ໂຮງຮຽນມັດທະຍົມສຶກສາຕອນປາຍບໍ່ໂອ

ໂຮງຮຽນມັດທະຍົມສຶກສາຕອນປາຍບໍ່ໂອ ໂຮງຮຽນມັດທະຍົມຕອນປາຍບໍ່ໂອ
ບ. ບໍ່ໂອ
ມ. ຫາດຊາຍຟອງ
ຂ. ນະຄອນຫຼວງວຽງຈັນ ໂຮງຮຽນມັດທະຍົມຕອນປາຍບໍ່ໂອ
ບ. ບໍ່ໂອ
ມ. ຫາດຊາຍຟອງ
ຂ. ນະຄອນຫຼວງວຽງຈັນ
ໂທ:

ໃນຕອນເຊົ້າວັນພຸດ ທີ23ກັນຍາ2026 ຄູອາຈານພ້ອມດ້ວຍນັກຮຽນໄດ້ພາກັນອະນາໄມພາຍໃນໂຮງຮຽນ ແລະ ແຄມທາງ ແລະ ຫ້າງຫາກະກຽມສະຖານທີ່ໃນພິທີເປ...
23/09/2026

ໃນຕອນເຊົ້າວັນພຸດ ທີ23ກັນຍາ2026 ຄູອາຈານພ້ອມດ້ວຍນັກຮຽນໄດ້ພາກັນອະນາໄມພາຍໃນໂຮງຮຽນ ແລະ ແຄມທາງ ແລະ ຫ້າງຫາກະກຽມສະຖານທີ່ໃນພິທີເປີດຕາແສງບໍ່ໂອ ເຊິ່ງຈະຈັດຂື້ນໃນວັນພະຫັດ ທີ24ກັນຍາ 2026 ທີ່ໂຮງຮຽນ ມປ ບໍ່ໂອ ຂອງພວກເຮົາ

ໃນຕອນເຊົ້າວັນຈັນ ທີ 21 ກັນຍາ 2026 ສິດເກົ່າໂຮງຮຽນ ມປ ບໍ່ໂອ ຮຸ່ນ1997-1999 ໄດ້ຕາງໜ້າລົງມາມອບທຶນໃນການສ້ອມແປງຫຼັງຄາໂຮງຮຽນຂອງພ...
22/09/2026

ໃນຕອນເຊົ້າວັນຈັນ ທີ 21 ກັນຍາ 2026 ສິດເກົ່າໂຮງຮຽນ ມປ ບໍ່ໂອ ຮຸ່ນ1997-1999 ໄດ້ຕາງໜ້າລົງມາມອບທຶນໃນການສ້ອມແປງຫຼັງຄາໂຮງຮຽນຂອງພວກເຮົາ ມູນຄ່າ 4.200.000 ກີບ

ທາງໂຮງຮຽນ ຂໍຂອບໃຈເປັນຢ່າງສູງ ຂໍໃຫ້ພວກທ່ານຈົ່ງມີສຸຂະພາບແຂງແຮງ ຂໍໃຫ້ເຮັງໆລວຍໆ ປະສົບຜົນສຳເລັດໃນໜ້າທີ່ການງານ ມີຄວາມສຸກກາຍ ແລະ ໃຈ ທັງສ່ວນຕົວ ແລະ ຄອບຄົວ ປາດຖະໜາສິ່ງໃດຂໍໃຫ້ໄດ້ດັ່ງໃຈຫວັງ🙏

ພາບບັນຍາກາດການເປີດສົກຮຽນໃໝ່ຂອງໂຮງຮຽນ ມປ ບໍ່ໂອ ສົກຮຽນ 2026-2027   #ບໍ່ໂອ  #2026-2027
02/09/2026

ພາບບັນຍາກາດການເປີດສົກຮຽນໃໝ່ຂອງໂຮງຮຽນ ມປ ບໍ່ໂອ ສົກຮຽນ 2026-2027 #ບໍ່ໂອ #2026-2027

ທາງໂຮງຮຽນ ມປ ບໍ່ໂອ ຂອງພວກເຮົາຂໍຂອບໃຈມາຍັງ ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ ທີ່ໄດ້ມອບ-ຮັບເງີນທີ່ໄດ້ຈາກການລະດົມຜ່ານ OneHe...
21/08/2026

ທາງໂຮງຮຽນ ມປ ບໍ່ໂອ ຂອງພວກເຮົາຂໍຂອບໃຈມາຍັງ ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ ທີ່ໄດ້ມອບ-ຮັບເງີນທີ່ໄດ້ຈາກການລະດົມຜ່ານ OneHeart ໃຫ້ແກ່ໂຮງຮຽນຂອງພວກເຮົາ ແລະ ຂອບໃຈມາຍັງພໍ່ແມ່ປະຊາຊົນທີ່ຮ່ວມສົບທຶນໃນການສ້ອມແປງໂຄງຫຼັງຄາໂຮງຮຽນຂອງພວກເຮົາທັງໃນໂຄງການ Oneheart ແລະ ຊ່ວຍເຫຼືອທາງໂຮງຮຽນໂດຍກົງ ❤️❤️
ຂໍອວຍພອນໃຫ້ທ່ານມີສຸຂະພາບແຂງແຮງ ຂໍໃຫ້ເຮັງໆລວຍໆ ປະສົບຜົນສຳເລັດໃນໜ້າທີ່ການງານ ມີຄວາມສຸກກາຍ ແລະ ໃຈ ທັງສ່ວນຕົວ ແລະ ຄອບຄົວ ປາດຖະໜາສິ່ງໃດຂໍໃຫ້ໄດ້ດັ່ງໃຈຫວັງ🙏

ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ (ສຳນັກງານໃຫຍ່) ໄດ້ຕາງໜ້າສັງຄົມຜູ້ບໍລິຈາກ ຈັດພິທີມອບ-ຮັບ ເງິນທີ່ໄດ້ຈາກການລະດົມຜ່ານ OneHeart ໃຫ້ແກ່ໂຮງຮຽນມັດທະຍົມຕອນປາຍບໍ່ໂອ ໃນໂຄງການ “ສ້ອມແປງຫຼັງຄາໂຮງຮຽນມັດທະຍົມສຶກສາຕອນປາຍບໍ່ໂອ ບ້ານບໍ່ໂອ, ເມືອງຫາດຊາຍຟອງ, ນະຄອນຫຼວງວຽງຈັນ” ໂຄງການດັ່ງກ່າວ ໄດ້ເລີ່ມເປີດລະດົມທຶນນັບຕັ້ງແຕ່ວັນທີ 26 ພຶດສະພາ 2026 ເຖິງວັນທີ 27 ກໍລະກົດ 2026 ທີ່ຜ່ານມາ ແລະ ສາມາດລະດົມທຶນຊ່ວຍເຫຼືອໄດ້ ຈໍານວນ 17,557,026.73 ກີບ (ສິບເຈັດລ້ານຫ້າແສນຫ້າສິບເຈັດພັນຊາວຫົກກີບ ແລະ 73/100) ມີຜູ້ໃຈບຸນຮ່ວມບໍລິຈາກທັງໝົດ ຈຳນວນ 257 ຄັ້ງ.

ໃນຕອນເຊົ້າຂອງ ວັນທີ 19 ສິງຫາ 2026, ທະນາຄານການຄ້າ ຕ່າງປະເທດລາວ ມະຫາຊົນ (ສຳນັກງານໃຫຍ່) ໄດ້ຕາງໜ້າສັງຄົມຜູ້ບໍລິຈາກ ມອບ-ຮັບ ເງິນບໍລິຈາກຜ່ານ OneHeart ໂຄງການ “ສ້ອມແປງຫຼັງຄາໂຮງຮຽນມັດທະຍົມສຶກສາຕອນປາຍບໍ່ໂອ ບ້ານບໍ່ໂອ, ເມືອງຫາດຊາຍຟອງ, ນະຄອນຫຼວງວຽງຈັນ” ໃຫ້ກຽດມອບໂດຍ ທ່ານ ເອກະລາດ ກັນຍາວົງ ຄະນະກຳມະການ OneHeart ພ້ອມດ້ວຍຕາງໜ້າຈາກຄະນະ 03 ອົງການຈັດຕັ້ງມະຫາຊົນ ແລະ ຮັບໂດຍ ທ່ານ ບຸນໄຊ ພັນທະວົງ ຮອງຜູ້ອຳນວຍການໂຮງຮຽນມັດທະຍົມຕອນປາຍບໍ່ໂອ; ຈຸດປະສົງຂອງໂຄງການແມ່ນເພື່ອລະດົມທຶນໃນການສ້ອມແປງໂຄງຫຼັງຄາໂຮງຮຽນ ທີ່ເປເພ, ຊຸດໂຊມ ເພື່ອໃຫ້ ຄູ-ອາຈານ ໃນໂຮງຮຽນໄດ້ມີອາຄານທີ່ດີ, ແໜ້ນໜາ ແລະ ອຳນວຍຄວາມສະດວກໄດ້ຫຼາຍຂື້ນກວ່າເກົ່າ. ການມອບ-ຮັບ ໃນຄັ້ງນີ້ ທ່ານ ບຸນໄຊ ພັນທະວົງ ໄດ້ກ່າວຂອບໃຈຢ່າງສຸດຊື້ງຕໍ່ສັງຄົມ ກໍຄືນໍ້າໃຈຂອງທ່ານຜູ້ບໍລິຈາກເງິນ ທີ່ເຫັນໄດ້ເຖິງຄວາມຈຳເປັນ ແລະ ໄດ້ຮ່ວມແຮງ, ຮ່ວມໃຈກັນບໍລິຈາກເພື່ອສົມທົບທຶນໃນການສ້ອມແປງໂຄງຫຼັງຄາໂຮງຮຽນໃນຄັ້ງນີ້. ພ້ອມດຽວກັນນີ້ ທ່ານ ບຸນໄຊ ພັນທະວົງ ຍັງໄດ້ໃຫ້ຄຳໝັ້ນສັນຍາວ່າຈະນຳໃຊ້ເງິນບໍລິຈາກຈຳນວນດັ່ງກ່າວໃຫ້ຖືກຕ້ອງຕາມຈຸດປະສົງ ແລະ ໃຫ້ເກີດຜົນປະໂຫຍດສູງສຸດແກ່ໂຮງຮຽນກໍຄືບັນດາຄູອາຈານ.

ເປັນຜະລິດຕະພັນໜຶ່ງທີ່ ທາງ BCEL ມີຄວາມຕັ້ງໃຈນໍາໃຊ້ເທັກໂນໂລຢີທີ່ໄດ້ມີຄວາມທັນສະໄໝເຂົ້າໃນວຽກງານຊ່ວຍເຫຼືອສັງຄົມໂດຍບໍ່ຫວັງຜົນກຳໄລ ແລະ ບໍ່ມີຄ່າທຳນຽມ ການບໍລິຈາກກໍ່ງ່າຍ, ເຊິ່ງຈະຊ່ວຍໃຫ້ຜູ້ທີ່ມີຄວາມຫຍຸ້ງຍາກໄດ້ຮັບການຊ່ວຍເຫຼືອຕາມຄວາມເໝາະສົມ, ຜູ້ທີ່ບໍລິຈາກກໍ່ມີຄວາມໝັ້ນໃຈໄດ້ວ່າການບໍລິຈາກຂອງຕົນຈະເຖິງມືຜູ້ຕ້ອງການຄວາມຊ່ວຍເຫຼືອແທ້.
---------------------------------------------------
ເບີ່ງລາຍລະອຽດໂຄງການ: https://oneheart.la/projects/638
BCEL OneHeart ຫົວໃຈດວງດຽວກັນ

ທາງໂຮງຮຽນ ມປ ບໍ່ໂອ ຂໍຍ້ອງຍໍ ແລະ ຊົມເຊີຍນ້ອງນັກຮຽນ ຊັ້ນ ມ7 ທັງ 20 ນ້ອງທີ່ໄດ້ຮັບໃບຍ້ອງຍໍຄະແນນວິຊາການ 7 ຂື້ນໄປ ໃນການສອບເສັງ...
31/07/2026

ທາງໂຮງຮຽນ ມປ ບໍ່ໂອ ຂໍຍ້ອງຍໍ ແລະ ຊົມເຊີຍນ້ອງນັກຮຽນ ຊັ້ນ ມ7 ທັງ 20 ນ້ອງທີ່ໄດ້ຮັບໃບຍ້ອງຍໍຄະແນນວິຊາການ 7 ຂື້ນໄປ ໃນການສອບເສັງຈົບຊັ້ນ ມ7 ສົກຮຽນ2025-2026 ເຊິ່ງໄດ້ໄປຮັບໃບຍ້ອງຍໍທີ່ສູນການຄ້າໄອເຕັກ ໃນວັນພະຫັດ ທີ 30 ກໍລະກົດ 2026

ຊ່ວງນີ້ເປັນຊ່ວງປິດສົກຮຽນ ທາງໂຮງຮຽນ ມ.ປ ບໍ່ໂອ ຂອງພວກເຮົາກໍໄດ້ເລີ່ມມ້າງ ຫຼັງຄາ ອາຄານ ເພາະເປ່ເພຫລາຍ ເຊິ່ງມື້ນີ້ກໍໄດ້ເລີ່ມກາ...
25/06/2026

ຊ່ວງນີ້ເປັນຊ່ວງປິດສົກຮຽນ ທາງໂຮງຮຽນ ມ.ປ ບໍ່ໂອ ຂອງພວກເຮົາກໍໄດ້ເລີ່ມມ້າງ ຫຼັງຄາ ອາຄານ ເພາະເປ່ເພຫລາຍ ເຊິ່ງມື້ນີ້ກໍໄດ້ເລີ່ມການມ້າງຫຼັງຄາ ⚒️⚒️🛠️🛠️🪚🪚ໂຮງຮຽນຂອງພວກເຮົາຍັງຕ້ອງການ ການຊຸກຍູ້ຊ່ວຍເຫລືອທຶນຮອນຈາກທຸກທ່ານເພື່ອສ້ອມແປງຫລັງຄາ ເພາະຕອນນີ້ທຶນຮອນບໍ່ພຽງພໍໃນການສ້ອມແປງ ຖ້າທ່ານໃດມີນ້ຳໃຈ ຕ້ອງການຊຸກຍູ້ທຶນຮອນສາມາດ ບໍລິຈາກເຂົ້າມາໄດ້.

ຈົບແລ້ວນັກຮຽນຊັ້ນ ມ7 ສົກຮຽນ 2025-2026 ລຸ້ນທີXVI ❤️❤️   #ລຸ້ນທີxvi
21/06/2026

ຈົບແລ້ວນັກຮຽນຊັ້ນ ມ7 ສົກຮຽນ 2025-2026 ລຸ້ນທີXVI ❤️❤️ #ລຸ້ນທີxvi

ທາງໂຮງຮຽນຂອງພວກເຮົາ ຂໍສະແດງຄວາມຂອບໃຈມາຍັງທ່ານ ທີ່ບໍ່ປະສົງອອກນາມ ຈາກປະເທດ ການາດາ ທີ່ປະກອບສ່ວນຊຸກຍູ້ສ້ອມແປງຫລັງຄາໂຮງຮຽນມູນ...
02/06/2026

ທາງໂຮງຮຽນຂອງພວກເຮົາ ຂໍສະແດງຄວາມຂອບໃຈມາຍັງ
ທ່ານ ທີ່ບໍ່ປະສົງອອກນາມ ຈາກປະເທດ ການາດາ ທີ່ປະກອບສ່ວນຊຸກຍູ້ສ້ອມແປງຫລັງຄາໂຮງຮຽນມູນຄ່າ 3,000,000ກີບ
ທາງໂຮງຮຽນ ຂໍຂອບໃຈເປັນຢ່າງສູງ ຂໍໃຫ້ທ່ານມີສຸຂະພາບແຂງແຮງ ຂໍໃຫ້ເຮັງໆລວຍໆ ປະສົບຜົນສຳເລັດໃນໜ້າທີ່ການງານ ມີຄວາມສຸກກາຍ ແລະ ໃຈ ທັງສ່ວນຕົວ ແລະ ຄອບຄົວ ປາດຖະໜາສິ່ງໃດຂໍໃຫ້ໄດ້ດັ່ງໃຈຫວັງ🙏

 #ຮ່ວມບໍລິຈາກຜ່ານ_BCELOneHeart ໃນໂຄງການ “ສ້ອມແປງຫຼັງຄາໂຮງຮຽນມັດທະຍົມສຶກສາຕອນປາຍບໍ່ໂອ, ບ້ານບໍ່ໂອ, ເມືອງຫາດຊາຍຟອງ, ນະຄອນຫຼ...
28/05/2026

#ຮ່ວມບໍລິຈາກຜ່ານ_BCELOneHeart ໃນໂຄງການ “ສ້ອມແປງຫຼັງຄາໂຮງຮຽນມັດທະຍົມສຶກສາຕອນປາຍບໍ່ໂອ, ບ້ານບໍ່ໂອ, ເມືອງຫາດຊາຍຟອງ, ນະຄອນຫຼວງວຽງຈັນ” ເພື່ອລະດົມທຶນໃນການສືບຕໍ່ສ້ອມແປງຫຼັງຄາໂຮງຮຽນໃຫ້ໄດ້ມາດຕະຖານ ແລະ ເປັນບ່ອນຮຽນໃຫ້ແກ່ນ້ອງນັກຮຽນ.
ປະຈຸບັນນີ້ ໂຮງຮຽນພວກເຮົາກໍຄົບຮອບ 39 ປີ. ຕຶກ, ອາຄານຮຽນແຕ່ລະຕຶກກໍຖືວ່າມີອາຍຸການນໍາໃຊ້ທີ່ດົນພໍສົມຄວນ ແລະ ເລີ່ມມີການຊຸດໂຊມ ໂດຍສະເພາະແມ່ນ ໂຄງຫຼັງຄາຂອງໂຮງຮຽນທີ່ເປັນໄມ້ ເປ່ເພຫຼາຍຍ້ອນປວກກິນ ບໍ່ສາມາດຢູ່ໄດ້ ດັ່ງນັ້ນ, ຈຶ່ງມີຄວາມຈຳເປັນທີ່ຕ້ອງປ່ຽນໂຄງຫຼັງຄາໄປເປັນໂຄງເຫຼັກ. ເຊິ່ງໃນການປ່ຽນໂຄງຫຼັງຄາໃນຄັ້ງນີ້ແມ່ນນຳໃຊ້ງົບປະມານທີ່ຫຼາຍພໍສົມຄວນ ແລະ ໃນໄລຍະທີ່ຜ່ານມາທາງໂຮງຮຽນ ພ້ອມດ້ວຍສະມາຄົມພໍ່ແມ່ນັກຮຽນ, ຄະນະພັດທະນາການສຶກສາຂັ້ນບ້ານ, ຄູອາຈານ ແລະ ຫ້ອງການສຶກສາທິການ ແລະ ກິລາເມືອງຫາດຊາຍຟອງ ກໍໄດ້ພະຍາຍາມລະດົມທຶນຈາກພໍ່ແມ່ປະຊາຊົນພາຍໃນບ້ານ ແລະ ຈາກພາກສ່ວນຕ່າງໆ ແຕ່ກໍຍັງບໍ່ພຽງພໍທີ່ຈະລົງມືສ້ອມແປງໄດ້ເທື່ອ. ເພື່ອໃຫ້ໂຄງການສ້ອມແປງໂຄງຫຼັງຄາສາມາດດຳເນີນການໄດ້ແມ່ນຍັງຕ້ອງການທຶນຊ່ວຍເຫຼືອເພີ່ມຕື່ມ ເຊີ່ງງົບປະມານດັ່ງກ່າວແມ່ນຈະນຳໃຊ້ເຂົ້າໃນການຊື້ເຫຼັກ, ສັງກະສີ, ແຜ່ນລຽບສະມາດບອດ, ໄມ້ເຊີລ້າ, ທູບຈອດ… ເນື່ອງຈາກງົບປະມານສ່ວນໃຫຍ່ກໍແມ່ນໄດ້ມາຈາກການລະດົມທຶນຈາກພາກສ່ວນຕ່າງໆ. ດັ່ງນັ້ນ, ການເປີດການລະດົມທຶນຜ່ານ BCEL OneHeart ໃນຄັ້ງນີ້ກໍໍເປັນອີກໜຶ່ງຊ່ອງທາງໃນການລະດົມທຶນຮອນເຂົ້າໂຮງຮຽນເພື່ອໝູນໃຊ້ເຂົ້າໃນການສ້ອມແປງຫຼັງຄາໃຫ້ສຳເລັດ ພາຍໃຕ້ຊື່ໂຄງການ “ສ້ອມແປງຫຼັງຄາໂຮງຮຽນມັດທະຍົມສຶກສາຕອນປາຍບໍ່ໂອ, ບ້ານບໍ່ໂອ, ເມືອງຫາດຊາຍຟອງ, ນະຄອນຫຼວງວຽງຈັນ”

ການບໍລິຈາກຜ່ານ BCEL OneHeart ແມ່ນຊ່ວຍອໍານວຍຄວາມສະດວກດ້ານລະບົບຊ່ອງທາງໃນການລະດົມທຶນຈາກສັງຄົມເທົ່ານັ້ນ, ການປະຕິບັດການນໍາໃຊ້ເງິນຕົວຈິງທີ່ໄດ້ຮັບຈາກການຮ່ວມບໍລິຈາກຂອງສັງຄົມ ແມ່ນຢູ່ໃນຄວາມຮັບຜິດຊອບຂອງເຈົ້າຂອງໂຄງການ ແລະ ການນໍາໃຊ້ຈໍານວນເງິນທີ່ຮັບບໍລິຈາກ ເພື່ອນໍາໄປໝູນໃຊ້ເຂົ້າໃນຈຸດປະສົງຂອງໂຄງການນັ້ນ

ທ່ານສາມາດສອບຖາມຂໍ້ມູນເພີ່ມຕື່ມໂດຍກົງ ກ່ອນບໍລິຈາກກັບເຈົ້າຂອງໂຄງການ ໂຮງຮຽນມັດທະຍົມສຶກສາຕອນປາຍບໍ່ໂອ, ເບີໂທ 020 28793549
#ລາຍລະອຽດ ແລະ ຊ່ອງທາງບໍລິຈາກ https://oneheart.la/projects/638
------------------------------------------
ວິທີບໍລິຈາກ:
1. Login ເຂົ້າ App BCEL One
2. ເລືອກ OneHeart
3. ເລືອກໂຄງການ
4. ກົດປຸ່ມບໍລິຈາກ (ຢູ່ມູມຂວາເທິງສຸດ)
5. ໃສ່ຈຳນວນເງິນທີ່ຕ້ອງການບໍລິຈາກ
ຫຼື Scan QR Code ເພື່ອບໍລິຈາກ
ຫົວໃຈດຽວກັນ

ຂໍນ້ຳຈິດ ນ້ຳໃຈຜູ້ລະເລັກລະນ້ອຍເພື່ອສົມທົບທຶນສ້ອມແປງຫລັງຄາໂຮງຮຽນ
28/05/2026

ຂໍນ້ຳຈິດ ນ້ຳໃຈຜູ້ລະເລັກລະນ້ອຍເພື່ອສົມທົບທຶນສ້ອມແປງຫລັງຄາໂຮງຮຽນ

Address

ບ້ານບໍ່ໂອ
Vientiane
856

Opening Hours

Monday 08:00 - 16:30
Tuesday 08:00 - 16:30
Wednesday 08:00 - 16:30
Thursday 08:00 - 16:30
Friday 08:00 - 16:30

Website

Alerts

Be the first to know and let us send you an email when ໂຮງຮຽນມັດທະຍົມສຶກສາຕອນປາຍບໍ່ໂອ posts news and promotions. Your email address will not be used for any other purpose, and you can unsubscribe at any time.

Shortcuts

Share

Category