13/01/2026
ພິທີເປີດປ້າຍໂຮງຮຽນຕົວແບບຄຸນນະພາບຂອງ ໂຮງຮຽນລ້ຽງເດັກ ອະນຸບານ ສີຫາວົງ ວິທະຍາ ໄດ້ຈັດຂຶ້ນເມື່ອວັນທີ 9 ມັງກອນ 2026 ໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານ ຄໍາສະຫວັນ ໂຄດໄຊ ປະທານຄະນະກຳມະການປົກຄອງ ເມືອງໄຊເຊດຖາ ນວ, ທ່ານ ບຸນທັນ ແສງມະນີ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາ ນະຄອນຫຼວງວຽງຈັນ ແລະ ທ່ານ ນາງ ບົວລຸນ ລິນທະວົງ ຜູ້ປະກອບການ, ຜູ້ອໍານວຍການ ໂຮງຮຽນສີຫາວົງ ວິທະຍາ ພ້ອມດ້ວຍຄະນະອຳນວຍການ, ແຂກຖືກເຊີນ, ຕາງໜ້າຈາກໂຮງຮຽນອ້ອມຂ້າງ, ປະທານສະມາຄົມການສຶກສາພາກເອກະຊົນ ເມືອງໄຊເຊດຖາ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ໃນພິທີຄັ້ງນີ້, ໄດ້ມີການສະແດງສິລະປະຈາກນ້ອງນັກຮຽນ, ລາຍງານສະພາບການເຄື່ອນໄຫວຂອງໂຮງຮຽນໃນໄລະຜ່ານມາ, ຜ່ານຂໍ້ຕົກລົງໂຮງຮຽນຕົວແບບຄຸນນະພາບ ແລະ ມອບໃບຢັ້ງຢືນໃຫ້ໂຮງຮຽນ ພ້ອມທັງລັ່ນຄ້ອງ 9 ບາດ ແລະ ເປີດປ້າຍໂຮງຮຽນຕົວແບບຄຸນນະພາບຢ່າງເປັນທາງການ.
#ໂຮງຮຽນຕົວແບບຄຸນນະພາບ
西哈翁衛它亞学校分院 国际教育 老挝语-汉语交流与培训中心
ໂຮງຮຽນ ສີຫາວົງ ວິທະຍາ - Syhavong Vithaya School
🏫 ຕັ້ງຢູ່: ບ. ໂນນສະຫວັນ, ມ. ໄຊເສດຖາ, ນະຄອນຫຼວງວຽງຈັນ.
📲 ສອບຖາມໂທ: 020 99661628, 020 22405163, 020 99985316