05/08/2024
ພຣະຄຳພັນ ສິດເກົ່າ ຄພພ ຮຸ່ນທີ່ 7
ປັດຈຸບັນທຈຳພັນສາຢູ່ທີ່ ວັດພຣະເຈົ້າໃຫຍ່ອົງຕື້
ບ້ານນາໂຊກ ເມືອງຍົມມະລາດ ແຂວງຄພມ່ວນ
ໂຄງການພຸດທະສາສະໜາເພື່ອການພັດທະນາ (?
ໂຄງການພຸດທະສາສະໜາເພື່ອການພັດທະນາ ຊື່ຫຍໍ້ວ່າ (ຄ.ພ.ພ ) ມີ ຈົດໝາຍຂ່າວ ຊາວພຸດ ເປັນກະບອກສຽງໃນການໂຄສະນາ ປະຊາສຳພັນ ວຽກງານ ແລະການເຄື່ອນໄຫວຂອງ ໂຄງການ ທີ່ຢູ່ພາຍໃຕ້ກັມມາທິການເຜີຍແຜ່ສີລະທັມ ແລະປະຕິບັດວິປັດສະນາກັມມະຖານ ສູນກາງອົງການພຸດທະສາສະໜາສຳພັນລາວ ອອກສູ່ສັງຄົມໃນວົງກວ້າງ ເພື່ອສົ່ງເສີມນະໂຍບາຍ“ຮັກອ່ານ” ພາຍໃຕ້ແນວຄິດ“ການຮຽນຮູ້ຕະຫຼອດຊີວິດ” ແລະປັນອີທາງເລືອກໃນຕະຫຼາດ ສື່ສິ່ງພິມລາວທີ່ຍັງຂາດວາຣະສານທີ່ມີເນື້ອໃນດ້ານພຸດທະສາສະໜາ ແລະການພັດທະນາສັງຄົມຕາມແນວທາງ ພຸດທະສາສະໜາ
05/08/2024
ພຣະຄຳພັນ ສິດເກົ່າ ຄພພ ຮຸ່ນທີ່ 7
ປັດຈຸບັນທຈຳພັນສາຢູ່ທີ່ ວັດພຣະເຈົ້າໃຫຍ່ອົງຕື້
ບ້ານນາໂຊກ ເມືອງຍົມມະລາດ ແຂວງຄພມ່ວນ
12/02/2024
ແຈ້ງການ
ນະມັດສະການ: ພຣະອາຈານປະທານອົງການພຸດທະສາສະໜາສັມພັນລາວ ນະຄອນຫຼວງວຽງຈັນ ແລະ ພຣະອາຈານປະທານອົງການພຸດທະສາສະໜາສັມພັນລາວແຂວງ ໃນຂອບເຂດທົ່ວປະເທດ
ເລື່ອງ: ການຈັດງານບຸນປະເພນີ ປີໃໝ່ລາວ ປະຈຳປີ ພສ ໒໕໖໖.
ອີງຕາມ ທັມມະນູນສົງລາວ (ສະບັບປັບປຸງ), ສະບັບເລກທີ 96/ອພສ, ລົງວັນທີ 15 ທັນວາ 2022, ອີງຕາມ ມະຕິກອງປະຊຸມປະຈຳເດືອນ ມັງກອນ ຂອງຄະບໍລິຫານງານປະຈຳການ ສູນກາງອົງການພຸດທະ ສາສະໜາສັມພັນ ແຫ່ງ ສປປ ລາວ, ຄັ້ງວັນທີ 22 ມັງກອນ 2024.
ສູນກາງອົງການພຸດທະສາສະໜາສັມພັນແຫ່ງ ສປປ ລາວ ຂໍນະມັດສະການແຈ້ງມາຍັງພຣະອາຈານຊາບວ່າ: ການຈັດງານປີໃໝ່ລາວ ປີນີ້ ແມ່ນມີ 4 ວັນຄື: ວັນທີ 13, 14, 15 ແລະ 16 ເດືອນ ເມສາ 2024 ເພື່ອໃຫ້ມີຄວາມ ເປັນເອກະພາບກັນໃນການຈັດງານ ທາງສູນກາງ ອພສ ຈຶ່ງອອກແຈ້ງການດັ່ງນີ້:
1. ເນື່ອງຈາກວ່າ ເດືອນ ກຸມພາ ປີ 2024 ແມ່ນຈະໝົດເດືອນໃນວັນທີ 29 ເຊິ່ງປີໃດໝົດ 29 ປີນັ້ນຈະມີທັງໝົດ 366 ວັນ, ການຈັດງານບຸນປີໃໝ່ລາວ ຈະປະກອບມີວັນເນົາຢູ່ 2 ວັນຄື: ວັນທີ 14 ແລະ 15 ເມສາ 2024;
2. ຂໍໃຫ້ທາງ ອພສ ນະຄອນຫຼວງວຽງຈັນ ແລະ ອພສ ແຂວງໃນຂອບເຂດທົ່ວປະເທດ ຈັດຕັ້ງປະຕິບັດ ຢ່າງເປັນເອກະພາບຮ່ວມກັນ ໃນຂອບເຂດທົ່ວປະເທດ. ດັ່ງນັ້ນ, ຈຶ່ງແຈ້ງມາຍັງທ່ານເພື່ອຮັບຊາບ ແລະ ຈັດຕັ້ງປະຕິບັດຕາມຢ່າງເປັນເອກະພາບ.
ປະທານສູນກາງອົງການພຸດທະສາສະໜາສັມພັນ ແຫ່ງ ສປປ ລາວ
ພຣະອາຈານໃຫຍ່ ມະຫາບຸນມາ ສັມມາພົມ
18/08/2023
18/08/2023
ນິມົນ/ເຊີນ ສິດສານຸສິດຂອງ ມື້ລາງພຣະອາຈານໃຫຍ່ ມະຫາຊາລີ ກັນຕະສີໂລ ຮ່ວມບຸນທັກຂິນານຸປາທານ ອຸທິດກຸສົນ 10 ປີ ການຈາກໄປຂອງພຣະອາຈານ ວັນທີ 8-17 ກັນຍາ 2023
- ກິດຈະກຳອຸປະສົມບົດໝູ່ 80 ອົງ
- ຜ້າປ່າ 80 ກອງ
ທີ່ ສຳນັກວິປັສນາກັມມະຖານ ວັດປ່ານາຄນນ້ອຍ
16/08/2023
ຈິດຕະກຳນຳທາງ ຕອນທີ 2 ເຊີນແວ່ບ້ານທວດ/จิตรกรรมนำทาง EP2 เชิญแว่บ้านทวด Welcome to Barn Thouad/ ฮูปแต้ม ສາລະຄະດີ ຈິດຕະກຳນຳທາງ ຈະພາທ່ານໄປສຳຫຼວດ ຈິດຕະກຳບູຮານອັນຊົງຄຸນຄ່າ ທີ່ຮັກສາໄວ້ໃນບູຮານສະຖານທົ່ວປະເທດ. ຕອນທີ 2 ...
16/08/2023
ພິທີສາມິຈິກຳທຳຄອງວັດຕໍ່ພຣະມະຫາເຖຣະ ຄະນະປະທານ ຄະນະທີ່ປຶກສາ ສູນກາງ ອົງການພຸດທະສາສະໜາ ແຫ່ງ ສປປ ລາວ ໄດ້ຈັດຂຶ້ນໃນຕອນບ່າຍ ຂອງວັນທີ 15 ສິຫາ 2023 ທີ່ຫໍທັມມະສະພາ ວັດພຣະທາດຫຼວງເໜືອ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ
ເມດຕາເປັນປະທານພິທີໂດຍ ພຣະອາຈານໃຫຍ່ ມະຫາບຸນມາ ສິມມາພົມ ປະທານສູນກາງອົງການພຸດທະສາສະໜາສຳພັນແຫ່ງ ສປປ ລາວ ພ້ອມດ້ວຍຄະນະບໍລິຫານງານປະຈຳການສູນກາງ ອພສ, ຄະນະ ອພສ ສູນກາງ ພ້ອມດ້ວຍຄະນະສົງຈາກ 9 ຕົວເມືອງໃນນະຄອນຫຼວງວຽງຈັນ ຕະຫຼອດຮອດຄອບຄົວການນຳ ແລະ ອົງການຈັດຕັ້ງທຸກພາກສ່ວນເຂົ້າຮ່ວມຢ່າງຫຼວງຫຼາຍ
ການເຮັດສາມີຈິກຳ ເປັນການຮັກສາຄອງວັດຂອງສົງຢ່າງໜຶ່ງ ທີ່ພິກຂຸສາມະເນນຄວນປະຕິບັດຕໍ່ກັນ ແລະ ກັນ ເຊິ່ງພຣະຜູ້ນ້ອຍຄວນເຮັດຕໍ່ພຣະຜູ້ໃຫຍ່ ເພື່ອຄວາມສາມັກຄີ ແລະ ຄວາມຜາສຸຂຂອງໝູ່ສົງ ຄວາມປະພຶດດີງາມນີ້ເອີ້ນວ່າ ສາມີຈິກຳ ໝາຍເຖິງ ການຂໍຂະມາໂທດກັນທຸກໂອກາດ ບໍ່ວ່າຈະມີໂທດຂັດຂ້ອງໝອງໃຈກັນ ຫຼື ບໍ່ກໍຕາມ ໂອກາດທີ່ຄວນເຮັດສາມີຈິກໍານັ້ນນິຍົມເຮັດໃນໄລຍະເຂົ້າພັນສາ.
------------------------------------------
ຂອບໃຈ ພາບ ແລະ ຂ່າວ
ຄັດຈາກ ເພຈ: ກັມມາທິການເຜີຍແຜ່ສີລະທັມ ແລະ ປະຕບັດກັມມະຖານ ສູນກາງ
https://www.facebook.com/media/set/?vanity=Laomeditation&set=a.331338295903249