ພາສາລາວ

ພາສາລາວ ນີ້ເເມ່ນເເຟນເພຈຂອງກຸ່ມພາສາລາວ ທ່ານສາມາດຄຼິກ Like ເພື່ອຕິດຕາມເພຈນີ້. This page is for Laotian people.

Please use Lao language for comments. ສາມາດຄຼິກ Like ເພື່ອຕິດຕາມເພຈນີ້.

 #ປະຫວັດຕົວອັກສອນລາວ:     ໗ (ຖໍຫົວອອກ) ຫຼື ຖ (ຖໍຫົວເຂົ້າ)ປະຫວັດຄວາມເປັນມາຂອງ ຖ ຖົງ ມີບາງໄລຍະຂຽນເປັນ ຖ (ຖໍຫົວເຂົ້າ) ບາງໄລ...
30/05/2026

#ປະຫວັດຕົວອັກສອນລາວ: ໗ (ຖໍຫົວອອກ) ຫຼື ຖ (ຖໍຫົວເຂົ້າ)

ປະຫວັດຄວາມເປັນມາຂອງ ຖ ຖົງ ມີບາງໄລຍະຂຽນເປັນ ຖ (ຖໍຫົວເຂົ້າ) ບາງໄລຍະກໍຂຽນເປັນ ໗ (ຖໍຫົວອອກ).

ນັບຕັ້ງແຕ່ທີ່ລາວເຮົາໄດ້ມີຕົວອັກສອນໃຊ້, ຕົວ ຖ ນີ້ ກໍເປັນ ຖ (ຖໍຫົວເຂົ້າ). ເມື່ອໄປສຳຫຼວດເບິ່ງເອກະສານເກົ່າໆທັງໃບລານແລະເປັນປຶ້ມທີ່ພິມດ້ວຍເຈ້ຍນັບຖອຍຫຼັງແຕ່ປີ 1932 ລົງໄປ ລ້ວນແຕ່ເປັນ ຖ (ຖໍຫົວເຂົ້າ).

ຈົນຮອດປີ 1935 ຄະນະກຳມະການຫໍສະໝຸດພຸດທະສະພາຈັນທະບູລີ ໄດ້ຈັດພິມໄວຍາກອນລາວພາກ “ອັກຂະຫຼະວິທີ” ທີ່ມີພະຍັນຊະນະ 41 ຕົວ ເຊິ່ງສາມາດຂຽນຄຳຕາມສຽງພາສາປາລີ-ສັນສະກິດໄດ້ຢ່າງຄົບຖ້ວນ ແລະໃນນັ້ນ ຕົວ ຖ ກໍມີ ຖ ສອງຕົວ ຄື ຖ ຖົງ (ຖໍຫົວເຂົ້າ) ແລະ ໗ ຖານ (ຖໍຫົວອອກ). ຈາກການມີ ຖ ສອງໂຕທີ່ມີຮູບຂຽນຕ່າງກັນ ໂຕໜຶ່ງຫົວເຂົ້າ ໂຕໜຶ່ງຫົວອອກ ກໍໄດ້ຮັບການນຳໃຊ້ຈາກສັງຄົມ ໂດຍສະເພາະ ໗ (ຖໍຫົວອອກ) ຈະຮູ້ສຶກວ່າຂຽນງ່າຍ ເພາະຂຽນລັກສະນະດຽວກັບຕົວ ກ ພຽງແຕ່ເພີ່ມຫາງໃຫ້ຍາວຕື່ມ.

ແຕ່ເມື່ອຮອດປີ 1948 ຄະນະກຳມະການອັກສອນສາດລາວ ໄດ້ອອກຂໍ້ບັງຄັບເປັນພະລາຊະໂອງການເລກທີ 10 ບັນຍັດວ່າ ພະຍັນຊະນະລາວມີແຕ່ 27 ຕົວ ໂດຍມີ ຕົວ ຣ ຈາກອັກສອນປາລີ-ສັນສະກິດມາເພີ່ມໃສ່. ແລະໂຕ ຖ ທີ່ໃຊ້ໃນເວລານັ້ນ ແມ່ນ ຖ (ຖໍຫົວເຂົ້າ) ດັ່ງທີ່ໃຊ້ມາແຕ່ສະໄໝບູຮານ.

ຈົນຮອດປີ 1967 ປຶ້ມໄວຍາກອນລາວ ຂອງທ່ານພູມີ ວົງວິຈິດ ກໍໄດ້ນຳໃຊ້ຢູ່ໃນເຂດປົດປ່ອຍ ເຊິ່ງພະຍັນຊະນະມີພຽງ 26 ຕົວ ເພາະບໍ່ໄດ້ເພີ່ມຕົວ ຣ ໃສ່. ສຳລັບຕົວ ຖ ຖົງ ນັ້ນ ໄດ້ປ່ຽນຮູບມາໃຊ້ ເປັນ ໗ (ຖໍຫົວອອກ). ດັ່ງນັ້ນ, ໃນເຂດປົດປ່ອຍຈຶ່ງໃຊ້ຕົວ ໗ (ຖໍຫົວອອກ) ໃນການສຶກສາ ແລະສື່ສິ່ງພິມຕ່າງໆ.

ພາຍຫຼັງປະເທດຊາດໄດ້ຮັບການປົດປ່ອຍ ຈົນຮອດປີ 1976, ວຽກງານການສຶກສາທົ່ວປະເທດ ໂດຍສະເພາະໃນປຶ້ມແບບຮຽນ ກໍເລີ່ມໃຊ້ຕົວ ໗ (ຖໍຫົວອອກ) ຕາມໄວຍາກອນລາວ ປີ 1967. ແຕ່ເວລາການນຳໃຊ້ຕົວຈິງໃນສື່ສິ່ງພິມ ປາກົດມີເອກະສານບາງສະບັບກໍໃຊ້ແລະພິມເປັນ ຖ (ຖໍຫົວເຂົ້າ) ຍ້ອນວ່າຈັກພິມດີດສ່ວນຫຼາຍໄດ້ມີດຸມພິມທີ່ເປັນຕົວ ຖ. ຖ້າໃຜຢາກພິມໃຫ້ຖືກຕາມການກຳນົດຂອງທາງການ ເວລາພິມດີດກໍຕ້ອງກົດໃສ່ດຸມເລກ 7 ລາວ (໗).

ຕໍ່ມາໃນຊຸມປີ 1990 ຄອມພິວເຕີໄດ້ເຂົ້າມາມີບົດບາດໃນການພິມ ກໍໄດ້ມີການສ້າງຕົວອັກສອນພິມ ທີ່ພວກເຮົາມັກເອີ້ນວ່າ ‘ຟັອນ’ ເປັນຟັອນພາສາລາວທີ່ສາມາດພິມຕົວ ໗ ໄດ້ຢ່າງສະບາຍ. ແຕ່ເຖິງປານນັ້ນ ການສ້າງຟັອນໃໝ່ໆ ກໍອີງໃສ່ແປ້ນພິມດີດທີ່ມີມາແຕ່ເກົ່າ ໂດຍໃຊ້ຕົວ ຖ ເປັນພະຍັນຊະນະ ສ່ວນ ໗ ໃສ່ເປັນຕົວເລກ 7 ລາວ. ຍ້ອນແນວນັ້ນ, ບັນດາສື່ສິ່ງພິມຕ່າງໆ ບໍ່ວ່າໜັງສືພິມ ວາລະສານ ຕະຫຼອດຮອດປຶ້ມຕ່າງໆ ບາງສະບັບກໍໃຊ້ ຖ ແລະບາງສະບັບກໍໃຊ້ ໗.

ຈາກການໃຊ້ພະຍັນຊະນະຕົວທີ 11 ໃນຈຳນວນພະຍັນຊະນະ 27 ຕົວ ໃນສື່ສິ່ງພິມຕ່າງໆບໍ່ເປັນເອກະພາບກັນ. ຕົກມາຮອດປີ 2007 ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ ກະຊວງສຶກສາທິການ ກໍໄດ້ມີການປັບປຸງປຶ້ມແບບຮຽນພາສາລາວຊັ້ນ ປ. 1 ໃໝ່ ໂດຍມີການປ່ຽນຕົວ ໗ (ຖໍຫົວອອກ) ມາເປັນ ຖ (ຖໍຫົວເຂົ້າ) ເພື່ອໃຫ້ຈຳແນກໄດ້ລະຫວ່າງພະຍັນຊະນະ ຖ ຖົງ ແລະ ຕົວເລກ ໗. ນັບແຕ່ສົກຮຽນ 2008-2009 ເປັນຕົ້ນມາ ປຶ້ມແບບຮຽນດັ່ງກ່າວກໍໄດ້ຮັບການປະກາດໃຊ້ຢ່າງເປັນທາງການ.

ມາຮອດປັດຈຸບັນນີ້ ນັກຮຽນຮຸ່ນໃໝ່ທີ່ຮຽນ ປ.1 ນັບແຕ່ສົກຮຽນ 2008-2009 ກໍຮູ້ຈັກແຕ່ ຖ (ຖໍຫົວເຂົ້າ). ສ່ວນຜູ້ຮຽນ ປ.1 ກ່ອນໜ້ານັ້ນ ບາງຄົນກໍຍັງລຶ້ງຂຽນ ໗ (ຖໍຫົວອອກ) ຢູ່ ເພາະເຄີຍຮຽນມາແບບນັ້ນ. ແຕ່ໃນສື່ສິ່ງພິມບໍ່ປາກົດເຫັນ ໗ (ຖໍຫົວອອກ) ແລ້ວ, ຖ້າມີ ກໍຈະມີຄວາມໝາຍວ່າເລກ 7.

ທ່ານຜູ້ອ່ານເດ, ລຶ້ງຂຽນ ໗ (ຖໍຫົວອອກ) ຫຼື ຖ (ຖໍຫົວເຂົ້າ)?

Cr. ບົດຄວາມໂດຍ Sengfa Hola

18/11/2025

ປະໂຫຍກໃດຜິດ?
1. ເສຍຍ້ອນຕີບໍ່ແພ້ເຂົາ
2. ແພ້ຍ້ອນຕີບໍ່ຊະນະເຂົາ

 #ຄວາມໂງ່ ມີຄວາມໝາຍແນວໃດ?ຄວາມໂງ່ ໝາຍເຖິງ ສະພາວະທາງສະຕິຫຼືຄວາມຄິດທີ່ຂາດຄວາມສາມາດໃນການເຂົ້າໃຈ, ວິເຄາະ ຫຼື ຕັດສິນໃຈໄດ້ຢ່າງຖ...
06/05/2025

#ຄວາມໂງ່ ມີຄວາມໝາຍແນວໃດ?

ຄວາມໂງ່ ໝາຍເຖິງ ສະພາວະທາງສະຕິຫຼືຄວາມຄິດທີ່ຂາດຄວາມສາມາດໃນການເຂົ້າໃຈ, ວິເຄາະ ຫຼື ຕັດສິນໃຈໄດ້ຢ່າງຖືກຕ້ອງ ເຊິ່ງສາມາດແບ່ງອອກເປັນຫຼາຍລະດັບ ແລະ ຫຼາຍຮູບແບບ:

- ລັກສະນະຂອງຄວາມໂງ່:
ຂາດຄວາມຮູ້ພື້ນຖານ - ບໍ່ສາມາດເຂົ້າໃຈເລື່ອງງ່າຍໆ
ຄວາມອົດທົນຕໍ່າ - ບໍ່ສາມາດຮຽນຮູ້ສິ່ງໃໝ່ໄດ້
ຄວາມຄິດແບບອັດຕັນ - ມຸມມອງຄົງທີ່ ແລະ ບໍ່ຍອມປ່ຽນແປງ
ຂາດສະຕິປັນຍາ - ບໍ່ສາມາດໄຈ້ແຍກຄວາມຈິງຈາກຄວາມຕົວະ

- ປະເພດຂອງຄວາມໂງ່:
ໂງ່ທາງສະຕິ (ຂາດຄວາມສາມາດດ້ານສະຕິປັນຍາ)
ໂງ່ທາງອາລົມ (ບໍ່ສາມາດຈັດການກັບອາລົມ)
ໂງ່ທາງສັງຄົມ (ຂາດທັກສະການສື່ສານ)

- ສາເຫດທີ່ເຮັດໃຫ້ເກີດຄວາມໂງ່:
ການສຶກສາທີ່ຈຳກັດ
ສະພາບແວດລ້ອມທີ່ບໍ່ເອື້ອອຳນວຍ
ຄວາມຫຍຸ້ງຍາກໃນຊີວິດໄວເດັກ
ຄວາມຄົງທີ່ ແລະ ຄວາມຂີ້ຄ້ານ

- ວິທີແກ້ໄຂ ແລະ ປັບປຸງ:
ສົ່ງເສີມການຮຽນຮູ້ຕະຫຼອດຊີວິດ
ພັດທະນາທັກສະການຄິດວິເຄາະ
ຝຶກການຮັບຟັງ ແລະ ການຕັດສິນໃຈ
ສ້າງປະສົບການໃໝ່ໆ

ຄວາມໂງ່ບໍ່ໄດ້ໝາຍຄວາມວ່າເປັນຄົນບໍ່ດີ, ແຕ່ເປັນສະພາວະທີ່ສາມາດປັບປຸງໄດ້ດ້ວຍການພັດທະນາຕົນເອງ ແລະ ການຮຽນຮູ້ຢ່າງຕໍ່ເນື່ອງ. ທຸກຄົນມີຈຸດອ່ອນທີ່ຕ້ອງພັດທະນາ ເຊິ່ງເປັນສ່ວນໜຶ່ງຂອງການເຕີບໃຫຍ່ຂອງຄົນເຮົາ.

07/04/2024

ຍິນດີນຳ ທ້າວ ອະພິສິດ ສີສຸນົນ ຈາກໂຮງຮຽນ ມປ ປາກຊັນ ແຂວງບໍລິຄຳໄຊ
ຄວ້າ ອັນດັບ 1 ຊັ້ນ ມ 7 ວິຊາພາສາລາວ-ວັນນະຄະດີ
ໃນການແຂ່ງຂັນສອບເສັງນັກຮຽນເກັ່ງລະດັບຊາດ ສົກຮຽນ 2023-2024

---------------------------
ທ່ານສາມາດຕິດຕາມຂໍ້ມູນ-ຂ່າວສານອື່ນໆໄດ້ອີກທີ່ເວັບໄຊ:
https://laoedaily.com.la/2024/04/07/132025/
ຫຼື ກົດຕິດຕາມຮັບຊົມໄດ້ກ່ອນໃຜທີ່:
https://www.youtube.com/channel/UCjtOePaRAtTLufe1-lxwmrg
ຕິກຕັອກ: https://www.tiktok.com/
#ຂ່າວເສດຖະກິດການຄ້າ
#ເສດຖະກິດການຄ້າ

ສຸກ ໂຊກ ໄຊ ຈົ່ງເປັນຂອງທຸກໆທ່ານຕະຫຼອດປີໃໝ່ 2024 ນີ້ດ້ວຍເຖີ້ນ!
01/01/2024

ສຸກ ໂຊກ ໄຊ ຈົ່ງເປັນຂອງທຸກໆທ່ານຕະຫຼອດປີໃໝ່ 2024 ນີ້ດ້ວຍເຖີ້ນ!

🔻 ບົດກະວີແດ່ຜູ້ຢູ່ໄກແຕ່ໃຈຄຶດຮອດບ້ານ“ຜູ່ຄຶດຮອດຮອຍໄຖ“
03/06/2023

🔻 ບົດກະວີແດ່ຜູ້ຢູ່ໄກແຕ່ໃຈຄຶດຮອດບ້ານ
“ຜູ່ຄຶດຮອດຮອຍໄຖ“

🔻 ກອນອ່ານ “ສຸກໃຈຕາມທໍາມະຊາດ“ຄວາມສຸກແບບວິຖີຊີວິດບ້ານນາ
03/05/2023

🔻 ກອນອ່ານ “ສຸກໃຈຕາມທໍາມະຊາດ“
ຄວາມສຸກແບບວິຖີຊີວິດບ້ານນາ

🔸 ຜະຫຍາລາວ
29/04/2023

🔸 ຜະຫຍາລາວ

Address

Vientiane

Website

Alerts

Be the first to know and let us send you an email when ພາສາລາວ posts news and promotions. Your email address will not be used for any other purpose, and you can unsubscribe at any time.

Shortcuts

Share

Category