24/04/2026
ພິທີສະຫຼຸບບັ້ນຝຶກຫັດ ຂອງຂະບວນຄູຝຶກຫັດ ສາຍ ເມືອງປາກຊັນ ແຂວງບໍລິຄຳໄຊ ໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 23/04/2026 ທີ່ຜ່ານມາ ໃນເວລາ 08:00 ນາທີ ທີ່ໂຮງຮຽນ ມສ ສົງ ປາກຊັນ ໂດຍໄດ້ເຂົ້າຮ່ວມໃນກອງປະຊຸມນີ້ມີ:
1, ພຣະອາຈານໃຫຍ່ ຊົມພູ ມັດທະວົງ, ຮອງປະທານ ອພສ ແຂວງບໍລິຄຳໄຊ, ຫົວໜ້າກັມມາທິການສຶກສາສົງແຂວງບໍລິຄຳໄຊ.
2, ພຣະອາຈານໃຫຍ່ ບຸນຈັນ ຈັນທະສິດ, ຮອງຜູ້ອຳນວຍການວິທະຍາໄລຄູສົງອົງຕື້.
3, ພຣະອາຈານ ແສງເພັດ ໄຊສົມພູ, ຜູ້ອຳນວຍການໂຮງຮຽນ ມສ ສົງ ປາກຊັນ.
4, ທ່ານ ນາງ ຮສ ວົງເດືອນ ໂອໃສ, ຫົວໜ້າກົມສ້າງຄູ.
ນອກຈາກນີ້, ຍັງມີພຣະສົງ(ອາຈານສອນທີ່ເປັນບັນພະສິດ), ສາມະເນນ(ນັກຮຽນ), ຄູອາຈານສອນປະຈຳ, ພາກສ່ວນທີ່ກ່ຽວຂ້ອງຕ່າງໆ, ອຳນາດການປົກຄອງບ້ານ, ແລະ ຍາດໂຍມ.
ການລົງຝຶກຫັດຄັ້ງນີ້ແມ່ນໄດ້ຮັບການຕີລາຄາເຖິງຄວາມສຳເລັດ ແລະ ໝາກຜົນອັນຈົບງາມ ທີ່ເປັນໄປຕາມທິດທາງອັນຖືກຕ້ອງແລະສອດຄ່ອງກັບສະພາບຄວາມເປັນຈິງ, ນອກຈາກນີ້, ກໍເພື່ອຕອບສະໜອງກັບຄວາມຕ້ອງການລະດັບທ້ອງຖິ່ນອີກດ້ວຍ.
#ລົງວັນທີ 23-ເມສາ-2026
#ວິທະຍາໄລອົງຕື້
#ໂຮງຮຽນມສສົງປາກຊັນ