22/05/2020
🌳 ອາກາດທີ່ພວກເຮົາໃຊ້ໄວ້ຫາຍໃຈ, ນໍ້າທີ່ພວກເຮົາໃຊ້ດື່ມ ແລະ ອາຫານທີ່ພວກເຮົາໃຊ້ກິນ ລ້ວນແລ້ວແຕ່ຕ້ອງອາໃສ ຄວາມຫຼາກຫຼາຍທາງດ້ານຊີວະນານາພັນ ສ້າງຂື້ນມາ.
ຄວາມຫຼາກຫຼາຍທາງດ້ານຊີວະນານາພັນ (Biodiversity) ແມ່ນຫຍັງ ? ຖ້າໃຫ້ຕອບແບບເຂົ້າໃຈງ່າຍໆ ກໍ່ຄົງຈະແມ່ນ ຄວາມຫຼາກຫຼາຍ ຂອງທຸກຊີວິດ ທຸກຄວາມສໍາພັນ ແລະ ທຸກການລວມໂຕ ຂອງສິ່ງທີ່ມີຊີວິດ ຢູ່ເທິງໂລກ, ຖ້າປາດສະຈາກຄວາມຫຼາກຫຼາຍ ຫຼື ຄວາມຫຼາກຫຼາຍຖືກທໍາລາຍ ແລະ ຫຼຸດຫນ້ອຍຖອຍລົງ ມັນກໍ່ຈະສ້າງຜົນເສຍຫາຍ ອັນໃຫຍ່ຫຼວງ ໃຫ້ກັບການດໍາລົງຊີວິດຂອງມະນຸດເຮົາ ເຊັ່ນ ຖ້າຕົ້ນໄມ້ຖືກຕັດ, ພວກເຮົາກໍ່ຈະຂາດ ອາກາດຫາຍໃຈ, ຖ້າຂາດໂຕເຜິ້ງ ພວກເຮົາກໍ່ຈະບໍ່ໄດ້ກິນຫມາກໄມ້ ຫຼາຍຊະນິດ ເນື່ອງຈາກບໍ່ມີແມງໄມ້ ມາຊ່ວຍປະສົມເກສອນ ດອກໄມ້. ບັນດາລະບົບນິເວດ ເຊັ່ນ ບຶງ ແລະ ໜອງ ຍັງເປັນບ່ອນຢູ່ອາໄສ ຂອງສັດນ້ອຍໃຫຍ່ ຫຼາຍພັນຊະນິດ, ນອກນັ້ນ ມັນຍັງຊ່ວຍໃນການດູດຊັບ ອາຍຜິດເຮືອນແກ້ວ ແລະ ສ້າງຜົນປະໂຫຍດ ຮ້ອຍພັນປະການ ໃຫ້ກັບມະນຸດ !
ວັນທີ 22 ພຶດສະພາ ຂອງທຸກໆປີ ຈະມີການສະເຫຼີມສະຫຼອງ ວັນຄວາມຫຼາກຫຼາຍ ທາງດ້ານຊີວະນານາພັນສາກົນ ໂດຍຄໍາຂວັນ ໃນປີນີ້ແມ່ນ : "Our solutions are in nature" ຫຼື ທາງອອກຂອງພວກເຮົາ ແມ່ນມີຢູ່ໃນທໍາມະຊາດ !