11/05/2026
ໃນວັນທີ 08 ພຶດສະພາ 2026 ຮາກຖານໜ່ວຍຊາວໜຸ່ມວິທະຍາໄລເຕັກນິກ-ວິຊາຊີບ ການລົດໄຟ ໄດ້ຈັດພິທີປາຖະກະຖາຫວນຄືນມູນເຊື້ອວັນສ້າງຕັ້ງ ຄຊປປລ ຄົບຮອບ 71 ປີ (14 ເມສາ 1995-14 ເມສາ 2026) ໂດຍເປັນກຽດເຂົ້າຮ່ວມເປັນປະທານຂອງ ສະຫາຍ ພຸດທອງ ຄຳວິໄລ ຮອງເລຂາຊາວໜຸ່ມ, ປະທານກວດກາຄະນະບໍລິຫານງານຊາວໜຸ່ມກະຊວງສຶກສາທິການ ແລະ ກິລາ ພ້ອມດ້ວຍຄະນະຮາກຖານ ແລະ ສະມາຊິກຊາວໜຸ່ມວິທະຍາໄລເຂົ້າຮ່ວມ 283 ກວ່າສະຫາຍ. ໃນພິທີດັ່ງກ່າວ ຄະນະຮາກຖານໜ່ວຍຊາວໜຸ່ມວິທະຍາໄລໄດ້ຂຶ້ນຜ່ານບົດສະຫຼຸບລາຍງານຜົນສໍາເລັດທີ່ຍາດມາໄດ້ ແລະ ແຜນວຽກຈຸດສຸມໃນຕໍ່ໜ້າ. ໃນໂອກາດນີ້ ທ່ານປະທານ ໄດ້ກ່າວມີຄໍາເຫັນ, ປາຖະກະຖາ ເລົ່າມູນເຊື້ອວັນສ້າງຕັ້ງ ຄຊປປລ ຄົບຮອບ 71 ປີ ທີ່ສະແດງໃຫ້ເຫັນເຖິງການເຕີບໃຫຍ່ຂະຫຍາຍຕົວຢ່າງກວ້າງຂວາງ ແລະ ປູກຈິດສໍານຶກໃຫ້ແກ່ຊາວໜຸ່ມລາວຮຸ້ນໃໝ່ ຮູ້ເຖິງຄຸນງາມຄວາມດີສືບທອດມູນເຊື້ອອັນດີງາມຈາກບັນພະບູລຸດ ແລະ ວິລາຊົນຂອງຊາດ ດັ່ງສົມກັບຄໍາຂວັນຂອງພັກໄດ້ຂະໜານນາມວ່າ: ຊາວໜຸ່ມ “ເປັນແຂນຂາຂອງພັກ ແລະ ເປັນກະດູກສັນຫຼັງຂອງປະເທດຊາດ”. ນອກຈາກນັ້ນ ທ່ານ ປະທານ ຍັງໃຫ້ກຽດມອບໃບຢັ້ງຢືນ 4 ບຸກ, ໃບຍ້ອງຍໍໃຫ້ແກ່ຄະນະ ແລະ ສະມາຊິກຊາວໜຸ່ມຜູ້ທີ່ມີຜົນງານດີເດັ່ນຂອງຮາກຖານໜ່ວຍຊາວໜຸ່ມວິທະຍາໄລເຕັກນິກ-ວິຊາຊີບ ການລົດໄຟ ປະຈໍາປີ 2025.
09/05/2026
ວິທະຍາໄລເຕັກນິກປາກປ່າສັກ ມອບໃບປະກາສະນີຍະບັດໃຫ້ນັກສຶກສາ ສປ ຈີນ ຮຸ່ນທີ 4 ທີ່ສຳເລັດຫຼັກສູດພາສາລາວ
ໃນວັນທີ 8 ພຶດສະພາ 2026 ທີ່ສູນພັດທະນາອາຊີບການໂຮງແຮມ ແລະ ການທ່ອງທ່ຽວ ວິທະຍາໄລເຕັກນິກປາກປ່າສັກ ໄດ້ຈັດພິທີມອບໃບປະກາສະນີຍະບັດໃຫ້ແກ່ນັກສຶກສາຈາກ ສປ ຈີນ ຮຸ່ນທີ 4 ທີ່ສຳເລັດການສຶກສາຫຼັກສູດພາສາລາວຢ່າງເປັນທາງການ, ໂດຍການໃຫ້ກຽດມອບຂອງ ທ່ານ ໂພໄຊ ບູລົມ ຜູ້ອຳນວຍການວິທະຍາໄລເຕັກນິກປາກປ່າສັກ, ມີຄະນະອຳນວຍການ, ຄູ-ອາຈານ ແລະ ນັກສຶກສາເຂົ້າຮ່ວມຢ່າງພ້ອມພຽງ.
ການຝຶກອົບຮົມໃນຄັ້ງນີ້ ແມ່ນການຜັນຂະຫຍາຍບົດບັນທຶກຄວາມເຂົ້າໃຈ (MOU) ລະຫວ່າງ ວິທະຍາໄລເຕັກນິກປາກປ່າສັກ ແລະ ວິທະຍາໄລເຕັກນິກວິຊາຊີບສິບສອງພັນນາ ເພື່ອສ້າງຄວາມເຂັ້ມແຂງດ້ານບຸກຄະລາກອນຮ່ວມກັນ. ຫຼັກສູດດັ່ງກ່າວມີໄລຍະເວລາຮຽນທັງໝົດ 7 ເດືອນ (ເລີ່ມແຕ່ວັນທີ 25 ກັນຍາ 2025 ຫາ 27 ເມສາ 2026) ໂດຍມີນັກສຶກສາທີ່ໄດ້ຮັບທຶນຈາກ ສປ ຈີນ ທັງໝົດ 8 ຄົນ ໂດຍຕະຫຼອດໄລຍະການສຶກສາຮ່ຳຮຽນ, ນັກສຶກສາໄດ້ສຸມໃສ່ 8 ໂມດູນຫຼັກ ທີ່ເນັ້ນການນຳໃຊ້ຕົວຈິງໃນຊີວິດປະຈຳວັນ ແລະ ວິຊາຊີບ ເຊັ່ນ: ທັກສະການຟັງ-ເວົ້າພາສາລາວ, ພາສາລາວສະເພາະດ້ານການທ່ອງທ່ຽວ ແລະ ການຄ້າ, ເຕັກນິກການແປພາສາ ແລະ ການສົນທະນາພາສາອັງກິດ ແລະ ການຮຽນຮູ້ວັດທະນະທຳລາວ.
ນອກຈາກການຮຽນໃນຫ້ອງແລ້ວ, ນັກສຶກສາຍັງໄດ້ຜ່ານການຝຶກງານຕົວຈິງເປັນເວລາ 3 ເດືອນ ທີ່ພະແນກວິຊາຕ່າງໆ ແລະ ສູນການຮ່ວມມືສາກົນ ລາວ-ຈີນ. ພ້ອມທັງໄດ້ຮ່ວມກິດຈະກຳທັດສະນະສຶກສາດ້ານສິລະປະວັດທະນະທຳ ທີ່ຫໍພິພິຕະພັນສິລະປະລາວ ເພື່ອສ້າງຄວາມເຂົ້າໃຈຢ່າງເລິກເຊິ່ງຕໍ່ວິຖີຊີວິດຂອງຄົນລາວ.
ຜ່ານການປະເມີນຜົນ, ນັກສຶກສາທັງ 8 ຄົນ ສາມາດຍາດໄດ້ຜົນການຮຽນໃນລະດັບດີ (B+) ຂຶ້ນໄປ. ໃນນີ້ທີ່ໜ້າຊົມເຊີຍແມ່ນມີ 2 ຄົນ ທີ່ມີຜົນການຮຽນ ແລະ ຄຸນສົມບັດດີເດັ່ນໃນລະດັບ "ດີຫຼາຍ". ນັກສຶກສາທຸກຄົນມີຄວາມໝັ້ນໃຈໃນການສື່ສານ ແລະ ສາມາດປັບຕົວເຂົ້າກັບສັງຄົມລາວໄດ້ຢ່າງກົມກຽວ. ໂດຍຜົນສຳເລັດຂອງນັກສຶກສາຮຸ່ນທີ 4 ນີ້ ເປັນສັນຍາລັກແຫ່ງຄວາມສາມັກຄີທີ່ແໜ້ນແຟ້ນລະຫວ່າງສອງສະຖາບັນ. ທັງສອງຝ່າຍຢືນຢັນທີ່ຈະສືບຕໍ່ຮ່ວມມືກັນຢ່າງບໍ່ຢຸດຢັ້ງ ໃນການສ້າງກຳລັງແຮງງານທີ່ມີຄຸນນະພາບ ແລະ ສາມາດສື່ສານໄດ້ຫຼາຍພາສາ. ສິ່ງນີ້ຈະເປັນກົນໄກສຳຄັນໃນການຊຸກຍູ້ຂະແໜງການຄ້າ, ການບໍລິການ ແລະ ການທ່ອງທ່ຽວ, ພ້ອມທັງເປັນການພັດທະນາເສດຖະກິດ-ສັງຄົມ ພາຍໃຕ້ຂອບການຮ່ວມມື ຄູ່ຮ່ວມຊະຕາກຳ ລາວ-ຈີນ ໃຫ້ເຕີບໂຕຢ່າງຍືນຍົງ.
03/05/2026
ໝາຍເວ ແລະ ວິທະຍາໄລເຕັກນິກວິຊາຊີບ
ວຽງຈັນ-ຮ່າໂນ້ຍ ລົງນາມຮ່ວມມືພັດທະນາ
ທັກສະວິຊາຊີບໃຫ້ນັກສຶກສາ
ວິສາຫະກິດສ່ວນບຸກຄົນ ໝາຍເວ ສະປອດ ແລະ ວິທະຍາໄລເຕັກນິກວິຊາຊີບ ມິດຕະພາບ ວຽງຈັນ-ຮ່າໂນ້ຍ ລົງນາມຮ່ວມມືກັນ ເປັນໄລຍະເວລາ 5 ປີ ເພື່ອສົ່ງເສີມການພັດທະນາຊັບພະຍາກອນມະນຸດ ກໍຄື ນັກສຶກສາ ຂອງວິທະຍາໄລດັ່ງກ່າວ ໃຫ້ມີທັກສະສີມືວິຊາຊີບ, ມີວິໄສທັດ, ມີປະສົບການໃໝ່ ແລະ ມີປະສິດທິພາບທີ່ສູງ ເພື່ອອອກຮັບໃຊ້ສັງຄົມຢ່າງມີຄຸນນະພາບ.
ພິທີເຊັນສັນຍາບົດບັນທຶກຄວາມເຂົ້າໃຈໃນການຮ່ວມມືຊ່ວຍເຫຼືອເຊິ່ງກັນ ແລະ ກັນໃນຄັ້ງນີ້ ລະຫວ່າງ ທ່ານ ພຸດທະພອນ ສີວິໄຊ ປະທານວິສາຫະກິດສ່ວນບຸກຄົນ ໝາຍເວ ສະປອດ ແລະ ທ່ານ ຄຳດີ ບຸດຕະຂັນ ຜູ້ອຳນວຍການວິທະຍາໄລເຕັກນິກວິຊາຊີບ ມິດຕະພາບ ວຽງຈັນ-ຮ່າໂນ້ຍ ໄດ້ຈັດຂຶ້ນ ເມື່ອວັນທີ 30 ເມສາ ຜ່ານມາ ທີ່ວິທະຍາໄລດັ່ງກ່າວ ໂດຍມີທ່ານ ປອ ສາຍສະໝອນ ງາມສີ ຮອງຫົວໜ້າກົມອາຊີວະສຶກສາ ກະຊວງສຶກສາທິການ ແລະ ກິລາ ແລະ ທ່ານ ສີທົນ ດາວພະສິດ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາ ນະຄອນຫຼວງວຽງຈັນ ພ້ອມດ້ວຍຄະນະອຳນວຍການ, ພະນັກງານ ແລະ ຄູອາຈານທີ່ກ່ຽວຂ້ອງເຂົ້າຮ່ວມເປັນສັກຂີພິຍານ.
ໃນການລົງນາມເຊັນສັນຍາບົດບັນທຶກຄວາມເຂົ້າໃຈໃນການຮ່ວມກັນສອງຝ່າຍໃນຄັ້ງນີ້ ທັງສອງຝ່າຍໄດ້ຕົກລົງເຫັນດີໃຫ້ການຮ່ວມມືຊ່ວຍເຫຼືອເຊິ່ງກັນ ແລະ ກັນ ໃນການສົ່ງເສີມການກໍ່ສ້າງ ແລະ ພັດທະນາຊັບພະຍາກອນມະນຸດ ກໍຄື ນັກສຶກສາ ໃນການສ້າງຫຼັກສູດໄລຍະສັ້ນ, ປັບປຸງຫຼັກສູດທີ່ມີຢູ່ແລ້ວ ແລະ ຫຼັກສູດໃໝ່ໃນແຕ່ລະສາຂາວິຊາ ທີ່ແທດເໝາະກັບຄວາມຕ້ອງການຂອງບັນດາໜ້າວຽກຕົວຈິງ ເວົ້າສະເພາະແມ່ນນັກສຶກສາຜູ້ທີ່ມີຜົນການຮຽນດີ ແລະ ມີຄວາມມັກທາງດ້ານວຽກງານການຕະຫຼາດ (Digital Marketing. ໄອຊີທີ (ICT) ແລະ ການອອກແບບຕ່າງໆ (Graphic Design ເພື່ອສົ່ງລົງຝຶກງານກັບ ໝາຍເວ ແລະ ສາມາດ ກໍ່ສ້າງໃນສາຍອາຊີບໃນອະນາຄົດຢ່າງມີປະສິດທິພາບ ແລະ ປະສິດທິຜົນ.
01/05/2026
ຊົມເຊີຍວັນກຳມະກອນສາກົນ ຄົບຮອບ 140 ຢ່າງສຸດໃຈ
30/04/2026
ວິທະຍາໄລເຕັກນິກ-ວິຊາຊີບການລົດໄຟ
ສ້າງຂະບວນການອອກແຮງງານ ຕ້ອນຮັບ
ວັນກຳມະກອນສາກົນ ຄົບຮອບ 140 ປີ
ໃນວັນທີ 30 ເມສາ 2026 ວິທະຍາໄລເຕັກນິກວິຊາຊີບການລົດໄຟ ໄດ້ສ້າງຂະບວນການອອກແຮງງານ ຢ່າງເປັນຂະບວນຟົດຟື້ນ ເພື່ອຂ່ຳນັບຮັບຕ້ອນວັນກຳມະກອນສາກົນ ຄົບຮອບ 140 ປີ
ໃນການສ້າງຂະບວນການອອກແຮງງານຄັ້ງນີ້ ບັນດາພະນັກງານ ຄູອາຈານ ແລະ ນັກສຶກສາ ໄດ້ພ້ອມກັນອະນາໄມ, ປັດກວາດ ພາຍໃນອາຄານຮຽນ ແລະ ບໍລິເວນອ້ອມຂ້າງວິທະຍາໄລໃຫ້ສະອາດງາມຕາ
27/04/2026
ກອງປະຊຸມຄົ້ນຄວ້າສ້າງເຄື່ອງມືປະເມີນກົດໝາຍ
ວ່າດ້ວຍອາຊີວະສຶກສາ ໃນລະຫວ່າງວັນທີ 27 ເມສາ
ຫາ 01 ພຶດສະພາ 2026, ທີ່ ຣີສອດນາປ່າກວາງ,
ເມືອງແກ້ວອຸດົມ, ແຂວງວຽງຈັນ
23/04/2026
ພິທີມອບ-ຮັບໃບຢັ້ງຢືນ ວິຊາຊີບຊັ້ນຕົ້ນ ລະດັບ 2 (C2) ສາຂາ: ຕັດຫຍິບ 🎓✨
ວິທະຍາໄລ ເຕັກນິກ-ວິຊາຊີບ ຫຼວງພະບາງ (LTVC) ໄດ້ຈັດພິທີມອບໃບຢັ້ງຢືນໃຫ້ແກ່ນັກສຶກສາທີ່ສຳເລັດການສຶກສາໃນຫຼັກສູດວິຊາຊີບຊັ້ນຕົ້ນ ລະດັບ 2 (C2) ສາຂາ: ຕັດຫຍິບ ຢ່າງເປັນທາງການ.
ພາຍໃຕ້ການສະໜັບສະໜູນຈາກໂຄງການ LLL, ນັກສຶກສາທຸກທ່ານໄດ້ຜ່ານການຝຶກອົບຮົມທັງພາກທິດສະດີ ແລະ ພາກປະຕິບັດຕົວຈິງຢ່າງເຂັ້ມງວດ ຈົນສາມາດຍົກລະດັບສີມືແຮງງານໃຫ້ກາຍເປັນຊ່າງຕັດຫຍິບທີ່ມີຄຸນນະພາບ ເພື່ອອອກໄປສ້າງອາຊີບ ແລະ ລາຍໄດ້ໃຫ້ແກ່ຕົນເອງ ແລະ ຄອບຄົວ.
ຂໍສະແດງຄວາມຍິນດີ ແລະ ຊົມເຊີຍມາຍັງນັກສຶກສາທຸກໆທ່ານ ທີ່ໄດ້ທຸ້ມເທເຫື່ອແຮງ ແລະ ຄວາມຕັ້ງໃຈ ຈົນປະສົບຜົນສຳເລັດໃນມື້ນີ້.
📍 ວິທະຍາໄລ ເຕັກນິກ-ວິຊາຊີບ ຫຼວງພະບາງ
🌐 ເວັບໄຊ: www.ltvc.edu.la
#ຕັດຫຍິບ #ສ້າງອາຊີບ #ພັດທະນາສີມືແຮງງານ
22/04/2026
ກະຊວງສຶກສາທິການ ແລະ ກິລາ ຈັດກອງປະຊຸມສະໄໝວິສາມັນຄົບຄະນະເປີດກວ້າງຂອງຄະນະບໍລິຫານງານພັກກະຊວງ ຄັ້ງທີ 2 ສະໄໝທີ X
ກະຊວງສຶກສາທິການ ແລະ ກິລາ ຫຼື ສສກ ຈັດກອງປະຊຸມສະໄໝວິສາມັນຄົບຄະນະເປີດກວ້າງຂອງຄະນະບໍລິຫານງານພັກກະຊວງ ສສກ ຄັ້ງທີ 2 ສະໄໝທີ X ໃນວັນທີ 22 ເມສາ 2026 ທີ່ສຳນັກງານ ສສກ ໂດຍພາຍໃຕ້ການເປັນປະທານຂອງສະຫາຍ ຮສ.ປອ ທອງສະລິດ ມັງໜໍ່ເມກ ກຳມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ເລຂາຄະນະບໍລິຫານງານພັກກະຊວງ, ລັດຖະມົນຕິກະຊວງສຶກສາທິການ ແລະ ກິລາ, ມີບັນດາສະຫາຍຮອງເລຂາ, ກຳມະການປະຈຳພັກ, ຄະນະບໍລິຫານງານພັກກະຊວງ, ບັນດາຮອງລັດຖະມົນຕີ, ຫົວໜ້າຫ້ອງການ, ບັນດາຫົວໜ້າ-ຮອງຫົວໜ້າກົມ, ມະຫາວິທະຍາໄລແຫ່ງຊາດ, ສະຖາບັນ, ວິທະຍາໄລ, ສູນອ້ອມຂ້າງ ແລະ ພະນັກງານທີ່ກ່ຽວຂ້ອງເຂົ້າຮ່ວມ.
ກອງປະຊຸມຄັ້ງນີ້ ໄດ້ດຳເນີນວາລະ 3 ເນື້ອໃນຫຼັກ ຄື: ການເຜີຍແຜ່ເຊື່ອມຊຶມເອກະສານດຳລັດວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງກະຊວງ ສສກ ສະບັບປັບປຸງ, ເຜີຍແຜ່ຂໍ້ຕົກລົງວ່າດ້ວຍການກຳນົດ ໂຄງປະກອບກົງຈັກການຈັດຕັ້ງທີ່ຂຶ້ນກັບບັນດາຫ້ອງການ, ກົມ, ສະຖາບັນ ແລະ ສຳນັກພິມສຶກສາ ແລະ ກິລາ ຂອງກະຊວງ ສສກ ສະບັບເລກທີ 1772/ສສກ ແລະ ການນຳສະເໜີການປັບປຸງກົນໄກ ແລະ ແບບແຜນວິທີເຮັດວຽກ ໃນໄລຍະໃໝ່.
ໃນກອງປະຊຸມດັ່ງກ່າວ ແມ່ນໄດ້ຕົກລົງເຫັນດີເປັນເອກະພາບຮັບຮອງເອົາໂຄງປະກອບກົງຈັກການຈັດຕັ້ງທີ່ຂຶ້ນກັບບັນດາຫ້ອງການ, ກົມ, ສະຖາບັນ ແລະ ສຳນັກພິມສຶກສາ ແລະ ກິລາ ຂອງກະຊວງ ສສກ ມີທັງໝົດ 10 ພາກສ່ວນ ກໍຄື ຫ້ອງການ ສສກ ປັບປຸງໃຫ້ມີ 8 ພະແນກການ, ກົມຈັດຕັ້ງ ແລະ ພະນັກງານ ມີ 7 ພະແນກ ແລະ 1 ຫ້ອງການ, ກົມກວດກາ ມີ 4 ພະແນກ, ກົມແຜນການ ແລະ ການເງິນ ມີ 7 ພະແນກ ແລະ 1 ຫ້ອງການ, ກົມຮ່ວມມືກັບຕ່າງປະເທດ ມີ 5 ພະແນກ ແລະ 2 ຫ້ອງການ, ກົມປະກັນຄຸນນະພາບການສຶກສາ ມີ 5 ພະແນກ, ກົມສາມັນສຶກສາ ມີ 8 ພະແນກ, ກົມພັດທະນາຄູ ແລະ ການບໍລິຫານການສຶກສາ ມີ 6 ພະແນກ, ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ ມີ 1 ພະແນກ, 4 ສູນ ແລະ 1 ຫໍສະໝຸດ ແລະ ສຳນັກພິມສຶກສາ ແລະ ກິລາ ມີ 6 ພະແນກ ແລະ 2 ວິສາຫະກິດ.
ສ່ວນແບບແຜນວິທີເຮັດວຽກໄລຍະໃໝ່ຂອງກະຊວງ ສສກ ແມ່ນຈະສຸມໃສ່ການເຮັດວຽກມີແຜນການ, ແຜນງານ ແລະ ໂຄງການລະອຽດແກ້ໄຂວຽກຢ່າງມີຈຸດສຸມ ແລະ ມີເປົ້າໝາຍໃນແຕ່ລະໄລຍະ, ປະສານສົມທົບຢ່າງແໜ້ນແຟ້ນກັບຂະແໜງການອື່ນ ແລະ ອົງການປົກຄອງທ້ອງຖິ່ນ ແນໃສ່ໝູນໃຊ້ກຳລັງແຮງຂອງທຸກພາກສ່ວນ ເພື່ອພັດທະນາວຽກງານການສຶກສາ, ວິທະຍາສາດ ແລະ ກິລາ.
ພ້ອມທັງມີການກວດກາ, ຕິດຕາມ ແລະ ຊຸກຍູ້, ສະຫຼຸບຖອດຖອນບົດຮຽນ, ຕີລາຄາຜົນໄດ້-ຜົນເສຍ ພ້ອມທັງລາຍງານສ່ອງແສງຢ່າງເຂັ້ມງວດ ແລະ ປະຕິບັດລະບອບປະຊຸມປະຈຳເດືອນ, 3 ເດືອນ, 6 ເດືອນ, ປະຈຳປີ ຫຼື ກອງປະຊຸມວິຊາການ ແລະ ປະຕິບັດລະບອບລາຍງານໃຫ້ລັດຖະບານ ແລະ ນາຍົກລັດຖະມົນຕີ ເປັນປົກກະຕິ ພ້ອມທັງປະຕິບັດພົວພັນການປະສານງານ ພາຍໃນ ແລະ ພາຍນອກ ໃຫ້ສອດຄ່ອງຕາມລະບຽບຫຼັກການຈັດຕັ້ງປະຕິບັດໃຫ້ປະສົບຜົນສຳເລັດຕາມຈຸດປະສົງ ແລະ ຄາດໝາຍທີ່ວາງໄວ້.
20/04/2026
ເປີດບັ້ນສອບເສັງແຂ່ງຂັນນັກຮຽນເກັ່ງ ຊັ້ນມັດທະຍົມສຶກສາ ລະດັບຊາດ ປະຈໍາສົກຮຽນ 2025-2026
ກະຊວງສຶກສາທິການ ແລະ ກິລາ (ສສກ) ເປີດບັ້ນສອບເສັງແຂ່ງຂັນນັກຮຽນເກັ່ງ ຊັ້ນມັດທະຍົມສຶກສາ ລະດັບຊາດ ທົ່ວປະເທດ ປະຈໍາສົກຮຽນ 2025-2026 ໃນຕອນເຊົ້າວັນທີ 20 ເມສາ 2026 ທີ່ໂຮງແຮມດອນຈັນພາເລດ ນະຄອນຫຼວງວຽງຈັນ, ໂດຍເປັນກຽດເຂົ້າຮ່ວມຂອງທ່ານ ປອ ນາງ ດາລາວອນ ກິດຕິພັນ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ມີທ່ານ ນາງ ນວມຄໍາ ຈັນທະບູລີ ຫົວໜ້າກົມສາມັນສຶກສາ ກະຊວງສຶກສາທິການ ແລະ ກິລາ ພ້ອມດ້ວຍຫົວໜ້າ-ຮອງຫ້ອງການ, ກົມ, ສະຖາບັນ, ສູນ, ຄູນໍາພາ, ນ້ອງນັກສອບເສັງ ແລະ ຄະນະຮັບຜີດຊອບວຽກງານກ່ຽວຂ້ອງ ຕະຫຼອດຮອດສື່ມວນຊົນເຂົ້າຮ່ວມ.
ໂອກາດນີ້, ທ່ານ ປອ ນາງ ດາລາວອນ ກິດຕິພັນ ໄດ້ຮຽກຮ້ອງຕໍ່ກັບຄະນະກຳມະການ, ອະນຸກຳມະການທຸກຝ່າຍ ຕ້ອງຍົກສູງການປະຕິບັດໜ້າທີ່ດ້ວຍຄວາມຮັບຜິດຊອບສູງ, ຍຸຕິທໍາ, ໂປ່ງໃສ ແລະ ສາມາດກວດສອບໄດ້; ຕໍ່ກັບຄູນໍາພານັກຮຽນ ໃຫ້ມີຄວາມຮັບຜິດຊອບ ໃນການຊີ້ນໍາ ນໍາພານັກຮຽນຂອງຕົນປະຕິບັດລະບຽບການຕ່າງໆຢ່າງເຂັ້ມງວດ, ຮັກສາຄວາມປອດໄພ, ປະຕິບັດໂມງເວລາ, ການໄປ-ມາ. ນອກນັ້ນ, ກໍຕ້ອງເອົາໃຈໃສ່ເກັບກຳ ຮູບແບບການຈັດກິດຈະກໍາຕ່າງໆ ກ່ຽວກັບການສອບເສັງແຂ່ງຂັນ ແລະ ຖອດຖອນບົດຮຽນດ້ານດີ ເພື່ອນໍາໄປຈັດຕັ້ງຜັນຂະຫຍາຍເຂົ້າໃນຂົງເຂດທີ່ຕົນເອງຮັບຜິດຊອບ ສ່ວນນັກສອບເສັງແຂ່ງຂັນ ກໍຕ້ອງມີຄວາມຊື່ສັດ, ປະຕິບັດຕາມກົດລະບຽບຂອງການສອບເສັງຢ່າງເຂັ້ມງວດ, ມີສະມາທິ ແລະ ຕັ້ງໃຈຈົດຈໍ່ຕໍ່ຄຳຖາມໃນການສອບເສັງ, ສ້າງຄວາມຮັກແພງສາມັກຄີກັບໝູ່ເພື່ອນທີ່ເປັນນັກສອບເສັງດ້ວຍກັນ, ເວລາໄປທັດສະນະສຶກສາກໍຕ້ອງຈົດຈໍາ ຮຽນຮູ້ ບົດຮຽນ ຕ່າງໆ ເພື່ອໄປບອກເລົ່າໃຫ້ໝູ່ເພື່ອນພີ່ນ້ອງໃນທ້ອງຖິ່ນຂອງຕົນ.
ການສອບເສັງແຂ່ງຂັນນັກຮຽນເກັັ່ງ ຊັ້ນມັດທະຍົມສຶກສາ ລະດັບຊາດ ປະຈຳສົກຮຽນ 2025-2026 ມີການສອບເສັງໃນ 4 ວິຊາຫຼັກ ຄື: ວິຊາພາສາລາວ-ວັນນະຄະດີ, ຄະນິດສາດ, ຟີຊິກສາດ ແລະ ວິຊາເຄມີສາດ ພ້ອມທັງມີການສອບເສັງ ຖາມ-ຕອບວິທະຍາສາດ ສຳລັບ ຊັ້ນ ມ.4 ແລະ ມ.7 ໂດຍມີນັກສອບເສັງທີ່ມາຈາກ ນະຄອນຫຼວງວຽງຈັນ ແລະ 17 ແຂວງ ລວມທັງໝົດ 288 ຄົນ, ຍິງ 165 ຄົນ (ໃນນັ້ນມີ ສຳມະເນ 2 ອົງ ແລະ ຕົວແທນຈາກ ໂຮງຮຽນເອກະຊົນ 59 ຄົນ).
ການສອບເສັງຄັ້ງນີ້, ເປັນກິດຈະກຳບຸລິມະສິດທີ່ມີຄວາມສໍາຄັນ ແລະ ໄດ້ຈັດຕັ້ງປະຕິບັດທຸກສົກຮຽນ ເພື່ອວັດ ແລະ ປະເມີນຜົນ ຜົນສໍາເລັດດ້ານການສິດສອນ ຂອງຄູ ແລະ ຜົນການຮຽນຂອງນັກຮຽນ; ສ້າງໂອກາດໃຫ້ນັກຮຽນໄດ້ສະແດງອອກ ດ້ານຄວາມຮູ້-ຄວາມສາມາດ, ພອນສະຫວັນ ແລະ ຫົວຄິດປະດິດສ້າງຂອງຕົນເອງ; ສົ່ງເສີມ ແລະ ຊຸກຍູ້ຂະບວນການສອນດີ-ຮຽນເກັ່ງ ຢູ່ໃນໂຮງຮຽນມັດທະຍົມ ໃນຂອບເຂດທົ່ວປະເທດ ໃຫ້ມີລັກສະນະແຂ່ງຂັນ ແລະ ມີຄຸນນະພາບ ແລະ ໃຫ້ນັກຮຽນໄດ້ ມີຄວາມບຸກບືນ ແລະ ແຂ່ງຂັນກັນຮຽນຫຼາຍຂື້ນ. ນອກຈາກການສອບເສັງແລ້ວຍັງຈະໄດ້ນໍາພານັກຮຽນໄປທັດສະນະສຶກສາ ສະຖານທີ່ປະຫັວດສາດ, ມູນເຊື້້ອວັດທະນະທໍາ ແລະ ໂຮງຮຽນມັດທະຍົມນານາຊາດ ຕື່ມອີກ.
ສໍາລັບຜົນການສອບເສັງແມ່ນຈະໄດ້ປະກາດໃນວັນທີ 24 ເມສາ 2026 ນີ້.
20/04/2026
ແຈ້ງການ ເຂົ້າຮ່ວມການແຂ່ງຂັນການສ້າງເນື້ອຫາ (Content) ໂຄສະນາ
ການເຂົ້າເຖິງອາຊີວະສຶກສາ ແລະ ຝຶກອົບຮົມວິຊາຊີບ ຜ່ານທາງສື່ອອນລາຍ
13/04/2026
ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານປະເທດ ອວຍພອນປີໃໝ່ ເນື່ອງໃນໂອກາດສົ່ງທ້າຍປີເກົ່າ ພສ 2568 ແລະ ຕ້ອນຮັບປີໃໝ່ ພສ 2569
ພີ່ນ້ອງຮ່ວມຊາດ, ເພື່ອນມິດ ທີ່ຮັກແພງທັງຫຼາຍ !
ໃນໂອກາດສົ່ງທ້າຍປີເກົ່າ, ປີມະເສັງ ພສ 2568ແລະຕ້ອນຮັບປີໃໝ່, ປີມະເມຍ ພສ 2569ທີ່ຈະມາເຖິງນີ້, ຂ້າພະເຈົ້າ ຂໍສົ່ງຄວາມຢ້ຽມຢາມຖາມຂ່າວອັນອົບອຸ່ນ ແລະ ຄໍາອວຍ ພອນອັນປະເສີດ ໄປຍັງພໍ່ແມ່ພີ່ນ້ອງຊາວລາວ ໃນທົ່ວປະ ເທດ, ພີ່ນ້ອງຊາວລາວທີ່ກຳລັງດໍາລົງຊີວິດຢູ່ຕ່າງປະເທດກໍຄື ເພື່ອນມິດຊາວຕ່າງປະເທດທີ່ກຳລັງດໍາລົງຊີວິດ ແລະ ເຮັດວຽກຢູ່ ສປປ ລາວ ທຸກທົ່ວໜ້າ.
ປີມະເສັງທີ່ກຳລັງຈະຜ່ານພົ້ນໄປເປັນປີທີ່ມີຄວາມໝາຍສໍາຄັນ ແລະ ເປັນປີແຫ່ງຄວາມພາກພູມໃຈ ຂອງປວງຊົນລາວທັງຊາດທີ່ໄດ້ຮ່ວມກັນສະເຫຼີມສະຫຼອງວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ ດ້ວຍຄວາມເອກອ້າງທະນົງໃຈ, ໄດ້ດຳເນີນກອງປະຊຸມໃຫຍ່ຄັ້ງທີXII ຂອງພັກ, ການເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ X ແລະ ສະມາຊິກສະ ພາປະຊາຊົນແຂວງຊຸດທີ V ດ້ວຍຜົນສຳເລັດຢ່າງສະຫງ່າ ງາມ. ປີທີ່ຜ່ານມາ, ເຖິງວ່າພວກເຮົາຈະປະເຊີນກັບສິ່ງທ້າ ທາຍນາໆປະການ, ແຕ່ດ້ວຍຄວາມສາມັກຄີເປັນປຶກແຜ່ນພາຍໃນຊາດ, ການສະໜັບສະໜູນຊ່ວຍເຫຼືອຈາກປະເທດເພື່ອນມິດແລະອົງການຈັດຕັ້ງສາກົນ,ພວກເຮົາສາມາດຜ່ານຜ່າຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍໄປໄດ້ໂດຍດີ ແລະ ຍາດໄດ້ຜົນສໍາເລັດທີ່ເປັນຮູບປະທໍາຫຼາຍດ້ານ,ຮັກ ສາໄດ້ສະຖຽນລະພາບທາງດ້ານການເມືອງຢ່າງໜັກແໜ້ນ, ສັງຄົມມີຄວາມສະຫງົບ ແລະທຄວາມເປັນລະບຽບຮຽບ ຮ້ອຍໂດຍພື້ນຖານ, ເສດຖະກິດຟື້ນຕົວ ແລະ ຂະຫຍາຍຕົວດ້ວຍທ່ວງທ່າດີຂຶ້ນ,ອິດທິພົນບົດບາດຂອງ ສປປ ລາວ ໃນເວທີພາກພື້ນ ແລະ ສາກົນ ໄດ້ຮັບການເຊີດຊູສູງເດັ່ນຂຶ້ນຕື່ມ ແລະສືບຕໍນຳພາປະເທດຊາດກ້າວເຂົ້າສູ່ສັງກາດໃໝ່ແຫ່ງການພັດທະນາ ໃນຊຸມປີຕໍ່ໜ້າ.
ປີມະເມຍ ພສ 2569 ທີ່ຈະມາເຖິງນີ້ ທົ່ວໂລກຍັງສືບຕໍ່ປະເຊີນກັບຄວາມຫຍຸ້ງຍາກສັບສົນ ທີ່ເກີດຈາກຜົນກະ ທົບ ຂອງຄວາມຂັດແຍ້ງ ແລະ ການປະທະກັນຢູ່ບາງພາກພື້ນ, ດັ່ງນັ້ນ ຈຶ່ງຂໍຮຽກຮ້ອງມາຍັງພໍ່ແມ່ປະຊາຊົນ ກໍຄື ທຸກພາກສ່ວນໃນສັງຄົມ ຈົງສືບຕໍ່ເຊີດຊູນໍ້າໃຈຮັກຊາດ ແລະ ຄວາມສາມັກຄີເປັນຈິດໜຶ່ງໃຈດຽວ ອ້ອມຂ້າງສູນກາງພັກ ແລະ ລັດຖະບານ, ພ້ອມກັນຜ່ານຜ່າຄວາມຫຍຸ້ງຍາກທີ່ຈະເກີດຂຶ້ນ, ອອກແຮງປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກແລະ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີX ໃຫ້ມີຜົນສຳເລັດເປັນຮູບປະທຳ, ເຊີດຊູຄວາມເປັນເຈົ້າປະເທດຊາດ, ປະກອບສ່ວນເຂົ້າໃນພາລະກິດພັດທະນາປະເທດຊາດຢ່າງແຂງແຮງຕາມທິດສີຂຽວ ແລະ ຍືນຍົງ ໃຫ້ມີຜົນສຳເລັດ.
ໃນວາລະອັນເປັນສິລິມຸງຄຸນນີ້, ຂ້າພະເຈົ້າຂໍສົ່ງຄໍາອວຍ ພອນໄຊອັນປະເສີດ ໃຫ້ພີ່ນ້ອງຮ່ວມຊາດໃນທົ່ວປະເທດຕະຫຼອດເຖິງພີ່ນ້ອງຊາວລາວທີ່ອາໄສຢູ່ຕ່າງປະເທດ ກໍຄືຊາວຕ່າງປະເທດທີ່ດຳລົງຊີວິດແລະປະຕິບັດໜ້າທີ່ຢູ່ສປປລາວຈົງມີສຸຂະພາບເຂັ້ມແຂງ, ມີຄວາມຢູ່ເຢັນເປັນສຸກ, ມີຜົນສໍາເລັດໃນໜ້າທີ່ວຽກງານ ແລະ ຂໍໃຫ້ການສະຫຼອງປີໃໝ່ລາວໃນປີນີ້ເຕັມໄປດ້ວຍຄວາມເບີກບານມ່ວນຊື່ນແລະ ມີຄວາມສະຫງົບປອດໄພທຸກປະການດ້ວຍເທີ້ນ.