04/09/2026
✨ ຈາກ “ເມັດພືດນ້ອຍໆ” ສູ່ການເຕີບໃຫຍ່ເປັນ “ຜູ້ປະກອບການຕົວຈິງ” 🌱✨
ໃນເດືອນສິງຫາ 2026, ທີມງານ 108.jobs ພາຍໃຕ້ບົດບາດ “ທ້າວສ້າງນາງສາ ຄູ່ຄິດທຸລະກິດຊຸມຊົນ” ໄດ້ລົງພື້ນທີ່ຕິດຕາມ ແລະ ໃຫ້ຄໍາປຶກສາແກ່ນ້ອງໆຜູ້ໄດ້ຮັບທຶນເລີ່ມຕົ້ນທຸລະກິດຢ່າງໃກ້ຊິດ ໃນ 6 ແຂວງເປົ້າໝາຍ: ໄຊຍະບູລີ, ນະຄອນຫຼວງວຽງຈັນ, ອຸດົມໄຊ, ຄໍາມ່ວນ, ຊຽງຂວາງ ແລະ ສາລະວັນ ພາຍໃຕ້ ໂຄງການ VTESS (Swisscontact).
ເສັ້ນທາງນີ້ເລີ່ມຕັ້ງແຕ່ການຝຶກອົບຮົມ “ພື້ນຖານການເປັນຜູ້ປະກອບການ (Basic Entrepreneurship Training)” ໃນເດືອນກຸມພາ, ຜ່ານການນໍາສະເໜີແຜນທຸລະກິດ ຈົນສາມາດຄັດເລືອກນ້ອງໆທີ່ມີຄວາມພ້ອມທັງໝົດ 108 ຄົນ. ຕະຫຼອດ 6 ເດືອນເຕັມ ທີ່ທຸກຄົນໄດ້ລົງມືສ້າງທຸລະກິດ ພາຍໃຕ້ການໃຫ້ຄໍາປຶກສາຂອງທີມງານຄູຝຶກ ແລະ ຜູ້ປະສານງານຂັ້ນແຂວງຄຽງຂ້າງສະເໝີມາ.
ຄວາມສໍາເລັດໃນມື້ນີ້ ປຽບເໝືອນເມັດພືດທີ່ໄດ້ຮັບການຫົດນໍ້າພວນດິນຢ່າງເອົາໃຈໃສ່ ຈົນຜະລິດໃບອອກດອກ ແລະ ສາມາດສ້າງລາຍຮັບທີ່ໝັ້ນຄົງໄດ້ດ້ວຍສອງມືຕົນເອງຢ່າງໜ້າພາກພູມໃຈ 💚
____________________________
🧑🏻🔧ຈຸດປະກາຍແຮງບັນດານໃຈໃຫ້ເກີດຜູ້ສ້າງວຽກເຮັດງານທໍາໃນທົ່ວປະເທດໃຫ້ຫຼາຍຂຶ້ນ
👩🏻🌾ເລີ່ມຈາກຈຸດທີ່ທ່ານຢູ່. ນໍາໃຊ້ສິ່ງທີ່ທ່ານມີ. ເຮັດໃນສິ່ງທີ່ທ່ານສາມາດເຮັດໄດ້