວກວ່າທີ່ເຮົາຄິດ” 🌱
🏆 ພ້ອມລຸ້ນຊິງລາງວັນມູນຄ່າຫຼາຍກວ່າ 5.000.000 ກີບ‼️

📋 ເງື່ອນໄຂການສະໝັກ
- ສະມາຊິກທີມ 1–5 ຄົນ
- ບໍ່ຈຳກັດເພດ ແລະ ອາຍຸ
- ຄວາມຍາວວິດີໂອ 2–5 ນາທີ
- ວິດີໂອແນວຕັ້ງ ຫຼື ແນວນອນ
- ສາມາດໃຊ້ຮູບພາບ ຫຼື ວິດີໂອທີ່ຖືກລິຂະສິດຈາກ internet ໄດ້
- ບໍ່ສາມາດນຳໃຊ້ AI ເຂົ້າໃນການເຮັດວິດີໂອ
- ຮູບແບບອິດສະຫຼະ (Short Film • Documentary • Educational • Vlog • Creative Video)
- ຕ້ອງໃສ່ໂລໂກ້ JaoPeek ແລະ ຜູ້ສະໜັບສະໜູນ (ພາຍຫຼັງລົງທະບຽນເຂົ້າກຸ່ມແລ້ວ ທີມງານຈະສົ່ງໃຫ້)

🏆 ສິ່ງທີ່ຈະໄດ້ຮັບ
🥇 Winner
ລາງວັນລວມມູນຄ່າຫຼາຍກວ່າ 2,500,000 ກີບ
💰 ເງິນສົດ 700,000 ກີບ • 🎬 Major Cineplex • 🎳 Blu-O Bowling • 🥤 Mineral Premium • 🎁 Gift Set

🥈 First Runner-up
ລາງວັນລວມມູນຄ່າຫຼາຍກວ່າ 1,500,000 ກີບ
💰 ເງິນສົດ 500,000 ກີບ • 🎬 Major Cineplex • 🎳 Blu-O Bowling • 🥤 Mineral Premium • 🎁 Gift Set

🎖 Popular Vote
ລາງວັນລວມມູນຄ່າຫຼາຍກວ່າ 700,000 ກີບ
💰 ເງິນສົດ 200,000 ກີບ • 🎳 Blu-O Bowling • 🎁 Gift Set

❇️ ທຸກທີມທີ່ເຂົ້າຮ່ວມການແຂ່ງຂັນ ຈະໄດ້ຮັບ Team Certificate ແລະ Individual E-Certificate📜

*️⃣ ເກນການຕັດສິນຄະແນນ 📍
💡ວິດີໂອມີຄວາມຄິດສ້າງສັນໃນການນຳສະເໜີ ແລະ ສອດຄ່ອງກັບຫົວຂໍ້
ℹ️ ຂໍ້ມູນຖືກຕ້ອງ, ເຂົ້າໃຈງ່າຍ ແລະ ເປັນປະໂຫຍດຕໍ່ສັງຄົມ

ເກນການນັບຄະແນນ (Popular Vote📲) :
👍 ກົດ Like ວິດີໂອທີ່ທ່ານມັກ = 1 ຄະແນນ
❤️ ກົດ Love ວິດີໂອທີ່ທ່ານມັກ = 2 ຄະແນນ
↪️ ກົດ Share ວິດີໂອທີ່ທ່ານມັກ = 3 ຄະແນນ
💬 ກົດ Like ຫຼື Follow ເພຈ “JaoPeek - ເຈົ້າປີກ” ແລ້ວແຄັບໜ້າຈໍ ສົ່ງລົງກ້ອງຄອມເມັ້ນຂອງວິດີໂອທີ່ທ່ານມັກ = 4 ຄະແນນ

®️ ວິທີການສະໝັກ:
- Scan QR Code ຫຼື ລົງຖະບຽນຜ່ານລິ້ງເພື່ອເຂົ້າກຸ່ມຮັບຂໍ້ມູນ ແລະ ສົ່ງຜົນງານ
🔗 https://forms.gle/6ZFSuAGm3VkQ2Ts67

⚠️Deadline ສົ່ງຜົນງານ‼️
23 ກໍລະກົດ 2026 | 23:59 ⏰
➡️ ໝາຍເຫດ: ຈະບໍ່ມີການປິດລົງຖະບຽນ ແລະ ສາມາດສະໝັກມາໄດ້ເລື້ອຍໆ ຈົນກວ່າຈະເຖິງມື້ປິດສົ່ງຜົນງານ

ຊ່ອງທາງຕິດຕໍ່:
📧 ອີເມວ: [email protected]
📞 ເບີໂທ/ວັອດແອັບ: +856 20 92 831 040
📲 ໄອຈີ: JaoPeek

#ເຈົ້າປີກ



09/07/2026

The face of Dāan Ep:0

07/07/2026

Gen1 Gen2 ເຕັ້ນຂະໜາດນີ້ Gen3 ເຮັດຫຍັງຢູ່ ????
ສະໝັກໄດ້ເເລ້ວມື້ນີ້ທີ່👇🏻📍
https://forms.gle/brbHU3WuUaruG2w89

For more information, contact:
Facebook: Dāna Education Laos
Instagram: Dana.edulaos
Whatsapp: +856 20 9112 4783


【English Text Below】📣 ປະກາດຫາເດັກ six seven 🤲 ຈໍານວນຫຼາຍ...>>ກັບມາອີກຄັ້ງກັບການເປີດຮັບສະມາຊິກໃໝ່ຂອງຄອບຄົວດານ້າ ~❓ເອ້ະ!  ...
06/07/2026

【English Text Below】

📣 ປະກາດຫາເດັກ six seven 🤲 ຈໍານວນຫຼາຍ...>>

ກັບມາອີກຄັ້ງກັບການເປີດຮັບສະມາຊິກໃໝ່ຂອງຄອບຄົວດານ້າ ~

❓ເອ້ະ! ວ່າແຕ່ Dāna Education Laos ນີ້ແມ່ນກຸ່ມແນວໃດ?
❥⁠ Dāna Education Laos ເປັນກຸ່ມອາສາສະໝັກໄວໜຸ່ມທີ່ມີເປົ້າໝາຍຢາກ
ເຮັດໃຫ້ການສຶກສາມີຄວາມເທົ່າທຽມ ແລະ ເຂົ້າເຖິງໄດ້ສຳຫຼັບທຸກຄົນ ໂດຍສະເພາະ ແມ່ນໄວໜຸ່ມ ພວກເຮົາຈະມີການຈັດຫາແຫຼ່ງຂໍ້ມູນ ແລະ ຈັດງານ Workshop, Panel discussion 🗣️ ແລະ ກິດຈະກຳອື່ນໆ ທີ່ສະໜັບສະໜຸນການຮຽນຮູ້ທີ່ Gen Z, Gen Alpha ສາມາດມີສ່ວນຮ່ວມ ແລະ ມ່ວນຊື່ນລະຫວ່າງການຮຽນຮູ້ໃນກິດຈະກໍາຂອງ
ພວກເຮົາ.

❓ເປີດຮັບຮອບນີ້ມີຕໍ່າແໜ່ງໃດແນ່?
❥⁠ ມີເຖິງ 3 ຕໍ່າແໜ່ງເລີຍ~ເດັກໆ 💞

1. ຜູ້ດຳເນີນກິດຈະກຳ (Facilitator)
2. ຜູ້ສ້າງຄອນເທັ້ນ (Content Creator)
3. ຜູ້ຖ່າຍຮູບ ແລະ ອອກແບບໂພສເຕີ (Graphic Designer)

❓ຖ້າສະໝັກເປັນອາສາກັບເອື້ອຍອ້າຍ Dāna ແລ້ວຈະໄດ້ຮັບຫຍັງແນ່?
❥⁠ ເຂົ້າມາແລ້ວຈະໄດ້ເປັນຄົນອາຍຸນ້ອຍ ຮ້ອຍອາຊີບເລີຍ!

☆ ໄດ້ຮັບໂອກາດໃນການທົດລອງເຮັດສິ່ງໃໝ່ໆ 🌟
☆ ກ້າສະແດງອອກ
☆ ຝຶກທັກສະການສື່ສານ
☆ ຮຽນຮູ້ໃນການວາງແຜນ ແລະ ກະກຽມງານຕ່າງໆ
☆ ຮຽນຮູ້ໃນການຈັດແບ່ງເວລາ ⌚
☆ ໄດ້ພົບປະໝູ່ເພື່ອນທີ່ມີຄວາມຮັກມັກ ແລະ ມີ energy ດຽວກັນ 🤸
☆ ສຸດທ້າຍ ແຕ່ ບໍ່ທ້າຍສຸດ ຮ່ວມເຕີມໃຫຍ່ ແລະ ເດີນທາງໄປນໍາກັນ 🎢

❓ແລ້ວມີເງື່ອນໄຂໃນການສະໝັກ ບໍ່?
❥⁠ ມີແນ່ນອນ!

☆ ຕ້ອງມີເວລາວ່າງໃນການເຂົ້າຮ່ວມກີດຈະກໍາ (ໂດຍສະເພາະວັນເສົາ) ຢ່າງໜ້ອຍ 5 ຊົ່ວໂມງ/ອາທິດ
☆ ອາຍຸລະຫວ່າງ 15-25 ປີ
☆ ມີຄວາມພ້ອມທີ່ຈະພັດທະນາຕົນເອງ
☆ ມີຄວາມຮັບຜິດຊອບ
☆ ຕ້ອງອາໄສຢູ່ແຂວງນະຄອນຫຼວງວຽງຈັນ

❓ແລ້ວຖ້າຜ່ານເປັນອາສາສະໝັກຈະຕ້ອງເຮັດວຽກຈັກເດືອນ?
❥⁠ ຢ່າງໜ້ອຍ 6 ເດືອນ

(⁠。⁠•̀⁠ᴗ⁠-⁠)⁠✧ ຂະບວນການຄັດເລືອກມີດັ່ງນີ້:

1️⃣ ຄັດເລືອກຟອມ
2️⃣ ເຂົ້າຮ່ວມ Workshop
3️⃣ ສໍາພາດ

ຊວນໝູ່ ຊວນຄູ່ມາສະໝັກກັນຫຼາຍໆ ເພາະການປ່ຽນແປງອັນຍິ່ງເຮັດເກີດຂຶ້ນຍ້ອນມືຂອງທຸກທ່ານ 🤩 (Dek 67 67 67)

ກົດລິ້ງເພື່ອສະໝັກ👇:
https://forms.gle/brbHU3WuUaruG2w89

ປິດຮັບຟອມ: 15 /7 /2026

🌟ແລ້ວພົບກັນ🌟

----------------------------

📣 Calling all Dek 67s 🤲 We're looking for lots of new faces...>>

We're back again with our newest recruitment for the Dāna family! 💛
~
❓Wait! What exactly is Dāna Education Laos?
❥ Dāna Education Laos is a youth-led volunteer organization committed to making education more equitable and accessible for everyone, especially young people. We provide educational resources and organize workshops, panel discussions 🗣️, and many other activities that create fun, engaging learning experiences where Gen Z and Gen Alpha can actively participate and grow together.

❓What positions are open this round?
❥ We have 4 exciting positions available~ 💞

1. Facilitator
2. Content Creator
3. Graphic Designer

❓What will you gain by becoming a Dāna volunteer?
❥ Join us and become a young person with countless skills!
☆ Get opportunities to try new things 🌟
☆ Build confidence and express yourself
☆ Strengthen your communication skills
☆ Learn how to plan and organize events
☆ Improve your time management ⌚
☆ Meet friends who share the same passion and energy 🤸 ☆ Last but definitely not least, grow together and enjoy the journey with us 🎢

❓Are there any application requirements?
❥ Of course!

☆ Be available to join activities (especially on Saturdays) for at least 5 hours per week ☆ Be between 15–25 years old
☆ Be eager to learn and grow
☆ Be responsible and committed
☆ Currently live in Vientiane Capital

❓If selected, how long is the volunteer commitment?
❥ At least 6 months.

(⁠。⁠•̀⁠ᴗ⁠-⁠)⁠✧ Recruitment process:

1️⃣ Application Form Screening
2️⃣ Workshop
3️⃣ Interview

Invite your friends and apply together, because meaningful change happens when all of us come together 🤩 (Dek 67 67 67)

Apply here 👇:
https://forms.gle/brbHU3WuUaruG2w89

Application Deadline: 15 /7 /2026
-- See you soon! --

For more information, contact:
Facebook: Dāna Education Laos
Instagram: Dana.edulaos
Whatsapp: +856 20 9112 4783


ໂອກາດດີໆມາແລ້ວວວ
06/07/2026

ໂອກາດດີໆມາແລ້ວວວ

[English Text Below]
ເຮໂລ~~ ທຸກຄົນມື້ນີ້ມາຮອດແລ້ວຂ່າວດີສຸດພິເສດຂອງ NOVA101 Club. 🙀

📌 ພວກເຮົາ NOVA 101 Club ກຸ່ມໄວໜຸ່ມອາສາໝັກທີ່ສົ່ງເສີມທັກສະ Soft skills ເເລະ ຄວາມໝັ້ນໃຈໄວໜຸ່ມຜ່ານການເຮັດກິດຈະກຳ ເເລະ ຕອນນີ້ເຮົາໄດ້ເປີດໃຫ້ທຸກຄົນມາເປັນສະມາຊິກກັບ NOVA 101 Club ຂອງພວກເຮົາໄດ້ແລ້ວມື້ນີ້ ສຳລັບຄົນທີ:
- ຢາກພັດທະນາຕົນເອງ ແລະ ເປັນສ່ວນໜຶ່ງໃນການພັດທະນາໄວໜຸ່ມ.
- ຢາກພົບປະກຸ່ມຄົນໃໝ່ໆ ແລະ ຮຽນຮູ້ການເຮັດວຽກເປັນທີມ ພ້ອມທັງຮຽນຮູ້ທັກສະ Soft skills & Hard Skills.
- ໄດ້ມີໂອກາດເຮັດວຽກນຳໄວໜຸ່ມ ທີມີເປົ້າໝາຍດຽວກັນໃນການເປັນຜູ້ນຳໃນການປ່ຽນແປງສັງຄົມ.
- ມີເເນວຄິດຢາກປ່ຽນເເປງສັງຄົມ ເເລະ ສົນໃຈທີ່ຈະຮ່ວມເດີນທາງເຮັດພາລະກິດໄປກັບເຮົາໃນການເຮັດກິດຈະກຳ ຫຼື ສ້າງ ນະວັດຕະກຳທີ່ນຳໃຊ້ເຂົ້າໃນການພັດທະນາໄວໜຸ່ມລາວ.

✨ ພວກເຮົາກຳລັງຊອກຫາເພື່ອນໆທີ່ມີ:
- ອາຍຸ 15 ຫາ 24 ປີ.
- ກຳລັງອາໄສຢູ່ ນະຄອນຫຼວງວຽງຈັນ .
- ທຸກເພດ ເເລະ ສັນຊາດເເມ່ນສະໝັກໄດ້!
- ສາມາດມີສ່ວນຮ່ວມໃນກິດຈະກຳ, ເຂົ້າຮ່ວມປະຊຸມ ແລະ ກະກຽມງານຕ່າງໆໃນວັນເສົາ–ອາທິດ ໃນໄລຍະເວລາ 1 ປີ.
- ຄວາມສົນໃຈ ເເລະ ມັກຮັກໃນການເຮັດວຽກອາສາໝັກ ແລະ ພັດທະນາໄວໜຸ່ມກັນເອງ.
- ຄົນທີ່ບໍ່ມີປະສົບການໃນການເປັນອາສາສະໝັກມາກ່ອນ ແຕ່ມີຄວາມຕັ້ງໃຈ ພວກເຮົາກໍຮັບເຊັ່ນກັນ.

💼ພວກເຮົາກຳລັງເປີດຮັບໃນທີມດັ່ງນີ້:
1. ທີມຈັດຕັ້ງປະຕິບັດ ເເລະ ກິດຈະກຳ (Operation & Activity) :
- Facilitator ຜູ້ອຳນວຍຄວາມສະດວກ
- Coordinator ຜູ້ປະສານງານ
2. ທີມມີເດຍ ເເລະ ປະຊາສຳພັນ (Media & PR) :
- Video Editor ຄົນຕັດຕໍ່ວິດີໂອ
- Photographer ຄົນຖ່າຍຮູບ
- Content creator ຄອນເທັ້ນຄຮີເອດເຕີ
Graphic designer ນັກອອກເເເບບກຣາຟິກ
3. ຜູ້ນຳພາທີມ:
- ທີມຈັດຕັ້ງປະຕິບັດ
- ທີມມີເດຍ

📄 ຜູ້ໃດທີ່ສົນໃຈທີ່ຢາກມາເປັນສ່ວນໜຶ່ງກັບ NOVA 101 Club ສາມາດສະໝັກໄດ້ເລີຍທີ່ລີ້ງທາງກ້ອງຄອມເມັ້ນ 👇🏻

⏱️ ສະໝັກໄດ້ເເລ້ວມື້ນີ້ ຈົນເຖິງ 20 ກໍລະກົດ 2026 23:59
(ອາດມີການປ່ຽນແປງອີງຕາມຈຳນວນຄົນສະໝັກ)

📞ສອບຖາມຂໍ້ມູນເພີ່ມເຕີມໄດ້ທີ່ FB:
NOVA 101 Club
W.A:
+856 20 59 303 824 (ນ້ຳເຜິ້ງ)

!ໝາຍເຫດ! ຜູ້ທີ່ໄດ້ຖືກຄັດເລືອກເທົ່ານັ້ນ ຈະໄດ້ຮັບການຕິດຕໍ່ກັບຈາກ NOVA 101 Club.
ຢ່າພາດໂອກາດດີໆເເບບນີ້, ເເລະ ເເທັກໝູ່ເພື່ອນມາສະໝັກນຳກັນຫຼາຍ, ຂໍໃຫ້ທຸກຄົນໂຊກດີເດີ້~ 😽

Hello everyone~~ The day has finally arrived with a super special announcement from NOVA101 Club! 🙀
📌 Who are we?
We are NOVA101 Club, a youth volunteer group dedicated to empowering young people by boosting their soft skills and self-confidence through engaging activities. Today, we are officially welcome onboard for new members to join our family!
This opportunity is perfect for anyone who:
-Wants to develop themselves and be a part of empowering the youth.
-Wants to meet new people, practice teamwork, and learn both Soft Skills and Hard Skills.
-Wants the opportunity to work alongside like-minded youth driven to become leaders of social change.
-Believes in social change and is ready to embark on a mission with us to create activities or innovations that uplift Lao youth.

✨ Who We Are Looking For:
Age between 15 to 24 years old.
Currently residing in Vientiane Capital.
Any gender or Nationality all can apply.
Able to participate in activities, attend meetings, and help prepare for events on Saturdays and Sundays throughout a 1-year term.
Passionate about volunteering and youth development.
No prior volunteer experience? No problem! As long as you are dedicated and motivated, we welcome you to apply.

💼 Open Positions:
1. Operation & Activity Team
- Facilitator
- Coordinator
2. Media & Public Relations Team
- Video Editor
- Photographer
- Content Creator
- Graphic Designer
3. Team Leaders
- Activity Team Leader
- Media Team Leader

📄 How to Apply:
If you are ready to become a part of NOVA101 Club, click the link below comment to apply now 👇🏻:

⏱️ Application Deadline: From today until July 20, 2026, at 23:59
(Subject to change depending on the number of applicants).

📞 For more information, please contact:
Facebook: NOVA 101 Club
WhatsApp: +856 20 59 303 824 (Namphueng)
⚠️ Note: Only shortlisted candidates will be contacted by NOVA101 Club.
Don't miss out on this great opportunity! Tag your friends to apply together. Best of luck to everyone! 😽




Address

That Dam
Vientiane

Alerts

Be the first to know and let us send you an email when Dāna Education Laos posts news and promotions. Your email address will not be used for any other purpose, and you can unsubscribe at any time.

Contact The School

Send a message to Dāna Education Laos:

Shortcuts

Share