ສະຖາບັນ ລາວວຽງ Laovieng Institute

ສະຖາບັນ ລາວວຽງ Laovieng Institute ✅ນີ້ແມ່ນ ເພສຫລັກຂອງ ສະຖາບັນ ລາວວຽງ
🔵This is Laovieng Institute Official page

ການສຶກສາແມ່ນພື້ນຖານໃນການກ້າວເດີນໄປສູ່ຄວາມຈະເລີນກ້າວໜ້າ ຂອງມວນມະນຸດເຮົາ ເພາະສະນັ້ນ, ການສ້າງຕັ້ງຂຶ້ນຂອງ ວິທະຍາໄລ ລາວວຽງ ຈຶ່ງເປັນສ່ວນໜຶ່ງຂອງການຊ່ວຍຊຸກຍູ້ໃຫ້ບັນດາຜູ້ທີ່ສົນໃຈໃຝ່ຫາ ຄວາມຮູ້-ສາມາດໃນການດຳລົງຊີວິດ

ການສຶກສາຮໍ່າຮຽນທີ່ສະຖາບັນແຫ່ງນີ້ ຈຶ່ງເນັ້ນໄປທີ່ການສ້າງຄົນໃນສອງດ້ານຈະແຈ້ງຄື:
- ທັກສະດ້ານວິຊາການ
- ທັກສະດ້ານຄວາມສະຫຼາດທາງອາລົມ

ນອກນັ້ນຍັງສ້າງໃຫ້ຊາວໜຸ່ມເຂົ້າໃຈກ່ຽວການສຶກສາຂັ້ນພື້ນຖານ ຈົນກ້າວຂຶ້ນເຖິງການສຶກສາກ່ຽວກັບ ຄວາມຮູ້ດ້ານ ເຕັກໂນໂລຊີ ເຊິ່ງເປັນຍຸກທີ່ມະນຸດເຮົາຈຳເປັນຕ້ອງຮຽນຮູ້ກ່ຽວກັບບັນດາເຕັກໂນໂລຊີໃໝ່ໆທີ່ທັນສະໄໝ ເພື່ອນໍາເອົາໄປະກອບອາຊີບ ແລະ ກໍເພື່ອເອົາໄປພັດທະນາປະເທດຊາດທາງດ້ານເສດຖະກິດ-ສັງຄົມໃຫ້ກ້າວໜ້າສີວິໄລ ເທົ່າທຽມກັບບັນດາປະເທດອຶ່ນໆ


Education is fundamental to human prosperity. For this reason, establishing of Laovieng College has become a part of encouragement those who seeks the knowledge and ability in life. Study at this institution thus emphasize in 2 obvious ways:
- Technical Skill
- Emotional intelligence Skill
In addition, it also helps youths realize basic education to advance the education of technology knowledge which is the age that human needs to learn about new technology to lead a career and to be used to develop the nation in terms of economic-society to make progress to be equal with other countries.

📣ເຖິງນັກສຶກສາ ແລະ ຄູອາຈານທີ່ຮັກແພງ ແລະ ນັບຖື ສະຖາບັນ ລາວວຽງ ຂໍແຈ້ງໃຫ້ຊາບວ່າ  ໃນວັນເສົາ ວັນທີ 15 ເດືອນ ສິງຫາ 2026 ແມ່ນຈະມ...
14/08/2026

📣ເຖິງນັກສຶກສາ ແລະ ຄູອາຈານທີ່ຮັກແພງ ແລະ ນັບຖື
ສະຖາບັນ ລາວວຽງ ຂໍແຈ້ງໃຫ້ຊາບວ່າ ໃນວັນເສົາ ວັນທີ 15 ເດືອນ ສິງຫາ 2026 ແມ່ນຈະມີການສ້ອມແປງທາງເຂົ້າ ສະຖາບັນ ເຊິ່ງຈະເຮັດໃຫ້ການເຂົ້າ-ອອກບໍ່ສາມາດທໍາການໄດ້ຕັ້ງແຕ່ເວລາ 8:30 ຫາ 17:00.ສະນັ້ນ, ນັກສຶກສາທີ່ຢູ່ຫໍພັກໃນຫາມີເຫດຈໍາເປັນ ຫລື ມີທຸລະແມ່ນໃຫ້ຫລີກເວັ້ນຊ່ວງເວລານີ້ ຂອບໃຈ.

📢 ປະກາດ ປະກາດ ໆ  ທາງກຸ່ມ ນັກປະດິດ ສະຖາບັນ ລາວວຽງ (LAOVIENG ROBOT Maker) 🤖•••• ຂອງພວກເຮົາໄດ້ມີການເປີດຮັບສະມາຊິກໃຫມ່ ເພື່ອ...
13/08/2026

📢 ປະກາດ ປະກາດ ໆ ທາງກຸ່ມ ນັກປະດິດ ສະຖາບັນ ລາວວຽງ (LAOVIENG ROBOT Maker) 🤖•••• ຂອງພວກເຮົາໄດ້ມີການເປີດຮັບສະມາຊິກໃຫມ່ ເພື່ອເປັນຊ່ອງທາງໃຫ້ນ້ອງໆໄດ້ມີໂອກາດໄດ້ຮ່ວມ ແລະ ເຮັດກິດຈະກຳເພີ່ມຂຶ້ນ.
📖 ເຊິ່ງມີເງື່ອນໄຂໃນການລົງສະໝັກດັ່ງນີ້:

1. ຕ້ອງເປັນນັກສຶກສາຂອງສະຖາບັນ ລາວວຽງ.

2. ຕ້ອງເປັນນັກສຶກສາ (ປີ 2)ທຸກໆສາຂາ ເທົ່ານັ້ນ!

3. ມີຄວາມສົນໃຈ ແລະ ຮັກໃນການຄົ້ນຄິດປະດິດສ້າງສິ່ງໃໝ່ໆ.

4. ສາມາດເສຍສະຫຼະເວລາມາຮ່ວມກິດຈະກຳຕ່າງໆໄດ້.

5. ມີຄວາມອົດທົນ, ພະຍາຍາມ, ຕັ້ງໃຈ ແລະ ຮັບຜິດຊອບຕໍ່ໜ້າທີ່ວຽກງານ ຂອງຕົນເອງ.

🗓️ ສອບເສັງ ວັນທີ 02/09/2026
📑 ປະກາດຜູ້ທີ່ຈະຜ່ານເຂົ້າສໍາພາດວັນທີ 4/9/2026.
📢ປະກາດຜົນວັນທີ 07/09/2026
ສອບຖາມຂໍ້ມູນ:+85620 78246590 ຫລື ສອບຖາມໂດຍກົງທີ່ຫ້ອງການວິຊາການຕຶກ B.
ຂໍຂອບໃຈ 🫶🏻✨

ເຖິງ ນັກສຶກສາ ແລະ ຄູ-ອາຈານທີ່ຮັກແພງ,-------------✅ສະຖາບັນ ລາວວຽງ ຂໍແຈ້ງມາຍັງທ່ານຊາບວ່າຈະໄດ້ມີການພັກການຮຽນ-ສອນ ເນື່ອງໃນວັ...
18/07/2026

ເຖິງ ນັກສຶກສາ ແລະ ຄູ-ອາຈານທີ່ຮັກແພງ,
-------------
✅ສະຖາບັນ ລາວວຽງ ຂໍແຈ້ງມາຍັງທ່ານຊາບວ່າຈະໄດ້ມີການພັກການຮຽນ-ສອນ ເນື່ອງໃນວັນສ້າງຕັ້ງສະຫະພັນແມ່ຍິງລາວ ກົງກັບ ວັນຈັນ ວັນທີ 20 ເດືອນ 07 ປີ 2026 ແລະ ວັນອັງຄານ ວັນທີ 21 ເດືອນ 07 ປີ 2026 ແມ່ນເລີ່ມເປີດການຮຽນ-ສອນປົກກະຕິ.
--------------
📌ສໍາລັບຫ້ອງໃດທີ່ມີການສອບເສັງ ແມ່ນໃຫ້ຕິດຕາມການປ່ຽນແປງນໍາກຸ່ມຫ້ອງຕົວເອງ ແລະ ອາຈານປະຈໍາວິຊາ.

ເປີດຮັບນັກສຶກສາ ຫຼັກສູດບໍາລຸງລະດັບພາສາຈີນ 🇨🇳HSK1&HSK2▪️ໃຜທີ່ຕ້ອງການກຽມເຂົ້າສາຍຮຽນພາສາຈີນ. ▪️ມາກຽມຄວາມພ້ອມນໍາກັນເດີ.✅ ເສີ...
15/06/2026

ເປີດຮັບນັກສຶກສາ ຫຼັກສູດບໍາລຸງລະດັບພາສາຈີນ 🇨🇳HSK1&HSK2
▪️ໃຜທີ່ຕ້ອງການກຽມເຂົ້າສາຍຮຽນພາສາຈີນ.
▪️ມາກຽມຄວາມພ້ອມນໍາກັນເດີ.
✅ ເສີມສ້າງ 4 ທັກສະ ແຕ່ລະດັບພື້ນຖານໄປເຖິງລະດັບກາງ.
✅ ການເສັງລະດັບພາສາຈີນ.
✅ ໄດ້ທັງການໃຊ້ຊີວິດຕົວຈິງ ມາສະຫມັກຮຽນນໍາກັນເດີ!!!!
______________________________________________
☎️ສົນໃຈສາມາດສອບຖາມລາຍລະອຽດໄດ້:
Call&W.a: 020 77447456, 020 93146556
📍ສະຖານທີ່: ບ້ານຄຳຮຸ່ງ ຮ່ອມ 05 ເມືອງ ໄຊທານີ ນະຄອນຫຼວງວຽງຈັນ

10/06/2026

🔵ການຈັດເຝິກອົບຮົມກຽມຄວາມພ້ອມກ່ອນການລົງເຝິກຫັດໃຫ້ກັບນັກສຶກສາ ສະຖາບັນ ລາວວຽງ ຮ່ວມກັບ 108.Jobs+VIPO+ ຈັດງານຝຶກອົບຮົມ.

ສະຖາບັນ ລາວວຽງເປີດຮັບນັກສຶກສາຊຸດໃໝ່ ສົກສຶກສາ 2026-2027 ເຊິ່ງມີສາຂາຮຽນດັ່ງນີ້:✅ ວິທະຍາສາດຄອມພິວເຕີ ແລະ ດິຈິຕອນເທັກໂນໂລຊີ ...
25/05/2026

ສະຖາບັນ ລາວວຽງເປີດຮັບນັກສຶກສາຊຸດໃໝ່ ສົກສຶກສາ 2026-2027 ເຊິ່ງມີສາຂາຮຽນດັ່ງນີ້:
✅ ວິທະຍາສາດຄອມພິວເຕີ ແລະ ດິຈິຕອນເທັກໂນໂລຊີ
(Computer Science and Digital Technology)
✅ ການເງິນ-ບັນຊີ
(Finance-Accounting)
✅ ພາສາຈີນທຸລະກິດ
(Business Chinese)
✅ ພາສາອັງກິດທຸລະກິດ
(Business English)
💥ພິເສດ: ຟຣີ ຕຳລາຮຽນ
✅ ທ່ານສາມາດຊື້ໃບສະໝັກຮຽນຕັ້ງແຕ່ມື້ນີ້ເປັນຕົ້ນໄປ
ໝາຍເຫດ: ມີຫໍພັກສຳຫຼັບນັກສຶກສາຕ່າງແຂວງ ເຮົາມີຫໍພັກໄວ້ຮອງຮັບພາຍໃນສະຖາບັນເລີຍ
☎️ 02077447556
📍ສະຖານທີ່: ບ້ານຄຳຮຸ່ງ ຮ່ອມ 5 ເມືອງ ໄຊທານີ ນະຄອນຫຼວງວຽງຈັນ
New students enrollment era 2026-2027
Accepting applications from today onwards
✅ Computer Science and Digital Technology
✅ Finance-Accounting
✅ Business Chinese
✅ Business English
💥Special: Free textbook
Note* There are student's residences from other provinces
☎️ 02077447556
📍Location: Khamhoung Village,
alley 5, Xaythany district, Vientiane Capital

ເຖິງ ນັກສຶກສາ ແລະ ຄູ-ອາຈານທີ່ຮັກແພງ-------------✅ວິທະຍາໄລ ລາວວຽງ ຂໍແຈ້ງມາຍັງທ່ານຊາບວ່າ ວັນທີ 01 ເດືອນ 05 ປີ 2026 (ວັນກໍາ...
30/04/2026

ເຖິງ ນັກສຶກສາ ແລະ ຄູ-ອາຈານທີ່ຮັກແພງ
-------------
✅ວິທະຍາໄລ ລາວວຽງ ຂໍແຈ້ງມາຍັງທ່ານຊາບວ່າ ວັນທີ 01 ເດືອນ 05 ປີ 2026 (ວັນກໍາມະກອນສາກົນ) ທາງວິທະຍາໄລ ລາວວຽງ ຈະໄດ້ມີການພັກການຮຽນ-ສອນ ແລະ ວັນທີ 04 ເດືອນ 05 ປີ 2026 ແມ່ນເລີ່ມເປີດການຮຽນ-ສອນປົກກະຕິ
--------------
📌ສໍາລັບຫ້ອງໃດທີ່ມີການສອບເສັງ ແມ່ນໃຫ້ຕິດຕາມການປ່ຽນແປງນໍາກຸ່ມຫ້ອງຕົວເອງ ແລະ ອາຈານປະຈໍາວິຊາ

✅ ຂະບວນທັດສະນະສຶກສາຢ້ຽມຢາມ ມ.ປາຍ ວັງວຽງ ຄັ້ງວັນທີ 6 ມີນາ 2026 ✅Study tour to VangVieng Secondary School on March 6th, 20...
13/03/2026

✅ ຂະບວນທັດສະນະສຶກສາຢ້ຽມຢາມ ມ.ປາຍ ວັງວຽງ ຄັ້ງວັນທີ 6 ມີນາ 2026
✅Study tour to VangVieng Secondary School on March 6th, 2026
📌ຮູບພາບເພີ່ມເຕີມ: https://drive.google.com/drive/folders/1ED2Z7ol6CuPFZ_NE8QiIiXKzuxFE7kG8?usp=sharing
📌ໃຜໄປທັດສະນະແນ່ ລົງຮູບກ້ອງ comment ໃຫ້ເບິ່ງແນ່ເດິ

ເຖິງ ນັກສຶກສາ ແລະ ຄູ-ອາຈານທີ່ຮັກແພງ,-------------✅ວິທະຍາໄລ ລາວວຽງ ຂໍແຈ້ງມາຍັງທ່ານຊາບວ່າຈະໄດ້ມີການພັກການຮຽນ-ສອນ (ວັນແມ່ຍິ...
08/03/2026

ເຖິງ ນັກສຶກສາ ແລະ ຄູ-ອາຈານທີ່ຮັກແພງ,
-------------
✅ວິທະຍາໄລ ລາວວຽງ ຂໍແຈ້ງມາຍັງທ່ານຊາບວ່າຈະໄດ້ມີການພັກການຮຽນ-ສອນ (ວັນແມ່ຍິງສາກົນ).
ເນື່ອງໃນວັນແມ່ຍິງສາກົນກົງກັບ ວັນອາທິດ ວັນທີ 08 ເດືອນ 03 ປີ 2026, ຈຶ່ງຈະມີການພັກການຮຽນ-ສອນຊົດເຊີຍໃນ ວັນຈັນ ວັນທີ 09 ເດືອນ 03 ປີ 2026 ແລະ ວັນອັງຄານ ວັນທີ 10 ເດືອນ 03 ປີ 2026 ແມ່ນເລີ່ມເປີດການຮຽນ-ສອນປົກກະຕິ.
--------------
📌ສໍາລັບຫ້ອງໃດທີ່ມີການສອບເສັງ ແມ່ນໃຫ້ຕິດຕາມການປ່ຽນແປງນໍາກຸ່ມຫ້ອງຕົວເອງ ແລະ ອາຈານປະຈໍາວິຊາ.

Dear Students and teachers,
-------------
✅We would like to inform you that Laovieng College is will be closed for the International Women’s Day.
Due to International Women’s Day falling on Sunday, there will be a compensatory holiday on Monday. The college will resume usual instruction on Tuesday, 10th of March.
--------------
📌 For the case of falling on exam day, please closely follow the notice or any changes from the group or subject instructor.

ສະບາຍດີນັກສຶກສາວິທະຍາໄລ ລາວວຽງທຸກຄົນ!✅ໂອກາດດີມາຮອດແລ້ວ! ສຳລັບນັກສຶກສາຄົນໃດທີ່ກຳລັງຈະສຳເລັດການສຶກສາ ຫລື ຮຽນຈົບແລ້ວແຕ່ຍັງບ...
18/02/2026

ສະບາຍດີນັກສຶກສາວິທະຍາໄລ ລາວວຽງທຸກຄົນ!
✅ໂອກາດດີມາຮອດແລ້ວ! ສຳລັບນັກສຶກສາຄົນໃດທີ່ກຳລັງຈະສຳເລັດການສຶກສາ ຫລື ຮຽນຈົບແລ້ວແຕ່ຍັງບໍ່ຮູ້ວ່າຈະສະໝັກວຽກໃນຕໍາແໜ່ງງານໃດດີ ຫຼື ນັກສືກສາທີ່ກໍາລັງວາງແຜນການລົງເຝິກງານ ແຕ່ຍັງບໍ່ຮູ້ຈະໄປເຝິກງານຢູ່ໃສດີ
✅ຂໍເຊີນຊວນທຸກຄົນ ມາຮ່ວມງານ ປະຊາສໍາພັນເພື່ອສະໝັກງານ ເຊິ່ງຈະມີຕົວແທນຈາກບໍລິສັດເພິ່ນມາເອງ ເຊິ່ງໃນງານນ້ອງໆນັກສຶກສາ ສາມາດມາຮ່ວມຮັບຟັງ ແລະ ສະໝັກວຽກໄດ້ເລີຍ
✅ເວລາເລີ່ມ: 09:00 am ຂອງວັນທີ 20/02/26 ວັນສຸກ ທີ່ຫ້ອງ A14&A15 ແລ້ວເຈີກັນທຸກຄົນ😊

Address

ບ້ານ ຄໍາຮຸ່ງ ຮ່ອມ 05 ເມືອງ ໄຊທານີ ນະຄອນຫລວງວຽງຈັນ
Vientiane

Opening Hours

Monday 08:00 - 20:15
Tuesday 08:00 - 20:15
Wednesday 08:00 - 20:15
Thursday 08:00 - 20:15
Friday 08:00 - 20:15

Telephone

+856305857834

Website

Alerts

Be the first to know and let us send you an email when ສະຖາບັນ ລາວວຽງ Laovieng Institute posts news and promotions. Your email address will not be used for any other purpose, and you can unsubscribe at any time.

Contact The School

Send a message to ສະຖາບັນ ລາວວຽງ Laovieng Institute:

Shortcuts

Share