13/01/2026
ເມື່ອພວກນ້ອງມີຄວາມໄຝ່ຝັນຢາກໄປຮຽນຕໍ່ຕ່າງປະເທດ, ແນ່ນອນຢູ່ແລ້ວແມ່ນຕ້ອງມີການວາງແຜນການຮຽນຢ່າງຖີ່ຖ້ວນເຊັ່ນ: ການເລືອກປະເທດ, ການເລືອກສາຍຮຽນ ແລະ ການເລືອກໂຮງຮຽນ ເຊິ່ງການແຜນວາງໃນການໄປຮຽນແມ່ນມີຄວາມສໍາຄັນທີ່ເຮົາຈະຊອກຫາ Agent ໃນການໃຫ້ຄໍາປຶກສາ ແລະ ແນະນໍາກ່ຽວກັບການໄປຮຽນໃຫ້ກົງກັບເປົ້າໝາຍສ່ວນບຸກຄົນ.
ພາຍຫຼັງຜ່ານການຮັບຄໍາປຶກສາແລ້ວ, 5 ຂັ້ນຕອນຕໍ່ເປັນນີ້ ເປັນສິ່ງທີ່ນ້ອງໆຈະຕ້ອງຜ່ານ:
1️⃣ການປະກອບເອກະສານຍື່ນສະໝັກຮຽນ:
ໂດຍທົ່ວໄປແລ້ວ ຂັ້ນຕອນນີ້ ຈະເປັນການລວບລວມເອກະສານທີ່ສໍາຄັນໃນການຍື່ນໃຫ້ກັບທາງມະຫາໄລ ເພື່ອທໍາການປະເມີນຄວາມເໝາະສົມໃນການເລືອກຫຼັກສູດການຮຽນ. ເອກະສານ ໂດຍທົ່ວໄປແລ້ວຈະປະກອບມີ: ໃບປະກາດ (High school diploma/Degree) ແລະ ໃບຄະແນນ (Official Transcript), ພາສປອດ (Passport), ຄະແນນພາສາອັງກິດ (IETLS, PTE, TOEFL, Duolingo, etc.)
2️⃣ການຮັບ Offer:
ພາຍຫຼັງທີິ່ທາງມະຫາໄລ ຕອບຮັບແລ້ວ, ກໍຈະໄດ້ຮັບໜັງສື Offer ເພື່ອຢັ້ງຢືນວ່າ ຕົວຜູ້ສະໝັກໄດ້ຖືກຮັບເຂົ້າຮຽນໃນຫຼັກສູດທີ່ເລືອກ. ເຊີ່ງໜັງສືນີ້ແມ່ນຈະກໍານົດເງື່ອນໄຂຕ່າງໆໄວ້ເປັນລາຍລັກອັກສອນເພື່ອໃຫ້ທາງນັກຮຽນເລືອກວ່າ ຈະຍອມຮັບເງື່ອນໄຂ ຫຼື ຈະຍົກເລີກການດໍາເນີນການສະໝັກຮຽນຕໍ່. ຂັ້ນຕອນນີ້ ເປັນຂັ້ນຕອນທີ່ຜູ້ສະໝັກມີສິດເລືອກວ່າ ຈະໄປຕໍ່ ຫຼື ພໍສໍ່ານີ້. ໂດຍທົ່ວໄປໜັງສື Offer ຈະແບ່ງອອກເປັນສອງແບບຄື Conditional Offer ແລະ Unconditional Offer.
3️⃣ຈ່າຍຄ່າຮຽນ:
ພາຍຫຼັງທີ່ຕົວຜູ້ສະໝັກຍອມຮັບ Offer ຂອງທາງມະຫາໄລ ແລ້ວ, ຂັ້ນຕອນຕໍ່ໄປທີ່ສໍາຄັນ ທີ່ຈະເຮັດໃຫ້ສາມາດດໍາເນີນຕໍ່ໄປໄດ້ ຄືຂັ້ນຕອນການຈ່າຍຄ່າຮຽນ. ໃນຂັ້ນຕອນນີ້ ແຕ່ລະມະຫາໄລ ຈະມີເງື່ອນໄຂໃນການຈ່າຍຄ່າຮຽນທີ່ແຕກຕ່າງກັນໄປ. ບາງມະຫາໄລ ແມ່ນຈະໃຫ້ຈ່າຍເປັນຄ່າມັດຈໍາເບື້ອງຕົ້ນ (Deposit) ເພື່ອເອົາເອກະສານໄປດໍາເນີນວີຊ່າ ແລ້ວຄ່ອຍຈ່າຍຄ່າຮຽນສ່ວນທີ່ເຫຼືອ, ບາງມະຫາໄລ ແມ່ນຈະໃຫ້ຈ່າຍເທີມທໍາອິດ, ແລະ ບາງມະຫາໄລ ກໍໃຫ້ຈ່າຍຄ່າຮຽນປີທໍາອິດ.
4️⃣ການສະໝັກວີຊ່າ:
ພາຍຫຼັງການດໍາເນີນການຈ່າຍຄ່າຮຽນແລ້ວ, ຜູ້ສະໝັກຈະໄດ້ຮັບໃບບິນຈ່າຍເງິນ ພ້ອມກັບເອກະສານຢັ້ງຢືນຈາກທາງມະຫາໄລ ເພື່ອເອົາໄປປະກອບການສະໝັກວີຊ່າ. ຕົວຢ່າງປະເທດອົດສະຕຼາລີ ຈະອອກເປັນ Confirmation of Enrolment, ປະເທດ New Zealand ຈະອອກເປັນ Offer of Place, ອັງກິດຈະອອກເປັນ Confirmation of Acceptance for Studies, ອື່ນໆ. ເອກະສານເຫຼົ່ານີ້ເປັນສິ່ງຢັ້ງຢືນໃຫ້ກັບລັດຖະບັນຂອງປະເທດນັ້ນ ໃນການອະນຸມັດວີຊ່ານັກຮຽນ.
5️⃣ການກະກຽມເດີນທາງ:
ພາຍຫຼັງວີຊ່າໄດ້ຮັບອະນຸມັດແລ້ວ ກໍພ້ອມໃນການເດີນທາງໄປຮຽນໄດ້ເລີຍ.
#ຮຽນຕໍ່ຕ່າງປະເທດ #ບໍລິການຟຣີທຸກຂັ້ນຕອນ