09/12/2025
ພາກວິຊາສັງຄົມສົງເຄາະ ແລະ ການພັດທະນາ, ຄະນະວິທະຍາສາດສັງຄົມ (ຄສຄ) ມະຫາວິທະຍາໄລແຫ່ງຊາດ (ມຊ) ໄດ້ສຳເລັດການຈັດເວທີສຳມະນາລະດັບຊາດກ່ຽວກັບວຽກງານປົກປ້ອງສັງຄົມ ພາຍໃຕ້ຫົວຂໍ້ “ການຫັນເປັນດິຈິຕອນ, ເພື່ອກ້າວຜ່ານການປ່ຽນແປງ ແລະການບໍລິການຍຸກໃໝ່” ໃນວັນທີ 8 ພະຈິກ 2025 ທີ່ສະໂມສອນໃຫຍ່ ມຊ, ພາຍໃຕ້ການຮ່ວມມືກັບອົງການແຮງງານສາກົນ (ILO) ແລະ ອົງການOXFAM ປະຈຳລາວ.
ໃນນີ້ໄດ້ມີການຈັດແຂ່ງຂັນນຳສະເໜີແຜນໂຄງການຂອງນັກສຶກສາພາຍໃຕ້ຫົວຂໍ້ “ພວກເຮົາຈະສະໜອງການບໍລິການດ້ານການຊ່ວຍເຫຼືອສັງຄົມ ແລະການອຸດໜູນດ້ານການເງິນໃຫ້ແກ່ຊຸມຊົນໄດ້ຄືແນວໃດ” ໂດຍມີນັກສຶກສາທີ່ຜ່ານການຄັດເລືອກຮອບທຳອິດຈຳນວນ5 ທີມ.
ຜ່ານການແຂ່ງຂັນນໍາສະເໜີແຜນໂຄງການ ທີມທີ່ໄດ້ຮັບລາງວັນຊະນະເລີດອັນດັບທີ 1 ໄດ້ແກ່ນັກສືກສາທີ່ນໍາສະເໜີຫົວຂໍ້ “ໂຄງການສະໜັບສະໜູນທຶນການສຶກສາໃຫ້ກັບເດັກນ້ອຍດ້ອຍໂອກາດຢູ່ເຂດຊົນນະບົດໂດຍການນຳໃຊ້ບັດຮັບການອຸດໜູນຜ່ານການລາຍງານຂໍ້ມູນແບບຕິຈິຕອລ”. ອັນດັບທີ 2 ໄດ້ແກ່ນັກສືກສາທີ່ນໍາສະເໜີຫົວຂໍ້ “ຄວາມຫວັງເລີ່ມຕົ້ນຈາກແມ່”, ແລະ ອັນດັບທີ 3 ໄດ້ແກ່ນັກສືກສາທີ່ນໍາສະເໜີຫົວຂໍ້ “ເຄື່ອຂ່າຍບັນເທົາທຸກຊຸມຊົນ ວິລະຊົນຫຼຸດຜ່ອນຄວາມສ່ຽງຈາກໄພພິບັດໃນ ສປປ ລາວ”
14/11/2025
ມາແລ້ວ ມາແລ້ວ!!!
ໂອກາດດີໆສຳລັບນ້ອງໆ ນັກສຶກສາພາກວິຊາສັງຄົມສົງເຄາະ ແລະ ການພັດທະນາ, ໂດຍສະເພາະແມ່ນປີ 3 ແລະ ປີ 4
ຂໍເຊີນນ້ອງໆເຂົ້າຮ່ວມການແຂ່ງຂັນນຳສະເໜີແຜນໂຄງການກ່ຽວກັບ”ການປົກປ້ອງສັງຄົມ”
ໂຄງການດີໆພາຍໃຕ້ການຮ່ວມມືກັບອົງການແຮງງານສາກົນ (ILO) ແລະ ການສະໜັບສະໜູນຈາກອົງການ Oxfam
16/10/2025
📣 ໃນໄວໄວນີ້, ຈະມີການເປີດຮັບສະໝັກ ແລະ ຄັດເລືອກ ຄະນະນຳນັກສຶກສາ ພາກວິຊາ ສັງຄົມສົງເຄາະ ແລະ ການພັດທະນາ ຊຸດໃໝ່ ຮຸ່ນທີ XIV ສຳລັບສົກສຶກສາ 2025-2026
👉 ການເປັນຄະນະນຳນັກສຶກສາ ນອກຈາກຈະເປັນໂອກາດດີໃຫ້ເຮົາໄດ້ສ້າງສາຍສຳພັນກັບອາຈານພາຍໃນພາກວິຊາ, ຮຸ່ນເອື້ອຍ-ອ້າຍ ແລະ ໝູ່ເພື່ອນນັກສຶກສາຫຼາຍຂຶ້ນແລ້ວ, ຍັງເປັນການເປີດໂອກາດໃຫ້ເຮົາໄດ້ພັດທະນາຕົນເອງ ແລະ ທັກສະຕ່າງໆ ບໍ່ວ່າຈະເປັນ ດ້ານການສື່ສານ, ຄວາມຮັບຜິດຊອບ, ຄວາມເປັນຜູ້ນຳ ແລະຍັງຈະໄດ້ຮຽນຮູ້ປະສົບການອັນລ້ຳຄ່າຫຼາຍໆຢ່າງອີກດ້ວຍ.
ສຳລັບນັກສຶກສາທີ່ມີເງື່ອນໄຂ ແລະ ຄວາມສົນໃຈໃນການສະໝັກເປັນຄະນະນຳນັກສຶກສາພາຍໃນພາກວິຊາ, ສາມາດອ່ານໜ້າທີ່ພ້ອມດ້ວຍເງື່ອນໄຂຂອງແຕ່ລະຕຳແໜ່ງວຽກງານ ເພື່ອກຽມຄວາມພ້ອມໃນການຄັດເລືອກທີ່ຈະຈັດຂຶ້ນ‼️🙌
24/03/2025
📣ຂໍເຊີນຊວນບັນດາທ່ານ ລວມໄປເຖິງບັນດານັກສຶກສາ ເຂົ້າຮ່ວມງານພິທີສະເຫຼີມສະຫຼອງວັນສັງຄົມສົງເຄາະ ອາຊຽນ 2025
ພາຍໃຕ້ຫົວຂໍ້ "ບົດບາດຂອງນັກສັງຄົມສົງເຄາະ ແລະ ບຸກຄະລາກອນສັງຄົມສົງເຄາະໃນການຫຼຸດຜ່ອນຄວາມສ່ຽງຈາກໄພພິບັດ ແລະ ການສ້າງຄວາມທົນທານຕໍ່ກັບສະພາບດິນຟ້າອາກາດ"
📅 ວັນທີ 25 ມີນາ 2025
📍 ທີ່ ສະໂມສອນໃຫຍ່ ມຊ
🕗 ເວລາ 8:00 ເປັນຕົ້ນໄປ
#ມຊ #ສັງຄົມສົງເຄາະແລະການພັດທະນາ
20/01/2025
🎈🎊 ພາບບັນຍາກາດຂອງງານ "ກິດຈະກຳສ້າງຄວາມສາມັກຄີ ລະຫວ່າງ ຄູອາຈານ ແລະ ນັກສຶກສາ" ພາຍໃນ ພາກວິຊາ ສັງຄົມສົງເຄາະ ແລະ ການພັດທະນາ ປະຈຳສົກສຶກສາ 2024-2025 🥳💙✨
ງານໄດ້ຈັດຂຶ້ນໃນວັນທີ 11 ມັງກອນ 2025 ທີ່ຜ່ານມາ, ເຊິ່ງພາຍໃນງານຂອງພວກເຮົາ ໄດ້ມີການພົບປະຄູອາຈານ ແລະ ນັກສຶກສາ ພ້ອມກັບຫຼິ້ນເກມກິດຈະກຳຕ່າງໆຮ່ວມກັນ ເພື່ອເສີມສ້າງຄວາມສາມັກຄີ ແລະ ສາຍສຳພັນລະຫວ່າງຮຸ່ນເອື້ອຍ-ອ້າຍ ກັບ ຮຸ່ນນ້ອງ. 😍😍😍
🙏 ຕ້ອງຂໍຂອບໃຈບັນດາຄູອາຈານໝົດທຸກທ່ານທີ່ໃຫ້ກຽດເຂົ້າຮ່ວມ ແລະ ນັກສຶກສາໝົດທຸກຄົນ ພ້ອມດ້ວຍສິດເກົ່າ ທີ່ເຮັດໃຫ້ງານໃນຄັ້ງນີ້ເຕັມໄປດ້ວຍຄວາມມ່ວນຊື່ນ ແລະ ສຳເລັດໄປດ້ວຍດີ. 🥰❤️
#ງານຮັບນ້ອງ #ສສພ #ຄສຄ #ມຊ
11/04/2024
ເນື່ອງໃນໂອກາດປີໃໝ່ລາວ 2567 ທີ່ກຳລັງຈະມາຮອດ
ຄະນະວິທະຍາສາດສັງຄົມຈະຈັດງານສະເຫຼີມສະຫຼອງບຸນປີໃໝ່ລາວໃນວັນທີ 12 ເມສາ 2024 ໂດຍການເປັນເຈົ້າພາບຂອງພາກວິຊາສັງຄົມສົງເຄາະ ແລະ ການພັດທະນາ
ດັ່ງນັ້ນ ຈຶ່ງຂໍເຊີນຊວນນັກສຶກສາ, ອາດີດນັກສຶກສາ ແລະ ຄູ່ຮ່ວມງານຂອງພວກເຮົາທຸກຄົນເຂົ້າຮ່ວມງານນຳເດີ່
#ບຸນປີໃໝ່ລາວ #ປີໃຫມ່ລາວ2024
ມາມ່ວນຊື່ນອວຍພອນເຊິ່ງກັນແລະກັນ
20/10/2021
ໂພດນີ້
ໃຫ້ອັບຮູບຖ່າຍກັບໃບປະກາດຂອງຕົນເອງ
#ອັບໂຫຼດໃຕ້ຄອມເມັ້ນເລີຍ!
18/03/2021
ນັກສຶກສາສັງຄົມສົງເຄາະແລະການພັດທະນາຊຸມຊົນ ຮຸ່ນທີ 2
#ຜູ່ບ່າວບ້ານນອກ #ນັກສຶກສາ ສພພ ຮຽນຮູ້ນອກຫ້ອງ (ເມືອງເຟືອງ)
ທັດສະນະສຶກສາຮຽນຮູ້ນອກຫ້ອງ ຂອງນັກສຶກສາພາກວິຊາສັງຄົມສົງເຄາະ ແລະການພັດທະນາ ຄະນະວິທະຍາສາດສັງຄົມ ມະຫາວິທະຍາ.....
08/01/2021
ເຖິງອະດີດນັກສຶກສາ ຄສຄ ໂດຍສະເພາະຜູ້ຈົບໃຫມ່ກຳລັງຊອກວຽກເຮັດ. ສົນໃຈລອງສະຫມັກເດີ.