ກົມອາຊີວະສຶກສາ DTVE

ກົມອາຊີວະສຶກສາ DTVE the Technical Vocational Education & Training Department (TVED) of the Ministry of Education and Sports, Lao PDR

ສະຖາບັນພັດທະນາອາຊີວະສຶກສາ ປະກາດແຕ່ງຕັ້ງພະນັກງານດໍາລົງຕໍາແໜ່ງບໍລິຫານ ໃນວັນທີ 25 ກັນຍາ 2026 ໄດ້ມີພິທີປະກາດແຕ່ງຕັ້ງພະນັກງານ...
26/09/2026

ສະຖາບັນພັດທະນາອາຊີວະສຶກສາ ປະກາດແຕ່ງຕັ້ງພະນັກງານດໍາລົງຕໍາແໜ່ງບໍລິຫານ

ໃນວັນທີ 25 ກັນຍາ 2026 ໄດ້ມີພິທີປະກາດແຕ່ງຕັ້ງພະນັກງານດໍາລົງຕໍາແໜ່ງບໍລິຫານ ຂອງສະຖາບັນພັດທະນາອາຊີວະສຶກສາ ຢູ່ທີ່ສະຖາບັນພັດທະນາອາຊີວະສຶກສາ ພາຍໃຕ້ການເປັນປະທານຂອງ ທ່ານ ປອ ສາຍສະໝອນ ງາມສີ ຮອງຫົວໜ້າກົມອາຊີວະສຶກສາ, ເປັນກຽດເປັນປະທານຮ່ວມໂດຍ ທ່ານ ຮສ. ປອ ບຸນເສັງ ຄໍາມູນຕີ ຜູ້ອໍານວຍການ ສະຖາບັນພັດທະນາອາຊີວະສຶກສາ, ມີຜູ້ຕາງໜ້າຈາກກົມອາຊີວະສຶກສາ, ຄະນະຜູ້ອໍານວຍການ, ຫົວໜ້າພາກວິຊາ, ຮອງຫົວໜ້າພາກວິຊາ ແລະ ພະນັກງານຄູອາຈານ ສະຖາບັນພັດທະນາອາຊີວະສຶກສາ ເຂົ້າຮ່ວມຢ່າງພ້ອມພຽງ
ໃນພິທີດັ່ງກ່າວ ໄດ້ປະກາດແຕ່ງຕັ້ງ ທ່ານ ວາເມັ່ງເຮີ່ ໄຊເລ່ຍວື່, ຮອງຫົວໜ້າພາກວິຊາຄູເຕັກໂນໂລຊີກົນຈັກ ເປັນ ຫົວໜ້າພາກວິຊາຄູເຕັກໂນໂລຊີກົນຈັກ ສະຖາບັນພັດທະນາອາຊີວະສຶກສາ, ທ່ານ ອ໋ອດ ທໍາມະວົງ, ຮອງຫົວໜ້າພະແນກບໍລິຫານ ແລະ ຈັດຕັ້ງພະນັກງານ ເປັນ ຫົວໜ້າພະແນກບໍລິຫານ ແລະ ຈັດຕັ້ງພະນັກງານ ສະຖາບັນພັດທະນາອາຊີວະສຶກສາ, ທ່ານ ນາງ ບຸດສະດີ ວົງໄຊ, ວິຊາການ ເປັນ ຮອງຫົວໜ້າພະແນກບໍລິຫານ ແລະ ຈັດຕັ້ງພະນັກງານ, ສະຖາບັນພັດທະນາອາຊີວະສຶກສາ, ທ່ານ ນາງ ອານຸສິນ ບຸນຊູຮັກ, ວິຊາການ ເປັນ ຮອງຫົວໜ້າພະແນກຄົ້ນຄ້ວາ ແລະ ພັດທະນາ ສະຖາບັນພັດທະນາອາຊີວະສຶກສາ, ທ່ານ ບຸນເຕີມ ຄໍາມີສີ, ວິຊາການ ເປັນຮອງຫົວໜ້າພະແນກພັດທະນາຫຼັກສູດ ແລະ ສື່ການຮຽນການສອນ ສະຖາບັນພັດທະນາອາຊີວະສຶກສາ.

25/09/2026

ໂຮງຮຽນເຕັກນິກ-ວິຊາຊີບແບບປະສົມ ແຂວງອັດຕະປືເປີດຮັບສະໝັກນັກສຶກສາ ປະຈໍາສົກຮຽນ 2026-2027

ກອງປະຊຸມ ການພັດທະນາເນື້ອຫາໂຄສະນາ, ການເລົ່າເລື່ອງ ແລະ ການຜະລິດສື່ຜ່ານຮູບພາບ ແລະ ສຽງ ພາຍໃຕ້ການສະໜັບສະໜູນຂອງແຜນງານ STAFໃນລະ...
22/09/2026

ກອງປະຊຸມ ການພັດທະນາເນື້ອຫາໂຄສະນາ, ການເລົ່າເລື່ອງ ແລະ ການຜະລິດສື່ຜ່ານຮູບພາບ ແລະ ສຽງ ພາຍໃຕ້ການສະໜັບສະໜູນຂອງແຜນງານ STAF

ໃນລະຫວ່າງວັນທີ 21- 25 ກັນຍາ 2026 ໄດ້ມີກອງປະຊຸມ ການພັດທະນາເນື້ອຫາໂຄສະນາ, ການເລົ່າເລື່ອງ ແລະ ການຜະລິດສື່ຜ່ານຮູບພາບ ແລະ ສຽງ ທີ່ໂຮງແຮມ
ຄຣາວພລາຊາ (Crowne Plaza),ນະຄອນຫຼວງວຽງຈັນ, ພາຍໃຕ້ການເປັນປະທານຂອງ ທ່ານ ຕິ່ງຄໍາ ສຸລິນທາ
ຮອງຫົວໜ້າກົມອາຊີວະສຶກສາ, ມີຜູ້ຕາງໜ້າຈາກກົມອາຊີວະສຶກສາ, ທີມງານບໍລິສັດ STELLA,
ສະຖານອາຊີວະສຶກສາ, ວິທະຍາໄລກະສິກໍາ ແລະ ປ່າໄມ້ ພາກເໜືອ ແລະ ວິທະຍາໄລກະສິກໍາ ແລະ ປ່າໄມ້ ບໍລິຄຳໄຊ ເຂົ້າຮ່ວມຢ່າງພ້ອມພຽງ
ຈຸດປະສົງຂອງກອງປະຊຸມດັ່ງກ່າວແມ່ນ ເພື່ອຮ່ວມກັນພັດທະນາຂໍ້ຄວາມຫຼັກ ແລະ ເນື້ອໃນສຳລັບສື່ຮູບແບບ
ວິດີໂອສັ້ນ ແລະ ໂຄສະນາທາງວິທະຍຸ, ພ້ອມທັງເສີມສ້າງ ທັກສະໃນພາກປະຕິບັດຕົວຈິງຂອງຜູ້ເຂົ້າຮ່ວມ ໂດຍສະເພາະໃນການສ້າງແຜນການເລົ່າເລື່ອງ​(storyboarding), ການຂຽນເນື້ອຫາ, ການຖ່າຍທໍາ, ການປັບໃຊ້ໂຄງຮ່າງ, ແລະ ການຜະລິດເນື້ອຫາແບບມີຈັນຍາບັນ.

ກອງປະຊຸມຝຶກອົບຮົມ ການນໍາໃຊ້ລະບົບຖານຂໍ້ມູນສາຍອາຊີວະສຶກສາ (ລະບົບ TETH) ໃຫ້ແກ່ສະຖານອາຊີວະສຶກສາ ທັງພາກລັດ ແລະ ພາກເອກະຊົນໃນລະ...
22/09/2026

ກອງປະຊຸມຝຶກອົບຮົມ ການນໍາໃຊ້ລະບົບຖານຂໍ້ມູນສາຍອາຊີວະສຶກສາ (ລະບົບ TETH) ໃຫ້ແກ່ສະຖານອາຊີວະສຶກສາ ທັງພາກລັດ ແລະ ພາກເອກະຊົນ

ໃນລະຫວ່າງວັນທີ 21-25 ກັນຍາ 2026 ໄດ້ມີກອງປະຊຸມຝຶກອົບຮົມ ການນໍາໃຊ້ລະບົບຖານຂໍ້ມູນສາຍອາຊີວະສຶກສາ (ລະບົບ TETH) ໃຫ້ແກ່ສະຖານອາຊີວະສຶກສາ ທັງພາກລັດ ແລະ ພາກເອກະຊົນ ຢູ່ທີ່
ທ່າລາດ, ເມືອງແກ້ວອຸດົມ, ແຂວງວຽງຈັນ, ພາຍໃຕ້ການເປັນປະທານຂອງ ທ່ານ ຕິ່ງຄໍາ ສຸລິນທາ ຮອງຫົວໜ້າກົມອາຊີວະສຶກສາ, ມີຜູ້ຕາງໜ້າຈາກກົມອາຊີວະສຶກສາ,
ບັນດາກົມພາຍໃນສໍານັກກະຊວງສຶກສາທິການ ແລະ ກິລາ, ສະຖານອາຊີວະສຶກສາ ພາກລັດ ແລະ ພາກເອກະຊົນ, ແລະ ແຂກຖືກເຊີນເຂົ້າຮ່ວມຢ່າງພ້ອມພຽງ
ຈຸດປະສົງຂອງກອງປະຊຸມດັ່ງກ່າວແມ່ນ ເພື່ອຝຶກອົບຮົມທັກສະການນໍາໃຊ້ລະບົບຖານຂໍ້ມູນ TETH ໃຫ້ແກ່ຜູ້ຮັບຜິດຊອບວຽກງານສະຖິຕິ ແລະ ຂໍ້ມູນຂ່າວສານ ຈາກສະຖານອາຊີວະສຶກສາ ທັງພາກລັດ ແລະ ພາກເອກະຊົນ ເພື່ອເປັນການຍົກສູງທັກສະ ແລະ ຄວາມສາມາດ ໃນການຜະລິດຕົວຊີ້ບອກ SDG4 ທີ່ກ່ຽວຂ້ອງກັບຂະແໜງການຍ່ອຍ ອາຊີວະສຶກສາ ແລະ ຝຶກອົບຮົມວິຊາຊີບ,
ສ້າງຄວາມເປັນເອກະພາບ ແລະ ລວມສູນຂໍ້ມູນ ໃນຂອບເຂດທົ່ວປະເທດ, ເຮັດໃຫ້ການເຊື່ອມໂຍງຂໍ້ມູນ ລະຫວ່າງ ພາກລັດ, ພາກເອກະຊົນ ແລະ ສູນກາງ ຮອດທ້ອງຖິ່ນ ມີຄວາມສະດວກ, ວ່ອງໄວ, ຖືກຕ້ອງ ແລະ ເປັນຮູບແບບດຽວກັນ

18/09/2026

ວິທະຍາໄລເຕັກນິກ-ວິຊາຊີບການລົດໄຟ ຈັດພິທີມອບປາກາສະນີຍະບັດ ໃຫ້ນັກສຶກສາ ຮຸ່ນທີ I ຈຳນວນ 265 ຄົນ

ກົມອາຊີວະສຶກສາ ລົງກວດກາ ຕິດຕາມ ແລະ ປະເມີນຜົນ ວິທະຍາໄລ ເຕັກນິກ-ວິຊາຊີບ ຫຼວງພະບາງໃນວັນທີ 17 ກັນຍາ 2026 ກົມອາຊີວະສຶກສາໄດ້ ລ...
17/09/2026

ກົມອາຊີວະສຶກສາ ລົງກວດກາ ຕິດຕາມ ແລະ ປະເມີນຜົນ ວິທະຍາໄລ ເຕັກນິກ-ວິຊາຊີບ ຫຼວງພະບາງ

ໃນວັນທີ 17 ກັນຍາ 2026 ກົມອາຊີວະສຶກສາໄດ້ ລົງກວດກາ ຕິດຕາມ ແລະ ປະເມີນຜົນ ຢູ່ທີ່ວິທະຍາໄລ ເຕັກນິກ-ວິຊາຊີບ ຫຼວງພະບາງ,
ພາຍໃຕ້ການເປັນປະທານຂອງ ທ່ານ ຕິ່ງຄໍາ ສຸລິນທາ ຮອງຫົວໜ້າກົມອາຊີວະສຶກສາ, ເປັນປະທານຮ່ວມໂດຍ ທ່ານ ວິລະພົງ ສີບຸນເຮືອງ ຜູ້ອໍານວຍການ ວິທະຍາໄລ ເຕັກນິກ-ວິຊາຊີບ ຫຼວງພະບາງ, ມີຄະນະກົມ, ຫົວໜ້າພະແນກ,
ຮອງຫົວໜ້າພະແນກ ແລະ ພະນັກງານວິຊາການ ກົມອາຊີວະສຶກສາ, ຄະນະຜູ້ອໍານວຍການ, ຄະນະພະແນກ, ຄະນະພາກວິຊາ ແລະ ພະນັກງານຄູອາຈານ ວິທະຍາໄລ ເຕັກນິກ-ວິຊາຊີບ ຫຼວງພະບາງ ແລະ ແຂກຖືກເຊີນເຂົ້າຮ່ວມ,
ການລົງກວດກາ ຕິດຕາມ ແລະ ປະເມີນຜົນໃນຄັ້ງນີ້ ແມ່ນລົງກວດກາ ຕິດຕາມ ແລະ ປະເມີນຜົນກ່ຽວກັບວຽກງານການບໍລິຫານຄົ້ນຄ້ວາ ແລະ ສັງລວມ,
ການຄຸ້ມຄອງ ແລະ ພັດທະນາບຸກຄະລະລາກອນອາຊີວະສຶກສາ, ການຄຸ້ມວຽກງານວິຊາການ (ການຈັດຕັ້ງປະຕິບັດຫຼັກສູດ,ການຈັດການຮຽນການສອນ, ວຽກງານປະກັນຄຸນນະພາບການສຶກສາ), ການຄຸ້ມຄອງຂໍ້ມູນຂ່າວສານ ແລະ ການຮຽນທາງໄກ ແລະ ວຽກງານສະພາທີ່ປຶກສາອາຊີວະສຶກສາຂອງສະຖານອາຊີວະສຶກສາ

ວິທະຍາໄລເຕັກນິກ-ວິຊາຊີບ ການລົດໄຟ ສ້າງບຸກຄະລາກອນອອກຮັບໃຊ້ສັງຄົມ 265 ຄົນ ຮຸ່ນທີ Iວິທະຍາໄລເຕັກນິກ-ວິຊາຊີບ ການລົດໄຟ, ກະຊວງສຶ...
15/09/2026

ວິທະຍາໄລເຕັກນິກ-ວິຊາຊີບ ການລົດໄຟ ສ້າງບຸກຄະລາກອນອອກຮັບໃຊ້ສັງຄົມ 265 ຄົນ ຮຸ່ນທີ I

ວິທະຍາໄລເຕັກນິກ-ວິຊາຊີບ ການລົດໄຟ, ກະຊວງສຶກສາທິການ ແລະ ກິລາ ຈັດພິທີສະຫຼຸບສົກຮຽນ 2025-2026 ຮຸ່ນທີ I ໃນວັນທີ 14 ກັນຍາ 2026 ທີ່ວິທະຍາໄລດັ່ງກ່າວ, ໂດຍການເປັນປະທານຂອງທ່ານ ປອ ນາງ ດາລາວອນ ກິດຕິພັນ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ມີທ່ານ ຮສ.ປອ ພຸດ ສິມມາລາວົງ ອະດີດລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ, ມີຫົວໜ້າກົມອາຊີວະສຶກສາ, ອະດີດການນຳກະຊວງ, ຕາງໜ້າກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ບັນດາບໍລິສັດຄູ່ຮ່ວມພັດທະນາ, ຕະຫຼອດຮອດພະນັກງານ, ຄູ-ອາຈານ ແລະ ນັກສຶກສາ ເຂົ້າຮ່ວມ.

ທ່ານ ບຸນຍະລິດ ຂັນທະຈັກ ຜູ້ອຳນວຍການວິທະຍາໄລເຕັກນິກ-ວິຊາຊີບ ການລົດໄຟ ໄດ້ຜ່ານບົດສະຫຼຸບໃຫ້ຮູ້ວ່າ: ໃນສົກຮຽນ 2025-2026 ໄດ້ຈັດຕັ້ງການຮຽນ-ການສອນ ທັງໝົດ 6 ພາກວິຊາ 6 ສາຂາອາຊີບ ຄື: ພາກວິຊາເຕັກນິກຫົວລົດໄຟ, ສາຂາອາຊີບເຕັກນິກຫົວລົດໄຟ; ພາກວິຊາ ເຕັກນິກຕູ້ລົດໄຟ, ສາຂາອາຊີບເຕັກນິກຕູ້ລົດໄຟ; ພາກວິຊາ ສັນຍານທາງລົດໄຟ, ສາຂາອາຊີບ ການສື່ສານສັນຍານທາງລົດໄຟ; ພາກວິຊາວິສະວະກໍາທາງລົດໄຟ, ສາຂາອາຊີບວິສະວະກໍາທາງລົດໄຟ; ພາກວິຊາຂົນສົ່ງທາງລົດໄຟ, ສາຂາອາຊີບ ຄຸ້ມຄອງການຂົນສົ່ງທາງລົດໄຟ; ພາກວິຊາ ການສະໜອງໄຟຟ້າທາງລົດໄຟ, ສາຂາອາຊີບ ການສະໜອງໄຟຟ້າທາງລົດໄຟ. ມີນັກຮຽນ-ນັກສຶກສາ ທັງໝົດ 815 ຄົນ, ຍິງ 404 ຄົນ. ໃນນີ້, ປີທີ1 ມີ 288 ຄົນ, ຍິງ 159 ຄົນ, ປີທີ 2 ມີ 257 ຄົນ, ຍິງ 128 ຄົນ, ປີທີ 3 ມີ 270 ຄົນ, ຍິງ 117 ຄົນ ສຳລັບ ນັກຮຽນ-ນັກສຶກສາຈົບສົກ 2025-2026 ລວມມີ 265 ຄົນ, ຍິງ 114 ຄົນ.

ໄດ້ຈັດຕັ້ງການຮຽນ-ການສອນ ພາກຮຽນທີ 1 ໃນວັນ ທີ 1 ກັນຍາ 2025 ເປີດສົກຮຽນສໍາລັບນັກສຶກສາປີທີ 2-3 ແລະ ໃນວັນທີ 15 ກັນຍາ 2025 ເປີດການຮຽນໃຫ້ນັກສຶກ ສາປີທີ1; ໄດ້ສໍາເລັດການສອບເສັງພາກຮຽນທີ 1 ໃຫ້ນັກສຶກສາປີທີ1, 2 ແລະ ປີທີ3 ໃນວັນທີ 5-9 ມັງກອນ 2026; ຈັດຕັ້ງການຮຽນ-ການສອນ ພາກຮຽນທີ 2 ໃຫ້ນັກສຶກສາ ປີທີ1, 2 ໃນວັນທີ 9 ກຸມພາ 2026. ໃນການຈັດຕັ້ງປະຕິບັດການຮຽນ-ການສອນ ສົກຮຽນ 2025-2026 ມີນັກສຶກສາ ຍາດໄດ້ຜົນງານດີເດັ່ນ ທັງໝົດ 123 ຄົນ, ຍິງ 59 ຄົນ.ໃນນີ້, ດີເດັ່ນຮອບດ້ານ 23 ຄົນ, ຍິງ 15 ຄົນ, ດີເດັ່ນດ້ານການຮຽນ 54 ຄົນ, ຍິງ 23 ຄົນ, ດີເດັ່ນດ້ານກິດຈະກໍາ 46 ຄົນ, ຍິງ 21 ຄົນ.

ໂອກາດດັ່ງກ່າວ, ທ່ານ ປອ ນາງ ດາລາວອນ ກິດຕິພັນ ໄດ້ກ່າວສະແດງຄວາມຍ້ອງຍໍຊົມເຊີຍຜົນງານທີ່ທາງວິທະຍາໄລເຕັກນິກ-ວິຊາຊີບ ການລົດໄຟ ຍາດມາໄດ້ ການພັດທະນາລະບົບຂົນສົ່ງທາງລົດໄຟ, ໂດຍສະເພາະແມ່ນທາງລົດໄຟ ລາວ-ຈີນ ໄດ້ກາຍເປັນເສັ້ນທາງເລືອກໃໝ່ທາງດ້ານເສດຖະກິດ, ເຮັດໃຫ້ການບໍລິການຂົນສົ່ງມີຄວາມສະດວກ, ລວມທັງການບໍລິການໂດຍສານ, ຄວາມໄວ ແລະ ຄວາມປອດໄພ, ເຊິ່ງໄດ້ປະກອບສ່ວນອັນສຳຄັນ ໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມ ຂອງປະເທດເຮົາຢ່າງແທ້ຈິງ, ໃນປີ 2025-2026 ທີ່ຜ່ານມາ, ສູນ/ວິທະຍາໄລ ໄດ້ປັບປຸງຫຼັກສູດການຮຽນ-ການສອນ ໃຫ້ສອດຄ່ອງກັບຄວາມຕ້ອງການຂອງສັງຄົມ ແລະ ການເຕີບໃຫຍ່ຂອງຂະແໜງການລົດໄຟ ໂດຍສະເພາະແມ່ນ ການຍົກຮ່າງຫຼັກສູດ, ການຝຶກອົບຮົມ ແລະ ການປະຕິບັດຕົວຈິງ ຂອງຄູ-ອາຈານ ທີ່ໄດ້ຮັບການຊ່ວຍເຫຼືອຈາກຂະແໜງການລົດໄຟ ລາວ-ຈີນ. ນອກຈາກນີ້, ວິທະຍາໄລ ໄດ້ສົ່ງນັກຮຽນ-ນັກສຶກສາ ໄປສຶກສາຕໍ່ ແລະ ຝຶກອົບຮົມຢູ່ ປະເທດສາທາລະນະລັດ ປະຊາຊົນຈີນ ເພື່ອປັບປຸງ ແລະ ຍົກລະດັບຄວາມຮູ້-ຄວາມສາມາດ ໃຫ້ໄດ້ຕາມມາດຕະຖານ.

ສຳລັບນັກສຶກສາ ທີ່ສຳເລັດການສຶກສາ ຂໍໃຫ້ປະຕິບັດຕົນເປັນແບບຢ່າງ, ນຳໃຊ້ຄວາມຮູ້ຄວາມສາມາດ ທີ່ໄດ້ຮຽນມາ ເຂົ້າໃນການປະຕິບັດງານຕົວຈິງ ດ້ວຍຄວາມຮັບຜິດຊອບສູງ, ມີວິໄນ, ມີຄຸນສົມບັດ, ແລະ ບໍ່ຢຸດຢັ້ງທີ່ຈະຮຽນຮູ້ ເພື່ອພັດທະນາຕົນເອງຢ່າງຕໍ່ເນື່ອງ, ສ່ວນນັກສຶກສາ ທີ່ກຳລັງສຶກສາຢູ່ ຂໍໃຫ້ຕັ້ງໃຈຮຽນ, ຕັ້ງໃຈຝຶກຝົນຫຼໍ່ຫຼອມຕົນເອງ ທັງດ້ານຄວາມຮູ້, ວິຊາສະເພາະ ແລະ ທັດສະນະຄະຕິ, ເພື່ອໃຫ້ກາຍເປັນພະນັກງານທີ່ມີປະສິດທິພາບ, ສາມາດຕອບສະໜອງໄດ້ຕາມຄວາມຕ້ອງການຂອງຂະແໜງການລົດໄຟໃນອະນາຄົດ. ພ້ອມດຽວກັນນັ້ນ, ເນັ້ນໃຫ້ຄະນະອຳນວຍການ, ຄູ-ອາຈານ ແລະ ນັກຮຽນ-ນັກສຶກສາ ສືບຕໍ່ປັບປຸງຫຼັກສູດ ແລະ ວິທີການສອນ ໃຫ້ສອດຄ່ອງກັບຄວາມຕ້ອງການຕົວຈິງ ຂອງຕະຫຼາດແຮງງານ ແລະ ຂະແໜງການລົດໄຟ; ເນັ້ນການຮຽນ-ການສອນ ແບບປະຕິບັດຕົວຈິງ (Project-based Learning); ເພີ່ມເພີ່ມຄວາມຮ່ວມມື ທັງພາຍໃນ ແລະ ຕ່າງປະເທດ ແລະ ສ້າງຄຸນສົມບັດ ແລະ ຈິດອຸດົມການ ດ້ານວິໄນ ແລະ ຈິດໃຈຮັບຜິດຊອບຕໍ່ຊາດ ແລະ ສັງຄົມ.

ກົມອາຊີວະສຶກສາ ລົງກວດກາ ຕິດຕາມ ແລະປະເມີນຜົນ  ໂຮງຮຽນເຕັກນິກ-ວິຊາຊີບແບບປະສົມແຂວງໄຊຍະບູລີໃນວັນທີ 15 ກັນຍາ 2026 ກົມອາຊີວະສຶກ...
15/09/2026

ກົມອາຊີວະສຶກສາ ລົງກວດກາ ຕິດຕາມ ແລະ
ປະເມີນຜົນ ໂຮງຮຽນເຕັກນິກ-ວິຊາຊີບແບບປະສົມ
ແຂວງໄຊຍະບູລີ

ໃນວັນທີ 15 ກັນຍາ 2026 ກົມອາຊີວະສຶກສາໄດ້
ລົງກວດກາ ຕິດຕາມ ແລະ ປະເມີນຜົນ ຢູ່ທີ່ໂຮງຮຽນເຕັກນິກ-ວິຊາຊີບແບບປະສົມ ແຂວງໄຊຍະບູລີ​ພາຍໃຕ້​ ການເປັນປະທານຂອງທ່ານ​ ຈັນທະວີ ວັນນະພາຜົນ
ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາ
ແຂວງໄຊຍະບູລີ, ເປັນປະທານຮ່ວມໂດຍ
ທ່ານ ສົມພອນ ທໍາມະກຸນ ຜູ້ອໍານວຍການ ໂຮງຮຽນເຕັກນິກ-ວິຊາຊີບແບບປະສົມ ແຂວງໄຊຍະບູລີ, ມີຫົວໜ້າພະແນກ, ຮອງຫົວໜ້າພະແນກ ແລະ ພະນັກງານວິຊາການ ກົມອາຊີວະສຶກສາ, ຄະນະຜູ້ອໍານວຍການ, ຄະນະພະແນກ, ຄະນະພາກວິຊາ ແລະ ພະນັກງານຄູອາຈານ ໂຮງຮຽນເຕັກນິກ-ວິຊາຊີບແບບປະສົມ ແຂວງໄຊຍະບູລີ ແລະ ແຂກຖືກເຊີນເຂົ້າຮ່ວມ, ການລົງກວດກາ ຕິດຕາມ ແລະ ປະເມີນຜົນໃນຄັ້ງນີ້ ແມ່ນລົງກວດກາ ຕິດຕາມ ແລະ ປະເມີນຜົນກ່ຽວກັບວຽກງານການບໍລິຫານຄົ້ນຄ້ວາ ແລະ ສັງລວມ, ການຄຸ້ມຄອງ ແລະ ພັດທະນາບຸກຄະລະລາກອນອາຊີວະສຶກສາ, ການຄຸ້ມວຽກງານວິຊາການ (ການຈັດຕັ້ງປະຕິບັດຫຼັກສູດ,
ການຈັດການຮຽນການສອນ, ວຽກງານປະກັນຄຸນນະພາບການສຶກສາ), ການຄຸ້ມຄອງຂໍ້ມູນຂ່າວສານ ແລະ
ການຮຽນທາງໄກ ແລະ ວຽກງານສະພາທີ່ປຶກສາອາຊີວະສຶກສາຂອງສະຖານອາຊີວະສຶກສາ

ທ່ານ ຮສ.ປອ ທອງສະລິດ ມັງໜໍ່ເມກ ຢ້ຽມຢາມວິທະຍາໄລເຕັກນິກ-ວິຊາຊີບສະຫວັນນະເຂດ ເນັ້ນໃຫ້ນັກສຶກສາຝຶກຝົນສີມືແຮງງານໃຫ້ຕອບໂຈດຕະຫຼາດໃ...
12/09/2026

ທ່ານ ຮສ.ປອ ທອງສະລິດ ມັງໜໍ່ເມກ ຢ້ຽມຢາມວິທະຍາໄລເຕັກນິກ-ວິຊາຊີບສະຫວັນນະເຂດ ເນັ້ນໃຫ້ນັກສຶກສາຝຶກຝົນສີມືແຮງງານໃຫ້ຕອບໂຈດຕະຫຼາດ

ໃນຕອນເຊົ້າວັນທີ 10 ກັນຍາ 2026 ທ່ານ ຮສ.ປອ ທອງສະລິດ ມັງໜໍ່ເມກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ໂດຍການຮ່ວມຕິດຕາມຂອງ ທ່ານ ທອງໃສ ໄຊຍະວົງຄຳດີ ຮອງປະທານຄະນະກຳມະການປົກຄອງແຂວງສະຫວັນນະເຂດ ຜູ້ຊີ້ນຳວຽກງານວັດທະນະທຳ-ສັງຄົມ ທ່ານ ອະນຸສອນ ສຸດທິວົງ ວ່າການຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງສະຫວັນນະເຂດ ພ້ອມດ້ວຍຄະນະ ໄດ້ສືບຕໍ່ລົງເຄື່ອນໄຫວຢ້ຽມຢາມ ແລະ ຊຸກຍູ້ວຽກງານການຮຽນ-ການສອນ ຢູ່ທີ່ວິທະຍາໄລເຕັກນິກ-ວິຊາຊີບສະຫວັນນະເຂດ (ວິທະຍາເຂດຫົວເມືອງໃຕ້).
ການລົງເຄື່ອນໄຫວຊຸກຍູ້ຮາກຖານການສຶກສາໃນຄັ້ງນີ້ ໃຫ້ກຽດເຂົ້າຮ່ວມຕ້ອນຮັບຢ່າງອົບອຸ່ນໂດຍ ທ່ານ ຄູນມີ ສຸວັນທາ ຮັກສາການຜູ້ອຳນວຍການວິທະຍາໄລເຕັກນິກ-ວິຊາຊີບສະຫວັນນະເຂດ ພ້ອມດ້ວຍຄະນະຜູ້ບໍລິຫານ ຄູ-ອາຈານ ແລະ ນ້ອງນັກສຶກສາເຂົ້າຮ່ວມຢ່າງພ້ອມພຽງ.
ໂອກາດດັ່ງກ່າວ ທ່ານຮອງນາຍົກລັດຖະມົນຕີ ພ້ອມດ້ວຍຄະນະ ໄດ້ລົງຢ້ຽມຊົມສະພາບລວມຂອງອາຄານສະຖານທີ່ ແລະ ລົງເລິກຕິດຕາມເບິ່ງຫ້ອງຮຽນພາກປະຕິບັດຕົວຈິງຂອງນັກສຶກສາ ເຊິ່ງເນັ້ນໜັກການຮຽນທິດສະດີຄວບຄູ່ກັບການລົງມືປະຕິບັດ ເປັນຕົ້ນແມ່ນ: ຫ້ອງຮຽນພາກວິຊາປຸງແຕ່ງອາຫານ ແລະ ບໍລິການ, ຫ້ອງຮຽນຕັດຫຍິບ ແລະ ຫ້ອງຮຽນຄອມພິວເຕີ ຕະຫຼອດຮອດການຈັດສັນສະພາບແວດລ້ອມ ແລະ ສິ່ງອຳນວຍຄວາມສະດວກຕ່າງໆພາຍໃນວິທະຍາເຂດ ເຊິ່ງເຫັນວ່າມີຄວາມເປັນລະບຽບຮຽບຮ້ອຍ ແລະ ມີຄວາມພ້ອມໃນການສ້າງຊັບພະຍາກອນມະນຸດອອກຮັບໃຊ້ສັງຄົມ.
ໃນໂອກາດທີ່ມີຄວາມໝາຍຄວາມສຳຄັນນີ້ ການນຳຂັ້ນສູງຍັງໄດ້ພົບປະໂອ້ລົມ ແລະ ໃຫ້ກຳລັງໃຈແກ່ຄູ-ອາຈານ ຕະຫຼອດຮອດນ້ອງນັກສຶກສາ ໂດຍທ່ານໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານການຈັດຕັ້ງປະຕິບັດການຮຽນ-ການສອນໃນໄລຍະຜ່ານມາ. ພ້ອມກັນນັ້ນ ທ່ານຍັງໄດ້ໃຫ້ທິດຊີ້ນຳແກ່ຄະນະບໍລິຫານວິທະຍາໄລ ໃຫ້ສືບຕໍ່ເອົາໃຈໃສ່ປັບປຸງຫຼັກສູດການຮຽນ-ການສອນໃຫ້ມີຄວາມທັນສະໄໝ ສອດຄ່ອງກັບຍຸກສະໄໝ ແລະ ເນັ້ນການສ້າງເຄືອຂ່າຍຮ່ວມມືກັບບັນດາຫົວໜ່ວຍທຸລະກິດ-ຜູ້ປະກອບການ ເພື່ອຮັບປະກັນວ່ານັກສຶກສາທີ່ຈົບອອກໄປຈະມີວຽກເຮັດງານທຳທີ່ແນ່ນອນ.
ສຳລັບນ້ອງນັກສຶກສາ ທ່ານຮອງນາຍົກລັດຖະມົນຕີ ໄດ້ເນັ້ນໜັກໃຫ້ທຸກຄົນມີຄວາມພາກພູມໃຈທີ່ໄດ້ກ້າວເຂົ້າມາສຶກສາໃນສາຍອາຊີວະສຶກສາ ເຊິ່ງເປັນສາຍການຮຽນທີ່ພັກ-ລັດຖະບານພວມໃຫ້ຄວາມສຳຄັນທີ່ສຸດ. ຂໍໃຫ້ທຸກຄົນຕັ້ງໃຈສຶກສາຄົ້ນຄວ້າ, ຝຶກຝົນຫຼໍ່ຫຼອມທັກສະວິຊາຊີບຂອງຕົນໃຫ້ມີຄວາມຊຳນານງານ, ມີລະບຽບວິໄນ ແລະ ຫ່າງໄກຈາກສິ່ງເສບຕິດ ເພື່ອຍົກລະດັບສີມືແຮງງານໃຫ້ສາມາດຕອບສະໜອງໄດ້ຕາມຄວາມຮຽກຮ້ອງຕ້ອງການຂອງຕະຫຼາດແຮງງານໃນປັດຈຸບັນ ກາຍເປັນຊັບພະຍາກອນບຸກຄົນທີ່ມີຄຸນນະພາບ ສາມາດສ້າງອາຊີບທີ່ໝັ້ນຄົງລ້ຽງກຸ້ມຕົນເອງ ແລະ ປະກອບສ່ວນສຳຄັນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງປະເທດຊາດຢ່າງແທ້ຈິງ. ການລົງຢ້ຽມຢາມໃນຄັ້ງນີ້ ໄດ້ສ້າງຄວາມປິຕິຊົມຊື່ນ ແລະ ເປັນກຳລັງໃຈອັນໃຫຍ່ຫຼວງໃຫ້ແກ່ພະນັກງານ ຄູ-ອາຈານ ແລະ ນັກສຶກສາ ວິທະຍາໄລເຕັກນິກ-ວິຊາຊີບສະຫວັນນະເຂດ ເປັນຢ່າງຍິ່ງ.

ສສກ  ເປີດກວ້າງລະດົມແນວຄວາມຄິດ ໃນການປັບປຸງ ກົດໝາຍວ່າດ້ວຍອາຊີວະສຶກສາ          ໃນລະຫວ່າງວັນທີ 8-11 ກັນຍາ 2026, ກົມອາຊີວະສຶກ...
11/09/2026

ສສກ ເປີດກວ້າງລະດົມແນວຄວາມຄິດ ໃນການປັບປຸງ ກົດໝາຍວ່າດ້ວຍອາຊີວະສຶກສາ

ໃນລະຫວ່າງວັນທີ 8-11 ກັນຍາ 2026, ກົມອາຊີວະສຶກສາ ກະຊວງສຶກສາທິການ ແລະ ກິລາ ສໍາເລັດກອງປະຊຸມເປີດກວ້າງລະດົມແນວຄວາມຄິດ ໃນການປັບປຸງ ແລະ ທົບທວນ ກົດໝາຍວ່າດ້ວຍອາຊີວະສຶກສາ ທີ່ຫ້ອງປະຊຸມຣິສອດນາປ່າກວາງ ເມືອງແກ້ວອຸດົມ ແຂວງວຽງຈັນ ໂດຍການເປັນປະທານຂອງ ທ່ານ ປອ ນາງ ດາລາວອນ ກິດຕິພັນ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ມີຫົວໜ້າກົມ/ຮອງຫົວໜ້າກົມ, ຮອງຫົວໜ້າຫ້ອງການ, ກົມອ້ອມຂ້າງກະຊວງ ສຶກສາທິການ ແລະ ກິລາ, ສະພາແຫ່ງຊາດ, ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ, ກະຊວງຍຸຕິທຳ, ເລຂາທິການສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ແລະ ຕາງໜ້າກຸ່ມອາຊີບໄອຊີທີ, ພ້ອມດ້ວຍພະແນກສຶກສາທິການ ແລະ ກິລາ ແຂວງວຽງຈັນ, ແຂວງໄຊສົມບູນ, ສະຖາບັນພັດທະນາອາຊີວະສຶກສາ, ວິທະຍາໄລ ເຕັກນິກ ປາກປ່າສັກ, ເຕັກນິກ ລາວ-ເຢຍລະມັນ, ເຕັກນິກ-ວິຊາຊີບ ຫຼວງພະບາງ, ເຕັກນິກ-ວິຊາຊີບ ແຂວງຈຳປາສັກ, ວິທະຍາໄລ ເຕັກນິກ-ວິຊາຊີບ ແບບປະສົມແຂວງຊຽງຂວາງ, ພະແນກ ແລະ ວິຊາການ ຈາກກົມກ່ຽວຂ້ອງ ເຂົ້າຮ່ວມທັງໝົດ 56 ທ່ານ.
ໂອກາດດັ່ງກ່າວ, ທ່ານ ຕິ່ງຄໍາ ສຸລິນທາ ຮອງຫົວໜ້າກົມອາຊີວະສຶກສາ ໄດ້ກ່າວຈຸດປະສົງກ່ຽວກັບ ເປີດກວ້າງແນວຄວາມຄິດ ໃນການປັບປຸງເນື້ອໃນ ກົດໝາຍ ວ່າດ້ວຍອາຊີວະສຶກສາ ສະບັບ (ຮ່າງ) ໃນກອງປະຊຸມຄັ້ງທີ 2 ຊຶ່ງໄດ້ຈັດຂຶ້ນໃນລະຫວ່າງວັນທີ 13-17 ກໍລະກົດ 2026, ເຊິ່ງໃນກອງປະຊຸມຄັ້ງນີ້, ໄດ້ຮັບຟັງການນຳສະເໜີ ຂະຂວນການ ແລະ ດຳເນີນການປັບປຸງກົດໝາຍວ່າດ້ວຍອາຊີວະສຶກສາ; ຮັບຟັງການນຳສະເໜີ ຮ່າງກົດໝາຍວ່າດ້ວຍອາຊີວະສຶກສາ (ສະບັບປັບປຸງໃໝ່); ແລກປ່ຽນຄຳຄິດ, ຄຳເຫັນ ໂດຍລວມ ເພື່ອເປັນທິດທາງໃນການດຳເນີນກອງປະຊຸມ; ຈັດ 4 ກຸ່ມ ເພື່ອດຳເນີນການຄົ້ນຄວ້າ ແລະ ປັບປຸງເນື້ອໃນ (ຮ່າງ) ກົດໝາຍ ວ່າດ້ວຍອາຊີວະສຶກສາ (ສະບັບປັບປຸງໃໝ່) ຊຶ່ງມີປະກອບມີ: 16 ພາກ, 15 ໝວດ ແລະ 111 ມາດຕາ.
ຶ ສໍາລັບການດຳເນີນກອງປະຊຸມ ຕະຫຼອດ 4 ວັນ (ໃນວັນທີ 8-11 ກັນຍາ 2026) ສາມາດສັງລວມໄດ້ ກ່ຽວກັບ ຄຳຄິດ-ຄຳເຫັນ ຂອງ 4 ກຸ່ມ ຊຶ່ງເປັນຂໍ້ມຸນ ທີ່ມີເຫດ, ມີຜົນ ແລະ ເລິກເຊິ່ງ ທີ່ເປັນປະໂຫຍດຫຼາຍ ໃຫ້ຄະນະຮັບຜິດຊອບກອງປະຊຸມ ນຳໄປສະຫຼຸບສັງລວມ ແລະ ຄຳຄິດ-ຄຳເຫັນ ດັ່ງກ່າວ ເຂົ້າໃສ່ເນື້ອໃນແຕ່ລະພາກ, ແຕ່ລະໝວດ, ແຕ່ລະມາດຕາ ໃຫ້ມີເນື້ອໃນລະອຽດ, ຈະແຈ້ງ ແລະ ຄົບຖ້ວນ. ນອກຈາກນັ້ນ, ຍັງໄດ້ການຄົ້ນຄວ້າ, ລົງເລິກ ພາກທີ 8 ສະພາທີ່ປຶກສາອາຊີວະສຶກສາ ແລະ ມາດຕາທີ 50 ຂອງໝວດທີ 4, ພາກທີ 6.
ໂອກາດດຽວກັນ, ທ່ານ ປອ ນາງ ດາລາວອນ ກິດຕິພັນ ໄດ້ກ່າວຍ້ອງຍໍຊົມເຊີຍຄະນະຮັບຜິດຊອບ ແລະ ເນັ້ນໜັກໃຫ້ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມຄັ້ງນີ້, ສຸມໃສ່ຄົ້ນຄວ້າບັນຫາທີ່ເປັນຈຸດອ່ອນ ແລະ ສິ່ງທ້າທາຍ ຈາກຜົນການປະເມີນໃນໄລຍະຜ່ານມາ ເປັນຕົ້ນແມ່ນ: ການກຳນົດພາລະບົດບາດ, ສິດ ແລະ ໜ້າທີ່ ຂອງສະຖານອາຊີວະສຶກສາ ໃຫ້ມີຄວາມຈະແຈ້ງ ແລະ ສອດຄ່ອງກັບຕົວຈິງ; (ບົດຮຽນຂອງ ສປ ຈີນ ແລະ ສິງກະໂປ ສະຖານອາຊີວະສຶກສາສອນ 3 ກຸ່ມເປົ້າໝາຍ: ຜູ້ໃຫຍ່, ນັກຮຽນ ມ4 ມ7 ແລະ ຜູ້ປະກອບການ ຫຼື ເຈົ້າຂອງກິດຈະການ ດໍາເນີນການສອນຫຼາກຫຼາຍວິຊາຊີບ ທັງໃຫ້ການບໍລິການ ແລະ ຈັດການຮຽນການສອນໄປພ້ອມໆກັນ, ສ້າງລາຍຮັບ ແລະ ສາມດກຸ້ມຕົນເອງ ....); ການເຊື່ອມໂຍງກັບຕະຫຼາດແຮງງານ: ສຸມໃສ່ກໍານົດນະໂຍບາຍຊຸກຍູ້, ສົ່ງເສີມ ແລະ ສ້າງແຮງຈູງໃຈ ເພື່ອດຶງດູດໃຫ້ພາກເອກະຊົນ,ຜູ້ປະກອບການ ແລະ ໂຮງຈັກໂຮງງານ ເຂົ້າມາມີສ່ວນຮ່ວມໃນການພັດທະນາມາດຕະຖານອາຊີບ, ຫຼັກສູດ, ຈັດການຮຽນ-ການສອນ, ຝຶກງານ ແລະ ການປະກັນຄຸນນະພາບອາຊີວະສຶກສາ ໃຫ້ເປັນຮູບປະທຳ; ພ້ອມກັນນີ້, ກໍເຊື່ອມໂຍງອາຊີວະສຶກສາກັບການຜະລິດສ້າງເປັນຜະລິດຕະພັນ; ຄຸນນະພາບ ແລະ ມາດຕະຖານສີມືແຮງງານ: ປັບປຸງກົນໄກການປະເມີນ ແລະ ການຮັບຮອງວຸດທິການສຶກສາໃຫ້ມີມາດຕະຖານເພຶ່ອໃຫ້ຜູ້ສໍາເລັດການສຶກສາສາມາດປະກອບອາຊີບໄດ້ຢ່າງມີຄຸນນະພາບ; ການເຂົ້າເຖິງ ແລະ ຄວາມເທົ່າທຽມ: ສ້າງເງື່ອນໄຂໃຫ້ເຍົາວະຊົນ, ແມ່ຍິງ, ຜູ້ດ້ອຍໂອກາດ ແລະ ປະຊາຊົນໃນເຂດຫ່າງໄກສອກຫຼີກໄດ້ມີໂອກາດເຂົ້າເຖິງການຝຶກອົບຮົມວິຊາຊີບ ແລະ ສົ່ງເສີມການຮຽນຮູ້ຕະຫຼອດຊີວິດ; ການປັບປຸງກົນໄກການຄຸ້ມຄອງດ້ານການເງິນ ສຳລັບວຽກງານອາຊີວະສຶກສາ ໃຫ້ມີປະສິດທິພາບສູງຂຶ້ນ ແລະ ຄວາມສອດຄ່ອງທາງດ້ານນິຕິກໍາ: ຮັບປະກັນໃຫ້ຮ່າງກົດໝາຍສະບັບນີ້ບໍ່ຂັດກັບກົດໝາຍສະບັບອື່ນໆທີ່ກ່ຽວຂ້ອງເຊັ່ນ: ກົດໝາຍວ່າດ້ວຍການສຶກສາ, ກົດໝາຍວ່າດ້ວຍແຮງງານ ແລະ ອື່ນໆ.

Address

Lane Xang Avenue Vientiane Lao People's Democratic Republic
Vientiane

Website

Alerts

Be the first to know and let us send you an email when ກົມອາຊີວະສຶກສາ DTVE posts news and promotions. Your email address will not be used for any other purpose, and you can unsubscribe at any time.

Shortcuts

Share

Category