Pathana School

Pathana School Lao System Kindergarten and Preschool, Elementary 1 to 5 and Lower Secondary 1 to 4. Our Aim is to provide the students with the many fruitful experiences

ໂຮງຮຽນປາດຖະຫນາ ໄດ້ນຳພານ້ອງໆນັກຮຽນຊັ້ນ ມ.7 ໄປຢ້ຽມຢາມ ມະຫາວິທະຍາໄລກຸງເທບ ເນື່ອງໃນງານ Bangkok University Open House 2026, ພ...
19/09/2026

ໂຮງຮຽນປາດຖະຫນາ ໄດ້ນຳພານ້ອງໆນັກຮຽນຊັ້ນ ມ.7 ໄປຢ້ຽມຢາມ ມະຫາວິທະຍາໄລກຸງເທບ ເນື່ອງໃນງານ Bangkok University Open House 2026, ພ້ອມທັງໄປທັດສະນະ ແລະ ທ່ຽວຊົມສະຖານທີ່ສຳຄັນຕ່າງໆໃນຕົວເມືອງກຸງເທບ ເປັນເວລາ 5 ມື້ 4 ຄືນ ເພື່ອເປີດກວ້າງແນວຄິດ ແລະ ເພີ່ມພູນປະສົບການ, ການຮຽນຮູ້ນອກຫ້ອງຮຽນໃຫ້ແກ່ນ້ອງນັກຮຽນ.

--------------------------------
✅ໂຮງຮຽນ ປາດຖະຫນາ ໂຮງຮຽນ ຕົວແບບຄຸນນະພາບ ນະຄອນຫຼວງວຽງຈັນ
📍ຕັ້ງຢູ່ບ້ານ ວັງຊາຍ
ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ
🚩ສອບຖາມຂໍ້ມູນເພີ່ມຕື່ມໄດ້ທີ່:
☎️ 021 461837
📲020 97511179, 020 55212757

ພາບບັນຍາກາດ ຂອງການແຂ່ງຂັນກິລາສີ ຊັ້ນອະນຸບານ 2 ປະເພດກິລາ "ໂຍນໂບລິ້ງ" ໃນວັນທີ 18 ກັນຍາ 2026 ເຊິ່ງຜົນການແຂ່ງຂັນມີດັ່ງນີ້: #...
18/09/2026

ພາບບັນຍາກາດ ຂອງການແຂ່ງຂັນກິລາສີ ຊັ້ນອະນຸບານ 2 ປະເພດກິລາ "ໂຍນໂບລິ້ງ" ໃນວັນທີ 18 ກັນຍາ 2026 ເຊິ່ງຜົນການແຂ່ງຂັນມີດັ່ງນີ້:
#ທີມຍິງ
ທີ 1 ສີເຫຼືອງ 💛
ທີ 2 ສີຟ້າ 💙
ທີ 3 ສີຂຽວ 💚
ທີ 4 ສີເເດງ ❤️
#ທີມຊາຍ
ທີ1 ສີເເດງ ❤️
ທີ2 ສີເຫຼືອງ 💛
ທີ3 ສີຂຽວ 💚
ທີ4 ສີຟ້າ 💙

ເພື່ອເປັນການສົ່ງເສີມທັກສະດ້ານຄວາມຮູ້ ແລະ ວິໄສທັດຂອງນ້ອງໆ, ພ້ອມກັນນັ້ນຍັງສົ່ງເສີມທາງດ້ານການເຮັດວຽກຮ່ວມກັນ-ຄວາມສາມັກຄີຂອງນ້ອງໆນັກຮຽນ ເຊິ່ງບັນຍາກາດໃນການແຂ່ງຂັນໃນຄັ້ງນີ້ເຕັມໄປດ້ວຍຄວາມເບີກບານ-ມ່ວນຊື່ນ ຊົມເຊີຍນ້ອງໆທຸກຄົນ👏🏻🥰❤️

--------------------------------
✅ໂຮງຮຽນ ປາດຖະຫນາ ໂຮງຮຽນ ຕົວແບບຄຸນນະພາບ ນະຄອນຫຼວງວຽງຈັນ
📍ຕັ້ງຢູ່ບ້ານ ວັງຊາຍ
ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ
🚩ສອບຖາມຂໍ້ມູນເພີ່ມຕື່ມໄດ້ທີ່:
☎️ 021 461837
📲020 97511179, 020 55212757

🌏✈️ການສະແດງຄວາມຮູ້ ແລະ ຄວາມສາມາດໃນເວທີສາກົນ.ນ້ອງນັກຮຽນຈຳນວນ 4 ນ້ອງ ແລະ ຄູ ຈຳນວນ 1 ຄົນ ຈາກໂຮງຮຽນປາດຖະໜາ ໄດ້ຖືກຮັບເລືອກໃຫ້...
16/09/2026

🌏✈️ການສະແດງຄວາມຮູ້ ແລະ ຄວາມສາມາດໃນເວທີສາກົນ.

ນ້ອງນັກຮຽນຈຳນວນ 4 ນ້ອງ ແລະ ຄູ ຈຳນວນ 1 ຄົນ ຈາກໂຮງຮຽນປາດຖະໜາ ໄດ້ຖືກຮັບເລືອກໃຫ້ເປັນຕົວແທນຊາວໜຸ່ມລາວ ເພື່ອໄປຮ່ວມຄ້າຍໄວໜຸ່ມ ອາຊຽນ-ເກົາຫຼີ I-ASEAN Global Youth Camp 2026 ທີ່ເມືອງ ອິນຊອນ ປະເທດເກົາຫຼີໄຕ້ 🇰🇷.

📝ໃນຄ້າຍດັ່ງກ່າວ ນ້ອງນັກຮຽນໄດ້ມີການແລກປ່ຽນຄວາມຄິດ ແລະນຳສະເໜີບົດງານ ພາຍໄຕ້ຫົວຂໍ້ “A Sustainable Future of Peace and Coexistence Shaped by Asian Youth” ເພື່ອໃຫ້ນັກຮຽນໄດ້ມີສ່ວນຮ່ວມໃນການຫາທາງອອກຮ່ວມກັນກ່ຽວກັບສັນຕິພາບ ແລະ ການຢູ່ຮ່ວມກັນແບບຍືນຍົງ.

🕺💃ພ້ອມກັນນັ້ນ ນ້ອງນັກຮຽນທັງ 4 ຄົນ ຍັງໄດ້ນຳສະເໜີກ່ຽວກັບວັດທະນະທຳລາວ ແລະ ເຮັດການສະແດງບົດຟ້ອນ ໃຫ້ແກ່ບັນດາທ່ານເອກອັກຄະລັດຖະທູດ ໄດ້ຮັບຊົມອີກດ້ວຍ.

------------------------------------------------
✅ໂຮງຮຽນ ປາດຖະຫນາ ໂຮງຮຽນ ຕົວແບບຄຸນນະພາບ ນະຄອນຫຼວງວຽງຈັນ
📍ຕັ້ງຢູ່ບ້ານ ວັງຊາຍ
ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ
🚩ສອບຖາມຂໍ້ມູນເພີ່ມຕື່ມໄດ້ທີ່:
☎️ 021 461837
📲020 97511179, 020 5521275

🎨📚 ເພາະການຮຽນຮູ້… ເກີດຂຶ້ນໄດ້ຢູ່ທຸກຫົນແຫ່ງໂຮງຮຽນປາດຖະໜາ ໄດ້ເຂົ້າຮ່ວມສຳມະນາ ໃນຫົວຂໍ້ “ການສຶກສານອກຫ້ອງຮຽນ: ສິລະປະ, ວັດທະນະ...
15/09/2026

🎨📚 ເພາະການຮຽນຮູ້… ເກີດຂຶ້ນໄດ້ຢູ່ທຸກຫົນແຫ່ງ

ໂຮງຮຽນປາດຖະໜາ ໄດ້ເຂົ້າຮ່ວມສຳມະນາ ໃນຫົວຂໍ້ “ການສຶກສານອກຫ້ອງຮຽນ: ສິລະປະ, ວັດທະນະທຳ ແລະ ການຮຽນຮູ້ຢ່າງສ້າງສັນ” ເຊິ່ງຈັດຂຶ້ນໂດຍ The XYZ Art Center ເພື່ອປຶກສາຫາລືກັນໃນການເສີມຂະຫຍາຍວຽກງານການສຶກສານອກຫ້ອງຮຽນ ແນໃສ່ໃຫ້ເດັກໄດ້ “ຮຽນຮູ້” ຜ່ານການ “ເຫັນ–ສຳຜັດ–ຄິດ–ສ້າງສັນ” ດ້ວຍຕົນເອງ 🌱✨

ໂດຍມີຜູ້ບໍລິຫານ ແລະ ຄູຈາກ 15 ໂຮງຮຽນພາກເອກະຊົນ ແລະ 1 ສະມາຄົມ ເຂົ້າຮ່ວມແລກປ່ຽນແນວຄິດ ແລະ ປະສົບການຮ່ວມກັນ.

🌱 ຜ່ານການສຳມະນາແລກປ່ຽນໃນຄັ້ງນີ້ ໂຮງຮຽນຂອງພວກເຮົາຈະໄດ້ຮ່ວມມືກັບອົງກອນຕ່າງໆ ເປີດພື້ນທີ່ການຮຽນຮູ້ໃຫ້ກວ້າງກວ່າຫ້ອງຮຽນ ເພື່ອໃຫ້ທຸກປະສົບການຂອງນ້ອງນັກຮຽນ ກາຍເປັນບົດຮຽນ ແລະ ທຸກບົດຮຽນ ກາຍເປັນແຮງບັນດານໃຈສຳລັບອະນາຄົດ. ✨

-------------------------------
✅ໂຮງຮຽນ ປາດຖະຫນາ ໂຮງຮຽນ ຕົວແບບຄຸນນະພາບ ນະຄອນຫຼວງວຽງຈັນ
📍ຕັ້ງຢູ່ບ້ານ ວັງຊາຍ
ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ
🚩ສອບຖາມຂໍ້ມູນເພີ່ມຕື່ມໄດ້ທີ່:
☎️ 021 461837
📲020 97511179, 020 5521275

ພາບບັນຍາກາດຂອງນ້ອງໆຊັ້ນອະນຸບານໂຮງຮຽນປາດຖະໜາໃນ ສອງອາທິດທີ່ຜ່ານມາໄດ້ມີການຮຽນວິຊາດົນຕີປະເພດຄີບອດ ເພື່ອສົ່ງເສີມທັກສະການພັດທະ...
14/09/2026

ພາບບັນຍາກາດຂອງນ້ອງໆຊັ້ນອະນຸບານໂຮງຮຽນປາດຖະໜາໃນ ສອງອາທິດທີ່ຜ່ານມາໄດ້ມີການຮຽນວິຊາດົນຕີປະເພດຄີບອດ ເພື່ອສົ່ງເສີມທັກສະການພັດທະນາຂອງເດັກນ້ອຍຢ່າງຮອບດ້ານ. ໂດຍໃນວິຊານີ້ນ້ອງໆໄດ້ຝຶກທັກສະການຟັງແລະພັດທະນາການປະສານງານພ້ອມທັງຝຶກສະມາທິ ຄວາມອົດທົນ ແລະ ຄວາມກ້າສະແດງອອກ. ຜ່ານບັນຍາກາດການຮຽນຮູ້ທີ່ມ່ວນຊື່ນ ແລະ ເໝາະສົມກັບໄວ.

-------------------------------
✅ໂຮງຮຽນ ປາດຖະຫນາ ໂຮງຮຽນ ຕົວແບບຄຸນນະພາບ ນະຄອນຫຼວງວຽງຈັນ
📍ຕັ້ງຢູ່ບ້ານ ວັງຊາຍ
ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ
🚩ສອບຖາມຂໍ້ມູນເພີ່ມຕື່ມໄດ້ທີ່:
☎️ 021 461837
📲020 97511179, 020 5521275

🎉👏ຂໍສະແດງຄວາມຍິນດີ ແລະ ຊົມເຊີຍ ນາງ ປາຢົງ ທ່າວເຈີດຈິງ ນັກຮຽນ ຊັ້ນ ມ7 ຂອງໂຮງຮຽນ ມສ ປາດຖະໜາ ທີ່ໄດ້ຮັບລາງວັນຊະນະເລີດ ອັນດັບ ...
14/09/2026

🎉👏ຂໍສະແດງຄວາມຍິນດີ ແລະ ຊົມເຊີຍ ນາງ ປາຢົງ ທ່າວເຈີດຈິງ ນັກຮຽນ ຊັ້ນ ມ7 ຂອງໂຮງຮຽນ ມສ ປາດຖະໜາ ທີ່ໄດ້ຮັບລາງວັນຊະນະເລີດ ອັນດັບ 1 ຂອງການຂຽນຂ່າວປະກອບຮູບພາບ ໃນກອງປະຊຸມວຽກງານສື່ມວນຊົນທົ່ວປະເທດ ຄັ້ງທີ I.

ຂໍຂອບໃຈຮູບພາບງາມໆຈາກເພຈ: ສື່ມວນຊົນໜຸ່ມລາວ ສຊປລ

-------------------------------
✅ໂຮງຮຽນ ປາດຖະຫນາ ໂຮງຮຽນ ຕົວແບບຄຸນນະພາບ ນະຄອນຫຼວງວຽງຈັນ
📍ຕັ້ງຢູ່ບ້ານ ວັງຊາຍ
ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ
🚩ສອບຖາມຂໍ້ມູນເພີ່ມຕື່ມໄດ້ທີ່:
☎️ 021 461837
📲020 97511179, 020 55212757

ໃນຕອນເຊົ້າ ວັນທີ 7 ກັນຍາ 2026 ໂຮງຮຽນປາດຖະໜາ ໄດ້ຕ້ອນຮັບຄະນະ ແລະ ຄູຜູ້ຊ່ວຍສອນພາສາຍີ່ປຸ່ນ ທີ່ເຂົ້າຢ້ຽມຢາມຜູ້ອຳນວຍການ ແລະ ແນ...
09/09/2026

ໃນຕອນເຊົ້າ ວັນທີ 7 ກັນຍາ 2026 ໂຮງຮຽນປາດຖະໜາ ໄດ້ຕ້ອນຮັບຄະນະ ແລະ ຄູຜູ້ຊ່ວຍສອນພາສາຍີ່ປຸ່ນ ທີ່ເຂົ້າຢ້ຽມຢາມຜູ້ອຳນວຍການ ແລະ ແນະນຳຕົວຢູ່ໂຮງຮຽນຂອງພວກເຮົາ.
ເຊິ່ງຄູຜູ້ຊ່ວຍສອນພາສາຍີ່ປຸ່ນສົກຮຽນນີ້ມີ 1 ທ່ານ ທີ່ຈະໄດ້ມາຊ່ວຍສອນຮ່ວມກັບຄູຫຼັກຢູ່ໂຮງຮຽນ ໃນສົກຮຽນ 2026 -2027 ນີ້ເປັນຕົ້ນໄປ, ນີ້ກໍເພື່ອເປັນການສົ່ງເສີມການຮຽນຮູ້ທັກສະພື້ນຖານພາສາຍີ່ປຸ່ນ ໃຫ້ກາຍເປັນພາສາທາງເລືອກທີສອງແກ່ທັງຄູ ແລະ ນັກຮຽນ, ທັງໄດ້ແລກປ່ຽນບົດຮຽນ ແລະ ວັດທະນະທຳເຊິ່ງກັນ ແລະ ກັນອີກດ້ວຍ.

-------------------------------
✅ໂຮງຮຽນ ປາດຖະຫນາ ໂຮງຮຽນ ຕົວແບບຄຸນນະພາບ ນະຄອນຫຼວງວຽງຈັນ
📍ຕັ້ງຢູ່ບ້ານ ວັງຊາຍ
ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ
🚩ສອບຖາມຂໍ້ມູນເພີ່ມຕື່ມໄດ້ທີ່:
☎️ 021 461837
📲020 97511179, 020 55212757

ພາບບັນຍາກາດຕອນເຊົ້າ ວັນເສົາ ທີ 5 ກັນຍາ 2026 ທີ່ຜ່ານມາ ຊາວໜຸ່ມໂຮງຮຽນປາດຖະໜາຂອງພວກເຮົາໄດ້ເຂົ້າຮ່ວມຂະບວນສ້າງເມືອງ ໄຊເສດຖາ ໃ...
08/09/2026

ພາບບັນຍາກາດຕອນເຊົ້າ ວັນເສົາ ທີ 5 ກັນຍາ 2026 ທີ່ຜ່ານມາ ຊາວໜຸ່ມໂຮງຮຽນປາດຖະໜາຂອງພວກເຮົາໄດ້ເຂົ້າຮ່ວມຂະບວນສ້າງເມືອງ ໄຊເສດຖາ ໃຫ້ສະອຽດ ສີຂຽວ ແລະ ກໍໄດ້ມີການອະນາໄມຕາມເສັ້ງທາງສາຍຫຼັກພາຍໃນເມືອງ ເພື່ອໃຫ້ເມືອງຂອງເຮົາສະອາດຂຽວງາມໄປຕະຫລອດ👏👏

-------------------------------
✅ໂຮງຮຽນ ປາດຖະຫນາ ໂຮງຮຽນ ຕົວແບບຄຸນນະພາບ ນະຄອນຫຼວງວຽງຈັນ
📍ຕັ້ງຢູ່ບ້ານ ວັງຊາຍ
ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ
🚩ສອບຖາມຂໍ້ມູນເພີ່ມຕື່ມໄດ້ທີ່:
☎️ 021 461837
📲020 97511179, 020 55212757

ພາບບັນຍາກາດຂອງນ້ອງໆນັກຮຽນຊັ້ນອະນຸບານທີ່ທາງ ໂຮງຮຽນ ປາດຖະໜາ ໄດ້ມີການປັບປຸງ ແລະ ເສີມສ້າງເຄື່ອງຫຼິ້ນໃໝ່ໃຫ້ມີຄວາມປອດໄພ ແລະ ເໝ...
04/09/2026

ພາບບັນຍາກາດຂອງນ້ອງໆນັກຮຽນຊັ້ນອະນຸບານທີ່ທາງ ໂຮງຮຽນ ປາດຖະໜາ ໄດ້ມີການປັບປຸງ ແລະ ເສີມສ້າງເຄື່ອງຫຼິ້ນໃໝ່ໃຫ້ມີຄວາມປອດໄພ ແລະ ເໝາະສົມກັບພັດທະນາການຂອງເດັກ ເພື່ອຫຼຸດຜ່ອນຄວາມສ່ຽງຈາກອຸບັດຕິເຫດ, ສ້າງຄວາມເຊື່ອໝັ້ນໃຫ້ຜູ້ປົກຄອງ ແລະ ຮັບປະກັນສະພາບແວດລ້ອມການຮຽນຮູ້ທີ່ດີສູງສຸດ.

ພ້ອມດຽວກັນນັ້ນກໍເພື່ອໃຫ້ນ້ອງນ້ອຍນັກຮຽນໄດ້ອອກມາເຄື່ອນໄຫວ ແລະ ຜ່ອນຄາຍກ່ອນເຂົ້າຮຽນໃນຄັ້ງຕໍ່ໄປ, ຊ່ວຍເພີ່ມສະມາທິ ແລະ ສ້າງຄວາມພ້ອມໃຫ້ກັບນ້ອງນ້ອຍນັກຮຽນ ໃນການກັບຂຶ້ນໄປສືບຕໍ່ການຮຽນ-ການສອນໃນຫ້ອງຮຽນຢ່າງມີປະສິດທິພາບອີກດ້ວຍ.

-------------------------------
✅ໂຮງຮຽນ ປາດຖະຫນາ ໂຮງຮຽນ ຕົວແບບຄຸນນະພາບ ນະຄອນຫຼວງວຽງຈັນ
📍ຕັ້ງຢູ່ບ້ານ ວັງຊາຍ
ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ
🚩ສອບຖາມຂໍ້ມູນເພີ່ມຕື່ມໄດ້ທີ່:
☎️ 021 461837
📲020 97511179, 020 55212757

ພາບບັນຍາກາດການເປີດສົກຮຽນໃໝ່ ໃນວັນທີ 01/09/2026 ໂຮງຮຽນປາດຖະໜາຂອງພວກເຮົາໄດ້ເປີດການຮຽນ-ການສອນ ສົກຮຽນ 2026-27 ຢ່າງເປັນທາງການ...
01/09/2026

ພາບບັນຍາກາດການເປີດສົກຮຽນໃໝ່ ໃນວັນທີ 01/09/2026 ໂຮງຮຽນປາດຖະໜາຂອງພວກເຮົາໄດ້ເປີດການຮຽນ-ການສອນ ສົກຮຽນ 2026-27 ຢ່າງເປັນທາງການ ເຊິ່ງເຕັມໄປດ້ວຍຄວາມເບີກບານ ມ່ວນຊື່ນ ແລະ ຄຶກຄື້ນ ຂອງນ້ອງນັກຮຽນ ແລະ ຄູອາຈານ. 🥰🥰🥰
--------------------------------
✅ໂຮງຮຽນ ປາດຖະຫນາ ໂຮງຮຽນ ຕົວແບບຄຸນນະພາບ ນະຄອນຫຼວງວຽງຈັນ
📍ຕັ້ງຢູ່ບ້ານ ວັງຊາຍ
ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ
🚩ສອບຖາມຂໍ້ມູນເພີ່ມຕື່ມໄດ້ທີ່:
☎️ 021 461837
📲020 97511179, 020 55212757

Address

Vientiane
01000

Opening Hours

Monday 09:00 - 17:00
Tuesday 07:30 - 17:00
Wednesday 07:30 - 17:00
Thursday 07:30 - 17:00
Friday 07:30 - 17:00

Telephone

+85621461837

Alerts

Be the first to know and let us send you an email when Pathana School posts news and promotions. Your email address will not be used for any other purpose, and you can unsubscribe at any time.

Shortcuts

Share

Category