25/09/2026
ສະມາຄົມພັດທະນາຊຸມຊົນບ້ານເຮົາ (ACD) ຢູ່ທີ່ແຂວງສາລະວັນ ມີຄວາມປະສົງຢາກພັດທະນາ ການເຮັດວຽກຂອງພະນັກງານ ໂດຍນຳໃຊ້ເຕັກໂນໂລຊີປັນຍາປະດິດ (Artificial Intelligence - AI) ເຂົ້າມາຊ່ວຍໃນວຽກງານປະຈຳວັນ. ປັດຈຸບັນ ພະນັກງານພາຍໃນອົງກອນ ມີລະດັບຄວາມຮູ້ ແລະ ປະສົບການ ໃນການນຳໃຊ້ AI ທີ່ແຕກຕ່າງກັນ, ດັ່ງນັ້ນ ສະມາຄົມຈຶ່ງມີຄວາມຕ້ອງການຈ້າງຄູຝຶກ ຫຼື ທີ່ປຶກສາ ທີ່ມີຄວາມຊ່ຽວຊານ ເພື່ອອອກແບບ ແລະ ຈັດຝຶກອົບຮົມ ໃຫ້ແກ່ພະນັກງານ ໃຫ້ສາມາດນຳໃຊ້ AI ໄດ້ຢ່າງມີປະສິດທິພາບ ແລະ ເໝາະສົມກັບວຽກງານຂອງຕົນ.
ຄຸນສົມບັດຂອງຄູຝຶກ
• ມີປະສົບການໃນການນຳໃຊ້ ແລະ ຝຶກອົບຮົມ ດ້ານ AI (ເຊັ່ນ: ChatGPT, Claude, Gemini ຫຼື ເຄື່ອງມື AI ອື່ນໆ) ຢ່າງໜ້ອຍ 2 ປີ.
• ມີປະສົບການເປັນຄູຝຶກ ຫຼື ວິທະຍາກອນ ໃຫ້ແກ່ຜູ້ໃຫຍ່ (Adult Training) ມາກ່ອນ.
• ສາມາດອອກແບບຫຼັກສູດ ໃຫ້ເໝາະສົມກັບກຸ່ມທີ່ມີພື້ນຖານແຕກຕ່າງກັນ.
• ມີທັກສະການສື່ສານ ແລະ ການຖ່າຍທອດຄວາມຮູ້ທີ່ດີ, ສາມາດອະທິບາຍເລື່ອງເຕັກນິກໃຫ້ເຂົ້າໃຈງ່າຍ.
• ສາມາດນຳໃຊ້ພາສາລາວ ໃນການຝຶກອົບຮົມໄດ້ຄ່ອງແຄ້ວ.
• ມີໃບຢັ້ງຢືນ ຫຼື ຜົນງານທີ່ຜ່ານມາ ທີ່ກ່ຽວຂ້ອງ (ຖ້າມີ) ຈະໄດ້ຮັບການພິຈາລະນາເປັນພິເສດ.
ເອກະສານທີ່ຕ້ອງຍື່ນສະໝັກ
• CV/ຊີວະປະຫວັດຫຍໍ້ ພ້ອມຜົນງານ/ໂຄງການທີ່ເຄີຍຝຶກອົບຮົມມາກ່ອນ.
• ຈົດໝາຍສະແດງຄວາມສົນໃຈ (Cover Letter) ອະທິບາຍແນວທາງການຝຶກອົບຮົມ.
• ຂໍ້ສະເໜີແຜນຫຼັກສູດຄາວໆ ແລະ ຄ່າໃຊ້ຈ່າຍ (Proposal & Budget).
ຜູ້ສົນໃຈ ກະລຸນາສົ່ງເອກະສານສະໝັກ ພາຍໃນວັນທີ: 02/10/2026
ສົ່ງມາທີ່ອີເມວ: [email protected], CC to: [email protected], [email protected]
ຊື່ຜູ້ຕິດຕໍ່: Mr. Vanxay Phongphanith
ເບີໂທ: 020 96111759
ອ່ານລາຍລະອຽດເພີ່ມເຕີມຂອງ ຂອບເຂດວຽກງານ (Terms of Reference - TOR)
https://drive.google.com/drive/folders/1o3Xf1VEi3MzdmIWeSf8IOJnMjZKpGk91?usp=sharing