ກ້າເບ້ຍ Kaabia

ກ້າເບ້ຍ Kaabia Kaabia inspire is a platform where you can find necessary information regards to education opt.

Good Opportunity for Non-Tech 📌
21/07/2026

Good Opportunity for Non-Tech 📌

[ENGLISH VERSION BELOW]

📣 {ເປີດຮັບສະໝັກແລ້ວ! Workshop ທີ 4 ຂອງໂຄງການ Tech & AI for Every Use} 🤩
🔺 ສືບຕໍ່ຄວາມເຂັ້ມຂຸ້ນກັບ Youth Confidence (YC) ພາຍໃຕ້ແຄມເປນ “Learn | Connect | Lead” 🔺

✔️ ຫຼາຍຄົນຄິດວ່າເລື່ອງ "ວິທະຍາສາດຂໍ້ມູນ (Data Science)" ເປັນເລື່ອງຍາກ, ມີແຕ່ຕົວເລກສະຫຼັບຊັບຊ້ອນ ແລະ ເໝາະສຳລັບນັກໄອທີ ຫຼື ນັກບັນຊີເທົ່ານັ້ນ... ແຕ່ໃນຄວາມເປັນຈິງແລ້ວ ການວິເຄາະຂໍ້ມູນກໍຄືການ "ເລົ່າເລື່ອງຜ່ານຕົວເລກ"! ດ້ວຍເຄື່ອງມື AI ໃນປັດຈຸບັນ, ໃຜໆກໍສາມາດປ່ຽນຂໍ້ມູນທີ່ໜ້າເບື່ອໃຫ້ກາຍເປັນໜ້າ Dashboard ທີ່ງາມ ແລະ ເຂົ້າໃຈງ່າຍໄດ້!

ພິເສດ, ໂຄງການນີ້ໄດ້ຮັບການສະໜັບສະໜູນຈາກ American Center Vientiane ເພື່ອມອບໂອກາດດີໆໃຫ້ກັບໄວໜຸ່ມລາວ!

🔸 Workshop ທີ 4 ຂອງປີ 2026: ຫົວຂໍ້: “Data Detectives: Making Sense of Information for Smarter Decisions” 📊✨ ມາຮຽນຮູ້ວິທີການອ່ານຂໍ້ມູນ, ການໃຊ້ AI ເປັນຜູ້ຊ່ວຍວິເຄາະ ແລະ ປ່ຽນຕົວເລກໃຫ້ກາຍເປັນພາບ ເພື່ອຊ່ວຍໃນການຕັດສິນໃຈຢ່າງສະຫຼາດໃນການຮຽນ ແລະ ທຸລະກິດ!

📍 ມື້ຈັດງານ (ເປັນຫຼັກສູດຕໍ່ເນື່ອງ, ຜູ້ສະໝັກຕ້ອງເຂົ້າຮ່ວມທັງ 2 ມື້):
- Day 1: ວັນເສົາ, ທີ 1 ສິງຫາ 2026
- Day 2: ວັນເສົາ, ທີ 8 ສິງຫາ 2026
⏰ ເວລາ: 8:30 - 16:30
📌 ທີ່: ສູນອາເມຣິກາ ນະຄອນຫຼວງວຽງຈັນ (American Center Vientiane)

🔗 ພິເສດ: ເຂົ້າຮ່ວມຟຣີ, ມີອາຫານສວາຍ, ອາຫານຫວ່າງ ແລະ ເຄື່ອງດື່ມຟຣີຕະຫຼອດງານ!!!

📍 ແຂກຮັບເຊີນ Mentor ສຸດພິເສດ: ✨ [Malaythong Keophongsay, Data Scientist at BCEL]

💡 ເງື່ອນໄຂຂອງຜູ້ສະໝັກ:
- ເປັນໄວໜຸ່ມທີ່ມີອາຍຸ 15 ປີຂຶ້ນໄປ.
- ບໍ່ຈຳເປັນຕ້ອງມີພື້ນຖານດ້ານໄອທີ ຫຼື ຄະນິດສາດ (Non-Tech background is encouraged to apply!).
- ສາມາດເຂົ້າຮ່ວມງານໄດ້ເຕັມເວລາ ທັງ 2 ມື້ (ວັນທີ 1 ແລະ 8 ສິງຫາ).
- ຢາກຮຽນຮູ້ການໃຊ້ເຄື່ອງມື AI ແລະ ການນຳໃຊ້ຂໍ້ມູນໃນໂລກຍຸກໃໝ່.

✅ ງານນີ້ຜູ້ເຂົ້າຮ່ວມຈະໄດ້ຮັບຫຍັງເເນ່?
1️⃣ Learn: ຮຽນຮູ້ວິທີຈັດລະບຽບຂໍ້ມູນ (Data Cleaning) ແລະ ໃຊ້ AI ວິເຄາະຂໍ້ມູນເພື່ອສ້າງໜ້າ Dashboard ສະຫຼຸບຜົນແບບມືອາຊີບ.
2️⃣ Connect: ສ້າງເຄືອຂ່າຍກັບໝູ່ເພື່ອນໃໝ່ ແລະ ຮ່ວມກັນແກ້ໄຂບັນຫາທຸລະກິດຈຳລອງໃນກິດຈະກຳ "Data Storyteller".
3️⃣ Lead: ກ້າວຂ້າມຄວາມຢ້ານກົວໃນການເວົ້າຕໍ່ໜ້າສາທາລະນະ ໂດຍການນຳສະເໜີ ແລະ ເລົ່າເລື່ອງຈາກຂໍ້ມູນຢ່າງໝັ້ນໃຈ ເຊິ່ງເປັນທັກສະທີ່ທຸກອົງກອນຕ້ອງການ.
4️⃣ Certificate: ໃບຢັ້ງຢືນຈາກໂຄງການ ຫຼັງຈາກເຂົ້າຮ່ວມຄົບທັງ 2 ມື້.
➡️ ໃຜທີ່ສົນໃຈ, ສາມາດສະໝັກໄດ້ທີ່: [https://forms.gle/a4Es4GBYWqu77isW8]
(ໝາຍເຫດ: ຮັບຈຳກັດພຽງ 30 ທ່ານ ເທົ່ານັ້ນ!)

🚨 ປິດຮັບສະໝັກ: [25/07/2026]
ມາປົດລັອກທັກສະການເລົ່າເລື່ອງຈາກຂໍ້ມູນ ແລະ ກ້າວເປັນຜູ້ນຳທາງດິຈິຕອນໄປນຳກັນ! 🚀
———————————————————-
📣 {Call for Applications! Workshop #4 of the Tech & AI for Every Use Project} 🤩
🔺 Continuing the momentum with the Youth Confidence (YC) under our campaign “Learn | Connect | Lead” 🔺

✔️ Many people think "Data Science" is scary, filled with complex math and only for IT professionals or accountants... But in reality, data analysis is simply "storytelling with numbers"! With modern AI tools, anyone can quickly turn boring data into beautiful, easy-to-understand visual dashboards!

We are proud to receive support from the American Center Vientiane to bring this crucial opportunity to Lao youth!

🔸 Our 4th Workshop of 2026: Topic: “Data Detectives: Making Sense of Information for Smarter Decisions” 📊✨ Learn how to read data, use AI as your personal analytical assistant and turn numbers into visuals to make smarter decisions for your studies and future career!

📍 Event Dates (2-Day Training; participants must attend BOTH days):
- Day 1: Saturday, August 1, 2026
- Day 2: Saturday, August 8, 2026
⏰ Time: 8:30 AM - 16:30PM
📌 Venue: American Center Vientiane

🔗 Special Perks: Free entry, lunch, snacks, and drinks provided!

📍 Special Guest Mentor: ✨ [Malaythong Keophongsay, Data Scientist at BCEL]

💡 Applicant Requirements:
- Youth aged 15 or older.
- No IT, math or computer science background required (Non-tech backgrounds are highly encouraged to apply!).
- Able to attend the full-day sessions on BOTH days (August 1 & 08)
- Passionate about learning AI tools and understanding how businesses use data.

✅ What will you gain?
1️⃣ Learn: Learn practical steps to clean data, ask AI the right questions and build simple, interactive visual dashboards.
2️⃣ Connect: Network with new friends and team up to solve a simulated business scenario in the "Data Storyteller" challenge.
3️⃣ Lead: Overcome the fear of public speaking by confidently presenting and storytelling with data. A highly demanded skill in every industry.
4️⃣ Certificate: Receive a certificate upon full completion of the 2-day training.

➡️ Register now at: [https://forms.gle/a4Es4GBYWqu77isW8]
(Note: Strictly limited to 30 participants!)

🚨 Deadline: [July 25, 2026]
Join us to stop feeling intimidated by spreadsheets and unlock your potential for smarter decision-making! 🚀

ໂອກາດສຳລັບໄວໜຸ່ມລາວມາຮອດເເລ້ວ!ກະສິກຳລາວ ກຳລັງຕ້ອງການໄອເດີຍໃໝ່ໆ, ມຸມມອງໃໝ່ໆ, ແລະ ພະລັງຈາກໄວໜຸ່ມຄືເຈົ້າ ເພື່ອຮັບມືກັບການປ່...
23/06/2026

ໂອກາດສຳລັບໄວໜຸ່ມລາວມາຮອດເເລ້ວ!
ກະສິກຳລາວ ກຳລັງຕ້ອງການໄອເດີຍໃໝ່ໆ, ມຸມມອງໃໝ່ໆ, ແລະ ພະລັງຈາກໄວໜຸ່ມຄືເຈົ້າ ເພື່ອຮັບມືກັບການປ່ຽນເເປງດິນຟ້າອາກາດ(climate change) ແລະ ສ້າງລະບົບສະບຽງອາຫານທີ່ດີກວ່າເກົ່າ 🌱
ການແຂ່ງຂັນນະວັດຕະກໍາໄວໜຸ່ມ ສປປ ລາວ (Youth Innovation Challenge) ເປີດຮັບສະໝັກແລ້ວ! ຈັດໂດຍ ສະມາຄົມຊາວກະສິກອນລາວ, ໂດຍໄດ້ຮັບການສະໜັບສະໜູນ ຈາກ ອົງການອາຫານ ແລະ ການກະເສດ ແຫ່ງສະຫະປະຊາຊາດ (FAO) ປະຈຳ ສປປ ລາວ.

ມີ 2 ປະເພດການແຂ່ງຂັນໃຫ້ເລືອກ

ການແຂ່ງຂັນສ້າງແຜນທຸລະກິດ (Youth Start-Up Challenge)
ອາຍຸ 18–30 ປີ
ມີແນວຄວາມຄິດທຸລະກິດທີ່ສ້າງຂຶ້ນ ປະສົມປະສານກະສິກຳທີ່ສາມາດປັບຕົວເຂົ້າກັບການປ່ຽນແປງດິນຟ້າອາກາດ ມໍລະດົກທາງກະສິກຳ ແລະ ອື່ນໆ), ການປະຕິບັດງານດ້ານດິນຟ້າອາກາດ ແລະ ສິ່ງແວດລ້ອມ, ແລະ ການຫັນປ່ຽນລະບົບສະບຽງອາຫານ.
ລາງວັນ: ຜູ້ຊະນະ 5 ທ່ານ/ທີມ, ຮັບເງິນທຶນ 22 ລ້ານກີບ ຕໍ່ຄົນ/ທີມ, ພ້ອມການຝຶກອົບຮົມ ແລະ ການໃຫ້ຄຳປຶກສາ ທັງກ່ອນ ແລະ ຫຼັງການແຂ່ງຂັນ

ການແຂ່ງຂັນຜະລິດສື່ສ້າງສັນ (Youth Multi-Media Competition)
ອາຍຸ 18–25 ປີ
ໃຊ້ທັກສະການຜະລິດວິດີໂອ, ສື່ສັງຄົມອອນລາຍ, ພອດແຄສ, ການເລົ່າເລື່ອງແບບດິຈິຕ໋ອນ, ລະຄອນເວທີ, ຮູບເງົາສັ້ນ/ຮູບເງົາ

ເປີດເເລ້ວ,ທຶກການສຶກສາ DARMASISWA ປະເທດອິນໂດເນເຊຍສົກຮຽນ 2026/2027🥳✨DARMASISWA ແມ່ນໂຄງການທຶນການສຶກສາໄລຍະສັ້ນ 1 ປີ (ບໍ່ມີໃບ...
30/05/2026

ເປີດເເລ້ວ,ທຶກການສຶກສາ DARMASISWA ປະເທດອິນໂດເນເຊຍ
ສົກຮຽນ 2026/2027🥳

✨DARMASISWA ແມ່ນໂຄງການທຶນການສຶກສາໄລຍະສັ້ນ 1 ປີ (ບໍ່ມີໃບປະກາດສະນີຍະບັດ) ທີ່ສະໜອງໃຫ້ໂດຍລັດຖະບານອິນໂດເນເຊຍ ແກ່ນັກສຶກສາຕ່າງປະເທດ ຈາກບັນດາປະເທດທີ່ມີສາຍພົວພັນທາງການທູດກັບອິນໂດເນເຊຍ. ໂຄງການນີ້ເປີດໂອກາດໃຫ້ໄດ້ສຶກສາຮຽນຮູ້ກ່ຽວກັບ ພາສາ, ສິລະປະ, ແລະ ວັດທະນະທຳອິນໂດເນເຊຍ ຢູ່ທີ່ສະຖາບັນການສຶກສາຊັ້ນສູງ 64 ແຫ່ງ ທີ່ຖືກຄັດເລືອກໃນທົ່ວປະເທດອິນໂດເນເຊຍ.

ໂຄງການນີ້ຖືກຈັດຕັ້ງຂຶ້ນໂດຍ ກະຊວງສຶກສາທິການຂັ້ນປະຖົມ ແລະ ມັດທະຍົມສຶກສາ (MoPSE) ຮ່ວມມືກັບ ກະຊວງການຕ່າງປະເທດ ແຫ່ງສາທາລະນະລັດ ອິນໂດເນເຊຍ.

🕦ໄລຍະເວລາ:

ລົງທະບຽນອອນລາຍ: ຈົນເຖິງວັນທີ 15 ມິຖຸນາ 2026

ການສຳພາດ ແລະ ກວດກາເອກະສານ ຢູ່ສະຖານທູດອິນໂດເນເຊຍ: ວັນທີ 16–23 ມິຖຸນາ 2026

ປະກາດຜົນ: ວັນທີ 02 ກໍລະກົດ 2026

ໝາຍເຫດ: ກະຊວງສຶກສາທິການຂັ້ນປະຖົມ ແລະ ມັດທະຍົມສຶກສາ ບໍ່ໄດ້ຮັບຜິດຊອບຄ່າປີ້ຍົນໄປ-ກັບ ລະຫວ່າງປະເທດ ເພື່ອເດີນທາງໄປ ແລະ ກັບ ປະເທດອິນໂດເນເຊຍ.

ລົງທະບຽນອອນລາຍໄດ້ທີ່:
https://darmasiswa.kemendikdasmen.go.id/

ຂໍ້ມູນເພີ່ມເຕີມ, ກະລຸນາຕິດຕໍ່ ສະຖານທູດສາທາລະນະລັດ ອິນໂດເນເຊຍ ປະຈຳ ວຽງຈັນ:
ໂທ: (+856) 20 7675 5866

🫢ກິດຈະກຳເພື່ອສິ່ງແວດລ້ອມ ແລະ climate change!ເພື່ອນໆ ນັກສິ່ງແວດລ້ອມ ແລະ ສາຍງານຂຽນບໍ່ຄວນພາດ Global Green Growth Institute ...
28/05/2026

🫢ກິດຈະກຳເພື່ອສິ່ງແວດລ້ອມ ແລະ climate change!

ເພື່ອນໆ ນັກສິ່ງແວດລ້ອມ ແລະ ສາຍງານຂຽນບໍ່ຄວນພາດ Global Green Growth Institute Lao PDR ເພີ່ນມີລາງວັນ ແລະ ໃບຍ້ອງຍໍໃຫ້ ພຽງແຕ່ແບ່ງປັນ ແລະ ໃຫ້ແຮງບັນດານໃຈກັນ ເພື່ອສິ່ງແວດລ້ອມ ແລະ ທຳມະຊາດຂອງພວກເຮົາ ຢູ່ໃຕ້ຄອມເມັ້ນ.

ຈັດໆ ແອັດໄດ້ອ່ານບາງຄອມເມັ້ນແລ້ວ ໂຄດເປັນແຮງບັນດານໃຈ. :)


#ແຮງບັນດານໃຈເພື່ອສິ່ງແວດລ້ອມ

English below👇
🌿ແຮງບັນດານໃຈຈາກທຳມະຊາດ · ເພື່ອສະພາບດິນຟ້າອາກາດ · ເພື່ອອະນາຄົດຂອງພວກເຮົາ

ແມ່ນໍ້າທີ່ເຫືອດແຫ້ງ, ປ່າໄມ້ທີ່ງຽບສະຫງັດ ແລະ ໄພນໍ້າຖ້ວມທີ່ມາໄວເໜືອການຄາດເດົາ ມັນເປັນຍ້ອນຫຍັງກັນແທ້?

ລອງຄິດທົບທວນ ແລະ ຮຽບຮຽງໃຫ້ມັນເປັນແຮງບັນດານໃຈ ເພື່ອສ້າງການປ່ຽນແປງທີ່ຍິ່ງໃຫຍ່ ໂດຍການຮ່ວມກັນຕອບຄຳຖາມຂອງພວກເຮົາ: “ແມ່ນຫຍັງ ຫຼື ຊ່ວງເວລາທີ່ເຮັດໃຫ້ເຈົ້າຮູ້ໂຕໄດ້ວ່າ ທຳມະຊາດຂອງພວກເຮົາກຳລັງຢູ່ໃນຂັ້ນວິກິດ ແລະ ມັນໄດ້ປ່ຽນແປງຄວາມຄິດເຈົ້າແນວໃດ?”

ທຸກໆການຂັບເຄື່ອນລ້ວນແຕ່ເລີ່ມຕົ້ນຈາກຈຸດນ້ອຍໆ ທີ່ເຮັດໃຫ້ວິໄສທັດຂອງພວກເຮົາຊັດເຈນຂຶ້ນ ບໍ່ວ່າຈະເປັນສິ່ງທີ່ໄດ້ເຫັນ, ສຽງທີ່ໄດ້ຍິນ ຫຼື ຄວາມຮູ້ສຶກທີ່ກໍລັງບອກວ່າ ສິ່ງທີ່ມີຄຸນຄ່ານັ້ນກຳລັງຈະສູນຫາຍໄປ ແລະ ທ່ານເອງຮູ້ວ່າທ່ານສາມາດເປັນສ່ວນໜຶ່ງໃນການປົກປັກຮັກສາມັນໄວ້.ບໍ່ວ່າເລື່ອງລາວຂອງທ່ານຈະເປັນການກະທຳນ້ອຍໆ ຫຼື ການຕັດສິນໃຈຄັ້ງໃຫຍ່, ເລື່ອງລາວຂອງທ່ານລ້ວນແຕ່ມີພະລັງທີ່ຈະຂັບເຄື່ອນໃຫ້ຄົນອື່ນໆ ຫັນມາປົກປັກຮັກສາ ແລະ ອະນຸລັກທຳມະຊາດ ເພື່ອຄົນຮຸ່ນຫຼັງສືບຕໍ່ໄປ.

👉ສົ່ງບົດເລື່ອງຂອງທ່ານໄວ້ຢູ່ກ້ອງຄອມເມັ້ນ, ກຳນົດເວລາ ແຕ່ມື້ນີ້ຈົນຮອດວັນທີ 30 ພຶດສະພາ 2026

🏆 ເລື່ອງລາວທີ່ປະທັບໃຈທີ່ສຸດຈະໄດ້ຮັບ: ລາງວັນພິເສດ + ໃບຢັ້ງຢືນຢ່າງເປັນທາງການຈາກ GGGI ແລະ ຈະໄດ້ຮັບການເຜີຍແຜ່ລົງໃນສື່ອອນລາຍຂອງ GGGI.
.....🌳🌿🌱🏡🌍......

🌿Inspired by Nature · For Climate · For Our Future

Was it the river that ran dry? The forest that went silent? The floods that came too soon?

Reflect on your story and let it inspire a bigger change by this answering this question: When was the moment you realized our nature is in crisis — and how did it change you?

Every movement begins with a single moment of clarity—a sight, a sound, a feeling that something precious was slipping away, and that you could be part of saving it. Whether it was a small act or a life-changing decision, your story has the power to move others to protect and preserve nature for the generations that follow.

👉Submit your story in the comment section within the deadline: May 30, 2026

🏆Best stories win: prizes + an official GGGI certificate and a feature on GGGI social media.



Dagmar Zwebe

14/05/2026

🔅ຂໍເຊີນຊວນບັນດານັກຮຽນ ເເລະ ຄູອາຈານ ຕອບເເບບຊອບສອບກ່ຽວກັບເພື່ອຍົກລະດັບການສຶກສາ SEA.Learn ເພື່ອເປັນສ່ວນໜຶ່ງໃນການສົ່ງເສີມ, ຊຸກຍູ້ ໄວໜຸ່ມລາວ ໃຫ້ກາຍເປັນຕົວເເທນທີ່ດີ ເເລະ ສົມບູນເເບບທີ່ສຸດຂອງປະເທດລາວ ໃນການເຂົ້າຮ່ວມການເເຂ່ງຂັນ AI ASEAN Youth Challenge.

ທຸກຄວາມຄິດເຫັນຂອງທ່ານ ມີຜົນ ເເລະ ຄວາມໝາຍ ຕໍ່ການພັດທະນາການສຶກສາ ລວມໄປເຖິງໄຊຊະນະຂອງຊາດລາວເຮົາໃນເວທີ ASEAN🇱🇦.

✨ຄຮິກເພື່ອຕອບຄໍາຖາມ: https://qualtricsxmk6rkzrfwg.qualtrics.com/jfe/form/SV_8BLK0m6DDKscsdw

✨ YLS 2026ຈະເປີດຮັບສະໝັກຢ່າງເປັນທາງການເເລ້ວ ✨ມີບັນຫາໃດໜຶ່ງທີ່ສະເພາະເຈາະຈົງໃນປະຊາຄົມອາຊຽນ ທີ່ເຮັດໃຫ້ທ່ານນອນບໍ່ຫຼັບບໍ ເເລ້...
10/05/2026

✨ YLS 2026ຈະເປີດຮັບສະໝັກຢ່າງເປັນທາງການເເລ້ວ ✨

ມີບັນຫາໃດໜຶ່ງທີ່ສະເພາະເຈາະຈົງໃນປະຊາຄົມອາຊຽນ ທີ່ເຮັດໃຫ້ທ່ານນອນບໍ່ຫຼັບບໍ ເເລ້ວຢາກລຸກຂຶ້ນມາເເກ້ໄຂຫຼື ບໍ່? ຖ້າມີເຊົາພຽງແຕ່ຄິດກ່ຽວກັບມັນ ແລ້ວມາຮ່ວມກັນສ້າງວິທີແກ້ໄຂຕົວຈິງໄປພ້ອມກັນເລີຍ.

ໃນໂຄງການ YLS ຂອງພວກເຮົາ ່ທຸກທ່ານຈະໄດ້ພົບກັບຜູ້ຄົນທີ່ມີຄວາມສົນໃຈຄືກັນກັບທ່ານ ແລະ ປ່ຽນຄວາມມຸ່ງໝັ້ນນັ້ນໃຫ້ກາຍເປັນແຜນການທີ່ສາມາດລົງມືເຮັດໄດ້ແທ້. ຖ້າທ່ານພ້ອມແລ້ວບໍ່… ທີ່ຈະລຸກຂຶ້ນມາເຮັດເພື່ອຊຸມຊົນຂອງທ່ານ, ພວກເຮົາຢາກພົບທ່ານຢູ່ທີ່ ປະເທດລາວເເລ້ວ!

📍 ສະຖານທີ່: Luang Prabang, Laos
📅 ເວລາ: 22–28 ເດືອນສິງຫາ, 2026

🔗 ສາມາດອ່ານຂໍ້ມູນອື່ນໆໄດ້ທີ່: https://bit.ly/yls26infokit
📝 ສົ່ງເເບບຟອມໄດ້ທີ່: https://bit.ly/yls26application

🌟 ເປີດຮັບສະໝັກແລ້ວ! ຫ້ອງພາສາອັງກິດອອນລາຍ (ລະດັບພື້ນຖານ) 🌟ເໝາະທີ່ສຸດສຳລັບນັກສຶກສາ ແລະ ໄວເຮັດວຽກ ທີ່ຢາກອັບສະກິວພາສາຫຼັງເລີ...
05/05/2026

🌟 ເປີດຮັບສະໝັກແລ້ວ! ຫ້ອງພາສາອັງກິດອອນລາຍ (ລະດັບພື້ນຖານ) 🌟

ເໝາະທີ່ສຸດສຳລັບນັກສຶກສາ ແລະ ໄວເຮັດວຽກ ທີ່ຢາກອັບສະກິວພາສາຫຼັງເລີກວຽກ!

✅ ເປັນຫຍັງຕ້ອງຮຽນຫ້ອງນີ້?
1. 💻 ຮຽນອອນລາຍ 100%: ຢູ່ໃສກໍຮຽນໄດ້ ສະດວກ ປະຢັດເວລາເດີນທາງ.
2. 🗣️ ເນັ້ນການນຳໃຊ້ຕົວຈິງ: ເຝິກເວົ້າ ແລະ ສົນທະນາໃນສະຖານະການຕ່າງໆ ເພື່ອສ້າງຄວາມໝັ້ນໃຈ.
3. 📝 ວັດລະດັບຟຣີ: ມີການທົດສອບກ່ອນຮຽນ ເພື່ອໃຫ້ໄດ້ບົດຮຽນທີ່ກົງກັບພື້ນຖານຂອງທ່ານ.

📌 ລາຍລະອຽດການຮຽນອອນລາຍ:
📅 ມື້ຮຽນ: ທຸກໆ ວັນຈັນ - ພຸດ - ສຸກ
⏰ ເວລາ: 18:00 - 19:30 ໂມງ (ຕອນແລງ)
🕒 ເໝາະສຳລັບຊ່ວງເວລາຫຼັງເລີກວຽກ ແລະ ເລີກຮຽນພໍດີ!
🗓️ ໄລຍະເວລາ: ເທີມ 1 (ຫຼັກສູດ 3 ເດືອນ)

📢 ຢ່າລໍຊ້າ! ບ່ອນນັ່ງມີຈຳກັດ
ຮີບທັກ Inbox ມາຈອງທີ່ນັ່ງ ຫຼື ສອບຖາມຂໍ້ມູນເພີ່ມເຕີມນຳແອັດມິນໄດ້ເລີຍເດີ້! 📩✨

#ຮຽນພາສາອັງກິດອອນລາຍ #ພາສາອັງກິດພື້ນຖານ #ພັດທະນາຕົນເອງ #ຮຽນພາສາອັງກິດຫຼັງເລີກວຽກ

[ENGLISH VERSION BELOW]📣 {ເປີດຮັບສະໝັກແລ້ວ! Workshop ທີ 2 ຂອງໂຄງການ Tech & AI for Every Use} 🤩🔺 ກັບມາອີກຄັ້ງກັບ Youth Co...
28/04/2026

[ENGLISH VERSION BELOW]

📣 {ເປີດຮັບສະໝັກແລ້ວ! Workshop ທີ 2 ຂອງໂຄງການ Tech & AI for Every Use} 🤩

🔺 ກັບມາອີກຄັ້ງກັບ Youth Confidence (YC) ພາຍໃຕ້ແຄມເປນ “Learn | Connect | Lead” 🔺
✔️ ຖ້າທ່ານຄິດວ່າການຂຽນໂປຣແກຣມ (Coding) ເປັນເລື່ອງຍາກ, ຕ້ອງເກັ່ງເລກ ຫຼື ຕ້ອງຮຽນຈົບໄອທີເທົ່ານັ້ນ... ງານນີ້ຈະປ່ຽນຄວາມຄິດຂອງທ່ານ!

ພິເສດ, ໂຄງການນີ້ໄດ້ຮັບການສະໜັບສະໜູນຈາກ American Center Vientiane ເພື່ອມອບໂອກາດດີໆໃຫ້ກັບໄວໜຸ່ມລາວ!

🔸 Workshop ທີ 2 ຂອງປີ 2026:
ຫົວຂໍ້: “Code & Logic: Unlocking Digital Problem-Solving” 💻✨ມາປົດລັອກທັກສະການແກ້ໄຂບັນຫາແບບດິຈິຕອນ ປ່ຽນຕົວທ່ານຈາກພຽງແຕ່ "ຜູ້ໃຊ້ງານ" ມາເປັນ "ຜູ້ສ້າງ" ໂດຍການຮຽນຮູ້ພື້ນຖານ Logic ຂອງຄອມພິວເຕີ ແລະ ໃຊ້ເຄື່ອງມື AI ຈາກອາເມຣິກາ (ເຊັ່ນ: Gemini, Claude ແລະ Replit) ເປັນຜູ້ຊ່ວຍໃນການຂຽນໂຄດ ເພື່ອສ້າງ Website ຫຼື App ໄດ້ແບບງ່າຍໆ!

📍 ມື້ຈັດງານ (ເປັນຫຼັກສູດຕໍ່ເນື່ອງ, ຜູ້ສະໝັກຕ້ອງເຂົ້າຮ່ວມທັງ 2 ມື້) ຄື:
Day 1: ວັນເສົາ, ທີ 16 ພຶດສະພາ 2026
Day 2: ວັນເສົາ, ທີ 23 ພຶດສະພາ 2026

⏰ ເວລາ: 8:30 - 16:30
📌 ທີ່: ສູນອາເມຣິກາ ນະຄອນຫຼວງວຽງຈັນ (American Center Vientiane)
🔗 ພິເສດ: ເຂົ້າຮ່ວມຟຣີ, ມີອາຫານສວາຍ, ອາຫານຫວ່າງ ແລະ ເຄື່ອງດື່ມຟຣີຕະຫຼອດງານ!!!
📍 ແຂກຮັບເຊີນ Mentor ສຸດພິເສດ: ✨ Mr. Vilasith PHANOUVONG, Deputy Head of Software Development @ Lao Telecom.

💡 ເງື່ອນໄຂຂອງຜູ້ສະໝັກ:
- ເປັນໄວໜຸ່ມທີ່ມີອາຍຸ 15 ປີຂຶ້ນໄປ.
- ບໍ່ຈຳເປັນຕ້ອງມີພື້ນຖານດ້ານໄອທີ ຫຼື ຄອມພິວເຕີ (Non-Tech background is encouraged to apply!).
- ສາມາດເຂົ້າຮ່ວມງານໄດ້ເຕັມເວລາ ທັງ 2 ມື້ (ວັນທີ 16 ແລະ 23 ພຶດສະພາ).
- ຢາກພັດທະນາຕົນເອງ ແລະ ເປີດໃຈຮຽນຮູ້ສິ່ງໃໝ່ໆ.

✅ ງານນີ້ຜູ້ເຂົ້າຮ່ວມຈະໄດ້ຮັບຫຍັງເເນ່?
1️⃣ Learn: ເຂົ້າໃຈວິທີຄິດແບບຄອມພິວເຕີໃນການຂຽນໂປຣແກຣມ (Coding) ແບບພື້ນຖານ ແລະ ວິທີສັ່ງການ AI ໃຫ້ສ້າງເວັບໄຊທ໌ ຫຼື ແອັບພລິເຄຊັນໃຫ້ເຮົາ ໂດຍບໍ່ຈໍາເປັນຕ້ອງຮຽນສາຍໄອທີມາກ່ອນ.
2️⃣ Connect: ສ້າງເຄືອຂ່າຍກັບໝູ່ເພື່ອນໃໝ່ ແລະ ເຮັດວຽກເປັນທີມໃນກິດຈະກຳ Group Challenge.
3️⃣ Lead: ເຂົ້າໃຈເສັ້ນທາງສາຍອາຊີບດ້ານ Tech ແລະ ສາມາດນຳເອົາທັກສະນີ້ໄປປະຍຸກໃຊ້ກັບທຸກໆສາຍການຮຽນ ຫຼື ການເຮັດວຽກໃນອະນາຄົດ.
4️⃣ Certificate: ໃບຢັ້ງຢືນຈາກໂຄງການ ຫຼັງຈາກເຂົ້າຮ່ວມຄົບທັງ 2 ມື້.

➡️ ໃຜທີ່ສົນໃຈ, ສາມາດສະໝັກໄດ້ທີ່: [https://docs.google.com/forms/d/e/1FAIpQLSfy4qta6iJa4BXFVUacmG1cUqxsLnrLJfKmxiL_AN-8_DcOkQ/viewform]
(ໝາຍເຫດ: ຮັບຈຳກັດພຽງ 30 ທ່ານ ເທົ່ານັ້ນ!)

🚨 ປິດຮັບສະໝັກ: [06 ພຶດສະພາ 2026]
ມາຮ່ວມເປັນສ່ວນໜຶ່ງຂອງການປ່ຽນແປງ ແລະ ຍົກລະດັບທັກສະຂອງທ່ານໄປກັບພວກເຮົາ! 🚀
—---------------------------------------------------------------------------
📣 {Call for Applications! Workshop #2 of the Tech & AI for Every Use Project} 🤩

🔺 Youth Confidence (YC) is back with our latest campaign “Learn | Connect | Lead” 🔺

✔️ If you think coding is too hard, requires complex math or is only for IT students... this workshop will change your mind! We believe "Tech is for Everyone". Coding is simply a way of structured thinking and logic.

We are proud to receive support from the American Center Vientiane to bring this amazing opportunity to Lao youth!

🔸 Our 2nd Workshop of 2026:
Topic: “Code & Logic: Unlocking Digital Problem-Solving” 💻✨

Unlock your digital problem-solving skills! Move from being a "user" to a "creator" by learning computer logic and using US AI tools (like Gemini, Claude and Replit) as your coding assistants to easily build websites or apps!

📍 Event Dates (2-Day Training; participants must attend BOTH days):
Day 1: Saturday, May 16, 2026
Day 2: Saturday, May 23, 2026

⏰ Time: 8:30 AM - 4:00 PM
📌 Venue: American Center Vientiane (Big Room).
🔗 Special Perks: Free entry, lunch, snacks and drinks provided!
📍 Special Guest Mentor: ✨ Mr. Vilasith PHANOUVONG, Deputy Head of Software Development @ Lao Telecom.

💡 Applicant Requirements:
- Everyone aged 15 or older.
- No IT or computer science background required (Non-tech backgrounds are highly encouraged to apply!).
- Able to attend the full-day sessions on BOTH days (May 16 & 23).
- Passionate about self-development and open to learning new things.

✅ What will you gain?
1️⃣ Learn: Understand computational thinking (Logic & Sequencing) and learn how to prompt AI to generate websites or apps for you.
2️⃣ Connect: Network with new friends and collaborate in our Group Challenge activities.
3️⃣ Lead: Discover tech career paths and learn how to apply digital problem-solving to ANY field of study or work.
4️⃣ Certificate: Receive a certificate upon full completion of the 2-day training.

➡️ Register now at: [https://docs.google.com/forms/d/e/1FAIpQLSfy4qta6iJa4BXFVUacmG1cUqxsLnrLJfKmxiL_AN-8_DcOkQ/viewform]
(Note: Strictly limited to 30 participants!)

🚨 Deadline: [May 06, 2026]
Join us in this transformation and level up your digital skills! 🚀

ປະກາດ❗️ປະກາດ ❗️Project Petal PH ກໍາລັງຕາມຫາ mentor ຈາກປະເທດລາວຢູ່ໃຜມົນໃຈຟ້າວສະໝັກເລີຍ🎉
26/04/2026

ປະກາດ❗️ປະກາດ ❗️
Project Petal PH ກໍາລັງຕາມຫາ mentor ຈາກປະເທດລາວຢູ່
ໃຜມົນໃຈຟ້າວສະໝັກເລີຍ🎉

Address

Lanxang Avenue
Vientiane

Alerts

Be the first to know and let us send you an email when ກ້າເບ້ຍ Kaabia posts news and promotions. Your email address will not be used for any other purpose, and you can unsubscribe at any time.

Contact The School

Send a message to ກ້າເບ້ຍ Kaabia:

Shortcuts

Share

Category