08/06/2026
Our Inclusion Toy and Book Sale was a wonderful success!
As part of Inclusion Week, our Primary pupils donated pre-loved toys and books, giving cherished items a new home while supporting a meaningful cause. Through this initiative, pupils demonstrated kindness, responsibility, and an understanding of sustainable choices by encouraging reuse and reducing waste.
The funds raised will help enhance inclusive play opportunities within our school, creating spaces where every child feels valued, supported, and able to thrive.
We are incredibly proud of the compassion, enthusiasm, and community spirit shown by our pupils. Together, they have made a positive difference while helping to build a more inclusive school community where every child grows.
ງານຂາຍຂອງຫຼິ້ນ ແລະ ປຶ້ມມືສອງ ພາຍໃນໂຮງຮຽນຂອງພວກເຮົາ ປະສົບຜົນສໍາເລັດຢ່າງດີ!
ໃນກິດຈະກຳອາທິດ Inclusion Week ນີ້, ນັກຮຽນຊັ້ນປະຖົມໄດ້ຮ່ວມກັນບໍລິຈາກຂອງຫຼິ້ນ ແລະ ປຶ້ມທີ່ໃຊ້ແລ້ວ ເພື່ອໃຫ້ຂອງທີ່ມີຄວາມຊົງຈຳດີໆເຫຼົ່ານັ້ນໄດ້ໄປມີເຈົ້າຂອງໃໝ່ ພ້ອມທັງສະໜັບສະໜູນກິດຈະກຳທີ່ມີຄວາມໝາຍ. ຜ່ານກິດຈະກຳນີ້ ນັກຮຽນໄດ້ສະແດງອອກເຖິງຄວາມເມດຕາ, ຄວາມຮັບຜິດຊອບ ແລະ ຄວາມເຂົ້າໃຈໃນການເລືອກທີ່ຍືນຍົງ ໂດຍການສົ່ງເສີມການນຳກັບມາໃຊ້ໃໝ່ ແລະ ຫຼຸດຜ່ອນຂີ້ເຫຍື້ອ.
ເງິນທີ່ລະດົມໄດ້ຈະນຳໄປພັດທະນາພື້ນທີ່ການຫຼິ້ນສຳລັບທຸກຄົນພາຍໃນໂຮງຮຽນ ເພື່ອສ້າງພື້ນທີ່ທີ່ເດັກນັກຮຽນທຸກຄົນຮູ້ສຶກມີຄຸນຄ່າ, ໄດ້ຮັບການສະໜັບສະໜູນ ແລະ ສາມາດເຕີບໂຕໄດ້ຢ່າງເຕັມທີ່.
ພວກເຮົາຮູ້ສຶກພາກພູມໃຈຢ່າງຍິ່ງຕໍ່ຄວາມເມດຕາ, ຄວາມຕັ້ງໃຈ ແລະ ຈິດໃຈຂອງຊຸມຊົນທີ່ນັກຮຽນທຸກຄົນໄດ້ສະແດງອອກ. ຮ່ວມກັນ ພວກເຂົາໄດ້ສ້າງຜົນກະທົບທາງບວກ ແລະ ຊ່ວຍສ້າງຊຸມຊົນໂຮງຮຽນສຳລັບການມີສ່ວນຮ່ວມຫຼາຍຂຶ້ນ.
08/06/2026
Admissions Open 2026–2027
We warmly invite you to discover Heathfield International School Vientiane.
During your visit, you will have the opportunity to:
*Meet our dedicated teachers
*Explore our inspiring learning spaces
*Learn about the Oxford International Curriculum pathway
*Discover how we nurture confidence, independence, and academic ambition
A private school tour is available by appointment.
We look forward to welcoming you and your family.
📞Book your visit today: +856 20 58 369 088
ເປີດຮັບນັກຮຽນ 2026–2027
ພວກເຮົາຂໍເຊີນຊວນທ່ານມາຄົ້ນພົບປະສົບການການຮຽນຮູ້ທີ່ໂຮງຮຽນນານາຊາດຮິດຟີວ
ໃນລະຫວ່າງການເຂົ້າຢ້ຽມຊົມ ທ່ານຈະໄດ້:
*ພົບປະກັບຄູອາຈານຂອງເຮົາ
*ເຂົ້າຊົມສະຖານທີ່ການຮຽນຮູ້
*ທຳຄວາມຮູ້ຈັກກັບຫຼັກສູດ Oxford International Curriculum
*ທຳຄວາມເຂົ້າໃຈວິທີທີ່ພວກເຮົາຊ່ວຍພັດທະນາຄວາມໝັ້ນໃຈ, ຄວາມເປັນອິດສະຫຼະ ແລະ ຄວາມມຸ່ງຫມັ້ນທາງວິຊາການ
ເປັນການເຂົ້າຊົມໂຮງຮຽນແບບສ່ວນຕົວ ໂດຍການນັດຫມາຍລ່ວງໜ້າ.
ພວກເຮົາຍິນດີຕ້ອນຮັບທ່ານ ແລະ ຄອບຄົວຂອງທ່ານ.
📞ຈອງການເຂົ້າຢ້ຽມຊົມ: +856 20 58 369 088
05/06/2026
Our F2A and F2B pupils enjoyed an exciting and highly engaging visit from VF Learning Center, where they explored the world of LEGO robotics through a series of hands-on, enquiry-based activities.
Working collaboratively in teams, the children first built LEGO models in the shape of pigs before taking part in a fun and purposeful robot clean-up challenge. Using remote-controlled forklift robots, they carefully transported objects into a collection box, developing precision and coordination through play.
Throughout the session, pupils strengthened their teamwork, communication, problem-solving, and fine motor skills. They also demonstrated curiosity, creativity, and confidence as they explored, tested ideas, and learned through trial and error.
The activity created a lively and joyful learning environment, with pupils fully engaged as they observed the robots in action and responded with excitement and wonder.
We extend our sincere thanks to VF Learning Center for inspiring our young learners through an engaging introduction to robotics, technology, and innovation. 🌟🤖
F2A & F2B LEGO Robotics Adventure 🤖✨
ນັກຮຽນ F2A ແລະ F2B ຂອງພວກເຮົາໄດ້ຮັບປະສົບການການຮຽນຮູ້ທີ່ໜ້າຕື່ນເຕັ້ນ ແລະ ມີສ່ວນຮ່ວມຢ່າງເຕັມທີ່ ຈາກການຢ້ຽມຢາມຂອງ VF Learning Center ໂດຍໄດ້ສຳຫຼວດໂລກຂອງ LEGO Robotics ຜ່ານກິດຈະກຳແບບລົງມືປະຕິບັດຈິງ ແລະ ສົ່ງເສີມການຄົ້ນຄວ້າຮຽນຮູ້ດ້ວຍຕົນເອງ.
ນັກຮຽນໄດ້ເຮັດວຽກຮ່ວມກັນເປັນທີມ ໂດຍເລີ່ມຈາກການສ້າງແບບຈຳລອງໝູຈາກ LEGO ກ່ອນຈະເຂົ້າຮ່ວມພາລະກິດຫຸ່ນຍົນທຳຄວາມສະອາດທີ່ທັງມ່ວນ ແລະ ມີຈຸດປະສົງ. ໂດຍໃຊ້ຫຸ່ນຍົນລົດຍົກທີ່ບັງຄັບດ້ວຍຣີໂມດ ນັກຮຽນໄດ້ຄ່ອຍໆເຄື່ອນຍ້າຍວັດຖຸເຂົ້າໄປໃນກ່ອງເກັບຮວບຮວມ ພ້ອມພັດທະນາຄວາມແມ່ນຍຳ ແລະ ການປະສານງານຜ່ານການຫຼິ້ນ.
ຕະຫຼອດກິດຈະກຳ ນັກຮຽນໄດ້ພັດທະນາທັກສະການເຮັດວຽກເປັນທີມ, ການສື່ສານ, ການແກ້ໄຂບັນຫາ ແລະ ການໃຊ້ກ້າມເນື້ອມັດນ້ອຍ. ພ້ອມກັນນັ້ນ ເດັກນ້ອຍຍັງໄດ້ສະແດງຄວາມຢາກຮູ້ຢາກເຫັນ, ຄວາມຄິດສ້າງສັນ ແລະ ຄວາມໝັ້ນໃຈ ຜ່ານການສຳຫຼວດ, ທົດລອງແນວຄິດ ແລະ ຮຽນຮູ້ຈາກການລອງຜິດລອງຖືກ.
ກິດຈະກຳໃນຄັ້ງນີ້ໄດ້ສ້າງບັນຍາກາດການຮຽນຮູ້ທີ່ມີຊີວິດຊີວາ ແລະ ເຕັມໄປດ້ວຍຄວາມສຸກ ໂດຍນັກຮຽນທຸກຄົນມີສ່ວນຮ່ວມຢ່າງກະຕືລືລົ້ນ ໃນຂະນະທີ່ໄດ້ເຫັນຫຸ່ນຍົນເຄື່ອນໄຫວ ແລະ ຕອບສະໜອງດ້ວຍຄວາມຕື່ນເຕັ້ນ ແລະ ຄວາມປະທັບໃຈ.
ພວກເຮົາຂໍຂອບໃຈ VF Learning Center ຢ່າງຈິງໃຈ ທີ່ໄດ້ສ້າງແຮງບັນດານໃຈໃຫ້ແກ່ນັກຮຽນຮຸ່ນນ້ອຍຂອງພວກເຮົາ ຜ່ານການແນະນຳໂລກຂອງຫຸ່ນຍົນ, ເທັກໂນໂລຢີ ແລະ ນະວັດຕະກຳທີ່ມ່ວນ ແລະ ມີຄວາມໝາຍ. 🌟🤖
01/06/2026
🎉 International Children’s Day at HISV 🎉
To celebrate International Children’s Day, pupils across the school enjoyed a variety of exciting and engaging activities specially organised for their year groups.
Our Early Years pupils took part in fun water play activities and a creative art session, where they used their fingertips dipped in paint to create colourful leaves on a beautiful tree artwork. The activity encouraged creativity, exploration, and self-expression through hands-on learning experiences.
Meanwhile, pupils from Upper Year 7 to Year 9 participated in a Mathematics Escape Room challenge. Working collaboratively in teams, pupils solved a series of mathematical puzzles and clues to unlock a special box of treats. The activity promoted teamwork, critical thinking, and problem-solving skills in a fun and interactive way.
Many classes also enjoyed movie time and snack parties, giving pupils the opportunity to relax, celebrate, and create joyful memories together with their classmates.
It was a wonderful day filled with creativity, collaboration, laughter, and celebration as we recognised International Children’s Day across our HISV community. ✨
ວັນເດັກນ້ອຍສາກົນທີ່ HISV 🎉
ເພື່ອສະຫຼອງວັນເດັກນ້ອຍສາກົນ ນັກຮຽນໃນແຕ່ລະລະດັບຊັ້ນໄດ້ເຂົ້າຮ່ວມຫຼາຍກິດຈະກຳທີ່ໜ້າສົນໃຈ ແລະ ສ້າງສັນ ເຊິ່ງຈັດຂຶ້ນເປັນພິເສດສຳລັບນັກຮຽນໃນແຕ່ລະຊ່ວງອາຍຸ.
ນັກຮຽນລະດັບ Early Years ໄດ້ຮ່ວມກິດຈະກຳຫຼິ້ນນ້ຳ ແລະ ກິດຈະກຳສິລະປະສ້າງສັນ ໂດຍໃຊ້ປາຍນິ້ວມືຈຸ່ມສີເພື່ອແຕ້ມໃບໄມ້ສີສັນໃສ່ຮູບພາບຕົ້ນໄມ້. ກິດຈະກຳນີ້ຊ່ວຍສົ່ງເສີມຄວາມຄິດສ້າງສັນ ການສຳຫຼວດ ແລະ ການສະແດງອອກຜ່ານການຮຽນຮູ້ແບບລົງມືປະຕິບັດ.
ໃນຂະນະດຽວກັນ ນັກຮຽນຕັ້ງແຕ່ Year 7 ຫາ Year 9 ໄດ້ເຂົ້າຮ່ວມກິດຈະກຳ Mathematics Escape Room ໂດຍຮ່ວມມືກັນເປັນທີມເພື່ອແກ້ໂຈດ ແລະ ຄຳໃບ້ທາງຄະນິດສາດ ນຳໄປສູ່ການເປີດກ່ອງຂອງຫວານພິເສດ. ກິດຈະກຳນີ້ຊ່ວຍພັດທະນາການເຮັດວຽກເປັນທີມ ການຄິດວິເຄາະ ແລະ ທັກສະການແກ້ໄຂບັນຫາໃນບັນຍາກາດທີ່ມ່ວນ ແລະ ມີສ່ວນຮ່ວມ.
ນອກຈາກນັ້ນ ຫຼາຍຫ້ອງຮຽນຍັງໄດ້ຮ່ວມກິດຈະກຳຊົມຮູບເງົາ ແລະ ງານລ້ຽງຂອງວ່າງ ເພື່ອໃຫ້ນັກຮຽນໄດ້ຜ່ອນຄາຍ ສະຫຼອງ ແລະ ສ້າງຄວາມຊົງຈຳທີ່ດີຮ່ວມກັນກັບເພື່ອນໃນຫ້ອງຮຽນ.
ເປັນອີກໜຶ່ງພິເສດທີ່ເຕັມໄປດ້ວຍຄວາມຄິດສ້າງສັນ ການຮ່ວມມື ແລະ ການສະຫຼອງ ໃນໂອກາດວັນເດັກນ້ອຍສາກົນຂອງຊຸມຊົນ HISV. ✨
01/06/2026
🎉 Happy Children’s Day 🎉
Dream big, little heroes. Where young minds grow with confidence and curiosity.
We celebrate the joy of childhood and the power of learning through exploration, creativity, and imagination. Every child is encouraged to discover their strengths and shine in their own unique way.
Here’s to nurturing confident, curious learners today and for the future ahead.
🎉 ສຸກສັນວັນເດັກນ້ອຍ 🎉
ຝັນໃຫ້ໄກ ຮີໂຣນ້ອຍຂອງພວກເຮົາ. ສະຖານທີ່ທີ່ເດັກນ້ອຍເຕີບໂຕດ້ວຍຄວາມໝັ້ນໃຈ ແລະ ຄວາມໃຝ່ຮູ້.
ພວກເຮົາຮ່ວມສະຫຼອງຄວາມສຸກແຫ່ງໄວເດັກ ແລະ ພະລັງຂອງການຮຽນຮູ້ຜ່ານການສຳຫຼວດ ຄວາມຄິດສ້າງສັນ ແລະ ຈິນຕະນາການ. ເດັກນ້ອຍແຕ່ລະຄົນໄດ້ຮັບການສົ່ງເສີມໃຫ້ຄົ້ນພົບຈຸດແຂງຂອງຕົນເອງ ແລະ ສ່ອງປະກາຍໃນແບບທີ່ເປັນເອກະລັກ.
ຂໍໃຫ້ເດັກນ້ອຍທຸກຄົນເຕີບໃຫ່ຍເປັນຜູ້ຮຽນຮູ້ທີ່ມີຄວາມໝັ້ນໃຈ ມີຄວາມໃຝ່ຮູ້ ແລະ ພ້ອມສຳລັບອະນາຄົດທີ່ສົດໃສ.
29/05/2026
🌟 Pupils of the Month – March & April | Years 7–9 🌟
We are pleased to celebrate our Pupils of the Month for March and April from Years 7–9.
These pupils have shown excellent effort, responsibility, resilience, and a positive attitude towards learning and school life. Through their dedication in the classroom, kindness towards others, and willingness to challenge themselves, they have set a wonderful example within our school community.
We are proud to recognise their achievements and look forward to seeing them continue to grow in confidence, character, and learning.
Congratulations to all our well-deserved recipients! 👏📚✨
🌟 ນັກຮຽນດີເດັ່ນປະຈຳເດືອນ – ເດືອນມີນາ & ເມສາ | ຊັ້ນ Year 7–9 🌟
ພວກເຮົາມີຄວາມຍິນດີເປັນຢ່າງຍິ່ງ ໃນການຮ່ວມສະແດງຄວາມຊື່ນຊົມແກ່ນັກຮຽນດີເດັ່ນປະຈຳເດືອນ ສຳລັບເດືອນມີນາ ແລະ ເມສາ ຈາກຊັ້ນ Year 7–9
ນັກຮຽນເຫຼົ່ານີ້ໄດ້ສະແດງໃຫ້ເຫັນເຖິງຄວາມພະຍາຍາມ, ຄວາມຮັບຜິດຊອບ, ຄວາມອົດທົນ ແລະ ທັດສະນະຄະຕິທີ່ດີຕໍ່ການຮຽນ ແລະ ຊີວິດໃນໂຮງຮຽນ ຜ່ານຄວາມຕັ້ງໃຈໃນຫ້ອງຮຽນ, ຄວາມເມດຕາຕໍ່ຜູ້ອື່ນ ແລະ ຄວາມກ້າທີ່ຈະທ້າທາຍຕົນເອງ ພວກເຂົາໄດ້ເປັນແບບຢ່າງທີ່ດີໃນຊຸມຊົນໂຮງຮຽນຂອງພວກເຮົາ
ພວກເຮົາພູມໃຈທີ່ໄດ້ຍົກຍ້ອງຄວາມສຳເລັດຂອງພວກເຂົາ ແລະ ຫວັງເຫັນພວກເຂົາເຕີບໃຫ່ຍຕໍ່ໄປ ທັງໃນດ້ານຄວາມໝັ້ນໃຈ, ຄຸນລັກສະນະ ແລະ ການຮຽນຮູ້
ຂໍສະແດງຄວາມຍິນດີແກ່ນັກຮຽນທຸກຄົນທີ່ໄດ້ຮັບລາງວັນອັນຄູ່ຄວນນີ້! 👏📚✨
25/05/2026
🌱🔍 Year 2B Science Investigation: Exploring Seeds & Bulbs
As part of their Science learning, Year 2B pupils explored the fascinating world of seeds and bulbs through a hands-on investigation activity. Pupils observed and compared a variety of plants, including onions, ginger, and almonds, using magnifying glasses to examine their shapes, textures, smells, and unique features more closely.
Following their investigation, pupils recorded and summarised their findings, identifying similarities and differences between each plant. Through this engaging learning experience, pupils developed important observation, comparison, and scientific enquiry skills while deepening their understanding of how plants grow and thrive in the natural world. 🌿✨
🌱🔍 ການຄົ້ນຄວ້າທາງວິທະຍາສາດຂອງ Year 2B: ສຳຫຼວດເມັດພືດ ແລະ ຫົວພືດ
ໃນການຮຽນວິຊາວິທະຍາສາດ ນັກຮຽນ Year 2B ໄດ້ສຳຫຼວດໂລກຂອງເມັດພືດ ແລະ ຫົວພືດ ຜ່ານກິດຈະກຳການຄົ້ນຄວ້າແບບລົງມືປະຕິບັດ. ນັກຮຽນໄດ້ສັງເກດ ແລະ ປຽບທຽບພືດຫຼາຍຊະນິດ ເຊັ່ນ ຫົວຜັກບົ່ວ, ຂີງ ແລະ ອາລມອນ ໂດຍໃຊ້ແວ່ນຂະຫຍາຍເພື່ອສັງເກດຮູບຮ່າງ, ພື້ນຜິວ, ກິ່ນ ແລະ ລັກສະນະພິເສດຂອງພືດແຕ່ລະຊະນິດຢ່າງໃກ້ຊິດ.
ຫຼັງຈາກການສຳຫຼວດ ນັກຮຽນໄດ້ບັນທຶກ ແລະ ສະຫຼຸບສິ່ງທີ່ຄົ້ນພົບ ພ້ອມທັງລະບຸຄວາມຄ້າຍຄື ແລະ ຄວາມແຕກຕ່າງຂອງພືດແຕ່ລະຊະນິດ. ຜ່ານກິດຈະກຳການຮຽນຮູ້ທີ່ໜ້າສົນໃຈນີ້ ນັກຮຽນໄດ້ພັດທະນາທັກສະການສັງເກດ, ການປຽບທຽບ ແລະ ການສືບຄົ້ນທາງວິທະຍາສາດ ພ້ອມທັງເຂົ້າໃຈຫຼາຍຂຶ້ນກ່ຽວກັບການເຕີບໂຕ ແລະ ການຈະເລິນເຕີບໃຫຍ່ຂອງພືດໃນທຳມະຊາດ 🌿✨
22/05/2026
🏀🇱🇦 A Proud Achievement for Dragon – Year 9A
We are incredibly proud to celebrate Dragon from Year 9A, who was part of the championship-winning youth basketball team Lao Baller at the “3x3 Shoot It Bas” U14 Basketball Tournament in Bangkok.
Competing against some of Thailand’s leading youth basketball clubs, the team demonstrated remarkable teamwork, determination, and confidence throughout the competition. After an intense series of matches, they secured the championship title and proudly represented Laos on an international stage. 🏆👏
Dragon’s achievement reflects the dedication, discipline, and perseverance developed both on and off the court. We are delighted to see him represent both Laos and our school community with such pride and sportsmanship.
Congratulations, Dragon, on this outstanding success — we look forward to seeing even more achievements in the future! 🇱🇦✨
🏀🇱🇦 ຄວາມສຳເລັດທີ່ໜ້າພາກພູມໃຈຂອງ Dragon – Year 9A
ພວກເຮົາມີຄວາມພາກພູມໃຈຢ່າງຫຼາຍ ທີ່ຈະຮ່ວມສະແດງຄວາມຍິນດີກັບ Dragon ຈາກ Year 9A ຜູ້ເປັນໜຶ່ງໃນສະມາຊິກຂອງທີມບານບ້ວງເຢົາວະຊົນ Lao Baller ທີ່ຄວ້າແຊັມໃນການແຂ່ງຂັນ “3x3 Shoot It Bas” U14 Basketball Tournament ທີ່ກຸງເທບ ປະເທດໄທ.
ໃນການແຂ່ງຂັນກັບສະໂມສອນບານບ້ວງເຍົາວະຊົນຊັ້ນນຳຂອງປະເທດໄທ ທີມໄດ້ສະແດງໃຫ້ເຫັນເຖິງການເຮັດວຽກເປັນທີມ, ຄວາມມຸ່ງໝັ້ນ ແລະ ຄວາມໝັ້ນໃຈຕະຫຼອດການແຂ່ງຂັນ. ຫຼັງຈາກການແຂ່ງຂັນທີ່ດຸເດຶອດ ພວກເຂົາສາມາດຄວ້າແຊັມມາໄດ້ສຳເລັດ ແລະ ເປັນຕົວແທນໃຫ້ແກ່ປະເທດລາວໄດ້ຢ່າງໜ້າພາກພູມໃຈ. 🏆👏
ຄວາມສຳເລັດຂອງ Dragon ສະທ້ອນໃຫ້ເຫັນເຖິງຄວາມທຸ່ມເທ, ວິໄນ ແລະ ຄວາມພາກພຽນ ທັງໃນ ແລະ ນອກສະໜາມ. ພວກເຮົາດີໃຈຫຼາຍທີ່ໄດ້ເຫັນລາວເປັນຕົວແທນໃຫ້ທັງປະເທດລາວ ແລະ ຊຸມຊົນໂຮງຮຽນຂອງພວກເຮົາ ດ້ວຍຄວາມພາກພູມໃຈ ແລະ ນ້ຳໃຈນັກກິລາ.
ຂໍສະແດງຄວາມຍິນດີກັບ Dragon ສຳລັບຄວາມສຳເລັດທີ່ໂດດເດັ່ນນີ້ — ພວກເຮົາຫວັງວ່າຈະໄດ້ເຫັນຄວາມສຳເລັດອື່ນໆອີກໃນອະນາຄົດ! 🇱🇦✨
18/05/2026
🎨 Imaginary Animals Mural Project 🐾
As part of the Oxford International Curriculum (OIC), our Year 6 pupils explored imagination, collaboration, and artistic expression through their Imaginary Animals mural project.
From brainstorming and sketching to painting and adding final details, pupils worked together to create colourful, whimsical creatures filled with unique patterns, personalities, and creative ideas.
Through this project, pupils strengthened their communication, teamwork, problem-solving, and confidence while learning to express individuality through art.
Now proudly displayed in our garden area, the completed mural brings colour, creativity, and joy to our school environment — a wonderful celebration of imagination and learning through art.
🎨 Imaginary Animals Mural Project 🐾✨
ເປັນສ່ວນໜຶ່ງຂອງການຮຽນຮູ້ຕາມຫຼັກສູດ Oxford International Curriculum (OIC), ນັກຮຽນ Year 6 ຂອງພວກເຮົາໄດ້ສຳຫຼວດຄວາມຄິດສ້າງສັນ, ການເຮັດວຽກຮ່ວມກັນ ແລະ ການສະແດງອອກທາງສິລະປະ ຜ່ານໂຄງການແຕ້ມຈິດກຳຝາໃນຫົວຂໍ້ “ສັດໃນຈິນຕະນາການ.”
ນັກຮຽນໄດ້ນຳໃຊ້ຈິນຕະນາການ ແລະ ພັດທະນາທັກສະທາງສິລະປະ ເພື່ອອອກແບບສັດທີ່ມີຄວາມໜ້າຮັກ ແລະ ແປກໃໝ່ ເຕັມໄປດ້ວຍສີສັນ, ລວດລາຍ ແລະ ຄາແຣັກເຕີທີ່ເປັນເອກະລັກ. ຕັ້ງແຕ່ການຄິດໄອເດຍ, ຮ່າງແບບ, ລົງສີ ຈົນເຖິງການເພີ່ມລາຍລະອຽດຂັ້ນສຸດທ້າຍ, ນັກຮຽນໄດ້ຮ່ວມມືກັນປ່ຽນກຳແພງທີ່ວ່າງເປົ່າໃຫ້ກາຍເປັນຜົນງານສິລະປະທີ່ເຕັມໄປດ້ວຍຈິນຕະນາການ.
ຕະຫຼອດໂຄງການ, ນັກຮຽນໄດ້ພັດທະນາທັກສະການສື່ສານ, ການເຮັດວຽກເປັນທີມ ແລະ ການແກ້ໄຂບັນຫາ ພ້ອມທັງສ້າງຄວາມໝັ້ນໃຈໃນການຖ່າຍທອດແນວຄິດຂອງຕົນເອງຜ່ານສິລະປະ. ປະສົບການນີ້ຍັງຊ່ວຍສົ່ງເສີມໃຫ້ນັກຮຽນກ້າຄິດ, ກ້າສ້າງສັນ ແລະ ຊື່ນຊົມໃນຄວາມເປັນເອກະລັກຂອງແຕ່ລະຄົນ.
ປັດຈຸບັນ ຈິດກຳຝາທີ່ສຳເລັດແລ້ວໄດ້ຕົບແຕ່ງພື້ນທີ່ສວນໃຫ້ເຕັມໄປດ້ວຍສີສັນ, ພະລັງງານ ແລະ ຄວາມຄິດສ້າງສັນ ກາຍເປັນບ່ອນທີ່ສ້າງແຮງບັນດານໃຈໃຫ້ແກ່ຊຸມຊົນໂຮງຮຽນທັງໝົດ. 🌿🎨
15/05/2026
🌍 Y9B Global Skills Project at Nongnieng Primary School ✨
As part of their Oxford International Curriculum (OIC) Global Skills learning, our Y9B pupils visited Nongnieng Primary School to lead a meaningful community project focused on language learning, communication, and cultural understanding.
Through interactive games, creative activities, and engaging English challenges, pupils encouraged younger learners to explore the value of second languages while building confidence in using English in a fun and supportive environment. 📚💬
The experience also allowed our pupils to apply key OIC Global Skills including collaboration, communication, creativity, and leadership beyond the classroom; developing empathy, confidence, and real-world learning through community engagement.
At HISV, we believe learning becomes more meaningful when pupils are empowered to connect, contribute, and inspire others. 💙
🌍 ໂຄງການ Global Skills ຂອງຫ້ອງ Y9B ທີ່ໂຮງຮຽນປະຖົມໜອງໜ່ຽງ ✨
ໃນການຮຽນຮູ້ OIC (Oxford International Curriculum) ດ້ານ Global Skills ຂອງນັກຮຽນ Y9B ພວກເຮົາໄດ້ໄປຢ້ຽມຢາມໂຮງຮຽນປະຖົມໜອງໜ່ຽງ ເພື່ອນຳສະເໜີໂຄງການຊຸມຊົນທີ່ມີຄວາມໝາຍ ໂດຍເນັ້ນໃສ່ການຮຽນຮູ້ພາສາ, ການສື່ສານ ແລະຄວາມເຂົ້າໃຈດ້ານວັດທະນະທຳ.
ຜ່ານເກມໂຕ້ຕອບ, ກິດຈະກຳສ້າງສັນ ແລະ ຄວາມທ້າທາຍຂອງພາສາອັງກິດທີ່ໜ້າສົນໃຈ ນັກຮຽນໄດ້ຊ່ວຍໃຫ້ນ້ອງໆຮຽນຮູ້ຄຸນຄ່າຂອງພາສາທີສອງ ພ້ອມທັງສ້າງຄວາມໝັ້ນໃຈໃນການໃຊ້ພາສາອັງກິດໃນບັນຍາກາດທີ່ມ່ວນ ແລະເປັນກັນເອງ 📚💬
ປະສົບການນີ້ຍັງໄດ້ເປີດໂອກາດໃຫ້ນັກຮຽນນຳໃຊ້ Global Skills ສຳຄັນຂອງ OIC ເຊັ່ນ ການຮ່ວມມື, ການສື່ສານ, ຄວາມຄິດສ້າງສັນ ແລະການນຳພາ ນອກຫ້ອງຮຽນ ພ້ອມທັງພັດທະນາຄວາມເຂົ້າອົກເຂົ້າໃຈ, ຄວາມໝັ້ນໃຈ ແລະການຮຽນຮູ້ຈາກສະພາບຈິງຜ່ານການມີສ່ວນຮ່ວມໃນຊຸມຊົນ.
ທີ່ HISV ພວກເຮົາເຊື່ອວ່າ ການຮຽນຮູ້ຈະມີຄວາມໝາຍຫຼາຍຂຶ້ນ ເມື່ອນັກຮຽນໄດ້ຮັບໂອກາດໃນການເຊື່ອມຕໍ່, ມີສ່ວນຮ່ວມ ແລະສ້າງແຮງບັນດານໃຈໃຫ້ຜູ້ອື່ນ 💙