24/06/2020
3 ວິທີເພື່ອການຕັດສິນໃຈທີດີຂຶ້ນ!
ເຈົ້າເຄີຍສົງໃສບໍວ່າແມ່ນຫຍັງທີເຮັດໃຫ້ເຈົ້າຕັດສິນໃຈຜິດພາດຊ້ໍາເເລ້ວຊ້ໍາເລົ່າ ຫຼື ຍັງບໍ່ພໍໃຈໃນການຕັດສິນໃຈ ດ້ານຄວາມສໍາພັນທີເຈົ້າເລືອກ, ວຽກທີເຈົ້າເລືອກເຮັດ, ແມ້ກະທັ້ງມື້ໃດຈະໄປຫຼິ້ນ ຫຼື ຊື້ເຄື່ອງຕ່າງໆ. ເມື່ອເຈົ້າຮູ້ວິທີຄິດຢ່າງຊັດເຈນການຕັດສິນໃຈກໍເປັນເລື່ອງງ່າຍແທນທີຈະປ່ອຍໃຫ້ອາລົມພາໄປ.
ນີ້ແມ່ນ 3 ຂັ້ນຕອນທີຈະຊ່ວຍໃຫ້ເຈົ້າຕັດສິນໃຈໃຫ້ດີຂຶ້ນເພື່ອມີຄວາມສຸກ ສໍາເລັດ ເເລະບັນລຸເປົ້າໝາຍ. ດ້ວຍວິທີການເເຍກເເຍະຄວາມເເຕກຕ່າງລະຫວ່າງ: ສະຖານະການ, ອາລົມ ແລະການຕັດສິນໃຈ.
ຂັ້ນຕອນທີ 1: ສະຖານນະການ : ຈາກປະສົບການຕົວຈິງຂອງຂ້ອຍເອງມີມື້ໜຶ່ງລູກຄ້າຂອງຂ້ອຍບໍ່ຊໍາລະໜີ້ທີລາວຄ້າງໄວ້ ແລະ ຂ້ອຍຄິດວ່າມັນບໍ່ຍຸດຕິທໍາ ແລະ ຂາດຄວາມຊື່ສັດ.
ຂັ້ນຕອນທີ 2 : ອາລົມ : ເຮັດໃຫ້ຂ້ອຍຮູ້ສຶກໃຈຮ້າຍ, ກ້າວລ້າວ.
ຂັ້ນຕອນ 3 : ການຕັດສິນໃຈ : ຂ້ອຍເລີຍຕັດສິນໃຈໄວໆດ້ວຍການໂທໄປຮ້າຍລູກຄ້າ ແລະ ກາຍເປັນເລື່ອງໃຫຍ່ຜິດຖຽງກັນ ສຸດທ້າຍກະບໍ່ໄດ້ເງິນຄືນ.
ນີ້ແມ່ນວິທີຂ້ອຍເເກ້ໄຂດ້ວຍການຖາມຕົວເອງ 3 ຄໍາຖາມເພື່ອການຕັດສິນໃຈໃນຄັ້ງໜ້າໃຫ້ມັນດີກວ່າສະຖານະການທີຜ່ານມາ.
• ຖ້າໝູ່ຂ້ອຍຢູ່ໃນສະຖານະການເເບບດຽວກັນກັບຂ້ອຍ, ຂ້ອຍຈະເເນະນໍາລາວເເນວໃດ ?
=ຂ້ອຍຈະເເນະນໍາວ່າຄວນລໍຖ້າ ເເລະ ໃຈເຢັນ ທຸກຢ່າງມີທາງອອກ
• ມັນຈະມີຫຍັງເກີດຂຶ້ນພາຍໃນທິດໜ້າ ເດືອນໜ້າ ເເລະ ປີໜ້າ ?
= ມັນຈະຄ່ອຍໆໄດ້ເງິນຄືນມາເທື່ອລະໜ້ອຍເເນ່ນອນເພາະຂ້ອຍເຊື່ອວ່າມີຄົນຮູ້ຈັກສາມາດຊ່ວຍໄດ້.
• ຖ້າຂ້ອຍມີຄວາມໝັ້ນໃຈຫຼາຍກວ່ານີ້ຂ້ອຍຈະເຮັດເເນວໃດ ?
=ຂ້ອຍຈະຊອກຫາຄົນຊ່ວຍທາງດ້ານນໍາໜີ້ຜູ້ທີມີປະສົບການຜ່ານມາ
ສິ່ງທີປ່ຽນແປງຫຼັງຈາກຂ້ອຍຖາມຕົວເອງຄືຂ້ອຍສາມາດຄວບຄຸມອາລົມໄດ້:
#1 ສະຖານະການ: ລາວຍັງບໍ່ຈ່າຍ ເເຕ່ມັນບໍ່ແມ່ນສິ່ງທີຊົ່ວທີສຸດຂອງຊີວິດ, ຂ້ອຍຄິດວ່າຄວນລໍຖ້າ ແລະ ບໍ່ມີຫຍັງເດືອດຮ້ອນຖ້າເສຍເວລາອີກ 1-2ເດືອນ.
#2 ອາລົມ : ຮູ້ສຶກໃຈເຢັນ ແລະ ທຸ່ນທ່ຽງ.
#3 ການຕັດສິນໃຈ : ຊອກຫາຄົນຮູ້ຈັກໂອລົມເຈລະຈາໃຫ້ຊ່ວຍ ສຸດທ້າຍກະໄດ້ເງິນຄືນໃຊ້ໃນ 2 ເດືອນ.
ເຈົ້າລອງຄິດເຖິງສະຖານະການໃດໜຶ່ງທີຢາກໃຫ້ການຕັດສິນໃຈດີກວ່າເກົ່າ ດ້ວຍວິການແຍກແຍະ: ສະຖານະການ, ອາລົມ, ການຕັດສິນໃຈ ດ້ວຍຖາມຕົວເອງກັບຄໍາຖາມຂ້າງເທິງແລ້ວຈະມີການຕັດສິນໃຈໃດທີເເຕກຕ່າງໃນຄັ້ງໜ້າ ?
ເມື່ອເຈົ້າເບິ່ງສະຖານະການຈາກຫຼາຍໆມຸມມອງ ເພາະວ່າທຸກຄົນມີປະສົບການທີເເຕກຕ່າງກັນທີຈະມາເເບ່ງປັນກັນ, ເຈົ້າຈະໄດ້ຮັບປາຍທາງທີຊັດເຈນ, ຄວບຄຸມຕົວເອງ, ຮັບຮູ້ຫຼາຍສິ່ງອ້ອມຂ້າງ ແລະສາມາດທົບທວນຕົວເອງດ້ານວຽກງານເຊັ່ນດຽວກັນກັບດ້ານຊີວິດສ່ວນຕົວ.