ສາລາພອນແກ້ວ Sala Phonekeo Community Center

ສາລາພອນແກ້ວ Sala Phonekeo Community Center

Share

ບໍລິການເຊົ່າຫ້ອງປະຊຸມ ເພື່ອຈັດກິດຈະກຳ, ງານເຝິກອົບຮົມ ຫຼື ກອງປະຊຸມ. ສາມາດສອບຖາມໄດ້. Please contact us for more information.

We have space for people who are interest in organzing events, workshops or meeting. ມີຊັ້ນປະຖົມສຶກສາ ຊັ້ນມັດທະຍົມສຶກສາຕອນຕົ້ນ ແລະ ຊັ້ນ ມັດທະຍົມສຶກສາຕອນປາຍ

01/04/2026

ເຊີນມາຮ່ວມງານ ທີ່ ສວນພອນແກ້ວ ໄດ້ ☺️ ເຂົ້າຮ່ວມຟຣີ. ມີກິດຈະກຳເທິງເວທີ ພ້ອມແຈກຂອງລາງວັນ.

28/11/2025

ງານສຳມະນາທີ່ຢາກເຊີນຊວນໄວໜຸ່ມທຸກຄົນໃຫ້ໄປແລກປ່ຽນ :) ສະໝັກເລີຍເດີ້

ເປິດຮັບສະໝັກໄວໜຸ່ມລາວທົ່ວປະເທດເພື່ອເຂົ້າຮ່ວມ "ງານສຳມະນາພົບປະໄວໜຸ່ມ" ເພື່ອສົນທະນາແລກປ່ຽນຄວາມຄິດເຫັນ ແລະ ປະກອບສ່ວນເຂົ້າໃນການພັດທະນາສັງຄົມ ແລະ ຊຸມຊົນ ໃນຂົງເຂດ: ການສຶກສາ ແລະ ການພັດທະນາຊັບພະຍາກອນມະນຸດ, ການຮັກສາສິ່ງແວດລ້ອມ ແລະ ທຸລະກິດສີຂຽວ (Green Business), ເຕັກໂນໂລຊີ ແລະ ສື່ສານມວນຊົນ (Technology, Digital and Media literacy), ການພັດທະນາເສດຖະກິດ-ສັງຄົມແບບຍືນຍົງ: ສິລະປະ, ວັດທະນະທຳ ແລະ ການທ່ອງທ່ຽວ.

🕒 ງານຈະຈັດຂຶ້ນໃນວັນທີ: 17 ມັງກອນ 2026, ທີ່ນະຄອນຫຼວງວຽງຈັນ

✨ເງື່ອນໄຂໃນການສະໝັກ:
- ເປັນໄວໜຸ່ມລາວທີ່ມີອາຍຸລະຫວ່າງ 18-35 ປີ.
- ເປັນໄວໜຸ່ມທີ່ເຮັດວຽກໃນອົງກອນ, ກຸ່ມ ຫຼື ອົງກອນສ່ວນບຸກຄົນທີ່ກ່ຽວພັນກັບການພັດທະນາຊຸມຊົນໃນຂົງເຂດ: ການສຶກສາ ແລະ ການພັດທະນາຊັບພະຍາກອນມະນຸດ, ການຮັກສາສິ່ງແວດລ້ອມ ແລະ ທຸລະກິດສີຂຽວ (Green Business), ເຕັກໂນໂລຊີ ແລະ ສື່ສານມວນຊົນ (Technology, Digital and Media literacy), ການພັດທະນາເສດຖະກິດ-ສັງຄົມແບບຍືນຍົງ: ສິລະປະ, ວັດທະນະທຳ ແລະ ການທ່ອງທ່ຽວ.
- ໄວໜຸ່ມທີ່ມີຄວາມພິການ ຫຼື ອາໄສຢູ່ຕ່າງແຂວງກໍສາມາດສະໝັກໄດ້ເດີ້. (ສຳລັບໄວໜຸ່ມຕ່າງແຂວງທີ່ຖືກຄັດເລືອກເຂົ້າຮ່ວມງານໃນຄັ້ງນີ້ ທາງທີມງານຈະຮັບຜິດຊອບຄ່າໃຊ້ຈ່າຍໃນການເດີນທາງທັງໝົດເຊັ່ນ: ຄ່າເດີນທາງໄປ-ກັບ, ຄ່າທີ່ພັກ ແລະ ອັດຕາກິນ ສຳລັບ 2 ມື້).
- ເປັນຄົນທີ່ມີຄວາມສົນໃຈໃນການຮຽນຮູ້ ເລື່ອງການພັດທະນາໄວໜຸ່ມໃນຫຼາກຫຼາຍຂົງເຂດ ແລະ ພ້ອມທີ່ຈະເຊື່ອມໂຍງກັບໄວໜຸ່ມທີ່ເຮັດວຽກໃນຂົງເຂດທີ່ແຕກຕ່າງກັນ.

⚡ສະໝັກເລີຍ: https://forms.gle/qNbnfZCYLXobZhaM7
ໝາຍເຫດ :ມີຂັ້ນຕອນການຄັດເລືອກໄວໜຸ່ມເພື່ອເຂົ້າຮ່ວມ ແລະ ຈຳກັດພຽງແຕ່ 50 ຄົນເທົ່ານັ້ນ.
📍ປິດຮັບສະໝັກວັນທີ: 02/12/2025

ສອບຖາມຂໍ້ມູນເພີ່ມຕື່ມທີ່ເພຈ STELLA.
ສະໜັບສະໜູນໂດຍ: European Union in Laos

#ງານສຳມະນາພົບປະໄວໜຸ່ມ

26/11/2025

ຈື່ໄດ້ບໍ່ ວ່າມີຫຍັງໃນວິດີໂອນີ້? ໃຫ້ຕິດຕາມຂ່າວເດີ້ ວ່າຈະມີຫຍັງເກີດຂຶ້ນນະທີ່ນີ້ ໃນສອງສາມເດືອນຂ້າງໜ້າ😀

17/11/2025

ໂອກາດແບບນີ້ບໍ່ໄດ້ມີຕະຫຼອດ. ສະໝັກເຂົ້າມາໄດ້ເລີຍ ☺️

🌟 ເປີດຮັບສະໝັກນ້ອງໆຈາກນະຄອນຫຼວງວຽງຈັນ! 🌟

ພວກເຮົາກຳລັງຊອກຫານ້ອງໆທີ່ອາໄສ/ຮຽນ ຢູ່ນະຄອນຫຼວງວຽງຈັນເກນອາຍຸ 14–18 ປີ ທີ່ມີຄວາມກະຕືລືລົ້ນໃນການພັດທະນາທັກສະ ແລະ ການສ້າງຜົນກະທົບທາງບວກໃນໂຮງຮຽນ ຫຼື ຊຸມຊົນຂອງຕົນເອງ!

ນີ້ແມ່ນໂອກາດຂອງນ້ອງໆທີ່ຈະເຂົ້າຮ່ວມໂຄງການ Sinxay ກິດຈະກຳຝຶກອົບຮົມເປັນໄລຍະເວລາ 2 ມື້ເຕັມໆ, ເຊິ່ງຈັດໂດຍ UNUNICEF Laos ພາຍໃຕ້ Sinxay Mentor: Youth Champion (ຄູຝຶກ: Tounou Chanthavongsa) ຮ່ວມກັບ Global Shaper Vientiane Hub ແລະ ສູນກາງຊາວໜຸ່ມລາວ.

ເພື່ອຝຶກໃຫ້ນ້ອງໆກາຍເປັນອາສາໂຄສະນາໄວໜຸ່ມ ເຊິ່ງປະກອບໄປດ້ວຍດ້ວຍເກມກິດຈະກຳ ແລະບົດຮຽນທີ່ຊ່ວຍໃຫ້ນ້ອງໆຮູ້ຈັກຕົນເອງຫຼາຍຂຶ້ນ, ໄດ້ສ້າງຄວາມໝັ້ນໃຈ, ຄວາມເປັນຜູ້ນຳ ແລະຮຽນຮູ້ ວິທີການວາງແຜນກິດຈະກຳ ຈາກແນວຄວາມຄິດໃຫ້ກາຍເປັນການປະຕິບັດຕົວຈິງ!

✨ ສິ່ງທີ່ນ້ອງໆຈະໄດ້ຮັບຈາກການເຂົ້າຮ່ວມ:

✅ຮຽນຮູ້ທັກສະການສື່ສານ ແລະ ການເປັນອາສາໂຄສະນາໄວໜຸ່ມຄົນຕໍ່ໄປ
✅ຮຽນຮູ້ການເປັນຜູ້ນຳ ແລະ ການສ້າງຄວາມໝັ້ນໃຈໃຫ້ຕົນເອງ
✅ຮຽນຮູ້ການຂຽນແຜນໂຄງການ/ກິດຈະກຳ ແລະ ການເຮັດວຽກເປັນທີມ
✅ໄດ້ສ້າງມິດຕະພາບກັບໝູ່ເພື່ອນໃໝ່ໆ
✅ໄດ້ຮັບໃບຢັ້ງຢືນການເຂົ້າຮ່ວມໂຄງການ Sinxay ຈາກ UNICEF Laos
✅ໄດ້ຮັບສິດທິພິເສດເພື່ອກຽມສະໝັກທຶນຂະໜາດນ້ອຍຈາກ UNICEF Laos

👥 ໃຜແດ່ທີ່ສາມາດເຂົ້າຮ່ວມໄດ້?

ອາຍຸລະຫວ່າງ 14–18 ປີ
ອາໄສ/ຮຽນຢູ່ໃນ ນະຄອນຫຼວງວຽງຈັນ
ສົນໃຈການເຮັດກິດຈະກຳເພື່ອສັງຄົມ, ທັກສະການສື່ສານ ແລະ ທັກສະການເປັນຜູ້ນຳ
ບໍ່ມີປະສົບການກໍສາມາດສະໝັກໄດ້
ສາມາດເຂົ້າຮ່ວມຝຶກອົບຮົມໄດ້ທັງສອງມື້ ຕາມກຳນົດໄວ້
ກຸ່ມຄົນທີ່ມີຂໍ້ຈຳກັດທາງຮ່າງກາຍ ຈະຖືກພິຈາລະນາເປັນພິເສດ!

📍ສະຖານທີ່ຝຶກອົບຮົມ: Varee Cafe ວະລີ ຄາເຟ່
📅 ວັນເວລາຝຶກ: ວັນເສົາ-ອາທິດ, ວັນທີ 6 - 7 ທັນວາ 2025 ນີ້, 08:30 ເຊົ້າ ຫາ 16:30 ແລງ

ໝາຍເຫດ: ພວກເຮົາມີອາຫານທ່ຽງໃຫ້ທັງ 2 ມື້

💙 ຄ່າໃຊ້ຈ່າຍ: ເຂົ້າຮ່ວມຟຣີ

🔗 ສະໝັກໄດ້ທີ່ນີ້: https://forms.gle/PmhZoxNFtHV9EnAS9

🕒 ປິດຮັບສະໝັກ: 26 ພະຈິກ 2025
ມາຮ່ວມກັນສ້າງຜູ້ນຳໄວໜຸ່ມຂອງປະເທດລາວຄົນຕໍ່ໄປ.
Your voice matters. Your ideas matter. Your action matters. 💛✨💛✨

ສອບຖາມເພີ່ມເຕີມ: ຜູ້ປະສານງານ ຕານູ່ 02099610545
—------------------------------------------------------------------------------

🌟 Calling for Young People from Vientiane Capital! 🌟
It’s now your chance! We are looking for young people aged 14–18 who live/study in Vientiane Capital and are enthusiastic about developing their skills and creating a positive impact in their schools or communities!

This is your opportunity to join the Sinxay Program's 2-day intensive training, organized by UNICEF Laos under the Sinxay Mentor: Youth Champion (Mentor: Tounou Chanthavongsa), in collaboration with the Global Shapers Vientiane Hub and the Lao Youth Union Centre. This training aims to equip young people with advocacy skills and is packed with games, activities, and lessons that will help you understand yourself better, build confidence and leadership skills, and learn how to plan activities from concept to actual implementation!

✨ What you will gain:

✅Leadership & communication skills
✅Advocacy & teamwork skills
✅How to design your own community project
✅Mentorship from Global Shapers and Sinxay Mentors
✅Certificate supported by UNICEF & Lao Youth Union
✅Meaningful connection with new friends and expertise

👥 Who can join?

Students aged 14–18
Living/studying in Vientiane Capital
Be available to attend all the training as scheduled date
No experience required, just curiosity and motivation!
Applicants with disabilities will have special consideration

📅 Training Date: Weekend 6-7 December 2025
📍 Location: Varee Café
💙 Cost: Free Entry

🔗 Apply here: https://forms.gle/PmhZoxNFtHV9EnAS9

🕒 Deadline: 26 November 2025

Let’s build the next generation of Lao youth leaders together.
Your voice matters. Your ideas matter. Your action matters. 💛✨


Photos from Global Shapers Vientiane Hub's post 02/09/2025

ທາງເຮົາຂໍຂອບໃຈທາງກຸ່ມ Global Shapers Vientiane Hub ທີ່ໄດ້ມາໃຊ້ບໍລິການຫ້ອງປະຊຸມຂອງພວກເຮົາ. ທາງເຮົາຮູ້ສຶກດີໃຈ ທີ່ໄດ້ຮັບໃຊ້ງານສຳມະນາທີ່ມີຜົນປະໂຫຍດແກ່ໄວໜຸ່ມແບບນີ້. ຫວັງວ່າພວກເຮົາຈະໄດ້ຮ່ວມມືຈັດງານດີໆແບບນີ້ໃນອານາຄົດ.

25/08/2025

[English is below]

🚨 ຟອມລົງທະບຽນໄດ້ປິດລົງແລ້ວ🚨
ຂອບໃຈທຸກຄົນທີ່ລົງທະບຽນສຳລັບງານຄາເຟ່ເປົ້າໝາຍການພັດທະນາແບບຍືນຍົງ ພວກເຮົາດີໃຈຫຼາຍທີ່ທຸກຄົນສົນໃຈ🌟

ເນື່ອງຈາກມີການຈຳກັດຈຳນວນຜູ້ເຂົ້າຮ່ວມ ພວກເຮົາຈະຄັດເລືອກໂດຍອີງຕາມເປົ້າໝາຍການພັດທະນາແບບຍືນຍົງທີ່ເລືອກໄວ້ ເພື່ອໃຫ້ໝັ້ນໃຈວ່າຈະເປັນການສົນທະນາທີ່ຫຼາກຫຼາຍ ແລະ ມີຄວາມໝາຍ 🎯✨

✅ຜູ້ເຂົ້າຮ່ວມທີ່ຖືກເລືອກຈະຖືກປະກາດໄວໆນີ້
📅 30 ສິງຫາ | 🕗 8:30 – 12:00 ໂມງ
📍 ໂຮງຮຽນພອນແກ້ວວິທະຍາ

ຂໍຂອບໃຈທາງ ຂໍຂອບໃຈ UNFPA Laos ທີ່ໃຫ້ການສະໜັບສະໜຸນສົນທະນາຂອງໄວໜຸ່ມລາວທີ່ມີຄວາມໝາຍນີ້💛
..

🚨 Registration Closed! 🚨
Thank you to everyone who signed up for SDGs Café, we’re thrilled by your interest! 🌟

Due to limited quotas, participants will be selected based on their interest in each SDG topic (SDG 3, 4, 5 & 13) to ensure diverse and meaningful conversations. 🎯✨

✅ Selected participants will be contacted soon — stay tuned!
📅 30 August | 🕗 8:30 AM – 12:00 PM
📍 Phonekeo Vithagna School

Grateful to UNFPA Laos for supporting youth dialogue and action that matters. 💛

Photos from ສາລາພອນແກ້ວ Sala Phonekeo Community Center's post 25/12/2024

ການເຮັດບຸນປະຈຳປີ 2024 ຂອງໂຮງຮຽນພອນແກ້ວວິທະຍາ ກໍໄດ້ຜ່ານໄປຢ່າງໄດ້ຮັບຜົນສຳເລັດຕາມລະດັບຄາດໝາຍ. ນັກຮຽນໄດ້ແຂ່ງຂັນກັນປະດັບປະດາຮ້ານຂາຍຂອງຫ້ອງຕົນເອງ ໄດ້ຂາຍອາຫານ ຜະລິດຕະພັນຫັດຖະກຳ ແລະຜັກຈາກສວນ ເຊິ່ງເປັນຜົນງານຂອງນັກຮຽນເອງ. ນອກຈາກນີ້ ນັກຮຽນຍັງສ້າງລາຍໄດ້ ຈາກການຂາຍເຄື່ອງນຸ່ງມືສອງ ແລະ ໃຫ້ເຊົ່າເຄື່ອງນຸ່ງ ຄອສເພຼ ສຳລັບຖ່າຍຮູບ. ຂໍຂອບໃຈ ທ່ານຜູ້ປົກຄອງນັກຮຽນ, ອະດີດນັກຮຽນ ແລະປະຊາຊົນໃກ້ຄຽງ ທີມາທ່ຽວຊົມແລະອຸດໜູນ 🙏

Want your school to be the top-listed School/college?

Telephone

Website

Opening Hours

Monday 07:30 - 17:00
Tuesday 07:30 - 17:00
Wednesday 07:30 - 17:00
Thursday 07:30 - 17:00
Friday 07:30 - 17:00