ພະແນກຫຼັກສູດພາສາຍີ່ປຸ່ນ ສະຖາບັນລາວ-ຍີ່ປຸ່ນ LJI JPCourse

ພະແນກຫຼັກສູດພາສາຍີ່ປຸ່ນ ສະຖາບັນລາວ-ຍີ່ປຸ່ນ LJI JPCourse LJI Japanese Language Course​ 日本語コース ສອນພາສາຍີ່ປຸ່ນ

Japanese Entrance Exam 2027 (LJI Japanese Course )ສຳລັບຜູ້ທີ່ຢາກເລີ່ມຮຽນພາສາຍີ່ປຸ່ນແຕ່ບໍ່ຢາກຮຽນຊໍ້າຈາກພື້ນຖານ!🇯🇵 LJI ຂໍເ...
12/08/2026

Japanese Entrance Exam 2027 (LJI Japanese Course )
ສຳລັບຜູ້ທີ່ຢາກເລີ່ມຮຽນພາສາຍີ່ປຸ່ນແຕ່ບໍ່ຢາກຮຽນຊໍ້າຈາກພື້ນຖານ!
🇯🇵 LJI ຂໍເຊີນທຸກທ່ານມາເສັງ "ທຽບເຂົ້າຮຽນ" ເພື່ອກວດລະດັບພາສາຍີ່ປຸ່ນ ແລະ ເຂົ້າຮຽນໃນຫ້ອງທີ່ເໝາະສົມກັບທ່ານ.
🗓️ ວັນເສັງ:
· ຫ້ອງເຊິ່ງຫນ້າ: 04 ກັນຍາ 2026
· ຫ້ອງອອນລາຍ: 07 ກັນຍາ 2026 ຜ່ານ Zoom
⏰ ເວລາ: 17:30 - 19:30
📍 ສະຖານທີ່: Laos-Japan Institute (LJI) ສະເພາະເສັງເຊິ່ງຫນ້າ
💰 ຄ່າສະໝັກ: 50,000 ກີບ
🗺️ ແຜນທີ່: https://maps.app.goo.gl/Ly3pPDgd8fiSzbbt7
📚 ເລີ່ມຮຽນ 14 ກັນຍາ 2026 ນີ້!

04/08/2026

Let's learn Japanese online 💻
ມາຮຽນພາສາຍີ່ປຸ່ນອອນລາຍນໍາກັນບໍ່?
ທ່ານໃດທີ່ເຄີຍຮຽນພາສາຍີ່ປຸ່ນມາແລ້ວ ແຕ່ບໍ່ສະດວກເລື່ອງການເດີນທາງມາຮຽນຫ້ອງອອນລາຍກັບສະຖາບັນລາວ-ຍີ່ປຸ່ນໄດ້.

ເງື່ອນໄຂຜູ້ສະໝັກ
・ຜູ້ສະໝັກສອບເສັງຕ້ອງມີອາຍຸ 15 ປີຂຶ້ນໄປ 

ເລີ່ມຮຽນ: 18 ສິງຫາ 2026
ຮຽນຜ່ານໂປຣແກຣມ Zoom

ລິ້ງລົງທະບຽນ https://forms.gle/fwt2BAimapWc47iw9

JF Standard ແບ່ງອອກເປັນ 6 ລະດັບຄື: A1-C2. ແຕ່ລະລະດັບແມ່ນອີງຕາມມາດຕະຖານສາກົນທີ່ໃຊ້ວັດແທກຄວາມຊ່ຽວຊານດ້ານພາສາຂອງສະພາເອີຣົບ (CEFR).

ລະດັບ A1
ສາມາດເຂົ້າໃຈ ແລະ ໃຊ້ສຳນວນພື້ນຖານທີ່ກ່ຽວຂ້ອງກັບສະຖານະການທີ່ມັກໃຊ້ໃນຊີວິດປະຈຳວັນເພື່ອຕອບສະໜອງຄວາມຕ້ອງການທີ່ຊັດເຈນໄດ້.
ສາມາດແນະນຳຕົນເອງ ແລະ ຜູ້ອື່ນໄດ້, ສາມາດຖາມ-ຕອບກ່ຽວກັບຂໍ້ມູນສ່ວນຕົວເຊັ່ນ: ອາໄສຢູ່ໃສ, ຮູ້ຈັກໄພ, ສິ່ງຂອງທີ່ມີ ແລະ ອື່ນໆໄດ້.
ຖ້າຄູ່ສົນທະນາໃຊ້ພາສາທີ່ເຂົ້າໃຈງ່າຍ, ເວົ້າຊ້າໆ ແລະ ຊ່ວຍເຫຼືອໃນເວລາສົນທະນາກໍ່ຈະສາມາດສື່ສານໂຕ້ຕອບໄດ້.

ລະດັບ A2
ສາມາດເຂົ້າໃຈສຳນວນ ຫລື ປະໂຫຍກທີ່ມັກໃຊ້ໃນຊີວິດປະຈຳວັນເຊັ່ນ: ຂໍ້ມູນພື້ນຖານຂອງຕົນເອງ ຫລື ຄອບຄົວ, ການຊື້ເຄື່ອງ, ສະຖານທີ່ທີ່ໃກ້ໆ, ການເຮັດວຽກ ແລະ ອື່ນໆที่เป็นເລື່ອງກ່ຽວຂ້ອງກັບຕົນເອງໂດຍກົງ.
ສາມາດແລກປ່ຽນຂໍ້ມູນກ່ຽວກັບເລື່ອງທີ່ຮູ້ຈັກດີຖ້າຢູ່ໃນຂອບເຂດที่เป็นເລື່ອງງ່າຍໃນຊີວິດປະຈຳວັນ.
ສາມາດອະທິບາຍດ້ວຍຄຳສັບງ່າຍໆກ່ຽວກັບສະຖານະການອ້ອມຕົວ ຫລື ຄວາມເປັນມາຂອງຕົນເອງ ຫລື ເລື່ອງທີ່ຢູ່ໃນຂອບເຂດທີ່ຈຳເປັນໄດ້.

2026年3月-7月学期の多読イベントが終わりました📚お気に入りの本はありましたか?最後の本紹介も、読みたくなる本ばかりでしたね!参加してくれた皆さん、ありがとうございました。また来学期、会いましょう✨ກິດຈະກຳອ່ານປຶ້ມ (Ta...
04/08/2026

2026年3月-7月学期の多読イベントが終わりました📚
お気に入りの本はありましたか?
最後の本紹介も、読みたくなる本ばかりでしたね!
参加してくれた皆さん、ありがとうございました。
また来学期、会いましょう✨

ກິດຈະກຳອ່ານປຶ້ມ (Tadoku) ປະຈຳສົກຮຽນ ເດືອນ 3 ຫາ ເດືອນ 7 ປີ 2026 ໄດ້ສິ້ນສຸດລົງຢ່າງງົດງາມແລ້ວ!
ໃນສົກຮຽນນີ້, ທຸກຄົນໄດ້ພົບກັບປຶ້ມດີໆ ແລະ ໜ້າສົນໃຈຫຼາຍເລື່ອງ!
ມີໃຜພົບປຶ້ມທີ່ຕົນເອງມັກທີ່ສຸດແລ້ວບໍ? 😊
ໃນການແນະນຳປຶ້ມຄັ້ງສຸດທ້າຍ, ກໍມີແຕ່ປຶ້ມໜ້າອ່ານ ແລະ ໜ້າຕິດຕາມອ່ານ 📖

ຂໍຂອບໃຈທຸກໆຄົນທີ່ເຂົ້າມາຮ່ວມກິດຈະກຳໃນຄັ້ງນີ້!
ພວກເຮົາມີຄວາມດີໃຈຫຼາຍທີ່ໄດ້ເຫັນຄວາມຕັ້ງໃຈ ແລະ ຄວາມຮັກໃນການອ່ານຂອງທຸກຄົນ.

ເຖິງວ່າສົກຮຽນນີ້ຈະຈົບລົງແລ້ວ, ແຕ່ໃນໄລຍະພັກຮຽນນີ້ ກໍຢ່າລືມເພີດເພີນກັບການອ່ານປຶ້ມເດີ້.
ແລ້ວພົບກັນໃໝ່ໃນສົກຮຽນໜ້າ! ✨

ນີ້ແມ່ນກິດຈະກຳນຳສະເໜີຜົນງານທ້າຍພາກຮຽນຂອງຫ້ອງຮຽນຂັ້ນຕົ້ນຕອນປາຍ ແລະ ຫ້ອງຮຽນຂັ້ນຕົ້ນ-ກາງ.ໃນຫ້ອງຮຽນຂັ້ນຕົ້ນຕອນປາຍ, ນັກຮຽນໄດ້...
31/07/2026

ນີ້ແມ່ນກິດຈະກຳນຳສະເໜີຜົນງານທ້າຍພາກຮຽນຂອງຫ້ອງຮຽນຂັ້ນຕົ້ນຕອນປາຍ ແລະ ຫ້ອງຮຽນຂັ້ນຕົ້ນ-ກາງ.
ໃນຫ້ອງຮຽນຂັ້ນຕົ້ນຕອນປາຍ, ນັກຮຽນໄດ້ແນະນຳ "ສະຖານທີ່ທ່ອງທ່ຽວທີ່ແນະນຳ".
ສ່ວນຫ້ອງຮຽນຂັ້ນຕົ້ນ-ກາງ, ນັກຮຽນໄດ້ນຳສະເໜີກ່ຽວກັບຫົວຂໍ້ທີ່ໄດ້ຮຽນມາ ແລ້ວນຳສະເໜີ.
ແຕ່ລະຄົນໄດ້ສະຫຼຸບຂໍ້ມູນໃສ່ສະໄລ້ ແລະ ໂປສເຕີຢ່າງງົດງາມ ແລະ ນຳສະເໜີໄດ້ເກັ່ງຫຼາຍ.
ການທີ່ສາມາດນຳສະເໜີຜົນງານເປັນພາສາຢີ່ປຸ່ນໄດ້ ແລະ ການພະຍາຍາມຕອບຄຳຖາມຈາກແຂກທີ່ມາຮ່ວມງານ ເຮັດໃຫ້ນັກຮຽນມີຄວາມໝັ້ນໃຈຫຼາຍຂຶ້ນ. ເຖິງວ່າໃນຕອນທຳອິດຈະເຫັນສີໜ້າຕື່ນເຕັ້ນ, ແຕ່ກໍສາມາດນຳສະເໜີຜົນງານເປັນພາສາຢີ່ປຸ່ນໄດ້ສຳເລັດ, ພ້ອມທັງບໍ່ຍອມແພ້ ແລະ ພະຍາຍາມຕອບຄຳຖາມທີ່ຍາກຈາກແຂກດ້ວຍຄຳເວົ້າຂອງຕົນເອງ, ເຮັດໃຫ້ນັກຮຽນມີຄວາມໝັ້ນໃຈຫຼາຍຂຶ້ນຢ່າງຍິ່ງ. ຮູ້ສຶກປະທັບໃຈຫຼາຍທີ່ໄດ້ເຫັນການເຕີບໂຕ ແລະ ຄວາມເຂັ້ມແຂງຂອງທຸກຄົນ.
ຂໍຂອບໃຈທຸກໆທ່ານທີ່ໄດ້ເຂົ້າຮ່ວມ.
ແລະ ຂໍຂອບໃຈສຳລັບຄວາມພະຍາຍາມໃນການຮຽນຕະຫຼອດໄລຍະເວລາປະມານ 4 ເດືອນທີ່ຜ່ານມາ.
初級後半クラスと初中級クラスで、期末の発表会が行われました👩‍🏫👨‍🏫
初級後半クラスでは、おすすめの観光地を紹介しました。
初中級クラスでは勉強したトピックについて調査を行い、結果を発表しました。
それぞれスライドやポスターにまとめて、立派に発表していました。
日本語で大きな発表ができたことやゲストの質問に頑張って答えたことに学生たちも自信がついたようです。
ご参加くださった皆様、ありがとうございました。
そして、約4カ月の勉強、お疲れ様でした

19/07/2026

Japanese Language class for Beginners (B0) 🗾🇯🇵
ຫຼັກສູດຮຽນຕົວອັກສອນພາສາຍີ່ປຸ່ນ ສໍາລັບຜູ້ຢາກຮຽນເລີ່ມຕົ້ນຮຽນພາສາຍີ່ປຸ່ນ🥳

🌸 ອ່ານ-ຂຽນ ຕົວອັກສອນພື້ນຖານ (Hiragana/Katakana) ໄດ້ຢ່າງຄ່ອງແຄ້ວ.
🗣️ ສົນທະນາ ຖາມ-ຕອບໃນຊີວິດປະຈຳວັນ ແລະ ແນະນຳຕົວເອງໄດ້ຄືກັບຄົນຍີ່ປຸ່ນ.
📺 ເຂົ້າໃຈ ວັດທະນະທຳ ແລະ ຄຳສັບໃນອານິເມະ ຫຼື ຊີຣີທີ່ທ່ານມັກຫຼາຍຂຶ້ນ!

🧑‍🏫ຫ້ອງວັນປົກກະຕິ (ຈັນ, ພຸດ, ສຸກ) ເລີ່ມຮຽນ: 13 ກໍລະກົດ 2026 ເວລາ 17:30-19:30

📍 ສະຖານທີ່: ສະຖາບັນລາວ-ຍີ່ປຸ່ນ https://goo.gl/maps/29Gsi4hTGkNJZH9M6
ເຂົາຄິວອາໂຄດໃນປະກາດເພື່ອສະໝັກຮຽນ
📲 ສະໝັກດ່ວນ! ຕິດຕໍ່ທາງຂໍ້ຄວາມ ຫຼື ໂທ 020 5494-8807
ມາຮຽນພາສາຍີ່ປຸ່ນນໍາກັນເດີ! 🎉

ງານນີ້ຈັດຢູ່ສະຖາບັນໃດນິ. ມາໆ ມາລົງທະບຽນເພື່ອຮັບສິດ.
17/07/2026

ງານນີ້ຈັດຢູ່ສະຖາບັນໃດນິ. ມາໆ ມາລົງທະບຽນເພື່ອຮັບສິດ.

✨ຂໍເຊີນຊວນທຸກທ່ານເຂົ້າຮ່ວມງານສຳມະນາ ສື່ການຮຽນການສອນແບບ e-Learning ແລະ ພາສາຍີ່ປຸ່ນຈາກອະນິເມະ ແລະ ມັງງະ ທີ່ຈະຈັດຂຶ້ນໃນເດືອນສິງຫານີ້!!🤩📣
📢 【セミナー開催のお知らせ】eラーニング教材&アニメ・マンガで学ぶ日本語セミナー!🤩📣
(日本語は下にあります)

ຜູ້ທີ່ກຳລັງຮຽນພາສາຍີ່ປຸ່ນ ແລະ ຄູອາຈານທີ່ກຳລັງສອນພາສາຍີ່ປຸ່ນ ທີ່ມີຄວາມສົນໃຈການຮຽນການສອນພາສາຍີ່ປຸ່ນໃນຮູບແບບໃໝ່ໆຂໍຮຽນເຊີນ. ພາຍໃນງານສຳມະນາ 2 ມື້ ຜູ້ເຂົ້າຮ່ວມຈະໄດ້ສຳຜັດ ແລະ ຮຽນຮູ້ວິທີການຮຽນການສອນພາສາຍີ່ປຸ່ນໃນຮູບແບບໃໝ່, ໂດຍການນຳໃຊ້ເຄື່ອງມືດີຈີຕອນ (Digital tool) ແລະ ວັດທະນະທຳປ໊ອບ (Pop-Culture) ເປັນສື່ການຮຽນຮູ້. 📖💡

◈ ວັນທີ: 13 / 8 / 2026 ・ 14 / 8 / 2026
◈ ສະຖານທີ່: Lao-Japan Institute (LJI), NUOL
https://maps.app.goo.gl/vwGCs2LUHfXxpsYg8
◈ ຜູ້ບັນຍາຍ: KITAGUCHI Nobuyuki(ຈາກ Japan Foundation Japanese-Language Institute Kansai Center)
ຜູ້ຮັບຜິດຊອບໃນການພັດທະນາ ແລະ ດູແລເວັບໄຊ, ແອັບພິເຄຊັ່ນ, ຫຼັກສູດອອນລາຍຕ່າງໆ ທີ່ Japan Foundation Japanese-Language Institute Kansai Center. ແລະຍັງເປັນຜູ້ສ້າງເວັບໄຊ “MARUGOTO Plus”, ແອັບ “HIRAGANA Memory Hint”, ລວມເຖິງພັດທະນາຫຼັກສູດຕ່າງໆໃນ “JF Japanese e-Learning みなと” ເຊັ່ນ “Japanese in Anime&Manga Crouse” “ສີລະປະການຈັດດອກໄມ້ແບບຍີ່ປຸ່ນ (Kado Crouse)” ເປັນຕົ້ນ.
◈ ພາສາທີ່ໃຊ້ໃນງານ: ພາສາຍີ່ປຸ່ນ(ມີລ່າມແປບາງສ່ວນ)
💻 ສິ່ງທີ່ຕ້ອງຖືມາ: ໂທລະສັບມືຖື, ໂນ໊ດບຸກ, ແທັບເລັດ (ຢ່າງໃດຢ່າງໜຶ່ງກໍໄດ້) 📱

ໂດຍໃນງານຈະມີກິດຈະກຳໃຫ້ຮ່ວມສຳລັບນັກຮຽນ ແລະ ສຳລັບຄູອາຈານ. ສະນັ້ນ, ກະລຸນາເລືອກໃຫ້ກົງກັບເງື່ອນໄຂ ແລະ ຄວາມສົນໃຈຂອງຕົນເອງ. ງານແມ່ນເຂົ້າຮ່ວມຟຣີ! ບໍ່ມີຄ່າໃຊ້ຈ່າຍໃດໆ.✨
↓ ລາຍລະອຽດ ແລະ ລົງທະບຽນແຕ່ລະສ່ວນໄດ້ທີ່ ↓
🔹ສຳລັບນັກຮຽນ (50 ຄົນ):https://wp.me/a7jkCd-2LD
🔹ສຳລັບຄູອາຈານ (20 ຄົນ):https://wp.me/a7jkCd-2LE
⚠️ປິດຮັບວັນທີ 2 ສິງຫາ 2026⚠️

ຢາກຈະເຂົ້າຮ່ວມທັງ 2 ມື້ ຫຼື ຮ່ວມແຕ່ 1 ມື້, ບໍ່ວ່າຈະແບບໃດ ພວກເຮົາກໍຍິນດີຕ້ອນຮັບຢ່າງຍິ່ງ!😊

【ຕິດຕໍ່ສອບຖາມຂໍ້ມູນ】
Japan Foundation, Vientiane Liaison Office
ຜູ້ຮັບຜິດຊອບ:AIBAMORI
ອີເມວ:[email protected]

8月にラオスで開催される、アニメやマンガ、デジタルツールを活用した新しい日本語学習・教授法セミナーのご案内です!

「日本語を勉強中の方」も「日本語を教えている先生」も大歓迎!2日間のセミナーを通して、デジタルツールやポップカルチャーを取り入れた最新の日本語教育を体験してみませんか?📖💡

日程: 2026年 8月 13日(木)・ 14日(金)
場所: ラオス・日本センター (LJI)(ラオス国立大学内)
   https://maps.app.goo.gl/vwGCs2LUHfXxpsYg8
講師: 北口 信幸先生(国際交流基金関西国際センター)

Webサイト「まるごとプラス」やアプリ「ひらがなメモリーヒント」の開発、JF日本語eラーニング「みなと」における「アニメ・マンガの日本語」や「華道(いけばな)」などのコース開発・運営に携わるスペシャリストです。

使用言語: 日本語(一部通訳あり)

持ち物: スマートフォン、ノートパソコン、タブレットのいずれか 📱💻

参加費: 無料

対象・お申し込み方法
学習者向けと教師向けのプログラムをご用意しています。(1日のみの参加、2日間両方の参加どちらも大歓迎です!)

🔹 学習者向け(定員50名):
詳細・お申し込みはこちら→ https://wp.me/a7jkCd-2LD

🔹 教師向け(定員20名):
詳細・お申し込みはこちら→ https://wp.me/a7jkCd-2LE

⚠️ 締め切り:2026年 8月 2日(日)
皆さまのご参加を心よりお待ちしております!😊

ໃນວັນທີ 11 ກໍລະກົດທີ່ຜ່ານມາ, ພວກເຮົາໄດ້ຈັດກິດຈະກໍາແລກປ່ຽນວັດທະນະທໍາລະຫວ່າງນັກສຶກສາຫ້ອງພາສາຍີ່ປຸ່ນລະດັບເລີ່ມຕົ້ນ ແລະ ຄົນຍ...
16/07/2026

ໃນວັນທີ 11 ກໍລະກົດທີ່ຜ່ານມາ, ພວກເຮົາໄດ້ຈັດກິດຈະກໍາແລກປ່ຽນວັດທະນະທໍາລະຫວ່າງນັກສຶກສາຫ້ອງພາສາຍີ່ປຸ່ນລະດັບເລີ່ມຕົ້ນ ແລະ ຄົນຍີ່ປຸ່ນ.
ທຸກຄົນໄດ້ນໍາໃຊ້ພາສາຍີ່ປຸ່ນທີ່ຮຽນມາເຂົ້າໃນການສົນທະນາຕົວຈິງກັບຄົນຍີ່ປຸ່ນຢ່າງຫຼາກຫຼາຍເລີຍແມ່ນບໍ່?
ແລະ ບາງຄົນກໍເປັນຄັ້ງທໍາອິດທີ່ໄດ້ລົມກັບຄົນຍີ່ປຸ່ນຄົນອື່ນ ນອກຈາກອາຈານນໍາອີກ.
ເປັນແນວໃດແດ່? ຮູ້ສຶກແນວໃດແດ່?
ຫຼັງຈາກນີ້ ມາພະຍາຍາມຕັ້ງໃຈຮຽນນໍາກັນຕື່ມອີກ ເພື່ອໃຫ້ສາມາດສົນທະນາໃນຫົວຂໍ້ອື່ນໆໄດ້.
ຂໍຂອບໃຈມາຍັງທຸກໆທ່ານທີ່ໃຫ້ກຽດເຂົ້າຮ່ວມກິດຈະກໍາໃນຄັ້ງນີ້.

7月11日に、入門クラスで日本人との交流会がありました。
クラスで勉強した日本語を使って、実際に日本人といろいろ話せましたね。
先生以外の日本人と初めて話した人もいました。
どうでしたか?
これから他のトピックでも会話ができるように勉強頑張りましょう!
ご参加くださった皆様、ありがとうございました。

📚 ແຈ້ງການກ່ຽວກັບກິດຈະກຳການອ່ານ (Tadoku) ຄັ້ງສຸດທ້າຍຂອງພາກຮຽນນີ້!ວັນທີ ແລະ ເວລາ: ວັນພະຫັດ ທີ 16 ກໍລະກົດເວລາ 16:00 - 17:00...
13/07/2026

📚 ແຈ້ງການກ່ຽວກັບກິດຈະກຳການອ່ານ (Tadoku) ຄັ້ງສຸດທ້າຍຂອງພາກຮຽນນີ້!

ວັນທີ ແລະ ເວລາ: ວັນພະຫັດ ທີ 16 ກໍລະກົດ
ເວລາ 16:00 - 17:00 ໂມງ
ສະຖານທີ່: ຫໍສະຫມຸດສະຖາບັນລາວ-ຍີ່ປຸ່ນ.

ເຄິ່ງຫຼັງຂອງກິດຈະກຳແມ່ນຈະມີ "ເວລາແນະນຳປຶ້ມ". ຫຼັງຈາກທີ່ອ່ານປຶ້ມແລ້ວ, ຢ່າລືມມາແນະນຳປຶ້ມທີ່ທຸກຄົນມັກ ຫຼື ຢາກແນະນຳໃຫ້ໝູ່ເພື່ອນຟັງນຳກັນເດີ້!
(ຈະເວົ້າເປັນພາສາລາວ ຫຼື ຈະເຂົ້າມາຟັງຢ່າງດຽວກໍໄດ້ເຊັ່ນກັນ)

🎁 ພິເສດ: ສຳລັບຜູ້ທີ່ເຂົ້າຮ່ວມກິດຈະກຳ ຈະມີຂອງຂວັນເລັກໆ ນ້ອຍໆ ມອບໃຫ້ຕື່ມອີກ!
ພວກເຮົານັບມື້ລໍຖ້າການເຂົ້າຮ່ວມຂອງທຸກໆ ຄົນຢູ່ເດີ້!!

今学期最後の多読のお知らせです!📚

日時:7月16日(木)16時-17時
この日の後半には、本紹介の時間があります。
多読の本を読んで、おすすめの本を他の人にぜひ紹介してください!
ラオス語でもokです。聞くだけでもokです。
参加してくれた人には、ささやかなプレゼントがあります🎁
みなさんのご参加、お待ちしています!!

09/07/2026

ສະບາຍດີ, ການລົງທະບຽນການສອບເສັງວັດແທກລະດັບພາສາຍີ່ປຸ່ນ (JLPT) 2026 ໄດ້ເປີດຮັບລົງທະບຽນແລ້ວເດີ!

📌 ລາຍລະອຽດສຳຄັນ:
📅 ວັນສອບເສັງ: 06 ທັນວາ 2026 (ວັນອາທິດ)
ເວລາສອບເສັງສໍາລັບ N1-N2 ເລີ່ມແຕ່ 11:30 ໂມງ ແລະ N3-N5 ເລີ່ມແຕ່ 13:00 ໂມງ. ກະລຸນາມາສະຖານທີ່ສອບເສັງກ່ອນເວລາຢ່າງໜ້ອຍ 1 ຊົ່ວໂມງ.

⏰ ໄລຍະເວລາລົງທະບຽນ: 13 ກໍລະກົດ ຫາ 31 ສິງຫາ 2026 (ວັນຈັນ ຫາ ວັນສຸກ 09:00 - 16:00).
ໝາຍເຫດ: ແຕ່ລະລະດັບມີຈຳນວນຈຳກັດມາລົງທະບຽນໄວຈະດີທີ່ສຸດ.

📍 ສະຖານທີ່ສອບເສັງ: ສະຖາບັນລາວ-ຍີ່ປຸ່ນ, ນະຄອນຫຼວງວຽງຈັນ

📚 ລະດັບການສອບເສັງ (N1–N5):
N1 ແລະ N2: ລະດັບສູງ (ໃຊ້ໃນການເຮັດວຽກ ຫຼື ການສຶກສາ)
N3: ລະດັບກາງ
N4 ແລະ N5: ລະດັບພື້ນຖານ
(ເລືອກລະດັບທີ່ເໝາະສົມກັບຄວາມສາມາດຂອງທ່ານ!)

📝 ລົງທະບຽນ: ຊື້ແບບຟອມຢູ່ສະຖາບັນລາວ-ຍີ່ປຸ່ນ (ຄ່າຟອມ 20,000 ກີບ)
***ກະລຸນາຖືຮູບຖ່າຍຂະໜາດ 3x4 (2ໃບ) ມານໍາເພື່ອໃຊ້ໃນການລົງທະບຽນ.

💰 ຄ່າທຳນຽມສອບເສັງ:
➪ N1, N2 ແລະ N3: 350,000 ກີບ
➪ N4 ແລະ N5: 300,000 ກີບ
_______________________
日本語能力試験(JLPT)申込受付開始のお知らせ(2026年12月6日)
皆さん、こんにちは!📚
2026年12月の日本語能力試験(JLPT)の申込受付がスタートします!
受験を予定されている方は、お早めにお手続きください。

📅 試験日
2026年12月6日(日曜日)
【N1~N2 11:30スタート】
【N3~N5 13:00スタート】
試験会場には、開始時間の少なくとも1時間前にお越しください。

⏰ 申込期間
2026年7月13日~8月31日(月曜日~金曜日【9時~16時】)
注意: 各レベルとも定員に限りがございますので、お早めにご登録いただくことをお勧めいたします。

📍 試験会場
ラオス日本センター(LJI)
📝 申込方法
①ラオス日本センターで申込書を購入(20,000キープ)
②申込書に記入
③提出

📝 必要なもの
・3x4の顔写真(2枚)

💰 受験料
➪ N1・N2・N3:350,000キープ
➪ N4・N5:300,000キープ
_______________________
📢 JLPT 2026 Registration
Calling all Japanese language learners! ✨ The registration for the Japanese Language Proficiency Test (JLPT) 2026 December has officially started!

📅 Test Date: Sunday, December 6th, 2026
【N1 and N2 level start from 11:30】
【N3 to N5 level start from 13:00】
Please arrive at the test venue at least 1 hour before the starting time.

⏰ Registration times: July 13th to August 31st, 2026
Note: Each level is limited, we highly recommend registering as soon as possible.

📍 Test Venue: Laos-Japan Human Resource Development Institute

Levels Offered (N1 - N5):
N1/N2: Advanced (For academic/work settings)
N3: Intermediate (Bridge between basic & advanced)
N4/N5: Basic (Understanding of fundamental Japanese)
(Choose the level that appropriate for you!)

📝 Registration venue: Laos-Japan Human Resource Development Institute ( LJI )
💰 Test Fee:
➪ Application form: 20,000 Kip
➪ N1, N2, N3:350,000 Kip
➪ N4, N5:300,000 Kip
Please bring your 3x4 photo with you on the registration day.

Address

Laos-Japan Institute. C/o National University Of Laos, Dongdok Campus
Vientiane
7322

Opening Hours

Monday 08:30 - 16:00
Tuesday 08:30 - 16:00
Wednesday 08:30 - 16:00
Thursday 08:30 - 16:00
Friday 08:30 - 16:00

Telephone

+856305210746

Alerts

Be the first to know and let us send you an email when ພະແນກຫຼັກສູດພາສາຍີ່ປຸ່ນ ສະຖາບັນລາວ-ຍີ່ປຸ່ນ LJI JPCourse posts news and promotions. Your email address will not be used for any other purpose, and you can unsubscribe at any time.

Contact The School

Send a message to ພະແນກຫຼັກສູດພາສາຍີ່ປຸ່ນ ສະຖາບັນລາວ-ຍີ່ປຸ່ນ LJI JPCourse:

Shortcuts

Share