SWD Social Work & Development

SWD Social Work & Development ຄິດດີ ມີວິໄນ ໄຝ່ຄວາມຮູ້ ຄູ່ສິນທຳ ນຳປັນຍາ ພັດທະນາສັງຄົມ

ຄິດດີ ມີວິໄນ ໄຝ່ຄວາມຮູ້ ຄູ່ສິນທຳ ນຳປັນຍາ ພັດທະນາສັງຄົມ
( To build graduates to be good citizens, to be disciplined, and to acquire knowledge and morality for social development )
ພາກວິຊາ ສັງຄົມສົງເຄາະ ແລະ ການພັດທະນາ ທຳອິດເປັນຫຼັກສູດໜຶ່ງຊື່ວ້າ : ສັງຄົມວິທະຍາ ແລະ ການພັດທະນາສັງຄົມ ທີ່ຂຶ້ນກັບພາວິຊາ ວິທະຍາສາດການເມືອງ ຄະນະວິທະຍາສາດສັງຄົມ ມະຫາວິທະຍາໄລແຫ່ງຊາດ ຊຶ່ງໄດ້ຮັບຮອງໃນວັນທີ 11 ມັງກອນ 2006 ຕາມຂໍ້ຕົກລົງເລກທີ 63/ສສ.ອສ/06 ຂອງທ່ານຜູ້ວ່າການລັດຖະມົນຕີກະຊວງສຶກສາທິການ.
ໃນວັນທີ 10 ພຶດສະພາ 2010 ຫຼັກສູດ ສັງຄົມວິທະຍາ ແລະ ພັດທະນາສັງຄົມ ໄດ້ຖືກຮັບຮອງເປັນພາກວິຊາ ໃສຊື່ວ່າ: ສັງຄົມສົງເຄາະ ແລະ ການພັດທະນາ ຕາມຂໍ້ຕົກລົງຂອງທ່ານອະທິການບໍດີມະຫາວິທະຍາໄລແຫ່ງຊາດ ສະບັບເລກທີ 1360/ມຊ.ຈຕ. Formerly, the Department of Social Work and Development was called the Sociology and social Development program, falling under the Department of Political Sciences, at the Faculty of Social Sciences, NUOL, and was approved on January 11, 2006 by the Minister of Education Decree No 63/2006
The Department of Social Work and Development was established on May 10, 2010 in accordance with the Rector’s Decree No. 1360/NUOL.

ຂໍປຼື້ມປິຕິຍິນດີ ແລະ ສະແດງຄວາມຊົມເຊີຍມາຍັງ ທ້າວ ຄຳໝັ້ນ ຫວາຕູ່ ນັກສຶກ ສາຂາສາສັງຄົມສົງເຄາະ ທີ່ໄດ້ສຳເລັດການສຶກສາປະລິນຍາຕີ🎓 ...
27/09/2026

ຂໍປຼື້ມປິຕິຍິນດີ ແລະ ສະແດງຄວາມຊົມເຊີຍມາຍັງ ທ້າວ ຄຳໝັ້ນ ຫວາຕູ່ ນັກສຶກ ສາຂາສາສັງຄົມສົງເຄາະ ທີ່ໄດ້ສຳເລັດການສຶກສາປະລິນຍາຕີ🎓 ແລະ ຍັງຄວ້າສະໝັກທຶນຮຽນຕໍ່ປະລິນຍາໂທຢູ່ທີ່ປະເທດສິງກະໂປ ໄດ້ອີກດ້ວຍ...🤩🤩
ນ້ອງບໍ່ພຽງແຕ່ສຳເລັດການສຶກສາ ປະລິຍາຕີ ຍັງມຸ້ງໝັ້ນສະໝັກທຶນຮຽນຕໍ່ໂທນຳອີກ ໃນຄະນະຮຽນ ປໍຕີ ນ້ອງກໍຍັງໄດ້ສະໝັກໄປເຮັດວຽກຢູ່ອິສ໌ລາເອວ ເພື່ອສູ້ຊີວິດຫາເງິນຮຽນແລະສົ່ງໃຫ້ຄອບຄົວ ສິ່ງນີ້ເຮັດໃຫ້ຄູອາຈານທຸກຄົນພາກພູມໃຈໃນຕົວນ້ອງສຸດ👏👏👏 ຂໍຊົມເຊີຍໃນຄວາມມຸ້ງໝັ້ນຕັ້ງໃຈໃນຕົວນ້ອງອີກຄັ້ງເດີ້...✨💪
ຂໍໃຫ້ທຸກການເດີນທາງຂອງນ້ອງພົບແຕ່ສິ່ງທີ່ດີງາມ ແລະ ຂໍໃຫ້ການສຶກສາຮ່ຳຮຽນຕໍ່ຂອງນ້ອງລຸລ່ວງລາບລື່ນສຳເລັດໄປດ້ວຍດີໃນແຕ່ລະໄລຍະເດີ້...
#ພວກເຮົາເປັນກຳລັງໃຈໃຫ້ ❤️

ຄູອາຈານຂໍສົ່ງຄວາມຮັກ ແລະ ຄວາມປາດຖະໜາດີມາຫາພວກເຈົ້າໃນມື້ທີ່ງົດງາມນີ້✨🫶🥰ຂໍໃຫ້ຄວາມຮູ້ທີ່ໄດ້ຈາກຮົ້ວມະຫາວິທະຍາໄລ ເປັນຮາກຖານທີ...
27/09/2026

ຄູອາຈານຂໍສົ່ງຄວາມຮັກ ແລະ ຄວາມປາດຖະໜາດີມາຫາພວກເຈົ້າໃນມື້ທີ່ງົດງາມນີ້✨🫶🥰
ຂໍໃຫ້ຄວາມຮູ້ທີ່ໄດ້ຈາກຮົ້ວມະຫາວິທະຍາໄລ ເປັນຮາກຖານທີ່ໝັ້ນຄົງ ເພື່ອໃຫ້ພວກເຈົ້າໄດ້ເຕີບໂຕເປັນຕົ້ນໄມ້ໃຫຍ່ທີ່ໃຫ້ຮົ່ມເງົາແກ່ສັງຄົມເດີ້💞📚
"ຈົ່ງເປັນຄົນເກັ່ງທີ່ມີຄຸນນະທຳ ແລະ ຈົ່ງເປັນຄົນທີ່ສັງຄົມຕ້ອງການຢູ່ສະເໝີ."🤝🤝🥰
ປຼື້ມປິຕິຍິນດີນຳທຸກໆຄົນເດີ້ 🥳💐🧑‍🎓🎓

ເຖິງບັນດິດໃໝ່ໃຈນັກສູ້ 2026 ໝາກຜົນຂອງພາກວິຊາສັງຄົມສົງເຄາະ ແລະ ການພັດທະນາ ☺️📚ຂໍສະແດງຄວາມຍິນດີຢ່າງສຸດຊຶ້ງຈາກໃຈຂອງຄູ🧑‍🏫ຈົ່ງຈ...
27/09/2026

ເຖິງບັນດິດໃໝ່ໃຈນັກສູ້ 2026 ໝາກຜົນຂອງພາກວິຊາສັງຄົມສົງເຄາະ ແລະ ການພັດທະນາ ☺️📚
ຂໍສະແດງຄວາມຍິນດີຢ່າງສຸດຊຶ້ງຈາກໃຈຂອງຄູ🧑‍🏫
ຈົ່ງຈຳໄວ້ວ່າ ບໍ່ວ່າຈະໄປຢູ່ໃສ ຫຼື ເຮັດຫຍັງ, ພວກເຈົ້າຈະເປັນຄວາມພາກພູມໃຈຂອງຄູ ແລະ ຂອງສະຖາບັນການສຶກສານີ້ສະເໝີ. ຂໍໃຫ້ໂຊກດີ ແລະ ປະສົບຜົນສຳເລັດໃນທຸກໆສິ່ງ 🥰💐💐🧑‍🎓🏆
"ຄວາມພາກພູມໃຈຂອງຄູ ບໍ່ແມ່ນການເຫັນເຈົ້າຢູ່ຈຸດສູງສຸດ ແຕ່ແມ່ນການເຫັນເຈົ້າເປັນຄົນດີ ແລະ ມີຄວາມສຸກເດີ້🥰"
Psun Souvanny Lorvixay 🫶💕

The Department of Social Work and Development, Faculty of Social Sciences, National University of Laos, is deeply honore...
15/07/2026

The Department of Social Work and Development, Faculty of Social Sciences, National University of Laos, is deeply honored and delighted to have welcomed Assistant Professor Dr. Pinnapa Muakyod, an expert in psychology from the Faculty of Liberal Arts, Maejo University, Chiang Mai, Thailand, as a distinguished guest lecturer.
🧑‍🏫🧑‍💻📝⏰💭
Assistant Professor Dr. Pinnapa Muakyod graciously delivered four special lectures, totaling eight hours, on the topic “The Application of Psychology in Social Work Practice” as part of the course “Theories and Principles of Social Work” for second-year undergraduate students in the Bachelor of Social Work Program.

On this special occasion, we would like to express our sincere and heartfelt appreciation for her valuable contribution and for sharing her extensive knowledge, experience, and insights with our students. This academic exchange has greatly enriched their learning and enhanced their understanding of how psychological principles can be effectively applied in social work practice.

We sincerely hope that there will be further opportunities for continued academic collaboration and knowledge exchange between our institutions in the future.

May Assistant Professor Dr. Pinnapa Muakyod be blessed with good health, happiness, continued success, and advancement in her professional and academic career.
🥰🙏
With our deepest gratitude and highest appreciation.

ພາກວິຊາສັງຄົມສົງເຄາະ ແລະ ການພັດທະນາ, ຄະນະວິທະຍາສາດສັງຄົມ (ຄສຄ) ມະຫາວິທະຍາໄລແຫ່ງຊາດ (ມຊ) ໄດ້ສຳເລັດການຈັດເວທີສຳມະນາລະດັບຊາ...
09/12/2025

ພາກວິຊາສັງຄົມສົງເຄາະ ແລະ ການພັດທະນາ, ຄະນະວິທະຍາສາດສັງຄົມ (ຄສຄ) ມະຫາວິທະຍາໄລແຫ່ງຊາດ (ມຊ) ໄດ້ສຳເລັດການຈັດເວທີສຳມະນາລະດັບຊາດກ່ຽວກັບວຽກງານປົກປ້ອງສັງຄົມ ພາຍໃຕ້ຫົວຂໍ້ “ການຫັນເປັນດິຈິຕອນ, ເພື່ອກ້າວຜ່ານການປ່ຽນແປງ ແລະການບໍລິການຍຸກໃໝ່” ໃນວັນທີ 8 ພະຈິກ 2025 ທີ່ສະໂມສອນໃຫຍ່ ມຊ, ພາຍໃຕ້ການຮ່ວມມືກັບອົງການແຮງງານສາກົນ (ILO) ແລະ ອົງການOXFAM ປະຈຳລາວ.
ໃນນີ້ໄດ້ມີການຈັດແຂ່ງຂັນນຳສະເໜີແຜນໂຄງການຂອງນັກສຶກສາພາຍໃຕ້ຫົວຂໍ້ “ພວກເຮົາຈະສະໜອງການບໍລິການດ້ານການຊ່ວຍເຫຼືອສັງຄົມ ແລະການອຸດໜູນດ້ານການເງິນໃຫ້ແກ່ຊຸມຊົນໄດ້ຄືແນວໃດ” ໂດຍມີນັກສຶກສາທີ່ຜ່ານການຄັດເລືອກຮອບທຳອິດຈຳນວນ5 ທີມ.
ຜ່ານການແຂ່ງຂັນນໍາສະເໜີແຜນໂຄງການ ທີມທີ່ໄດ້ຮັບລາງວັນຊະນະເລີດອັນດັບທີ 1 ໄດ້ແກ່ນັກສືກສາທີ່ນໍາສະເໜີຫົວຂໍ້ “ໂຄງການສະໜັບສະໜູນທຶນການສຶກສາໃຫ້ກັບເດັກນ້ອຍດ້ອຍໂອກາດຢູ່ເຂດຊົນນະບົດໂດຍການນຳໃຊ້ບັດຮັບການອຸດໜູນຜ່ານການລາຍງານຂໍ້ມູນແບບຕິຈິຕອລ”. ອັນດັບທີ 2 ໄດ້ແກ່ນັກສືກສາທີ່ນໍາສະເໜີຫົວຂໍ້ “ຄວາມຫວັງເລີ່ມຕົ້ນຈາກແມ່”, ແລະ ອັນດັບທີ 3 ໄດ້ແກ່ນັກສືກສາທີ່ນໍາສະເໜີຫົວຂໍ້ “ເຄື່ອຂ່າຍບັນເທົາທຸກຊຸມຊົນ ວິລະຊົນຫຼຸດຜ່ອນຄວາມສ່ຽງຈາກໄພພິບັດໃນ ສປປ ລາວ”

ມາແລ້ວ ມາແລ້ວ!!!ໂອກາດດີໆສຳລັບນ້ອງໆ ນັກສຶກສາພາກວິຊາສັງຄົມສົງເຄາະ ແລະ ການພັດທະນາ, ໂດຍສະເພາະແມ່ນປີ 3 ແລະ ປີ 4ຂໍເຊີນນ້ອງໆເຂົ...
14/11/2025

ມາແລ້ວ ມາແລ້ວ!!!
ໂອກາດດີໆສຳລັບນ້ອງໆ ນັກສຶກສາພາກວິຊາສັງຄົມສົງເຄາະ ແລະ ການພັດທະນາ, ໂດຍສະເພາະແມ່ນປີ 3 ແລະ ປີ 4
ຂໍເຊີນນ້ອງໆເຂົ້າຮ່ວມການແຂ່ງຂັນນຳສະເໜີແຜນໂຄງການກ່ຽວກັບ”ການປົກປ້ອງສັງຄົມ”
ໂຄງການດີໆພາຍໃຕ້ການຮ່ວມມືກັບອົງການແຮງງານສາກົນ (ILO) ແລະ ການສະໜັບສະໜູນຈາກອົງການ Oxfam

📣 ໃນໄວໄວນີ້, ຈະມີການເປີດຮັບສະໝັກ ແລະ ຄັດເລືອກ ຄະນະນຳນັກສຶກສາ ພາກວິຊາ ສັງຄົມສົງເຄາະ ແລະ ການພັດທະນາ ຊຸດໃໝ່ ຮຸ່ນທີ XIV ສຳລັ...
16/10/2025

📣 ໃນໄວໄວນີ້, ຈະມີການເປີດຮັບສະໝັກ ແລະ ຄັດເລືອກ ຄະນະນຳນັກສຶກສາ ພາກວິຊາ ສັງຄົມສົງເຄາະ ແລະ ການພັດທະນາ ຊຸດໃໝ່ ຮຸ່ນທີ XIV ສຳລັບສົກສຶກສາ 2025-2026

👉 ການເປັນຄະນະນຳນັກສຶກສາ ນອກຈາກຈະເປັນໂອກາດດີໃຫ້ເຮົາໄດ້ສ້າງສາຍສຳພັນກັບອາຈານພາຍໃນພາກວິຊາ, ຮຸ່ນເອື້ອຍ-ອ້າຍ ແລະ ໝູ່ເພື່ອນນັກສຶກສາຫຼາຍຂຶ້ນແລ້ວ, ຍັງເປັນການເປີດໂອກາດໃຫ້ເຮົາໄດ້ພັດທະນາຕົນເອງ ແລະ ທັກສະຕ່າງໆ ບໍ່ວ່າຈະເປັນ ດ້ານການສື່ສານ, ຄວາມຮັບຜິດຊອບ, ຄວາມເປັນຜູ້ນຳ ແລະຍັງຈະໄດ້ຮຽນຮູ້ປະສົບການອັນລ້ຳຄ່າຫຼາຍໆຢ່າງອີກດ້ວຍ.

ສຳລັບນັກສຶກສາທີ່ມີເງື່ອນໄຂ ແລະ ຄວາມສົນໃຈໃນການສະໝັກເປັນຄະນະນຳນັກສຶກສາພາຍໃນພາກວິຊາ, ສາມາດອ່ານໜ້າທີ່ພ້ອມດ້ວຍເງື່ອນໄຂຂອງແຕ່ລະຕຳແໜ່ງວຽກງານ ເພື່ອກຽມຄວາມພ້ອມໃນການຄັດເລືອກທີ່ຈະຈັດຂຶ້ນ‼️🙌

📣ຂໍເຊີນຊວນບັນດາທ່ານ ລວມໄປເຖິງບັນດານັກສຶກສາ ເຂົ້າຮ່ວມງານພິທີສະເຫຼີມສະຫຼອງວັນສັງຄົມສົງເຄາະ ອາຊຽນ 2025 ພາຍໃຕ້ຫົວຂໍ້ "ບົດບາດ...
24/03/2025

📣ຂໍເຊີນຊວນບັນດາທ່ານ ລວມໄປເຖິງບັນດານັກສຶກສາ ເຂົ້າຮ່ວມງານພິທີສະເຫຼີມສະຫຼອງວັນສັງຄົມສົງເຄາະ ອາຊຽນ 2025

ພາຍໃຕ້ຫົວຂໍ້ "ບົດບາດຂອງນັກສັງຄົມສົງເຄາະ ແລະ ບຸກຄະລາກອນສັງຄົມສົງເຄາະໃນການຫຼຸດຜ່ອນຄວາມສ່ຽງຈາກໄພພິບັດ ແລະ ການສ້າງຄວາມທົນທານຕໍ່ກັບສະພາບດິນຟ້າອາກາດ"

📅 ວັນທີ 25 ມີນາ 2025
📍 ທີ່ ສະໂມສອນໃຫຍ່ ມຊ
🕗 ເວລາ 8:00 ເປັນຕົ້ນໄປ

#ມຊ #ສັງຄົມສົງເຄາະແລະການພັດທະນາ

🥰🥰🥰
27/01/2025

🥰🥰🥰

🎈🎊 ພາບບັນຍາກາດຂອງງານ "ກິດຈະກຳສ້າງຄວາມສາມັກຄີ ລະຫວ່າງ ຄູອາຈານ ແລະ ນັກສຶກສາ" ພາຍໃນ ພາກວິຊາ ສັງຄົມສົງເຄາະ ແລະ ການພັດທະນາ ປະ...
20/01/2025

🎈🎊 ພາບບັນຍາກາດຂອງງານ "ກິດຈະກຳສ້າງຄວາມສາມັກຄີ ລະຫວ່າງ ຄູອາຈານ ແລະ ນັກສຶກສາ" ພາຍໃນ ພາກວິຊາ ສັງຄົມສົງເຄາະ ແລະ ການພັດທະນາ ປະຈຳສົກສຶກສາ 2024-2025 🥳💙✨

ງານໄດ້ຈັດຂຶ້ນໃນວັນທີ 11 ມັງກອນ 2025 ທີ່ຜ່ານມາ, ເຊິ່ງພາຍໃນງານຂອງພວກເຮົາ ໄດ້ມີການພົບປະຄູອາຈານ ແລະ ນັກສຶກສາ ພ້ອມກັບຫຼິ້ນເກມກິດຈະກຳຕ່າງໆຮ່ວມກັນ ເພື່ອເສີມສ້າງຄວາມສາມັກຄີ ແລະ ສາຍສຳພັນລະຫວ່າງຮຸ່ນເອື້ອຍ-ອ້າຍ ກັບ ຮຸ່ນນ້ອງ. 😍😍😍

🙏 ຕ້ອງຂໍຂອບໃຈບັນດາຄູອາຈານໝົດທຸກທ່ານທີ່ໃຫ້ກຽດເຂົ້າຮ່ວມ ແລະ ນັກສຶກສາໝົດທຸກຄົນ ພ້ອມດ້ວຍສິດເກົ່າ ທີ່ເຮັດໃຫ້ງານໃນຄັ້ງນີ້ເຕັມໄປດ້ວຍຄວາມມ່ວນຊື່ນ ແລະ ສຳເລັດໄປດ້ວຍດີ. 🥰❤️

#ງານຮັບນ້ອງ #ສສພ #ຄສຄ #ມຊ

Address

Vientiane

Website

Alerts

Be the first to know and let us send you an email when SWD Social Work & Development posts news and promotions. Your email address will not be used for any other purpose, and you can unsubscribe at any time.

Shortcuts

Share