27/03/2026
ແຈ້ງທຶນການສຶກສາຂອງ University of Science and Technology in Romania POLITEHNICA ປະເທດ ຣູມານີ ປະຈໍາປີ 2026.
ຫ້ອງການ ກະຊວງສຶກສາທິການ ແລະ ກິລາ ຂໍຖືເປັນກຽດແຈ້ງມາຍັງພະນັກງານ ແລະ ທົ່ວປວງຊົນຊາບວ່າ: University of Science and Technology in Romania POLITEHNICA ສະເຫນີໃຫ້ທຶນການສຶກສາ ໃຫ້ແກ່ ສປປ ລາວໃນລະດັບປະລິນຍາຕີ ແລະ ປະລິນຍາໂທ ປະຈໍາປີ 2026 ເປີດສະຫມັກຮັບຜູ້ທີ່ມີຈຸດປະສົງຢາກໄປສຶກສາຕໍ່ ທີ່ປະເທດດັ່ງກ່າວ,ພາຍໃຕ້ທຶນການສຶກສາຂອງ University of Science and Technology in Romania POLITEHNICA.
ພາຍຫຼັງສະຫມັກຜ່ານລະບົບອອນລາຍເປັນທີ່ຮຽບຮ້ອຍແລ້ວ, ຜູ້ສະຫມັກຕ້ອງນໍາສົ່ງສໍາເນົາເອກະສານ 1 ຊຸດ, ມາຍັງກົມ ກິດຈະການນັກສຶກສາ, ພະແນກຄຸ້ມຄອງທຶນການສຶກສາ ແລະ ນັກສຶກສາ (ຫ້ອງ107-108) ຕາມໂມງລັດຖະການ.
ດັ່ງນັ້ນ, ຈຶ່ງແຈ້ງມາຍັງທົ່ວປວງຊົນເພື່ອຊາບ ແລະ ດໍາເນີນການສະຫມັກໃຫ້ທັນເວລາດ້ວຍ.
12/03/2026
✨🥇👏🏻 ນາງ ພອນລິສາ ສິນລະປະກິດ ຈາກໂຮງຮຽນນານາຊາດອ໋ອດສະກາ ເຂົ້າຮ່ວມງານໂອແລັມປິກ ແຂ່ງຂັນວິຊາຄະນິດສາດ ແລະ ວິທະຍາສາດສັງຄົມ ທີ່ຈັດຂຶ້ນໃນວັນທີ 28 ກຸມພາ 2026 ທີ່ຜ່ານມາ ທີ່ປະເທດຟີລິບປິນ ໃນລະດັບຊັ້ນ ມ.4, ໃນວິຊາຄະນິດສາດ ຊຶ່ງເປັນຫຼຽນຄໍາໜຶ່ງດຽວທີ່ນັກຮຽນລາວ ຍາດມາໄດ້ ໃນການເຂົ້າຮ່ວມການແຂ່ງຂັນໃນຄັ້ງນີ້, ສ່ວນວິຊາວິທະຍາສາດສັງຄົມແມ່ນໄດ້ຮັບຫຼຽນທອງ, ສໍາລັບວິຊາຄະນິດສາດ ໂດຍອີງໃສ່ຄະແນນ ແລະ ເງື່ອນໄຂຕ່າງໆທີ່ກ່ຽວຂ້ອງ ຄະນະຜູ້ຈັດການສອບເສັງໂອແລັມປິກໄດ້ມອບຂັນລາງວັນກຽດນິຍົມຂັ້ນສູງພິເສດໃຫ້ນໍາດ້ວຍ.
🗣️ ນາງ ພອນລິສາ ສິນລະປະກິດ ໄດ້ໃຫ້ສໍາພາດວ່າ: ຂ້າພະເຈົ້າມີຄວາມພາກພູມໃຈຫຼາຍທີ່ສາມາດຍາດໄດ້ຫຼຽນຄໍາ ແລະ ໄດ້ຮັບຂັນກຽດນິຍົມຂັ້ນສູງພິເສດຂອງໂອແລັມປິກໃນຄັ້ງນີ້ ແລະ ຄວາມພູມໃຈອີກຢ່າງໜຶ່ງກໍຄື ນາງ ແພັດຕີຍາ ສິນລະປະກິດ ຜູ້ເປັນເອື້ອຍກໍໄດ້ເຂົ້າຮ່ວມແຂ່ງຂັນ ວິຊາຄະນິດສາດໃນລະດັບຊັ້ນ ມ.5 ກໍສາມາດຍາດໄດ້ຫຼຽນທອງ ມາໃຫ້ ໂຮງຮຽນ ແລະ ປະເທດລາວເຊັ່ນກັນ.
ງານໂອແລັມປິກແຂ່ງຂັນ ວິຊາຄະນິດສາດ ແລະ ວິທະຍາສາດສັງຄົມສາກົນ ຮອບສຸດທ້າຍທົ່ວໂລກສໍາລັບນັກຮຽນຊັ້ນປະຖົມ ແລະ ມັດທະຍົມ (PHILIPPINE INTERNATIANAL MATH AND SCIENCE OLIMPICS (PIMSO) CLOBAL FINAL ROUND 2026) ຄັ້ງນີ້, ມີນັກຮຽນທັງໝົດ 1 ພັນກວ່າຄົນ ທີ່ມາຈາກ 10 ກວ່າປະເທດເຂົ້າຮ່ວມ.
ໃນນັ້ນ, ມີນັກຮຽນຈາກປະເທດລາວ ຈໍານວນ 19 ຄົນ ຈາກຫຼາຍໂຮງຮຽນ ແລະ ເຂົ້າຮ່ວມແຂ່ງຂັນໃນລະດັບຊັ້ນຮຽນທີ່ແຕກຕ່າງກັນ ຊຶ່ງພວກເຂົາກໍສາມາດຍາດໄດ້ຫຼຽນລາງວັນມາໃຫ້ປະເທດລາວ.
📰ທີ່ມາ: ປະຊາຊົນ
02/11/2025
🎊ຂໍສະແດງຄວາມຍິນດີກັບນ້ອງ ປາຣິສາ ໄຊສົມແພງ ທີ່ສາດມາຍາດໄດ້ໃບປະກາດແດງສາຂາການບັນຊີ ຢູ່ສະຖາບັນການທະນາຄານປີ 2025 ໄດ້ສຳເລັດຕາມຄວາມຫວັງ.
ພາຍຫລັງຮຽນຈົບແລ້ວ: ນ້ອງຢາກໃຊ້ເວລາຕໍ່ຈາກນີ້ ຊອກຫາປະສົບການຈາກຕໍາລາທີ່ຮຽນມາກ່ອນ, ຢາກສະສົມຄວາມສາມາດເພີ່ມເຕີມເພື່ອພັດທະນາຕົວເອງໃຫ້ເກັ່ງຮອບດ້ານຫຼາຍຂຶ້ນ ເພື່ອທີ່ຈະໃຊ້ເປັນຂົວຕໍ່ໃນການສຶກສາຮ່ຳຮຽນໃນລະດັບ ປະລິນຍາໂທ ໃນສາຂາທີ່ກ່ຽວຂ້ອງ ຕາມຄວາມໃຝ່ຝັນຂອງຕົນເອງ ໂດຍສ່ວນຕົວແລ້ວນ້ອງຄິດວ່າ ປະສົບການແມ່ນສຳຄັນທີ່ສຸດສຳລັບນັກສຶກສາທີ່ຈົບໃໝ່ໄຟແຮງ ກຳລັງເປັນທີ່ຕ້ອງການຂອງຕະຫຼາດໃນຕອນນີ້.
ເຄັດລັບໃນການໄດ້ໃບປະກາດແດງ: ສຳລັບນ້ອງແມ່ນໃຊ້ທຣິກນີ້ຕັ້ງແຕ່ປີທີ 1 ທີ່ເລີ່ມຮຽນ ຄືພະຍາຍາມທີ່ຈະເຂົ້າໃຈບົດຮຽນໃຫ້ໄດ້ໃນຫ້ອງ ຫຼື ໃນບົດທີ່ກຳລັງຮຽນນັ້ນເລີຍ ຖ້າບໍ່ເຂົ້າໃຈບົດໃດ ແມ່ນຈະຖາມຕອນນັ້ນໃຫ້ຫາຍຂ້ອງໃຈໄປເລີຍ, ແກ້ບົດເຝິກຫັດ ແລະ ເຮັດວຽກບ້ານໃຫ້ຄົບເພື່ອສະສົມຄະແນນ, ທີ່ສຳຄັນແມ່ນຈະພະຍາຍາມເກັບຄະແນນກາງພາກ ແລະ ສ່ວນຮ່ວມຫຼາຍໆ ເພື່ອທີ່ໄດ້ຮັກສາລະດັບ GPA ຕົວເອງໃຫ້ຢູ່ໃນລະດັບສູງເອົາໄວ້ ອີກຢ່າງໜຶ່ງທີ່ສຳຄັນແມ່ນການຂຽນ ໃນທຸກໆວິຊາແມ່ນຈະມີປຶ້ມໄວ້ສຳລັບບັນທຶກຄຳອະທິບາຍສຳຄັນໆຂອງອາຈານ ຫຼື ບາງວິທີທີ່ມັກຈະອອກເສັງ ເພື່ອເກັບໄວ້ທົບທວນຄືນໃນຕອນຈະເສັງທ້າຍພາກຮຽນ. ສິ່ງສຳຄັນນອກຈາກຕໍາລາຮຽນແລ້ວ ແມ່ນການພະຍາຍາມເອົາຕົວເອງເຂົ້າໄປຢູ່ໃກ້ຄົນທີ່ເກັ່ງ ເຮັດກິດຈະກຳພັດທະນາຕົນເອງບາງຄັ້ງຄາວທີ່ມີໂອກາດ ເພາະນ້ອງສາມາດເວົ້າໄດ້ເລີຍວ່າ ສິ່ງເຫຼົ່ານີ້ແມ່ນເປັນສ່ວນສຳຄັນທີ່ເຮັດໃຫ້ເຮົາເກັ່ງຂຶ້ນ ພັດທະນາຕົວເອງໄດ້ໄວຂຶ້ນ ໄດ້ຮູ້ຈັກໝູ່ໆ ອາຈານ, ອ້າຍເອື້ອຍ ທີ່ເພິ່ນເກັ່ງ ເຮົາຈະຊືມຊັບຕາມພວກເຂົາໂດຍບໍ່ຮູ້ຕົວແນ່ນອນ.
ຂໍ້ຫຍຸ້ງຍາກ ແລະ ຂໍ້ຈຳກັດໃນດ້ານການຮຽນ: ຍ້ອນກັບໄປຊ່ວງເວລາປີ 1 ແລະ ປີ 2 ແມ່ນຕ້ອງຍອມຮັບວ່າ ເປັນຊ່ວງທີ່ຕ້ອງປັບຕົວຫຼາຍໆຢ່າງ ຍິ່ງເປັນຊ່ວງການຮຽນ-ການສອນ ໃນຊ່ວງທີ່ມີການແຜ່ລະບາດຂອງພະຍາດ covid -19 ແລ້ວ ຍິ່ງຕ້ອງພະຍາຍາມໃຊ້ເວລາທຳຄວາມເຂົ້າໃຈໃນບົດຮຽນໃຫ້ຫຼາຍຂຶ້ນ ແລະ ຂໍ້ຈຳກັດບາງຢ່າງຄືດ້ານພາສາ ຫຼື ດ້ານຄະນິດສາດ ທີ່ຕ້ອງພະຍາຍາມເຝິກຝົນຕື່ມຂຶ້ນອີກເພື່ອປັບໃຫ້ເຂົ້າກັບສາຍຮຽນຕົນເອງ ອີກສິ່ງທີ່ສຳຄັນແມ່ນການແບ່ງເວລາ ເພາະນອກຈາກຮຽນແລ້ວ ນ້ອງຍັງເຄື່ອນໄຫວກິດຈະກຳນອກຫຼັກສູດອີກ ເຮັດໃຫ້ອາດມີບາງຄັ້ງທີ່ຍັງແບ່ງເວລາໄດ້ຍາກລຳບາກ.
ສິ່ງທີ່ຢາກຝາກໃຫ້ກັບລຸ້ນນ້ອງທີ່ຈະກຳລັງຈະເຂົ້າຮຽນ ຫຼື ຍັງຮຽນຢູ່ ບໍ່ວ່າຈະເປັນນັກຮຽນ - ນັກສຶກສາ: ໃຫ້ຕັ້ງໃຈຮ່ຳຮຽນເທົ່າທີ່ຕົນເອງຈະເຮັດໄດ້, ບໍ່ມີຫຍັງຍາກເກີນຄວາມສາມາດເຮົາ ເຊື່ອໃນຕົນເອງໃຫ້ຫຼາຍໆ ອົດທົນ ໝັ່ນເຝິກຊ້ອມ ແລະ ຢ່າລືມແບ່ງເວລາເພື່ອຫາປະສົບການຈາກການເຮັດກິດຈະກໍາເພື່ອພັດທະນາທັກສະດ້ານອື່ນໆນໍາ ເກັບກ່ຽວຊ່ວງເວລາໃນການເປັນນັກສຶກສາໃຫ້ຄຸ້ມຄ່າທີ່ສຸດ ເພາະຊ່ວງເວລາແບບນີ້ຈະມີພຽງຄັ້ງດຽວ.
15/08/2025
15/08/2025, HBD
ວັນທີ 15 ສິງຫາ 2025, ວັນເກີດ ສີນະພາ ຄົບຮອບ 14 ປີ
ຂອບໃຈທຸກຄົນທີ່ຢູ່ຄຽງຂ້າງ ສີນະພາ
11/07/2025
🌟 ພວກເຮົາບໍ່ໄດ້ເນັ້ນໃຫ້ນັກຮຽນຮຽນຕາມປື້ມ, ແຕ່ພວກເຮົາເນັ້ນໃຫ້ນັກຮຽນຄິດ ແລະ ສົນທະນາ, ເຮັດວຽກເປັນກຸ່ມ ແລະ ລາຍງານຜົນຂອງການຄິດວິເຄາະ. ນອກຈາກນີ້, ພວກເຮົາແນ່ໃສ່ໃຫ້ນັກຮຽນຄວາມເຂົ້າແຈ້ງບົດຮຽນເລີກເຊີ່ງ ໂດຍສະເພາະຈຸດປະສົງຂອງແຕ່ລະບົດຮຽນ ແລະ ສົ່ງເສີມໃຫ້ນັກຮຽນນຳໃຊ້ເຂົ້າໃນການເວົ້າ ແລະ ການຂຽນຕົວຈິງ.🌟
🌟 We do not just make students learn by reading textbooks. Instead, we encourage students to critically think and discuss, work in groups, and report their ideas.
Furthermore, we ensure that students clearly understand each lesson’s objectives and promote the application of their ideas in speaking and writing authentically. 🌟
07/07/2025
🎉📚 ຍິນດີຕ້ອນຮັບກັບຄືນສູ່ສູນພາສາອັງກິດຂອງພວກເຮົາ! 📚🎉
ມື້ນີ້ຖືເປັນມື້ເລີ່ມຕົ້ນເທີ່ມໃໝ່!
ມາພ້ອມໃຈກັນເຮັດໃຫ້ທີມໃໝ່ນີ້ເຕັມໄປດ້ວຍການຮຽນຮູ້, ການເຕີບໂຕ ແລະ ໂອກາດອັນໃໝ່!
🎉📚 Welcome Back! 📚🎉
Today marks the start of a new term! Let’s make this term full of learning, growth, and new opportunities. 😊✨
07/07/2025
🌟ຜົນປະໂຫຍດຂອງການຄິດ ແລະ ເວົ້າເປັນພາສາອັງກິດ! 🌟
ພວກທ່ານຮູ້ບໍ່ການຝຶກພາສາອັງກິດທຸກມື້ຈະຊ່ວຍໃຫ້ທ່ານໝັ້ນໃຈ ແລະ ປັບປຸງທັກສະນະໃນການສື່ສານ ແລະ ຈະເປັນການສ້າງໂອກາດໃຫ້ເຂົ້າເຖິງການເຮັດວຽກໃໝ່ໆໄດ້ຫຼາຍຂຶ້ນ? 💼✨
ໂດຍຄິດ ແລະ ເວົ້າເປັນພາສາອັງກິດ, ຈະເຮັດໃຫ້ທ່ານ:
✅ ຂະຫຍາຍຄຳສັບ
✅ ສະແດງຄວາມຄິດເຫັນໄດ້ຢ່າງຈະແຈ້ງ
✅ ສາມາດເຂົ້າເຖິງແຫຼ່ງຂໍ້ມູນ-ຂ່າວສານໄດ້ຫຼາກຫຼາຍ
✅ ເຊື່ອມໂຍງກັບຄົນໄດ້ທົ່ວໂລກ
✅ ສົ່ງເສີມວິທີການຄິດແບບມີເຫດມີຜົນ
ເລີ່ມຕົ້ນມື້ນີ້ ແລະ ເປີດສູ່ໂລກແຫ່ງຄວາມເປັນໄປໄດ້! 🚀🌍
🌟 Benefits of Thinking and Speaking in English! 🌟
Did you know that practicing English daily can boost your confidence, improve your communication skills, and open up new career opportunities? 💼✨
By thinking and speaking in English, you'll:
✅ Expand your vocabulary
✅ Express yourself more clearly
✅ Access a wealth of information and resources
✅ Connect with people worldwide
✅ Enhance your cognitive skills
Start today and unlock a world of possibilities! 🚀🌍
https://www.youtube.com/watch?v=qNsi6gPt9Bc
THINK and SPEAK in English
Download the free PDF worksheet for this lesson here: https://speakenglishwithvanessa.ck.page/d91e258b50Download my free e-book: "5 Steps To Becoming A Confi...
06/07/2025
ພວກເຮົາຈະເລີ່ມເປີດເທີມໃໝ່ ໃນວັນທີ 07/07/2025! 🎉
ໄດ້ເວລາລົງທະບຽນສຳລັບຫຼັກສູດພາສາອັງກິດທີ່ສູນພາສາອັງກິດສີນະພາ
🕕 ຕາຕະລາງຮຽນ
🗓️ ວັນຈັນ ຫາ ວັນສຸກ
🕕 6:00 PM - 7:30 PM
📚 ຫຼັກສູດ:
• ຫຼັກສູດທົ່ວໄປ: ເລີ່ມຕົ້ນ, ຂັ້ນພື້ນຖານ, ລະດັບປານກາງ ແລະ ລະດັບສູງ
• ຫຼັກສູດພີເສດ: ພາສາອັງກິດສຳລັບການສຶກສາຂັ້ນສູງ, ທຸລະກິດ ແລະ ການກະກຽມເສັງ IELTS
ຈຸດປະສົງຂອງສູນພວກເຮົາແມ່ນຊ່ວຍໃຫ້ນັກຮຽນສາມາດເວົ້າພາສາອັງກິດໄດ້ຢ່າງໝັ້ນໃຈ ແລະ ຄ່ອງແຄວ. ພວກເຮົາເນັ້ນຝຶກການເວົ້າຜ່ານການສົນທະນາ, ແລະ ກິດຈະກຳທີ່ສົ່ງເສີມການເວົ້າ ເພື່ອເຮັດໃຫ້ນັກຮຽນສາມາດສື່ສານໄດ້ຢ່າງມີປະສິດທິຜົນໃນຊີວິດຈິງ.
🔖 ເຊີນລົງທະບຽນທີ່ສູນຂອງພວກເຮົາເພື່ອເຮັດໃຫ້ທ່ານມີຄວາມໝັ້ນໃຈໃນການໃຊ້ພາສາອັງກິດ.
🎉 New Term Begins on 07/07/2025! 🎉
Time to register for our upcoming English courses at Sinapha English Center!
🕕 Class Schedule:
🗓️ Monday to Friday
🕕 6:00 PM - 7:30 PM
📚 Courses Offered:
• Standard Courses: Beginner, Elementary, Pre-Intermediate, Intermediate, Higher Intermediate, and Advanced levels
• Special Courses: English for Academic Purpose, Business, IELTS Preparation
Our main goal is to help students speak English confidently and fluently. We focus heavily on speaking practice through role-plays, conversations, and interactive activities so students can communicate effectively in real-life situations.
🔖 Join us to become a confident, effective English speaker!
Register now and start your language learning journey!
07/01/2025
# ທຸກຄົນມີໂອກາດ ແລະ ກ້າວໄປຂ້າງຫນ້າ
ໂທ&WhatsApp: 020-55111305 (ອຈ. ຫລ້າ), 99330013 (ອຈ. ແອະ), 99883025 (ອຈ. ສີສຸພັນ), 55222761 (ອຈ. ຫຸມລັກ)
01/01/2025
👨👨👧👦 ໂຊກດີປີໃຫມ່ 2025 ພວກເຮົາຍິນດີສືບຕໍ່ບຳລຸງພາສາອັງກິດໃຫ້ລູກຫລານຂອງທ່ານ
ເປີດເທີມໃຫມ່: ວັນທີ 02 ມັງກອນ 2025
🎓ໂທ/ວອດແອັບ: 020-55111305(ອຈ.ຫລ້າ), 99330013 (ອຈ.ແອະ), 99883025 (ອຈ.ສີສຸພັນ), 55222761(ອຈ.ຫຸມລັກ)
15/08/2024
💢15 August 2024, HBD for Sinapha Center ຄົບຮອບ 13 ປີ
👨👨👧👦 ຂໍສະແດງຄວາມຮູ້ບຸນຄຸນຕໍ່ຄູອາຈານຫມົດທຸກຄົນ
🎓ໂທ/ວອດແອັບ: 020-55111305(ອຈ.ຫລ້າ), 99330013 (ອຈ.ແອະ), 99883025 (ອຈ.ສີສຸພັນ), 55222761(ອຈ.ຫຸມລັກ)