ສູນການສຶກສາ ນິວອາຊ້ຽນ (新东盟教育中心)
ເປັນສູນບໍາລຸງພາສາຈີນ ທີ່ໄດ້ຮັບການອະນຸມັດຢ່າງຖືກຕ້ອງ ຈາກພາກສ່ວນທີ່ກ່ຽວຂ້ອງຂອງລັດ ຢູ່ທີ່ນະຄອນຫຼວງວຽງຈັນ, ໂດຍຈະໄດ້ເປີດສອນຫຼັກສູດ ພາສາຈີນພື້ນຖານ ແລະ ຫຼັກສູດກຽມສອບເສັງວັດລະດັບພາສາຈີນ (HSK), ຈຸດປະສົງຫຼັກຂອງສູນດັ່ງກ່າວແມ່ນມີດັ່ງລຸ່ມນີ້:
1. ເພື່ອເປັນພື້ນຖານ ແລະ ກຽມຄວາມພ້ອມໃຫ້ແກ່ຜູ້ທີ່ມີແຜນກຽມຈະໄປສຶກສາຕໍ່ທີ່ ສປ ຈີນ.
2. ເພື່ອເປັນອີກທາງເລືອກໜຶ່ງໃຫ້ແກ່ຜູ້ທີ່ສົນໃຈຢາກຮຽນຮູ້ພາສາຈີນ ເພື່ອນໍາໃຊ້ເຂົ້າໃນຊີວິດປະຈໍາວັນ, ປະກອບສ່ວນເຂົ້າໃນການສ້າງສາ ແລະ ພັດທະນາເສດຖະກິດຂອງ ລາວ ແລະ ຈີນ, ການແລກປ່ຽນທາງດ້ານວັດທະນະທໍາ, ສ້າງພື້ນຖານທາງດ້ານພາສາຈີນ ເພື່ອຮຽນຮູ້ທາງດ້ານວິຊາສະເພາະ, ເຕັກນິກວິທະຍາສາດ ແລະ ການພົວພັນທາງດ້ານທຸກລະກິດລະຫວ່າງ ລາວ-ຈີນ ແລະ ອື່ນໆ.
3. ເປີດສອນບໍາລຸງ ຫຼັກສູດກຽມສອບເສັງວັດລະດັບພາສາຈີນ (HSK) ທັງລະດັບ 4 ແລະ 5, ເພື່ອເປັນການສົ່ງເສີມໃຫ້ແກ່ນັກຮຽນ ໄດ້ຮຽນພາສາຈີນຢ່າງຖືກຫຼັກການ ແລະ ກຽມຄວາມພ້ອມ ໃນການສອບເສັງ.
ພາຍໃຕ້ການຮ່ວມມືກັບ ບໍລິສັດ ຟ້າຄາມທີ່ປຶກສາ ແລະ ບໍລິການ ດ້ານາການສຶກສາ (Blue Sky Education Consultant and Service Co., Ltd) ຊຶ່ງເປັນບໍລິສັດ ທີ່ມີປະສົບການ ແລະ ພື້ນຖານອັນດີ ໃນການພົວພັນ ແລກປ່ຽນດ້ານການສຶກສາ ແລະ ວັດທະນະທໍາ ຂອງ ລາວ ແລະ ຈີນ, ນັກຮຽນພາຍໃນສູນ, ນອກສູນ, ພໍ່ແມ່ຜູ້ປົກຄອງ ແລະ ບຸກຄົນອື່ນໆທີ່ມີຄວາມສົນໃຈກ່ຽວກັບການໄປສຶກສາ ຮໍ່າຮຽນ ໃນຂະແໜງການຕ່າງໆ ທີ່ ສປ ຈີນ ຍັງສາມາດໄດ້ຮັບຂໍ້ມູນ ກ່ຽວກັບສະຖາບັນການສຶກສາແຫ່ງຕ່າງໆຂອງຈີນ, ຂໍ້ມູນກ່ຽວກັບການສະໝັກຂໍທຶນການສຶກສາ, ການຂໍວີຊ້ານັກສຶກສາ, ການຮຽນ,ການດໍາລົງຊີວິດ, ການກິນ ຢູ່ ພັກ ເຊົາ ແລະ ຂັ້ນຕອນການປະກອບເອກະສານຕ່າງໆ ເພື່ອໄປຮຽນຕໍ່ໃນທຸກໆລະດັບຢູ່ ສປ ຈີນ ແລະ ຂັ້ນຕອນການປະກອບເອກະສານຕ່າງໆພາຍຫຼັງຮຽນຈົບ ຢ່າງຖືກຕ້ອງຕາມລະບຽບຂອງກະຊວງສຶກສາທິການ ແລະ ກິລາ ແຫ່ງ ສປປ ລາວ ວາງອອກ.
ສູນການສຶກສາ ນິວອາຊ້ຽນ ແມ່ນຄຸ້ມຄອງ ແລະ ບໍລິຫານງານໂດຍ ຜູ້ອໍານວຍການ ທີ່ເຄີຍຮຽນຈົບມາຈາກ ສປ ຈີນ ແລະ ມີປະສົບການໃນການເຮັດວຽກທາງດ້ານການຄຸ້ມຄອງ ແລະ ບໍລິຫານ ການສຶກສາ ຢູ່ ມະຫາວິທະຍາໄລຂອງ ຈີນ ມາເປັນເວລາຫຼາຍປີ, ຄູຂອງສູນດັ່ງກ່າວ ແມ່ນຈະມີທັງ ຄູລາວ ແລະ ຄູຈີນ ມາຊ່ວຍທໍາການສິດສອນໃນແຕ່ລະລະດັບທີ່ແຕກຕ່າງກັນ.
ສູນການສຶກສາ ນິວອາຊຽນ ຈະຮ່ວມກັບບັນດາມະຫາວິທະຍາໄລ ແລະ ສະຖາບັນການສຶກສາຂອງຈີນ ໃນຫຼາຍໆດ້ານ, ຮ່ວມເປີດສອນຫຼັກສູດບໍາລຸງພາສາຈີນ ໃຫ້ມີຄວາມຫຼາກຫຼາຍ, ສົ່ງເສີມກິດຈະກໍາກ່ຽວກັບການໄປຮຽນຕໍ່ທີ່ ສປ ຈີນ ໃຫ້ມີບັນຍາກາດຟົດຟື້ນ, ທັງນີ້ ກໍເພື່ອເປັນການເພີ່ມສີສັນໃຫ້ແກ່ການຜັນຂະຫຍາຍວຽກງານ ແຜນການສອງແສນ ໃຫ້ເກີດດອກອອກຜົນ.
新东盟教育中心是一个合法得到老挝政府教育部批准设立的汉语培训中心,开设有汉语基础培训课程和HSK辅导课程,其目的是:1,为计划到中国留学的老挝学生进行汉语培训;2,为有志于用汉语为工具,为老中经济发展,文化交流作贡献的老挝学生,在当地便利地提供基础的汉语培训教育,让学生掌握汉语,胜任老中合资企业工作,为进一步学习技术,技能创造条件。3,开办汉语HSK4级,5级的专业辅导,促进汉语学习的规范化。
新东盟教育中心通过与具有多年老中教育文化交流背景的“蓝天教育咨询与服务有限公司(老挝)”的紧密合作,在新东盟中心学习的老挝学生、家长及各界人士还可了解到有关中国多所高校的相关信息,了解有关中国留学奖学金的申请办法、留学签证的申请、以及在中国学习、生活、食宿行等方面的知识;同时还可以了解如何按老挝教育部规定合法条例,到中国留学和学成归国后的认证程序等。
新东盟教育中心是由具有中国留学背景和曾有长年在中国高校参与教育管理工作经验的资深人士负责经营和管理,中心的老师将有对外汉语专业的老挝籍老师和中国籍老师负责不同层次的教学任务。
新东盟教育中心将和中国各高校以及相关教育机构多渠道紧密合作,开展多种类的汉语培训,推进老挝学生留学中国的态势,为“双十万事业”添砖加瓦。