Progress School (ໂຮງຮຽນກ້າວໜ້າ)

Progress School (ໂຮງຮຽນກ້າວໜ້າ) Pre-School, Primary and Secondary School.
ກຽມປະຖົມ ປະຖົມສົມບູນ ແລະ ມັດທະຍົມສົມບູນ. "It's all started with a man.. His name is Boonwai Luanglath.

a man who has always been passionate about learning and teaching English". Graduated at Lao-English School and began to teach English there in 1973, Boonwai's dream was to run a school of his own. During that era where Francophone was common among the majorities, English is that of the minorities. Boonwai himself was one of the very few English teachers during that time, yet best known for his enthusiastic and friendly style of teaching. He is well-loved and respected by his students, ranging from teenagers to young adults and adults older than his age. Difficulties emerged when the owner of Lao English School passed away, but that didn't affect his passion in teaching. Boonwai then relocated the classroom to his own house, and students started bringing their children to join them in their English class. Not wanting their children to study with anyone else but Boonwai, the supporting students encouraged him to start up a school in his own home - a school where they could leave their children in a trusting hand. That was when Progress School was established in 1991.
.. and the rest is history.

ໃນຕອນເຊົ້າ ວັນສຸກ ວັນທີ 04/09/2026, ໂຮງຮຽນ ກ້າວໜ້າ ເຄົາລົບ ແລະ ດີໃຈເປັນຢ່າງຍິ່ງ ທີ່ໄດ້ຕ້ອນຮັບ ທ່ານ ປະທານຄະນະກຳມະການປົກຄອ...
04/09/2026

ໃນຕອນເຊົ້າ ວັນສຸກ ວັນທີ 04/09/2026, ໂຮງຮຽນ ກ້າວໜ້າ ເຄົາລົບ ແລະ ດີໃຈເປັນຢ່າງຍິ່ງ ທີ່ໄດ້ຕ້ອນຮັບ ທ່ານ ປະທານຄະນະກຳມະການປົກຄອງເມືອງຈັນທະບູລີ ແລະ ທ່ານ ຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງ ຈັນທະບູລີ ທີ່ໃຫ້ກຽດລົງມາຕິດຕາມ ແລະ ຊຸກຍູ້ການເປີດສົກຮຽນໃໝ່.
​ຂໍຂອບໃຈມາຍັງບັນດາທ່ານຜູ້ນຳ ທີ່ໄດ້ໃຫ້ຄວາມເອົາໃຈໃສ່ ແລະ ສະໜັບສະໜູນການສຶກສາຂອງໂຮງຮຽນ ກ້າວໜ້າເຮົາສະເໝີມາ ! 🏫📚

23/08/2026

ແຈ້ງການ
​ເຖິງ: ທ່ານ ພໍ່ແມ່ ແລະ ຜູ້ປົກຄອງນັກຮຽນ ໂຮງຮຽນ ກ້າວໜ້າ (ທັງນັກຮຽນເກົ່າ ແລະ ໃໝ່) ທີ່ນັບຖື.
​ເລື່ອງ: ການລົງທະບຽນ ແລະ ຮັບໃບບິນຍື່ນເຂົ້າຫ້ອງຮຽນ ສົກຮຽນ 2026-2027.
​ເພື່ອຄວາມສະດວກ ສະບາຍ ແລະ ຫຼີກລ້ຽງການລໍຖ້າດົນ ໃນມື້ໄຂສົກຮຽນໃໝ່ (ວັນທີ 01/09/2026) ທີ່ຈະມາເຖິງນີ້, ທາງໂຮງຮຽນ ກ້າວໜ້າ ຈຶ່ງຂໍແຈ້ງຊ່ອງທາງ ແລະ ກຳນົດເວລາ ໃນການພົວພັນວຽກງານ ດັ່ງນີ້:
​ກຳນົດເວລາເລີ່ມຮັບລົງທະບຽນ: ແຕ່ວັນທີ 23/08/2026 ເປັນຕົ້ນໄປ ( ໃນໂມງປະຈຳການ ).
​ຈຸດປະສົງ: ເພື່ອໃຫ້ຜູ້ປົກຄອງມາລົງທະບຽນ ແລະ ຮັບໃບບິນ ສຳລັບຍື່ນເຂົ້າຫ້ອງຮຽນໄວ້ລ່ວງໜ້າ, ຊ່ວຍປະຢັດເວລາ ແລະ ບໍ່ໃຫ້ກະທົບເຖິງວຽກງານສ່ວນຕົວຂອງທ່ານ ໃນມື້ໄຂສົກຮຽນ.
​ດັ່ງນັ້ນ, ທາງໂຮງຮຽນ ຈຶ່ງຂໍແຈ້ງສະພາບມາເຖິງບັນດາທ່ານ ພໍ່ແມ່ຜູ້ປົກຄອງ ເພື່ອຊາບ ແລະ ເຂົ້າມາພົວພັນຕາມກຳນົດເວລາດັ່ງກ່າວດ້ວຍ. ​ຂໍຂອບໃຈ.

🎉 ກອງປະຊຸມກະກຽມຄວາມພ້ອມ ເປີດສົກຮຽນໃໝ່ 2026-2027! 📚✨​ເພື່ອຕ້ອນຮັບສົກຮຽນໃໝ່ຢ່າງມີຄຸນນະພາບ ແລະ ເຕັມໄປດ້ວຍຄວາມພ້ອມ, ຄະນະຜູ້ບ...
23/08/2026

🎉 ກອງປະຊຸມກະກຽມຄວາມພ້ອມ ເປີດສົກຮຽນໃໝ່ 2026-2027! 📚✨​ເພື່ອຕ້ອນຮັບສົກຮຽນໃໝ່ຢ່າງມີຄຸນນະພາບ ແລະ ເຕັມໄປດ້ວຍຄວາມພ້ອມ, ຄະນະຜູ້ບໍລິຫານ ແລະ ຄູ-ອາຈານ ໂຮງຮຽນ ຂອງພວກເຮົາ ໄດ້ຈັດກອງປະຊຸມວາງແຜນ, ປັບປຸງຫຼັກສູດ, ກະກຽມອາຄານສະຖານທີ່ ແລະ ວາງທິດທາງການຮຽນ-ການສອນ ເພື່ອໃຫ້ລູກໆນັກຮຽນໄດ້ຮັບການສຶກສາທີ່ດີທີ່ສຸດ.
​ພວກເຮົາພ້ອມແລ້ວທີ່ຈະຕ້ອນຮັບນັກຮຽນທຸກໆຄົນ ເຂົ້າສູ່ສົກຮຽນ 2026-2027 ດ້ວຍຄວາມອົບອຸ່ນ! ❤️

💡 ການຮຽນຮູ້ບໍ່ມີວັນສິ້ນສຸດ ເລີ່ມຕົ້ນເຝິກມື້ລະນ້ອຍ ເພື່ອອະນາຄົດທີ່ດີກວ່າ! ພັດທະນາຕົນເອງ, ສ້າງທັກສະ.
20/08/2026

💡 ການຮຽນຮູ້ບໍ່ມີວັນສິ້ນສຸດ ເລີ່ມຕົ້ນເຝິກມື້ລະນ້ອຍ ເພື່ອອະນາຄົດທີ່ດີກວ່າ! ພັດທະນາຕົນເອງ, ສ້າງທັກສະ.

ອາຈານພາລູກສິດລຸຍເອງ! ພາກັນມາຮຽນຮູ້ວິທີ ຕີດິນບ໊ອກ ຕາກແດດ. ໄດ້ທັງຄວາມຮູ້, ໄດ້ທັງເຫື່ອ, ໄດ້ທັງຄວາມມ່ວນຊື່ນ ແລະ ທັກສະງານຝີມື...
19/08/2026

ອາຈານພາລູກສິດລຸຍເອງ! ພາກັນມາຮຽນຮູ້ວິທີ ຕີດິນບ໊ອກ ຕາກແດດ. ໄດ້ທັງຄວາມຮູ້, ໄດ້ທັງເຫື່ອ, ໄດ້ທັງຄວາມມ່ວນຊື່ນ ແລະ ທັກສະງານຝີມືທີ່ເອົາໄປໃຊ້ໄດ້ຕົວຈິງ. ​ນ້ອງນັກຮຽນເກັ່ງ ແລະ ຕັ້ງໃຈ ຕົບມືໃຫ້ເລີຍ! 👏✨

🍕 ຮຽນຮູ້ຜ່ານການປະຕິບັດຕົວຈິງ! 🍕​ມື້ນີ້ນ້ອງໆ ນັກຮຽນຊັ້ນ ມ.1 ໄດ້ລອງເປັນ “ເຊັຟນ້ອຍ” ລົງມືເຮັດພິດຊ້າດ້ວຍຕົນເອງ 👩‍🍳👨‍🍳 ນອກຈາກ...
11/08/2026

🍕 ຮຽນຮູ້ຜ່ານການປະຕິບັດຕົວຈິງ! 🍕
​ມື້ນີ້ນ້ອງໆ ນັກຮຽນຊັ້ນ ມ.1 ໄດ້ລອງເປັນ “ເຊັຟນ້ອຍ” ລົງມືເຮັດພິດຊ້າດ້ວຍຕົນເອງ 👩‍🍳👨‍🍳 ນອກຈາກຄວາມແຊບ ແລະ ຄວາມມ່ວນຊື່ນແລ້ວ, ຍັງໄດ້ຮຽນຮູ້ການເຮັດວຽກເປັນທີມ ແລະ ທັກສະຊີວິດໃນການປະກອບອາຫານອີກດ້ວຍ! ❤️✨

🍪 ຮຽນຮູ້ຢ່າງມ່ວນຊື່ນກັບກິດຈະກຳ "ເຊຟນ້ອຍ"  👩‍🍳👨‍🍳​ມື້ນີ້ ນ້ອງໆ ໄດ້ເປີດປະສົບການໃໝ່ ລົງມືເຮັດຂະໜົມດ້ວຍໂຕເອງ ທັງມ່ວນ ທັງໄດ້ຄ...
06/08/2026

🍪 ຮຽນຮູ້ຢ່າງມ່ວນຊື່ນກັບກິດຈະກຳ "ເຊຟນ້ອຍ" 👩‍🍳👨‍🍳
​ມື້ນີ້ ນ້ອງໆ ໄດ້ເປີດປະສົບການໃໝ່ ລົງມືເຮັດຂະໜົມດ້ວຍໂຕເອງ ທັງມ່ວນ ທັງໄດ້ຄວາມຮູ້ ແລະ ຮຽນຮູ້ການເຮັດວຽກເປັນທີມ ​ໄດ້ທັງຮ່າງກາຍ, ຄວາມຄິດສ້າງສັນ ແລະ ໄດ້ຂະໜົມຝີມືໂຕເອງເຮັດກັບບ້ານຢ່າງພູມໃຈ! ❤️✨

✨ ກິດຈະກຳຍາມພັກແລ້ງ! ມາຮຽນເຮັດເຂົ້າໜົມນຳກັນ 🧁🎨​ວັນທີ 05/8/2026 ທີ່ຜ່ານມາ, ນ້ອງໆ ນັກຮຽນໄດ້ມີໂອກາດມາຮ່ວມກິດຈະກຳ "ຮຽນເຮັດເຂ...
06/08/2026

✨ ກິດຈະກຳຍາມພັກແລ້ງ! ມາຮຽນເຮັດເຂົ້າໜົມນຳກັນ 🧁🎨
​ວັນທີ 05/8/2026 ທີ່ຜ່ານມາ, ນ້ອງໆ ນັກຮຽນໄດ້ມີໂອກາດມາຮ່ວມກິດຈະກຳ "ຮຽນເຮັດເຂົ້າໜົມ" ຢູ່ທີ່ ວຽງຈັນເຊັນເຕີຢ່າງມ່ວນຊື່ນ ແລະ ເຕັມໄປດ້ວຍຮ້ອຍຍິ້ມ! 😊🎉
​ນອກຈາກຈະໄດ້ຮຽນຮູ້ທັກສະການເຮັດເຂົ້າໜົມແຊບໆແລ້ວ, ນ້ອງໆ ຍັງໄດ້ຝຶກຄວາມຄິດສ້າງສັນ, ເຮັດມິດຕະພາບໃໝ່, ແລະ ໃຊ້ເວລາຫວ່າງໃນຍາມພັກແລ້ງໃຫ້ເກີດປະໂຫຍດຢ່າງແທ້ຈິງ! 👏✨
​📸 ມາເບິ່ງບັນຍາກາດຄວາມມ່ວນຊື່ນ ແລະ ເຂົ້າໜົມຝີມືຂອງນ້ອງໆ ກັນເລີຍ!

Address

316 Sisavath, Chanthaboury
Vientiane
01000

Opening Hours

Monday 07:30 - 18:30
Tuesday 07:30 - 18:30
Wednesday 07:30 - 18:30
Thursday 07:30 - 18:30
Friday 07:30 - 18:30

Telephone

+85621213445

Alerts

Be the first to know and let us send you an email when Progress School (ໂຮງຮຽນກ້າວໜ້າ) posts news and promotions. Your email address will not be used for any other purpose, and you can unsubscribe at any time.

Shortcuts

Share

Category