23/05/2024
https://www.youtube.com/watch?v=VvNglyMQ59k
ຄຳສັບພາສາຍີ່ປຸ່ນກ່ຽວກັບ ນ້ອງໝາ. Japanese Vocabulary about dogs.เรียนภาษาญี่ปุ่นขั้นพื้นฐาน
Nyako Sensei would like to introduce you all the vocabulary about dogs, puppies. Hope this video would help you more or less to learn more vocabularies in Ja...
11/06/2022
ມີໃຜຢາກໃຫ້ເຊັນເຊລົງຄຣິບໃຫມ່ບໍ່? ຊ່ວງນິເຊັນເຊຕິດພາລະກິດໜ້ອຍໜຶ່ງເລີຍບໍ່ຄ່ອຍໄດ້ອັດວິດີໂອໃຫມ່... ຢາກໃຫ້ເຊັນເຊສອນກ່ຽວກັບຫຍັງຄັອມເມັ້ນມາໄດ້ເດີ້
Sorry for not uploading more clips these days because Sensei is a bit busy. Sensei will try to upload new ones soon. What should Sensei teach for next vids? let me know and comment down below ne ☺️👇👇👇
ຮຽນພາສາຍີ່ປຸ່ນ ອັກສອນຮິລະງະນະແຖວ か(ka)〜こ(ko), Hiragana ひらがな, เรียนภาษาญี่ปุ่นขั้นพื้นฐาน
ສຳລັບວິດິໂອນີ້ເອົາເຊັນເຊສືບຕໍ່ວິທີການຂຽນ ແລະ ອ່ານພາສາຍີ່ປຸ່ນ ອັກສອນຮິລະງະນະ, ເຊນເຊຈາກແຖວ ...
21/01/2022
ມື້ນີ້ ສະເໜີຄໍາວ່າ「ダフ屋:だぶや(dabuya) Scalper」ບໍ່ແນ່ໃຈວ່າພາສາລາວຊິໃຊ້ຄໍາໃດ ແຕ່ຄິດເຫັນຄໍານີ້ 「ພວກຂາຍຕໍ່ກິນກໍາໄລ」ເຊິ່ງໃນພາສາຍີ່ປຸ່ນໃຫ້ນິຍາມວ່າ
「ダフ屋」は「チケット類を転売目的で入手して高く売りさばく人や業者のこと: (ດະບຸຢະ) ໝາຍເຖິງບຸກຄົນ ຫລື ຜູ້ຄ້າຂາຍທີ່ຮັບຊື້ ປີ້ຕ່າງໆບໍ່ວ່າຈະເປັນ ປີ້ຄອນເສີດເປັນຕົ້ນ ເພື່ອເອົາມາຂາຍຕໍ່ໃນລາຄາທີ່ສູງກວ່າ (ບໍ່ຖືກກົດໝາຍ)」😝😝😝
21/12/2021
ສໍາລັບຄົນທີ່ຢູ່ຍີ່ປຸ່ນຫລືກຳລັງຈະມາໃຊ້ຊິວິດຢູ່ຍີ່ປຸ່ນ, ທ່ານສາມາດເອົາເຄື່ອງເກົ່າທີ່ບໍ່ໃຊ້ແລ້ວ ໄປແລກຊື້ຂອງໃຫມ່ໄດ້. ຍົກຕົວຢ່າງ ເກີບເກົ່າ, ລົດເກົ່າ ເປັນຕົ້ນ. ໂດຍສະເພາະເກີບ ເຊື່ອແນ່ວ່າຫລາຍຄົນນ່າຈະມີຫລາຍຄູ່, ແຕ່ກະຍັງຢາກຊື້ຄູ່ໃຫມ່, ຊັ້ນຄູ່ເກົ່າຊິເຮັດແນວໃດດີ ໃຈຫນຶ່ງກະບໍ່ຢາກຖິ້ມເປັນຂີ້ເຫຍື້ອ. ມີຂໍ້ມູນດີໆມາຝາກທຸກຄົນ.
ເລົ່າຄໍາສັບນີ້ໄວ້ເລີຍ,
✍️ 下取り(したどり) : trade-in, ແລກຊື້, ຊື້ຂາຍແລກປ່ຽນ, ເອົາ n1 ໄປແລກຊື້ n2, ເອົາໄປເທີນ(ພາສາເວົ້າ)
ຍົກຕົວຢ່າງວ່າ:
① 古い車を下取りに出して新しい車を買いました。
- ເອົາລົດເກົ່າໄປແລກຊື້ລົດໃຫມ່ / ເອົາລົດເກົ່າໄປເທີນເອົາລົດໃຫມ່
② ここは、下取りに出すことができますか。
- ຢູ່ນີ້ຮັບແລກຊື້ຂາຍບໍ? (ຮັບແລກຊື້ເຄື່ອງເກົ່າເພື່ອຂາຍເຄື່ອງໃຫມ່←ອ່ານລະກະເປັນງົງໆ 😅😅)
ນອກຈາກນີ້ທຸກຄົນຍັງສາມາດສັງເກດສັນຍາລັກທີ່ເພີ່ນອາດຈະຕິດຕາມຮ້ານຄືໃນຮູບທີ່ແອດໄດ້ໂພດມານໍາໄດ້ເລີຍ ຂໍຂອບໃຈຮູບຈາກ cr Google
ເຊິ່ງແຕ່ລະຮ້ານກະຈະບໍ່ຄືກັນບາງຮ້ານກໍ່ໃຫ້ເປັນຄູປ໋ອງ, ບາງຮ້ານກະໃຫ້ເປັນເງິນສົດແລ້ວແຕ່ຮ້ານ ເຊິ່ງມີມູນຄ່າແຕ່ 200-500 ເຢນ ←ດີກວ່າເອົາໄປຖິ້ມເປັນຂີ້ເຫຍື້ອເນາະ. ແຕ່ເງື່ອນໄຂຄືໄປແລກຊື່ໆບໍ່ໄດ້ເນາະ, ຕ້ອງຊື້ນໍາເພິ່ນນໍາ, ຈຶ່ງສາມາດແລກປ່ຽນຊື້ຂາຍໄດ້☺️
ເປັນແນວໃດກະລອງໃຊ້ເບິ່ງເດີ❤️❤️
ຖ້າໃຜມີຄໍາຄິດເຫັນສາມາດແລກປ່ຽນກັນໄດ້ທີ່ຄອມເມັນ.
27/06/2021
ふかひれ
Shark fin
ຫູສະຫລາມ, ແຕ່ທີ່ຈິງມັນບໍ່ແມ່ນຫູປາສະຫຍາມ ☺️☺️
27/06/2021
指切りげんまん(ゆびぎりげんまん)
Pinky swear, Pinky promise
ເກາະກ້ອຍສັນຍາ, ກ່ຽວກ້ອຍສັນຍາ
19/04/2021
✅ ມາເຖິງຂັ້ນຕອນເຂົ້າປະເທດທີ່ແສນຈະຫລາຍຂັ້ນຕອນແຕ່ເປັນລະບຽບສົມເປັນຍີ່ປຸ່ນ.
👉 ກົດອ່ານຄອມເມັນຕາມຮູບເລີຍເພາະມັນຍາວຫລາຍ.
👉 陰性(いんせい)ຜົນເປັນລົບ, ບໍ່ຕິດເຊື້ອ
👉 陽性(ようせい)ຜົນເປັນບວກ, ຕິດເຊື້ອ
✅ ສຸດທ້າຍເວລາໄປເອົາກະເປົາເຄື່ອງເປັນຄັ້ງທໍາອິດທີ່ເຫັນເພິ່ນເອົາຫມາມາດົມກະເປົາ ແຕ່ກະບໍ່ມີຫຍັງຫລາຍ. ນ່າຈະມາດົມຫາສານເສບຕິດ.
02/04/2021
ຝາກຕິດຕາມອີກຊ່ອງທາງໜຶ່ງຂອງເຊັນເຊເດີ້
Nyako Sensei - YouTube
Nyako Sensei is a channel for everyone who is interested in learning culture and language, especially Laos and Japan.Hope you enjoy and thanks for subscribe....
29/03/2021
✅✅ ການຂໍອອກປະເທດຊ່ວງໂຄວິດ ຕອນ3 (ປ່ຽນຍົນທີ່ອິນຊອນ, ເກົາຫລີໃຕ້)
ຫລັງຈາກທີ່ນັ່ງຍົນມາດົນກໍເຂົ້າຂັ້ນຕອນລົງປ່ຽນຍົນຢູ່ອິນຊອນເຊີ່ງຍົນໄດ້ມາຮອດປະມານຫ້າໂມງປາຍຕອນເຊົ້າແລະຈະອອກໄປນາລິຕະປະມານສິບໂມງຊາວ. ຖືວ່າມີເວລາເຫລືອເຟືອ.
① ຕັ້ງແຕ່ຢູ່ເທິງຍົນເພິ່ນຈະຢາຍເອກະສານໃຫ້ຕື່ມເຊິ່ງຢູ່ນີ້ຈະໃຊ້ພຽງສອງໃບຄືສີຂາວ Travel Record Declaration 〈ເອກະສານ1〉ແລະ ໃບສີເຫລືອງ Health Declaration Form〈ຮູບສອງ〉ເຊິ່ງຈະມີເຈົ້າຫນ້າທີ່ມາກວດອຸນຫະພູມລະຂຽນໃສ່ເຈ້ຍສີຂາວ, ແລະເພີ່ນຊິຖາມວ່າ Transit ບໍ່ ລະເພິ່ນກະຊິຂຽນ TS ໃສ່ເຈ້ຍສີເຫລືອງ. ຈາກນັ້ນກະເອົາເຈ້ຍແລະພາດສະປອດໄປຍື່ນຢູ່ຊ່ອງ 〈ຮູບສອງ〉ພະນັກງານກະຈະເກັບແຕ່ໃບສີເຫລືອງໄວ້. ໃຫ້ສີຂາວເຮົາເກັບໄວ້ເປັນທີ່ລະນຶກ.
② ຫລັງຈາກຜ່ານດ່ານດັ່ງກ່າວເຮົາກະຍ່າງໄປຕາມປ້າຍປ່ຽນຍົນ (ຫ້າມອອກໄປບ່ອນກວດຄົນເຂົ້າເມືອງເດັດຂາດ ຍ່າງກາຍໂລດ), ຂຶ້ນຂີ່ລົດໄຟໃນສະຫນາມບິນເພື່ອໄປແພັດຟອມເທີມິນໍຫນຶ່ງ, ເນື່ອງຈາກຕ້ອງປ່ຽນສາຍການບິນສະນັ້ນຕ້ອງໄດ້ໄປເຊັກອິນເອົາປີ້ໃຫມ່ ເຊິ່ງຫາບໍ່ຍາກເລີຍ. ສາຍການບິນຂອງເຈົ້າຂອງແມ່ນ ASIANA airlines.
③ ຈາກນັ້ນກໍຍັງມີເວລາເຫລືເຟືອພໍໄດ້ງີບຈັກຊົ່ວໂມງ. ແຕ່ຢ່າລືມຕອບແບບສອບຖາມຂອງກະຊວງສາທາຂອງຍີ່ປຸ່ນກ່ອນເຂົ້າຍີ່ປຸ່ນເຊິ່ງສາມາດເຂົ້າໄປຕາມລິ້ງຫລື QR code〈ຮູບສາມ〉ແຕ່ຢ່າລືມຕໍ່ເນັດຟີຢູ່ສະຫນາມບິນກ່ອນ ແນະນໍາວ່າເຮັດໄວ້ກ່ອນດີກວ່າເພາະຄ່ອນຂ້າງໃຊ້ເວລາ. ເຊິ່ງມັນຈະມີໃຫ້ເລືອກຫລາຍພາສາເຊັ່ນພາສາໄທກະມີ, ຫລັງຈາກຕອບຫມົດແລ້ວສຸດທ້າຍຈະອອກ QR code ຄໍາຕອບຂອງເຮົາ. ຢ່າລືມເຄັບຮູບຫນ້າຈໍໄວ້ຢັ້ງຢືນຕອນຮອດນາລິຕະ〈ຮູບສີ່〉
ຫລັງຈາກນັ້ນກະລໍຖ້າຂື້ນຍົນໄດ້, ຢູ່ອິນຊອນຮ້ານສ່ວນຫລາຍຍັງເປີດປົກກະຕິ ມີຮ້ານລັອດເຕເລຍ, ຮ້ານຄ້າປອດພາສີຕ່າງໆ ແລະ ທີ່ສໍາຄັນອານຫານຂອງສາຍການບິນ ASIANA airlines ເຊິ່ງກໍາແມ່ນຂອງເກົາຫລີຄືກັນ ຢາກບອກວ່າແຊບແລະອີ່ມຄັກ 〈ຮູບຫ້າ〉ນັກບິນຢາກວ່າຂັບປານຂີ່ໂລເລີຄັອດສະເຕີພຸ້ນລະຕອນຂຶ້ນກັບຕອນລົງແຕ່ໂດຍລວມໂອເຄເລີຍ. ໂພສເທື່ອຫນ້າຈະເປັນຂັ້ນຕອນການເຂົ້າຍີ່ປຸ່ນທີ່ມີຄວາມລະທຶກສຸດໆ ຖ້າຕິດຕາມອີກບໍ່ດົນເດີ້.
25/03/2021
✅✅ ການຂໍອອກປະເທດຊ່ວງໂຄວິດ ຕອນ2 (ທີ່ເດີ່ນບິນວັດໄຕ)
ເນື່ອງຈາກເປັນຖ້ຽວບິນພິເສດໃນຊ່ວງນີ້ເລີຍຈໍາເປັນຕ້ອງໄປໄວກວ່າປົກກະຕິເພືີ່ອໄວ້ສາມຊົ່ວໂມງ. ສະຫນາມບິນກໍຈະຫງຽບເປັນພິເສດຮ້ານອາກຫານສ່ວນຫລາຍບໍ່ເປີດໄຄແຕ່ຊັ້ນລຸ່ມເພິ່ນຍັງມີຮ້ານຫນຶ່ງທີ່ພໍມີອາຫານຢູ່ ພໍໄດ້ກິນເຂົ້າປຽກຮອງທ້ອງເພາະເຈົ້າຂອງຄິດວ່າຊິໄປຝາກທ້ອງຢູ່ສະຫນາມບິນ ຄິດຜິດສະນັ້ນໃຜທີ່ຊິອອກເດີ່ນໃຫ້ຫາຫຍັງກິນກ່ອນມາດີກວ່າ.
① ເຄົາເຕີເຊັກອິນເພິ່ນກໍຈະເຄັ່ງເປັນພິເສດເລື່ອງນໍ້າຫນັກກະເປົາ, ກວດວິຊ້າ, ເອກະສານຕ່າງໆແລະທີີ່ເພີ່ມມາແມ່ນເອກະສານ Declaration of indemnity ຂອງສາຍການບິນ Tway. ກະມີແຕ່ຂຽນເມວລະກະເຊັນ.
② ດ່ານຕໍາຫລວດກະປະຕິບັດປົກກະຕິແຕ່ເພິ່ນຊິສອບຖາມລະອຽດຫນ້ອຍຫນຶ່ງວ່າໄປເຮັດຫຍັງ, ລະກະບຣາບຣາບຣາ.
③ ນັ່ງຖ້າມາລາທອນຊາມຍົນອອກ ທາງດ້ານໃນບ່ອນລໍຖ້າຂຶ້ນເຄື່ອງກະຊິເປັນວ່າງໆ ແຕ່ຢູ່ໃນກະຍັງມີຮ້ານເປີດປົກກະຕິ, ມີຮ້ານກາເຟສອງຮ້ານ, ສະຫລຸບວ່າຢູ່ດ້ານນອກບໍ່ມີແຕ່ຜ່ານບ່ອນຈໍ້າກາມາລະຈະມີຮ້ານຄືເກົ່າ. ຮູ້ສຶກວ່າມີຕັ່ງຫລາຍຂຶ້ນ ແລະ ກວ້າງກວ່າເກົ່າ.
④ ກຽມຕົວຂຶ້ນຍົນ, ເນື່ອງຈາກຍົນເປັນປະເພດແອຄຣາຟ, ເພິ່ນຈຶ່ງບໍ່ມີຫມອນຫລືຜ້າຫົ່ມໃຫ້ແນະນໍາໃຜທີ່ຂີ້ຫນາວໃຫ້ຖືມາເອງ, ແຕ່ຮູ້ສຶກວ່າເພິ່ນກະບໍ່ໄດ້ເປີດແອແຮງປານໃດ, ລະໃຫ້ຊື້ນໍ້າດື່ມໄປນໍາສຳລັບໃຜທີ່ມັກກິນນໍ້າເພາະເທິງຍົນຈະບໍ່ມີການບໍລິການຫຍັງ.
ໃຊ້ເວລາຈາກວຽງຈັນຮອດອິນຊອນປະມານຫ້າຊົ່ວໂມງ.
ໃນທີ່ສຸດກະຮອດຈຸດຫມາຍແຕ່ບໍ່ໄດ້ນອນປານໃດເພາະຍົນຢາກສັ່ນຕະຫລອດ. ແຕ່ກະຮອດຕະຫລອດປອດໄພ ຂອບໃຈສາຍການບິນທີເວ.
ເທື່ອຫນ້າຈະແມ່ນຊັ້ນຕອນການປ່ຽນຍົນຢູ່ເກົາຫລີເດີ.
23/03/2021
✅✅ການຂໍອອກປະເທດຊ່ວງໂຄວິດ ຕອນ1 (ກໍລະນີໄປຍີ່ປຸ່ນ🇯🇵🇯🇵)
ມື້ນີ້ຈະຂໍແຊປະສົບການການຂໍອອກປະເທດໃຫ້ທຸກຄົນເພື່ອວ່າຈະເປັນປະໂຫຍດໃຫ້ຫລາຍໆຄົນ.
① ທໍາອິດເລີຍຕ້ອງກວດອາຍຸຂອງຫນັງສືຜ່ານແດນ ແລະວີຊາ ຫລື ບັດພັກເຊົາຢູ່ຍີ່ປຸ່ນ (Residence Card) ວ່າຍັງນໍາໃຊ້ໄດ້ບໍ່.
② ຂໍໃຫ້ທາງບໍລິສັດທີ່ຢູ່ຍີ່ປຸ່ນບ່ອນເຮົາເຮັດວຽກອອກຫນັງສືຢັ້ງຢືນວ່າເຮົາເປັນພະນັກງານຂອງເຂົາພ້ອມທັງລະບຸບ່ອນກັກໂຕ ແລະ ຫລັງຈາກກັກໂຕຈະໄປໃສ? (ຕົວຢ່າງ 〈ເອກະສານ 1〉 ຂໍເພິ່ນເຮັດເປັນອັງກິດໃຫ້).
③ ຈັດແຈງຈອງປີ້ຍົນຈາກສະຫນາມບິນວັດໄຕຫາອິນຊອນ ແລະ ອິນຊອນຫານາລິຕະ ຕາມແຕ່ສະດວກເວລາຂອງແຕ່ລະຄົນ. ຕາມລາຄາທີ່ຂ້າພະເຈົ້າຊື້ມາແມ່ນ 1000+ ໂດລ້າ. ໄດ້ນໍ້າຫນັກຊາວກິໂລແລະເຄື່ອງຖືຂຶ້ນຍົນເຈັດກິໂລ. ຈາກນັ້ນຂໍໃຫ້ທາງຕົວແທນຂາຍປີ້ຊ່ວຍອອກໃບຈອງໃຫ້ທັນທີ.
④ ເມື່ອໄດ້ເອກະສານຄົບແລ້ວຕ້ອງເອົາໄປແຈ້ງສອງບ່ອນຄືສະຖານທູດ (ຕ້ອງຟ້າວຍື່ນໃຫ້ທັນເວລາເພີ່ນກໍານົດ ເຊິ່ງກວດໄດ້ຈາກຫນ້າເພດເຟສບຸກຂອງສະຖານທູດຍີ່ປຸ່ນ, ກໍລະນີຂ້າພະເຈົ້າອອກທີ18/3 ຕ້ອງແຈ້ງບໍ່ໃຫ້ກາຍທີ9/3. ເອກະສານກະມີ ໃບຈອງປີ້, ສໍາເນົາພາດສະປອດ, ກັອບປີ້ບັດພັກເຊົາ, ເອກະສານຢັ້ງຢືນຈາກຍີ່ປຸ່ນ) ແລະ ອີກບ່ອນແມ່ນກົງສູນກະຊວງຕ່າງປະເທດ (ບ່ອນອອກຫນັງສືຜ່ານແດນ ເວລາໄປຍື່ນກໍໃຊ້ເອກະສານແບບດຽວກັບສົ່ງສະຖານທູດ ແລະຈະຕ້ອງໄດ້ຂຽນໃບສະເຫນີຂໍອອກປະເທດເອງຖ້າມີຫມູ່ໄປນໍາກັນກະໃຫ້ຄົນຫນຶ່ງຂຽນລະກະລະບຸວ່າມີຈັກຄົນກໍໄດ້ ແລ້ວເພິ່ນຈະໃຫ້ໃບນັດຕິດຕາມຜົນ ຕົວຢ່າງ〈ເອກະສານ 4〉ກໍລະນີຂ້າພະເຈົ້າເພິ່ນນັດມາເອົາມື້ອອກເລີຍຄືວັນທີ18/3 ສ່ວນມື້ໄປຍື່ນແມ່ນທີ10/3 ຕາມຟັງມາຄັນບໍ່ມີບັນຫາເພິ່ນຈະບໍ່ໂທຫາແຕ່ທາງທີ່ດີຄວນຂໍເບີຕິດຕາມນໍາດີກວ່າເພື່ອມີບັນຫາຈຶ່ງແກ້ໄຂທັນ, ເອກະສານທີ່ໄດ້ແມ່ນ 〈ເອກະສານ 7〉)
⑤ ການກວດໂຄວິດກ່ອນອອກເດີນທາງແມ່ນສອງມື້ກ່ອນອອກເດີ່ນ. ເພາະໃຊ້ເວລາມື້ຫນຶ່ງໃນການກວດຕົວຢ່າງຂ້າພະເຈົ້າແມ່ນໄປກວດທີ 16/3 ໄດ້ຜົນທີ 17/3 ອອກເດີ່ນທີ 18/3. ສໍາລັບຂັ້ນຕອນແມ່ນ ໄປກວດຢູ່ສູນວິເຄາະ ແລະ ລະບາດວິທະຍາ ຫລັກສີ່. ພໍໄປຮອດກໍຈະແນມເຫັນໂລດ ຢູ່ຕິດປະຕູທາງເຂົ້າອອກເລີຍ. ເພິ່ນຈະແບ່ງເປັນສອງແຖວ (ເບິ່ງຍາກຫນ້ອຍຫນຶ່ງກໍລະນີຄົນຫລາຍ) ຫມາຍຄວາມວ່າໃຫ້ເອົາພາດສະປອດໄປສະແກນເພື່ອຮັບໃບລົງທະບຽນກ່ອນ 〈ເອກະສານ 5〉, ຫລັງຈາກນັ້ນຈຶ່ງໄປຕໍ່ແຖວຖ້າຈ່າຍເງິນຄ່າກວດ (ກວດດັງກັບຄໍ1,200,000 ກີບ ແຕ່ຕອນນີ້ໄດ້ຍິນວ່າຫລຸດລົງຄາລົງມາແລ້ວ, ແນມໄປເຫັນບາງຄົນເຊິ່ງເປັນຄົນຈີນມີການກວດເລືອດພ້ອມ ເຊິ່ງຕ້ອງຈ່າຍ 2 ລ້ານກີບ ນ່າຈະແລ້ວແຕ່ປະເທດປາຍທາງຢາກໄດ້ຫຍັງ) ແລະ ຫລັງຈາກຈ່າຍເງິນແລ້ວກະເຂົ້າກວດເລີຍ ເປັນອັນວ່າຈົບສໍາລັບມື້ນັ້ນ. ມີແຕ່ຕ້ອງຖື〈ເອກະສານ 5〉 ມາຮັບຜົນກວດຢູ່ຫ້ອງການໃຫ້ກັນກັ້ນໃນມື້ຕໍ່ມາ ແລະຈະໄດ້ໃບຢັ້ງຢືນ 〈ເອກະສານ 6〉
ກະຖືວ່າຂັ້ນຕອນແລ່ນເອກະສານອອກສໍາເລັດ, ຕໍ່ໄປແມ່ນມື້ອອກເດີນທາງ ແລະ ຊ່ວງລໍຖ້າປ່ຽນຍົນ. ມື້ອື່ນຈະມາເລົ່າໃຫ້ຟັງໃຫມ່ເດີ້.
📝 ເນື່ອງຈາກສະຖານະການທີ່ປ່ຽນແປງໄດ້ຕະຫລອດອາດມີການປ່ຽນແປງ ຫລື ເພີ່ມເຕີມໄດ້. ຖ້າຜິດພາດປະການໃດກໍຂໍອະໄພມານະທີ່ນີ້ດ້ວຍ.
Cr. ຮູບປີ້ຍົນຈາກບໍລິສັດຂາຍປີ້ຍົນ.
01/02/2021
ຄໍາສັບມື້ນີ້ແມ່ນ
✅暇つぶし(ひまつぶし): To kill time, passing time⏳⏳
ແປເປັນລາວແມ່ນ, ຂ້າເວລາ
📝ຕົວຢ່າງ:
①オンラインゲームをして暇を潰しています。
👉ກຳລັງຫລິ້ນເກມອອນໄລຂ້າເວລາຢູ່.
②彼女が来る迄にゲームセンターで暇つぶしをしましょうか。
👉ຂ້າເວລາຢູ່ຮ້ານເກມຖ້າຊາມຊາລາວມາປະ!
③暇つぶしに映画を見ました。
👉ເບິ່ງຫນັງຂ້າເວລາ.
ນອກຈາກນັ້ນເພິ່ນກໍຍັງໃຊ້ຄໍາວ່າ
✅時間を潰す(じかんをつぶす)ເຊິ່ງມີຄວາມຫມາຍຂ້າເວລາຄືກັນ ⏳⏳
📝ຕົວຢ່າງ:
①テレビゲームをして時間をつぶします。
👉ຫລິ້ນເກມໂທລະທັດຂ້າເວລາ.