16/10/2024
ຍັງເຫຼືອເວລາອີກ 4ມື້ໃນການສະຫມັກເດີທຸກຄົນ!! ຢ່າລືມມາສະຫມັກກັນເດີ☺️
Only 4 days left for registration!! We are waiting for you☺️
🌟ປະກາດ! ປະກາດ! ງານຝຶກອົບຮົມຜູ້ນໍາໄວໜຸ່ມຂອງພວກເຮົາ ແມ່ນຈະໄດ້ຈັດຂຶ້ນໄວໆນີ້🌟
ພ້ອມແລ້ວບໍ່ທີ່ຈະປົດລ໋ອກຄວາມສາມາດຂອງເຮົາ ແລະ ສ້າງການປ່ຽນແປງຄັ້ງໃຫຍ່ນີ້ໄປພ້ອມກັນ?
ສະບາຍດີ, ຜູ້ນໍາໄວໜຸ່ມທີ່ມີອາຍຸ 14-25ປີ!! ພວກເຮົາມີຄວາມຍິນດີທີ່ຈະເຊີນທຸກທ່ານເຂົ້າຮ່ວມຝຶກອົບຮົມສຳລັບໄວໜຸ່ມຂອງພວກເຮົາ (ຟຣີ) ບ່ອນທີ່ທຸກຄົນຈະໄດ້ຮັບທັກສະທີ່ມີຄຸນຄ່າ, ແລກປ່ຽນກັບຜູ້ເຂົ້າຮ່ວມທີ່ມີແຮງບັນດານໃຈ ແລະ ຮຽນຮູ້ຈາກຜູ້ນໍາອາຍຸນ້ອຍທີ່ໄດ້ເຄື່ອນໄຫວເພື່ອສ້າງການປ່ຽນແປງໃນທາງທີ່ດີຂຶ້ນ ໂດຍພວກເຮົາ SEAYLP 2024 ໂຕແທນນັກຮຽນແລກປ່ຽນຈາກປະເທດລາວ ທີ່ມີໂອກາດຖືກຄັດເລືອກໃຫ້ເປັນຕົວແທນປະເທດໄປແລກປ່ຽນທີ່ ສະຫະລັດອາເມຣິກາ ທີ່ໄດ້ທັງທັກສະຄວາມເປັນຜູ້ນໍາ ແລະ ການແລກປ່ຽນທາງວັດທະນະທໍາອີກດ້ວຍ ເຊິ່ງປະສົບການຂອງພວກເຮົາຈະມີແນວໃດແນ່ນັ້ນ ຖ້າໄປຟັງພ້ອມໆກັນເລີຍ🤩🤩
🗓️ວັນເສົາ ທີ 26/10/2024
⏳ເວລາ 8:45-16:00
📍ທີ່ American Center Vientiane (ສູນອາເມຣິກາ ທາດດໍາ)
ທຸກຄົນຮູ້ບໍ່ວ່າ ພາຍໃນງານ, ພວກເຮົາຍັງຈະໄດ້ແນະນຳການແຂ່ງຂັນຊິງທຶນຊ່ວຍເຫຼືອຂະໜາດນ້ອຍຂອງພວກເຮົາ, ເຊິ່ງອອກແບບມາເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ໄວໜຸ່ມໃນທົ່ວປະເທດ ໃຫ້ທຸກຄົນສາມາດນໍາສະເໜີໄອເດຍໂຄງການຂະໜາດນ້ອຍຂອງຕົນ ແລະ ມີໂອກາດໄດ້ຮັບທຶນສະໜັບສະໜູນຈາກພວກເຮົານໍາອີກ!!! ວ້າວໆ🥳💸💰
*ພິເສດ: ເຮົາຈະມີແຂກພິເສດຈາກໂຄງການ SEAYLP ຂອງພວກເຮົາທີ່ບິນຕົງມາຈາກສະຫະລັດອາເມຣິກາເຂົ້າຮ່ວມນຳພ້ອມ🤫🤩
ຢ່າພາດໂອກາດນີ້ທີ່ທຸກຄົນຈະໄດ້ເຕີບໂຕເປັນຜູ້ນໍາ ພ້ອມທັງໄດ້ຮັບທຶນສານຝັນໃຫ້ໂຄງການຂອງເຈົ້າເປັນຈິງ!!🥰
ສະໝັກໄດ້ແລ້ວມື້ນີ້ ຈົນຮອດວັນອາທິດ ທີ 20/10/2024 ທີ່: https://bit.ly/SEAYLP2024Laos
!!!ບ່ອນນັ່ງມີຈໍາກັດເດີ້ທຸກຄົນ ຕ້ອງຟ້າວສະໝັກແລ້ວແຫຼະ🥰!!!
*ພິເສດ: ພວກເຮົາມີອາຫານທ່ຽງ ແລະ ນໍ້າດື່ມໃຫ້ຟຣີ😊
[English]
🌟Join Us for Youth Leadership Training!🌟
Are you ready to unlock your potential and make a difference?
Helloooooo young leaders!!!! Aged between 14-25. We are thrilled to invite you to our Youth Leadership Training, where you'll gain valuable skills, connect with inspiring peers, and learn from dynamic leaders by us SEAYLP 2024 Laos candidates! With all the experience sharing and lessons learned from the United States as they embark on this incredible journey of leadership and cultural exchange 🤩🤩.
During the event, we’ll also introduce our Small Grants Competition, designed to empower youth across the country to turn their innovative ideas into reality. You’ll learn how to apply for grants and get the support you need from the training!! 🥳💸💰
* We’ll have a special guest of SEAYLP program joining us all the way from the United States!🤫
Don’t miss out on this chance to grow as a leader and potentially secure funding for your initiatives. Join us for a day of inspiration, learning, and collaboration!🥰
Apply now until 20/10/2024 : https://bit.ly/SEAYLP2024Laos
Limited seats provided🥰
Free Lunch and Drinks😊
📍Location: American Center Vientiane
🗓️Date: 26/10/2024 (8:30-16:00)