ໃຫ້ລາວຕອບ-hilaotob

ໃຫ້ລາວຕອບ-hilaotob 'ຢ່າລືມວ່າ ທຸກຄຳ"ຖາມ"ມີຄໍາ"ຕອບ"
ຂໍໃຫ້?

08/12/2023

ຢາກປ່ຽນໃບຕາດິນຈາກປະເພດ “ທີ່ດິນກະສິກໍາ” ເປັນ “ທີ່ດິນປຸກສ້າງ” ໂພສ໌ນີ້ອາດຊ່ວຍທ່ານໄດ້!
ເນື່ອງຈາກໄລຍະຜ່ານມາ
ພວກເຮົາໄດ້ຮັບຄໍາຖາມ ແລະ ຄໍາຂໍເປັນຈໍານວນຫຼາຍກ່ຽວກັບເລື່ອງນີ້
ສະນັ້ນ, ມື້ນີ້ພວກເຮົາ ມິດດາວົງ ອະສັງຫາ ເລີຍຢາກເອົາຂໍ້ມູນມາຝາກ
ກ່ອນອື່ນທ່ານຄວນຕອບໃຫ້ໄດ້ວ່າ “ຍ້ອນຫຍັງຈຶ່ງຢາກປ່ຽນ?”
ເພາະການຖືຄອງສິດນໍາໃຊ້ ທີ່ດິນກະສິກໍາ ແລະ ທີ່ດິນປຸກສ້າງ
ລ້ວນແຕ່ມີຂໍ້ດີທີ່ແຕກຕ່າງກັນໄປ
ແຕ່ຖ້າຫາກວ່າ
ດິນຕອນດັ່ງກ່າວໄດ້ຖືກພັດທະນາເພື່ອເປົ້າໝາຍອື່ນ
ບໍ່ໄດ້ເຮັດການຜະລິດກະສ້ິກໍາ ຫຼື ໄດ້ປຸກສ້າງໃສ່ແລ້ວ
ແມ່ນຕ້ອງໄດ້ຂໍອະນຸຍາດຫັນປ່ຽນ ເປັນຍ່າງຍິ່ງ
ເນື່ອງຈາກວ່າ...
ໃນມາດຕາ 8 ຂອງກົດໝາຍວ່າດ້ວຍທີ່ດິນ, ສະບັບປັບປຸງ ປີ 2019 ໄດ້ລະບຸໄວ້ວ່າ
“ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ທີ່ໄດ້ຮັບສິດນໍາໃຊ້ທີ່ດິນ ຕ້ອງນໍາໃຊ້ທີ່ດິນຂອງຕົນ #ໃຫ້ຖືກຕ້ອງຕາມເປົ້າໝາຍ ແລະ ສອດຄ່ອງຕາມແຜນແມ່ບົດຈັນສັນທີ່ດິນ, ແຜນຍຸດທະຍາດ ແລະ ແຜນການນໍາໃຊ້ທີ່ດິນຂອງລັດວາງອອກໃນແຕ່ລະໄລຍະ”
ຫຼື ເວົ້າໃຫ້ເຂົ້າໃຈງ່າຍໆກໍຄື
ຖ້າເປັນ ທີ່ດິນກະສິກໍາ ກໍຕ້ອງໃຊ້ເພື່ອການຜະລິດກະສິກໍາ ແລະ ຖ້າບໍ່ໄດ້ນໍາໃຊ້ໃນການຜະລິດກະສິກໍາ ກໍຕ້ອງປ່ຽນປະເພດຕາມການນໍາໃຊ້ຕົວຈິງ ນັ້ນເອງ
ແລ້ວ ຖ້າຕ້ອງການຂໍອະນຸຍາດຫັນປ່ຽນ ຄວນເຮັດແນວໃດ?
ປັດຈຸບັນ, ການຂໍອະນຸຍາດຫັນປ່ຽນປະເພດທີ່ດິນກະສິກໍາໄປເປັນທີ່ດິນປຸກສ້າງ ຢູ່ແຕ່ລະທ້ອງຖິ່ນອາດມີຄວາມແຕກຕ່າງກັນ
ສະນັ້ນ, ເພື່ອໃຫ້ເຫັນລາຍລະອຽດຊັດເຈນຂຶ້ນ
ພວກເຮົາຂໍຍົກຕົວຢ່າງປະສົບການຕົວຈິງ
ຢູ່ ເມືອງໄຊເສດຖາ, ນະຄອນຫຼວງວຽງຈັນ
ທີ່ພວກເຮົາໄດ້ດໍາເນີນຜ່ານມາ
ມາເວົ້າສູ່ຟັງເລີຍເນາະ!
ສໍາລັບຂັ້ນຕອນການປ່ຽນປະເພດ “ທີ່ດິນກະສິກໍາ” ເປັນ “ທີ່ດິນປຸກສ້າງ” ຈະມີ 2 ຂັ້ນຕອນຫຼັກຄື:
1. ການຂໍອະນຸຍາດຫັນປ່ຽນປະເພດທີ່ດິນ
2. ການຂໍອະນຸຍາດປ່ຽນໃບຕາດິນ

ເພື່ອບໍ່ເປັນການສັບສົນຈົນເກີນໄປ
ມື້ນີ້, ພວກເຮົາຂໍນໍາສະເໜີສະເພາະຂັ້ນຕອນທີ່ໜຶ່ງກ່ອນ ເຊິ່ງປະກອບມີດັງນີ້:
1) ການກະກຽມເອກະສານ
ເອກະສານທີ່ຕ້ອງກະກຽມປະກອບມີ
ສໍາເນົາໃບຕາດິນ
ໃບຢັ້ງຢືນທີ່ຢູ່ (ທີ່ຢູ່ປັດຈຸບັນ)
ສຳເນົາປື້ມສຳມະໂນຄົວ
2) ການຍື່ນເອກະສານ
ກ່ອນອື່ນຕ້ອງຊື້ໃບຄໍາຮ້ອງ ຢູ່ທີ່ ພະແນກກະສິກໍາ ແລະ ປ່ໄມ້ ນະຄອນຫຼວງວຽງຈັນ
ສຳນັກງານ ຕັ້ງຢູ່ ບ້ານໜອງໄຮ, ເມືອງ ຫາດຊາຍຟອງ, ນະຄອນຫຼວງວຽງຈັນ
ເມື່ອຂຽນ ແລະ ປະກອບເອກະສານຄົບຖ້ວນແລ້ວ ໃຫ້ຍື່ນເອກະສານຢູ່ບ່ອນດັ່ງກ່າວ
3) ການຕິດຕາມເອກະສານ
ພາຍຫຼັງຍື່ນເອກະສານແລ້ວ
ຈະມີພະນັກງານທີ່ກ່ຽວຂ້ອງຕິດຕໍ່ຫາ ເພື່ອກະກຽມໃນການລົງກວດກາຕອນດິນ
ເຊິ່ງເຮົາຕ້ອງໄດ້ເຂົ້າຮ່ວມ ເພື່ອເຊັນບົດບັນທຶກ ໂດຍການຢັ້ງຢືນຈາກນາຍບ້ານ.
ຈາກນັ້ນ, ເຮົາຕ້ອງໄດ້ນໍາເອກະສານພ້ອມກັບບົດບັນທຶກ
ໄປຍື່ນຕໍ່ ຫ້ອງການກະສິກໍາ ແລະ ປ່າໄມ້ ເມືອງໄຊເສດຖາ (ບ້ານຊຽງດາ)
ເມື່ອໄດ້ຮັບເອກະສານຈາກ ຫ້ອງການກະສິກໍາ ແລະ ປ່າໄມ້ ເມືອງແລ້ວ
ຕ້ອງນໍາເອກະສານໄປຍື່ນຢູ່ ສໍານັກງານປົກຄອງເມືອງ ໄຊເສດຖາ (ບ້ານ ຮ່ອງແກ)
ຫຼັງຈາກໄດ້ຮັບເອກະສານຈາກ ສໍານັກງານປົກຄອງເມືອງ ແລ້ວ
ຕ້ອງນໍາເອກະສານກັບໄປຍື່ນຕໍ່ ພະແນກກະສິກໍາ ແລະ ປ່ໄມ້ ນະຄອນຫຼວງວຽງຈັນ
ຢູ່ ຂະແໜງຄຸ້ມຄອງ ແລະ ພັດທະນາທີ່ດິນກະສິກໍາ (ຫ້ອງການຕຶກລຸ່ມ, ຕິດກັບພະແນກແຜນການ ແລະ ການລົງທຶນ)
ຫຼັງຈາກນັ້ນ, ກໍພຽງແຕ່ລໍຖ້າ
ເມື່ອເອກະສານໄດ້ຮັບອະນຸມັດແລ້ວ ຈະມີພະນັກງານຕິດຕໍ່ຫາ
ເຊິ່ງເອກະສານດັ່ງກ່າວຈະເອີ້ນວ່າ “ໃບອະນຸຍາດຫັນປ່ຽນປະເພດທີ່ດິນກະສິກໍາ”
#ສໍາລັບຄ່າທໍານຽມ
ແມ່ນຈະແຕກຕ່າງກັນຕາມທີ່ຕັ້ງ ແລະ ຂະໜາດເນື້ອທີ່ຂອງຕອນດິນ
(ລາຍລະອຽດສາມາດສອບຖາມພະນັກງານທີ່ຮັບຜິດຊອບໄດ້ເລີຍ)
ມາຮອດນີ້, ຖືວ່າສໍາເລັດໃນຂັ້ນຕອນທີ່ໜຶ່ງແລ້ວເດີ
ຖ້າທ່ານສົນໃຈ ຂັ້ນຕອນທີ່ສອງ “ການຂໍອະນຸຍາດປ່ຽນໃບຕາດິນ” ກະລຸນາພິມເລກ “2” ລົງໃນຄອມເມັ້ນໄວ້ເລີຍເດີ ☺ ພວກເຮົາຈະເອົາຂໍ້ມູນມາຝາກໄວໆນີ້.
່ສຸດທ້າຍ, ບົດຄວາມນີ້ຂຽນຂຶ້ນຕາມປະສົບການຕົວຈິງທີ່ພວກເຮົາໄດ້ດຳເນີນຕົວຈິງຜ່ານມາ ເຊິ່ງອາດມີການປ່ຽນແປງໃນແຕ່ລະໄລຍະ, ຫາກຜິດພາດປະການໃດຕ້ອງຂໍອະໄພໄວ້ໃນທີ່ນີ້ດ້ວຍ ຫຼື ທ່ານໃດມີປະສົບການມາແລກປ່ຽນ ກໍສາມາດແນະນຳເຂົ້າມາໄດ້ເຊັ່ນກັນເດີ.
ຖ້າຫາກທ່ານເຫັນວ່າມີປະໂຫຍດ ລົບກວນແຊຣ໌ບອກຕໍ່ໆກັນແດ່ເດີ
ຂໍຂອບໃຈ
----------------

15/12/2022

ມີທຸງ ປະເທດ/ເຂດແຄວ້ນ ໃດແດ່ ທີ່ທ່ານບໍ່ຮູ້ຈັກ ?
1🇸🇸 2🇧🇱 3🇧🇶 4🇲🇶 5🇷🇪 6🇹🇫 7🇽🇰 8🇦🇨 9🇦🇩 10🇦🇪 11🇦🇫 12🇦🇬 13🇦🇮 14🇦🇱 15🇦🇲 16🇦🇴 17🇦🇶 18🇦🇷 19🇦🇸 20🇦🇺 21🇦🇼 22🇦🇽 23🇦🇿 24🇧🇦 25🇧🇧 26🇧🇩 27🇧🇪 28🇧🇫 29🇧🇬 30🇧🇭 31🇧🇮 32🇧🇯 33🇧🇲 34🇧🇳 35🇧🇴 36🇧🇷 37🇧🇸 38🇧🇹 39🇧🇼 40🇧🇾 41🇧🇿 42🇨🇦 43🇨🇨 44🇨🇩 45🇨🇫 46🇨🇬 47🇨🇭 48🇨🇮 49🇨🇰 50🇨🇱 51🇨🇲 52🇨🇳 53🇨🇴 54🇨🇷 55🇨🇺 56🇨🇻 57🇨🇼 58🇨🇽 59🇨🇾 60🇨🇿 61🇩🇪 62🇩🇯 63🇩🇰 64🇩🇲 65🇩🇴 66🇩🇿 67🇪🇨 68🇪🇪69🇪🇬 70🇪🇷 71🇪🇸 72🇪🇹 73🇪🇺 74🇫🇮 75🇫🇯 76🇫🇲 77🇫🇴 78🇫🇷 79🇬🇦 80🇬🇧 81🇬🇩 82🇬🇪 83🇬🇬 84🇬🇭 85🇬🇮 86🇬🇱 87🇬🇲 88🇬🇳 89🇬🇶 90🇬🇷 91🇬🇹 92🇬🇺 93🇬🇼 94🇬🇾 94🇭🇰 95🇭🇳 95🇭🇷 96🇭🇹 97🇭🇺 98🇮🇨 99🇮🇩 100🇮🇪 101🇮🇱 102🇮🇲 103🇮🇳 104🇮🇴 105🇮🇶 106🇮🇷 107🇮🇸 108🇮🇹 109🇯🇪 110🇯🇲 112🇯🇴 113🇯🇵 114🇰🇪 115🇰🇬 116🇰🇭 117🇰🇮 118🇰🇲 119🇰🇳 120🇰🇵 121🇰🇷 122🇰🇼 123🇰🇾 124🇰🇿 125🇱🇦 126🇱🇧 127🇱🇨 128🇱🇮129🇱🇰 130🇱🇷 131🇱🇸 132🇱🇹 133🇱🇺 134🇱🇻 135🇱🇾 136🇲🇦 137🇲🇨 138🇲🇩 139🇲🇪 140🇲🇬 141🇲🇭 142🇲🇭 143🇲🇰 144🇲🇱 145🇲🇲 146🇲🇳 147🇲🇴 148🇲🇵 149🇲🇷 150🇲🇸 151🇲🇹 152🇲🇺 153🇲🇻 154🇲🇼 155🇲🇽 156🇲🇾 157🇲🇿 158🇳🇦 159🇳🇪 160🇳🇫 161🇳🇬 162🇳🇮 163🇳🇱 164🇳🇴 165🇳🇵166🇳🇷 167🇳🇺 168🇳🇿 169🇴🇲 170🇵🇦 171🇵🇪 172🇵🇫 173🇵🇬 174🇵🇭 175🇵🇰 176🇵🇱 177🇵🇳 178🇵🇷179🇵🇸 180🇵🇹 181🇵🇼 182🇵🇾 183🇶🇦 184🇷🇴 185🇷🇸 186🇷🇺 187🇷🇼 189🇸🇦 190🇸🇧 191🇸🇨192🇸🇩193🇸🇪 194🇸🇬 195🇸🇭 196🇸🇮 197🇸🇰 198🇸🇱 199🇸🇲 200🇸🇳 201🇸🇴 202 🇸🇷 203🇸🇹 204🇸🇻 205🇸🇽 206🇸🇾 207🇸🇿 208🇹🇦 209🇹🇨 210🇹🇩 211🇹🇬 212🇹🇭 213🇹🇯 214🇹🇰 215🇹🇱 216🇹🇲 217🇹🇳 218🇹🇴 219🇹🇷 220🇹🇹 221🇹🇻 222🇹🇿 223🇺🇦 223🇺🇬 224🇺🇸 225🇺🇾 226🇺🇿 227🇻🇦 228🇻🇨 229🇻🇪 230🇻🇬 231🇻🇮 232🇻🇳 233🇻🇺 234🇼🇸 235🇾🇪 236🇿🇦 237🇿🇲 238🇿🇼

ສຳຫລັບ (ຜິດ)ສຳລັບ (ຖືກ)
19/04/2022

ສຳຫລັບ (ຜິດ)
ສຳລັບ (ຖືກ)

18/03/2022

ນໍ້າມັນຂຶ້ນແຮງ

18/03/2022

ນໍ້າມັນຂຶ້ນ

ຢ່າຫາເວົ້າ🤣🤣🤣
15/02/2022

ຢ່າຫາເວົ້າ🤣🤣🤣

ເຕືອນໃຈຄົນຮັກຫມູ່ຍືມລົດໄປບອກກຊີດູແລຢ່າງດີ☹️ເວົ້າຈັງຊັ້ນຈັງຊີ້ ບໍໃຫ້ພັດຄຽດ ສຸດທ້າຍເປັນຈັງໃດລະ😩------😩ເບາະຂາດເລີຍຍກູໄດ້ຊື້...
12/02/2022

ເຕືອນໃຈຄົນຮັກຫມູ່
ຍືມລົດໄປບອກກຊີດູແລຢ່າງດີ
☹️ເວົ້າຈັງຊັ້ນຈັງຊີ້ ບໍໃຫ້ພັດຄຽດ ສຸດທ້າຍເປັນຈັງໃດລະ😩
-
-
-
-
-
-

😩ເບາະຂາດເລີຍຍກູໄດ້ຊື້ສະກັອດມາຕາບອີກໂອ້ຍ....🤪

07/02/2022
30/01/2022
25/01/2022

ລະຫວ່າງຢາກຕາຍກັບຢ້ານຕາຍຕ່າງກັນແທ້🤣🤣🤣

ວິທີດາວໂຫຼດ ແລະ ຕິດຕັ້ງໂປຣແກຣມ IDM ແບບຖາວອນ I วิธีดาวโหลด และ ติดตั้งโปรแกรมช่วยในคอม idm ไม่หมดอายุ
16/11/2021

ວິທີດາວໂຫຼດ ແລະ ຕິດຕັ້ງໂປຣແກຣມ IDM ແບບຖາວອນ I วิธีดาวโหลด และ ติดตั้งโปรแกรมช่วยในคอม idm ไม่หมดอายุ

ວິທີດາວໂຫຼດ ແລະ ຕິດຕັ້ງໂປຣແກຣມແບບຖາວອນ IDM. วิธีติดดาวโหลด และ ตั้งโปรแกรมช่วยในคอม idm ไม่หมดอายุລິງດາວໂຫຼດໂປ...

https://youtu.be/OoXfiGVZy9s
15/11/2021

https://youtu.be/OoXfiGVZy9s

ປ່ຽນຟອນໃນ Google Chrome, Microsoft Edge ແລະ Web browser ໃຫ້ເປັນ Phetsarath OT | เปลี่ยน Font ใน Google Chrome ให้เปัน Phetsarath OT

Address

ໜອງພະຍາ
Vientiane
01140

Alerts

Be the first to know and let us send you an email when ໃຫ້ລາວຕອບ-hilaotob posts news and promotions. Your email address will not be used for any other purpose, and you can unsubscribe at any time.

Contact The School

Send a message to ໃຫ້ລາວຕອບ-hilaotob:

Shortcuts

Share

Category