ສະຖາບັນວິຈິດສິນແຫ່ງຊາດ National Institute of Fine Arts

ສະຖາບັນວິຈິດສິນແຫ່ງຊາດ     National Institute of Fine Arts ສະຖາບັນການສຶກສາທາງດ້ານສິລະປະ, ຄວາມງາມ ແລະ ການສ້າງສັນຈິນຕະນາການ
ໂທ: 021 314776

ປະຊຸມສ່ອງແສງ ຜ່ານບົດສະຫຼຸບການເຄື່ອນໄຫວຊີ້ນຳ-ນຳພາ ການຈັດຕັ້ງປະຕິບັດວຽກງານ6ເດືອນຕົ້ນປີຂອງຫນ່ວຍພັກສະຖາບັນວິຈິດສິນແຫ່ງຊາດ
13/07/2026

ປະຊຸມສ່ອງແສງ ຜ່ານບົດສະຫຼຸບການເຄື່ອນໄຫວຊີ້ນຳ-ນຳພາ ການຈັດຕັ້ງປະຕິບັດວຽກງານ6ເດືອນຕົ້ນປີຂອງຫນ່ວຍພັກສະຖາບັນວິຈິດສິນແຫ່ງຊາດ

ຮອດເວລາລະເດິ້ເປີດຮັບນ້ອງໆນັກຮຽນມາເປັນນັກນຶກສາໃຫມ່ປະຈຳສົກຮຽນ 2026-2027 ເຂົ້າໄປພົວພັນເອກະສານກັບພະເເນກຄຸ້ມຄອງວິຊາການໄດ້ເລີຍ...
10/07/2026

ຮອດເວລາລະເດິ້ເປີດຮັບນ້ອງໆນັກຮຽນມາເປັນນັກນຶກສາໃຫມ່ປະຈຳສົກຮຽນ 2026-2027 ເຂົ້າໄປພົວພັນເອກະສານກັບພະເເນກຄຸ້ມຄອງວິຊາການໄດ້ເລີຍເດີ. ສະຖາບັນວິຈິດສິນແຫ່ງຊາດຍິນດີຕ້ອນຮັບ

09/07/2026 ປ້ອງກັນບົດສິລະປະນິພົນຮຸ່ນທີ20ຮອບສຸດທ້າຍ ຍິນດີກັບນ້ອງໆທຸກຄົນເດິ້
09/07/2026

09/07/2026 ປ້ອງກັນບົດສິລະປະນິພົນຮຸ່ນທີ20ຮອບສຸດທ້າຍ ຍິນດີກັບນ້ອງໆທຸກຄົນເດິ້

06/07/2026

ໃຜມັກສາຍນີ້ຕຽມຕົວເດິ້

ຫົວຫນ້າສະຖາບັນວິຈິດສິນແຫ່ງຊາດ ມອບເຮືອຊ່ວງຈໍລອງ ໃຫ້ທ່ານເອກອັກຄະລະຖະທູດຟີລິບປິນ ເພື່ອນໍາໄປໄວ້ສູນວັດທະນະທໍາອາຊຽນ 06/07/2026
06/07/2026

ຫົວຫນ້າສະຖາບັນວິຈິດສິນແຫ່ງຊາດ ມອບເຮືອຊ່ວງຈໍລອງ ໃຫ້ທ່ານເອກອັກຄະລະຖະທູດຟີລິບປິນ ເພື່ອນໍາໄປໄວ້ສູນວັດທະນະທໍາອາຊຽນ 06/07/2026

26 ມິຖຸນາ 2026 ພິທີເປີດ ງານວາງສະແດງສິລະປະການຂຽວໂຕຫນັງສື ແລະ ຮູບແຕ້ມ ລາວ–ຈີນ ຄັ້ງທີ 4 “ມິດຕະພາບນ້ຳຂອງ–ລ້ານຊ້າງ” ທີ່ ຫໍສະແ...
26/06/2026

26 ມິຖຸນາ 2026 ພິທີເປີດ ງານວາງສະແດງສິລະປະການຂຽວໂຕຫນັງສື ແລະ ຮູບແຕ້ມ ລາວ–ຈີນ ຄັ້ງທີ 4 “ມິດຕະພາບນ້ຳຂອງ–ລ້ານຊ້າງ” ທີ່ ຫໍສະແດງສິລະປະ ສະຖາບັນວິຈິດສິນແຫ່ງຊາດ.

ງານດັ່ງກ່າວເປັນເວທີສຳຄັນໃນການແລກປ່ຽນດ້ານສິລະປະ ແລະ ວັດທະນະທຳ ລະຫວ່າງ ສປປ ລາວ ແລະ ສປ ຈີນ ພ້ອມທັງເສີມສ້າງມິດຕະພາບ ແລະ ຄວາມຮ່ວມມືອັນດີງາມລະຫວ່າງສອງປະເທດຜ່ານຜົນງານສິລະປະ.

ການດັ່ງກ່າວເປີດໃຫ້ເຂົ້າຊົມຟຼີເສົາ-ອາທິດ 26-28 ມິຖຸນານີ້ ທີ່ສະຖາບັນວິຈິດສິນບ້ານໂດນປ່າເປົ້າ ມ ສີສັດຕະນາກ ນະຄອນຫຼວງ.

ມື້ອື່ນນີ້ແລ້ວ ໃຜຍັງບໍ່ໄດ້ລົງທະບຽນ ຟ້າວດ່ວນ 🎨🌈 Water Color Workshop 2026 ສິລະປະບຳບັດ ພ້ອມຄວາມອີ່ມອົບແຫ່ງຄວາມສຸກ!❗️ລົງທະບ...
19/06/2026

ມື້ອື່ນນີ້ແລ້ວ ໃຜຍັງບໍ່ໄດ້ລົງທະບຽນ ຟ້າວດ່ວນ
🎨🌈 Water Color Workshop 2026
ສິລະປະບຳບັດ ພ້ອມຄວາມອີ່ມອົບແຫ່ງຄວາມສຸກ!
❗️ລົງທະບຽນຟຣີ ❗️
ຂໍເຊີນທຸກທ່ານມາສຳຜັດໂລກແຫ່ງສີສັນ ແລະ ຈິນຕະນາການ ກັບກິດຈະກໍາ Water Color Workshop ຮຽນຮູ້ເຕັກນິກການແຕ້ມຮູບສີນ້ຳຈາກສິລະປິນມືອາຊີບ ພ້ອມສ້າງຜົນງານທີ່ເປັນເອກະລັກຂອງຕົນເອງ ✨🖌️
👨‍🎨 ພົບກັບສິນລະປິນພິເສດ
• Apichat Sawatmongkon
• Souliya Phoumivong
• Sivilay Saypasert
🍔🌮 ພ້ອມອີ່ມກັບໂຊນ Fun Food
ລວມຮ້ານອາຫານ ແລະ ຂອງກິນແຊບໆ ໃຫ້ທ່ານໄດ້ລິ້ມລອງຕະຫຼອດງານ
🎟️ ເຂົ້າຮ່ວມ Workshop ຟຣີ!
ກິດຈະກໍາແບ່ງເປັນ 2ຮອບ/ມື້
ຮອບທີ່ 1: 10:00-12:00
ຮອບທີ່ 2: 13:30-15:30
*ເງື່ອນໄຂ
1. ແຈ້ງລາຍຊື່ແລະເວລາເພຶ່ອລົງທະບຽນເຂົ້າງານ
2. ຜູ້ຮ່ວມ work shop ຈະຕ້ອງກຽມອຸປະກອນພື້ນຖານໃນການແຕ້ມຮູບສີນໍ້າມາ
3. ທາງຜູ້ຈັດງານມີການກຽມເຈ້ຍ ແລະ ສີກຽມໄວ້ໃຫ້
4. ສາມາດຊື້ອຸປະກອນແຕ້ມຮູບໄດ້ທີ່ໜ້າງານກໍລະນີທ່ານບໍ່ມີອຸປະກອນ

* ລິ້ງລົງທະບຽນ
https://forms.gle/WQgFYKQDpfqynxD87

📅 Water Color Workshop : 20–21 ມິຖຸນາ 2026
📅 Fun Food : 20–24 ມິຖຸນາ 2026
📍 Vientiane Center
#ສະຖາບັນວິຈິດສິນແຫ່ງຊາດ

📢 ພິທີມອບໃບຢັ້ງຢືນການຝຶກອົບຮົມການອອກແບບດ້ວຍຄອມພິວເຕີໃນວັນທີ 11 ມິຖຸນາ 2026 ທີ່ບໍລິສັດ Design De Lao ໄດ້ຈັດພິທີມອບໃບຢັ້ງຢ...
13/06/2026

📢 ພິທີມອບໃບຢັ້ງຢືນການຝຶກອົບຮົມການອອກແບບດ້ວຍຄອມພິວເຕີ
ໃນວັນທີ 11 ມິຖຸນາ 2026 ທີ່ບໍລິສັດ Design De Lao ໄດ້ຈັດພິທີມອບໃບຢັ້ງຢືນ (Certificate) ໃຫ້ແກ່ນັກສຶກສາທີ່ສຳເລັດການຝຶກອົບຮົມຫຼັກສູດການອອກແບບດ້ວຍຄອມພິວເຕີໄລຍະສັ້ນ.
ໂຄງການນີ້ເປັນຄວາມຮ່ວມມືລະຫວ່າງ ບໍລິສັດ Design De Lao ແລະ ສະຖາບັນວິຈິດສິນແຫ່ງຊາດ ໂດຍບໍລິສັດໄດ້ໃຫ້ທຶນການສຶກສາແກ່ນັກສຶກສາ ເພື່ອເຂົ້າຮັບການຝຶກອົບຮົມທັກສະດ້ານການອອກແບບດິຈິຕອນ ໂດຍສະເພາະນັກສຶກສາພາກວິຊາອອກແບບນິເທດສິນ.
ການມອບໃບຢັ້ງຢືນໃນຄັ້ງນີ້ ແບ່ງອອກເປັນ 2 ລະດັບ ຄື ລະດັບພື້ນຖານ ແລະ ລະດັບກາງ ເພື່ອຮັບຮອງຄວາມຮູ້ ແລະ ທັກສະທີ່ນັກສຶກສາໄດ້ຮັບຈາກການຝຶກອົບຮົມ.
ສະຖາບັນວິຈິດສິນແຫ່ງຊາດ ຂໍຂອບໃຈ ບໍລິສັດ Design Deal Lao ທີ່ໄດ້ສະໜັບສະໜູນທຶນການສຶກສາ ແລະ ຮ່ວມພັດທະນາສັກຍະພາບຂອງນັກສຶກສາ ເພື່ອກຽມຄວາມພ້ອມສູ່ການເຮັດວຽກໃນອະນາຄົດ.

#ສະຖາບັນວິຈິດສິນແຫ່ງຊາດ

📢 ສະຖາບັນວິຈິດສິນແຫ່ງຊາດ ເຂົ້າຮ່ວມກອງປະຊຸມປຶກສາຫາລືຮ່າງບັນທຶກຄວາມເຂົ້າໃຈ (MOU)ໃນວັນທີ 8 ມິຖຸນາ 2026 ທີ່ ນະຄອນຫຼວງວຽງຈັນ,...
13/06/2026

📢 ສະຖາບັນວິຈິດສິນແຫ່ງຊາດ ເຂົ້າຮ່ວມກອງປະຊຸມປຶກສາຫາລືຮ່າງບັນທຶກຄວາມເຂົ້າໃຈ (MOU)
ໃນວັນທີ 8 ມິຖຸນາ 2026 ທີ່ ນະຄອນຫຼວງວຽງຈັນ, ໄດ້ມີການຈັດກອງປະຊຸມປຶກສາຫາລືຮ່າງບັນທຶກຄວາມເຂົ້າໃຈ (Memorandum of Understanding: MOU) ລະຫວ່າງ ກະຊວງວັດທະນະທຳ ແລະ ການທ່ອງທ່ຽວ ກັບ ອົງການ Room to Read ວ່າດ້ວຍການບູລະນາການ “Visual Storytelling” ຫຼື ການເລົ່າເລື່ອງຜ່ານພາບ ເຂົ້າໃນຫຼັກສູດການຮຽນ-ການສອນຂອງ ສະຖາບັນວິຈິດສິນແຫ່ງຊາດ.
ກອງປະຊຸມຄັ້ງນີ້ໄດ້ເປີດໂອກາດໃຫ້ບັນດາພາກສ່ວນທີ່ກ່ຽວຂ້ອງ ໄດ້ຮ່ວມແລກປ່ຽນຄວາມຄິດເຫັນ, ພິຈາລະນາແນວທາງການພັດທະນາຫຼັກສູດ ແລະ ກິດຈະກຳການຮຽນຮູ້ທີ່ສົ່ງເສີມທັກສະດ້ານການສ້າງສັນ, ການສື່ສານຜ່ານສື່ພາບ, ສິລະປະ, ການອອກແບບ, ຮູບເງົາ ແລະ ອານິເມຊັນ ໃຫ້ແກ່ນັກສຶກສາ.
ການຮ່ວມມືໃນຄັ້ງນີ້ ນັບເປັນບາດກ້າວສຳຄັນໃນການຍົກລະດັບຄຸນນະພາບການສຶກສາດ້ານສິລະປະ ແລະ ການສ້າງສັນຂອງ ສປປ ລາວ ໃຫ້ສອດຄ່ອງກັບແນວໂນ້ມການສຶກສາໃນຍຸກດິຈິຕອນ ພ້ອມທັງສ້າງໂອກາດໃຫ້ແກ່ນັກສຶກສາໃນການພັດທະນາທັກສະ ແລະ ສັກຍະພາບຂອງຕົນໃນອະນາຄົດ.

13/06/2026

Address

Phonpapao Street
Vientiane
01000

Website

Alerts

Be the first to know and let us send you an email when ສະຖາບັນວິຈິດສິນແຫ່ງຊາດ National Institute of Fine Arts posts news and promotions. Your email address will not be used for any other purpose, and you can unsubscribe at any time.

Shortcuts

Share