Department of higher education Laos

Department of higher education Laos ກົມການສຶກສາຊັ້ນສູງ (Department of higher education)

ກົມການສຶກສາຊັ້ນສູງ ໄດ້ຈັດກອງປະຊຸມໜ່ວຍວິຊາການຂະແໜງການຍ່ອຍການສຶກສາຫຼັງຊັ້ນມັດທະຍົມສຶກສາ.===============ໃນຕອນບ່າຍຂອງວັນທີ 2...
21/08/2026

ກົມການສຶກສາຊັ້ນສູງ ໄດ້ຈັດກອງປະຊຸມໜ່ວຍວິຊາການຂະແໜງການຍ່ອຍການສຶກສາຫຼັງຊັ້ນມັດທະຍົມສຶກສາ.
===============
ໃນຕອນບ່າຍຂອງວັນທີ 21 ສິງຫາ 2026 ຢູ່ທີ່ຫ້ອງປະຊຸມກະຊວງສຶກສາທິການ ແລະ ກິລາ ໄດ້ຈັດກອງປະຊຸມໜ່ວຍວິຊາການຂະແໜງການຍ່ອຍການສຶກສາຫຼັງຊັ້ນມັດທະຍົມສຶກສາ. ໃຫ້ກຽດເປັນປະທານກອງປະຊຸມໃນຄັ້ງນີ້ໂດຍ ທ່ານ ຮສ.ປອ ໄກສອນ ເພັງໂສພາ ຫົວໜ້າກົມການສຶກສາຊັ້ນສູງ. ນອກນັ້ນຍັງມີທ່ານ ທອງສາ ອິນທະວົງ ຮອງຫົວໜ້າກົມອາຊີວະສຶກສາ, ຜູ້ຕາງໜ້າທະນາຄານພັດທະນາອາຊີ, ຜູ້ຕາງໜ້າອົງການພັດທະນາລຸກຊໍາບວກ, ຜູ້ຕາງໜ້າໂຄງການທີ່ກ່ຽວຂ້ອງ, ຮອງຫົວໜ້າກົມ, ຄະນະພະແນກ ແລະ ວິຊາການພາຍໃນກົມການສຶກສາຊັ້ນສູງ ແລະ ກະຊວງສຶກສາທິການ ແລະ ກິລາ ກໍ່ໃຫ້ກຽດເຂົ້າຮ່ວມ.

ເວັບໄຊທາງການສຳລັບຂໍ້ມູນຂ່າວສານ, ທຶນການສຶກສາ, ນະໂຍບາຍ, ແລະ ເອກະສານຕ່າງໆ ກ່ຽວກັບການສຶກສາຊັ້ນສູງໃນລາວ.https://dhe.moes.edu....
30/07/2026

ເວັບໄຊທາງການສຳລັບຂໍ້ມູນຂ່າວສານ, ທຶນການສຶກສາ, ນະໂຍບາຍ, ແລະ ເອກະສານຕ່າງໆ ກ່ຽວກັບການສຶກສາຊັ້ນສູງໃນລາວ.
https://dhe.moes.edu.la

ຊົມເຊີຍວັນສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 71 ປີ==============
20/07/2026

ຊົມເຊີຍວັນສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 71 ປີ
==============

ແຈ້ງການ++++++++++++++++++++++++++ ການຈັດຕັ້ງການສອບເສັງຄັດເລືອກເອົານັກສຶກສາເຂົ້າຮຽນຢູ່ ມະຫາວິທະຍາໄລ 04 ແຫ່ງ ທີ່ຂື້ນກັບກະຊ...
01/07/2026

ແຈ້ງການ
++++++++++++++++++++++++++
ການຈັດຕັ້ງການສອບເສັງຄັດເລືອກເອົານັກສຶກສາເຂົ້າຮຽນຢູ່ ມະຫາວິທະຍາໄລ 04 ແຫ່ງ ທີ່ຂື້ນກັບກະຊວງສຶກສາທິການ ແລະ ກິລາ, ສະຖານການສຶກສາຊັ້ນສູງ ທີ່ຂື້ນກັບກະຊວງອື່ນ ແລະ ສະຖານການສຶກສາຊັ້ນສູງພາກເອກະຊົນ ປະຈຳສົກສຶກສາ 2026-2027.

ສາມອົງການຈັດຕັ້ງມະຫາຊົນຂອງກົມການສຶກສາຊັ້ນສູງ, ກົມອາຊີວະສຶກສາ, ຫ້ອງການກະຊວງສຶກສາທິການ ແລະ ກິລາ ຮ່ວມເຕະບານມິດຕະພາບ ກັບ ຫ້ອ...
01/07/2026

ສາມອົງການຈັດຕັ້ງມະຫາຊົນຂອງກົມການສຶກສາຊັ້ນສູງ, ກົມອາຊີວະສຶກສາ, ຫ້ອງການກະຊວງສຶກສາທິການ ແລະ ກິລາ ຮ່ວມເຕະບານມິດຕະພາບ ກັບ ຫ້ອງການກະຊວງອຸດສາຫະກຳ ແລະ ການຄ້າ ເພື່ອເປັນການສະເຫຼີມສະຫຼອງວັນສ້າງຕັ້ງສະຫະພັນແມ່ຍິງລາວ ແລະ ເພື່ອຮັດແໜ້ນຄວາມສາມັກຄີຂອງສອງກະຊວງ.
++++++++++++++++++++++++++
ໃນຕອນແລງຂອງວັນທີ 30 ມິຖຸນາ 2026 ຢູ່ທີ່ ສະໜາມກິລາເຟີຣາຮີ່ ເອັບຊີ ເມືອງໄຊເສດຖາ, ນະຄອນຫຼວງວຽງຈັນ, ໄດ້ມີການແຂ່ງຂັນກິລາເຕະບານມິດຕະພາບ (ທີມຍິງ ແລະ ທີມຊາຍ) ຂອງສາມອົງການຈັດຕັ້ງມະຫາຊົນກົມການສຶກສາຊັ້ນສູງ, ກົມອາຊີວະສຶກສາ, ຫ້ອງການກະຊວງສຶກສາທິການ ແລະ ກິລາ ຮ່ວມກັບ ຫ້ອງການກະຊວງອຸດສາຫະກຳ ແລະ ການຄ້າ.
ການຮ່ວມກິດຈະກຳແຂ່ງຂັນກິລາເຕະບານໃນຄັ້ງນີ້, ຈັດຂຶ້ນເພື່ອສ້າງຂະບວນການຂ່ຳນັບຮັບຕ້ອນ ແລະ ສະເຫຼີມສະຫຼອງວັນສ້າງຕັ້ງສະຫະພັນແມ່ຍິງລາວ (20 ກໍລະກົດ 1955 - 20 ກໍລະກົດ 2026) ຄົບຮອບ 71 ປີ ເຊິ່ງເປັນວັນທີ່ມີຄວາມໝາຍຄວາມສຳຄັນຢ່າງຍິ່ງ ໃຫ້ກຽດນຳພາການແຂ່ງຂັນໃນຄັ້ງນີ້ໂດຍທ່ານ ຮສ.ປອ ຫລ້າວັນ ວົງຄຳສານ ຫົວໜ້າຫ້ອງການກະຊວງສຶກສາທິການ ແລະ ກິລາ, ທ່ານ ວິໄລພອນ ພົມມະຫາໄຊ ຫົວໜ້າກົມອາຊີວະສຶກສາ, ທ່ານ ຮສ.ປອ ໄກສອນ ເພັງໂສພາ ຫົວໜ້າກົມການສຶກສາຊັ້ນສູງ ແລະ ທ່ານ ປອ ບົວວັນ ວິລະວົງ ຫົວໜ້າຫ້ອງການກະຊວງອຸດສາຫະກຳ ແລະ ການຄ້າ ພ້ອມດ້ວຍຮອງຫົວໜ້າກົມ, ຮອງຫົວໜ້າຫ້ອງການ, ຫົວໜ້າພະແນກ, ຮອງຫົວໜ້າພະແນກ ແລະ ວິຊາການຈາກແຕ່ລະພາກສ່ວນກໍ່ໃກ້ກຽດເຂົ້າຮ່ວມການແຂ່ງຂັນໃນຄັ້ງນີ້.
ໃນໂອກາດອັນສະຫງ່າລາສີນີ້, ຕາງໜ້າໃຫ້ແກ່ສາມອົງການຈັດຕັ້ງມະຫາຊົນຂອງທັງສອງກະຊວງ ຂໍສະແດງຄວາມຂອບໃຈຢ່າງຈິງໃຈ ແລະ ຮູ້ບຸນຄຸນຢ່າງເລິກເຊິ່ງ ມາຍັງຄະນະນຳຂອງກະຊວງສຶກສາທິການ ແລະ ກິລາ ແລະ ການກະຊວງອຸດສາຫະກຳ ແລະ ການຄ້າ ທີ່ໃຫ້ກຽດເຂົ້າຮ່ວມການແຂ່ງຂັນໃນຄັ້ງນີ້ ເຮັດໃຫ້ມີຄວາມສາມັກຄີແໜ້ນແຟ້ນຍິ່ງຂຶ້ນ ແລະ ເພີ່ມທະວີການປະສານງານ, ພົວພັນວຽກງານ ລະຫວ່າງສອງພາກສ່ວນໃຫ້ມີຄວາມຄ່ອງຕົວ, ວ່ອງໄວ ແລະ ມີປະສິດທິພາບສູງໃນຕໍ່ໜ້າ.

ກອງປະຊຸມຂອງໜ່ວຍງານວິຊາການ ຂະແໜງການຍ່ອຍການສຶກສາ ຫຼັງຊັ້ນມັດທະຍົມສຶກສາ.===============ໃນຕອນບ່າຍຂອງວັນທີ 24 ມິຖຸນາ 2026 ຢູ່...
24/06/2026

ກອງປະຊຸມຂອງໜ່ວຍງານວິຊາການ ຂະແໜງການຍ່ອຍການສຶກສາ ຫຼັງຊັ້ນມັດທະຍົມສຶກສາ.
===============
ໃນຕອນບ່າຍຂອງວັນທີ 24 ມິຖຸນາ 2026 ຢູ່ທີ່ຫ້ອງປະຊຸມກົມການສຶກສາຊັ້ນສູງ, ກະຊວງສຶກສາທິການ ແລະ ກິລາ ໄດ້ຈັດກອງປະຊຸມຂອງໜ່ວຍງານວິຊາການ ຂະແໜງການຍ່ອຍການສຶກສາ ຫຼັງຊັ້ນມັດທະຍົມສຶກສາ. ໂດຍການເປັນປະທານຮ່ວມ ລະຫວ່າງ ທ່ານ ຮສ.ປອ ໄກສອນ ເພັງໂສພາ ຫົວໜ້າກົມການສຶກສາຊັ້ນສູງ ແລະ ທ່ານ ນາງ ຄຳຕັນ ຈັນທີ ຜູ້ຕາງໜ້າຈາກທະນາຄານພັດທະນາອາຊີ (ADB). ນອກນັ້ນຍັງມີຜູ້ແທນຈາກ EU, ອົງການລຸກຊຳບວກ, ທ່ານ ຮອງຫົວໜ້າກົມອາຊີວະສຶກສາ, ຮອງຫົວໜ້າກົມການສຶກສາຊັ້ນສູງ ພ້ອມດ້ວຍບັນດາຫົວໜ້າພະແນກ, ຮອງຫົວໜ້າພະແນກ ແລະ ວິຊາການພາຍໃນກົມການສຶກສາຊັ້ນສູງ ກໍ່ໃຫ້ກຽດເຂົ້າຮ່ວມ.
ຊຶ່ງຈຸດປະສົງຂອງກອງປະຊຸມໃນຄັ້ງນີ້ ແມ່ນເພື່ອສ້າງຄວາມເຂົ້າໃຈເປັນເອກະພາບ ກ່ຽວກັບກົນໄກ ແລະ ແບບແຜນວິທີການເຮັດວຽກ ຂອງໜ່ວຍງານວິຊາການ ຂະແໜງການຍ່ອຍການສຶກສາ ຫຼັງມັດທະຍົມສຶກສາ ແລະ ເພື່ອປຶກສາລືໃນການລິເລີ່ມການວາງແຜນ ການຮ່ວມມືໃນການຊຸກຍູ້ວຽກງານການສຶກສາຊັ້ນສູງ ແລະ ວຽກງານອາຊີວະສຶກສາ.
ກອງປະຊຸມເຫັນດີ ໃຫ້ມີການສ້າງ ແລະ ປັບປຸງ ບົດບາດ ແລະ ໜ້າທີ່ (TOR) ສະເພາະ ຂອງໜ່ວຍ TVES and HE.

ກົມການສຶກສາຊັ້ນສູງ ໄດ້ຈັດກອງປະຊຸມທາບທາມເປົ້າໝາຍດໍາລົງຕໍາແໜ່ງບໍລິຫານ ຂອງກົມການສຶກສາຊັ້ນສູງ.===============ໃນຕອນບ່າຍຂອງວັນ...
08/06/2026

ກົມການສຶກສາຊັ້ນສູງ ໄດ້ຈັດກອງປະຊຸມທາບທາມເປົ້າໝາຍດໍາລົງຕໍາແໜ່ງບໍລິຫານ ຂອງກົມການສຶກສາຊັ້ນສູງ.
===============
ໃນຕອນບ່າຍຂອງວັນທີ 05 ມິຖຸນາ 2026 ຢູ່ທີ່ຫ້ອງປະຊຸມກົມການສຶກສາຊັ້ນສູງ, ກະຊວງສຶກສາທິການ ແລະ ກິລາ ໄດ້ຈັດກອງປະຊຸມທາບທາມເປົ້າໝາຍດໍາລົງຕໍາແໜ່ງບໍລິຫານ ຂອງກົມການສຶກສາຊັ້ນສູງ. ໃຫ້ກຽດເຂົ້າຮ່ວມພ້ອມທັງເປັນປະທານກອງປະຊຸມໃນຄັ້ງນີ້ໂດຍ ທ່ານ ປອ. ຕຸດາວັນ ໜໍ່ເມືອງເສດ ຄະນະປະຈໍາພັກກະຊວງ, ຫົວໜ້າກົມຈັດຕັ້ງ ແລະ ທ່ານ ຮສ.ປອ ໄກສອນ ເພັງໂສພາ ຫົວໜ້າກົມການສຶກສາຊັ້ນສູງ. ນອກນັ້ນຍັງມີທ່ານ ຄໍາແສນ ໄຊຍະວົງ ຮອງຫົວໜ້າກົມກວດກາ, ກະຊວງສຶກສາທິການ ແລະ ກິລາ, ຄະນະກົມ, ຄະນະພະແນກ ແລະ ຫ້ອງການພ້ອມດ້ວຍພະນັກງານວິຊາການພາຍໃນກົມການສຶກສາຊັ້ນສູງ ແລະ ຄະນະຮັບຜິດຊອບການທາບທາມຈາກກົມຈັດຕັ້ງ ກໍ່ໃຫ້ກຽດເຂົ້າຮ່ວມ.
ໃນກອງປະຊຸມ, ທ່ານ ຮສ.ປອ ໄກສອນ ເພັງໂສພາ ຫົວໜ້າກົມການສຶກສາຊັ້ນສູງ ໃຫ້ກຽດຂື້ນລາຍງານວຽກງານຈັດຕັ້ງ ແລະ ພະນັກງານ ຂອງກົມການສຶກສາຊັ້ນສູງ.
ຈາກນັ້ນ, ທ່ານ ປອ. ຕຸດາວັນ ໜໍ່ເມືອງເສດ ຄະນະປະຈໍາພັກກະຊວງ, ຫົວໜ້າກົມຈັດຕັ້ງ ມີຄໍາເຫັນຕໍ່ກອງປະຊຸມທາບທາມໃນຄັ້ງນີ້.
ຫຼັງຈາກນັ້ນ, ທ່ານ ນ. ສຸກ ມູນມະນີວົງ ຮອງຫົວໜ້າພະແນກຄຸ້ມຄອງລັດຖະກອນ ຂື້ນຜ່ານດໍາລັດວ່າດ້ວຍມາດຖານຕໍາແໜ່ງບໍລິຫານຂອງລັດຖະບານ ສະບັບເລກທີ 461/ລບ, ລົງວັນທີ 09 ຕຸລາ 2012 ແລະ ແນະນໍາວິທີການທາບທາມ ພ້ອມທັງດໍາເນີນການທາບທາມ.
ໃນຕອນທ້າຍຂອງກອງປະຊຸມ, ຄະນະຮັບຜິດຊອບກອງປະຊຸມ ໄດ້ກ່າວສະແດງຄວາມຂອບໃຈ ແລະ ຮູ້ບຸນຄຸນຕໍ່ຄະນະນຳຂອງກະຊວງສຶກສາທິການ ແລະ ກິລາ ທີ່ໄດ້ເສຍສະຫຼະເວລາອັນມີຄຸນຄ່າມາເຂົ້າຮ່ວມກອງປະຊຸມໃນຄັ້ງນີ້ ແລະ ຂໍອວຍພອນໄຊອັນປະເສີດແດ່ບັນດາສະຫາຍ ຈົ່ງມີສຸຂະພາບແຂງແຮງ ຕະຫລອດຮອດຄອບຄົວ, ນຳພາຊີ້ນຳວຽກງານໃນຂົງເຂດການຈັດຕັ້ງຂອງບັນດາສະຫາຍໃຫ້ໄດ້ຮັບຜົນສຳເລັດຢ່າງຈົບງາມ.

ກົມການສຶກສາຊັ້ນສູງ ໄດ້ຈັດພິທີເລື່ອນສະມາຊິກພັກສຳຮອງ ເປັນສະມາຊິກພັກສົມບູນ.===============ໃນວັນທີ 05 ມິຖຸນາ 2026 ຢູ່ທີ່ຫ້ອງ...
08/06/2026

ກົມການສຶກສາຊັ້ນສູງ ໄດ້ຈັດພິທີເລື່ອນສະມາຊິກພັກສຳຮອງ ເປັນສະມາຊິກພັກສົມບູນ.
===============
ໃນວັນທີ 05 ມິຖຸນາ 2026 ຢູ່ທີ່ຫ້ອງປະຊຸມກົມການສຶກສາຊັ້ນສູງ, ກະຊວງສຶກສາທິການ ແລະ ກິລາ ໄດ້ຈັດພິທີເລື່ອນສະມາຊິກພັກສຳຮອງ ເປັນສະມາຊິກພັກສົມບູນ ຈຳນວນ 5 ສະຫາຍ, ຍິງ 2 ສະຫາຍ, ໃຫ້ກຽດເຂົ້າຮ່ວມເປັນປະທານໃນພິທີເລື່ອນສະມາຊິກພັກສຳຮອງ ເປັນສະມາຊິກພັກສົມບູນ ໃນຄັ້ງນີ້ໂດຍສະຫາຍ ຮສ.ປອ ຫລ້າວັນ ວົງຄຳສານ ຄະນະປະຈຳພັກກະຊວງ, ຫົວໜ້າຫ້ອງການກະຊວງສຶກສາທິການ ແລະ ກິລາ ແລະ ສະຫາຍ ຮສ.ປອ ໄກສອນ ເພັງໂສພາ ຄະນະບໍລິຫານງານພັກກະຊວງ ເລຂາໜ່ວຍພັກຮາກຖານ, ຫົວໜ້າກົມການສຶກສາຊັ້ນສູງ. ນອກນັ້ນຍັງມີຜູ້ຕາງໜ້າໜ່ວຍພັກຮາກຖານອ້ອມຂ້າງພ້ອມດ້ວຍ ຫົວໜ້າຈຸ, ຮອງຈຸ, ສະມາຊິກພັກ ແລະ ພິເສດສະມາຊິກພັກບຳນານ ຂອງໜ່ວຍພັກຮາກຖານກົມການສຶກສາຊັ້ນສູງ ທີ່ນັບຖື ແລະ ຮັກແພງ ກໍ່ໄດ້ເຂົ້າຮ່ວມຢ່າງພ້ອມພຽງ.
ໃນກອງປະຊຸມ, ສະຫາຍ ໜຸໄກ ລາດຊະວົງ ຄະນະໜ່ວຍພັກຮາກຖານກົມຈັດຕັ້ງພະນັກງານຂຶ້ນຜ່ານມະຕິຕົກລົງວ່າດ້ວຍການເລື່ອນສະມາຊິກພັກສຳຮອງ ເປັນສະມາຊິກພັກສົມບູນ ສະບັບເລກທີ 120/ຄພສກ, ລົງວັນທີ 12 ພຶດສະພາ 2026.
ຄຽງຄູ່ກັນນັ້ນ, ສະຫາຍ ຮສ.ປອ ໄກສອນ ເພັງໂສພາ ຄະນະບໍລິຫານງານພັກກະຊວງ ເລຂາໜ່ວຍພັກຮາກຖານ, ຫົວໜ້າກົມການສຶກສາຊັ້ນສູງ ກໍ່ໄດ້ຂຶ້ນກ່າວຮັບສະມາຊິກພັກໃໝ່ ແລະ ມອບມະຕິຕົກລົງໃຫ້ສະມາຊິກພັກໃໝ່.
ຈາກນັ້ນ, ສະຫາຍ ຮສ.ປອ ຫລ້າວັນ ວົງຄຳສານ ຄະນະປະຈຳພັກກະຊວງ, ຫົວໜ້າຫ້ອງການກະຊວງສຶກສາທິການ ແລະ ກິລາ ໄດ້ມີຄຳເຫັນໂອ້ລົມຕໍ່ສະມາຊິກພັກໃໝ່.
ຫຼັງຈາກນັ້ນ, ສະມາຊິກພັກໃໝ່ທັງ 5 ສະຫາຍ ກໍ່ໄດ້ອອກມາຮັບເອົາຄຳໂອ້ລົມ ແລະ ກ່າວປະຕິຍານຕົນຕໍ່ສະມາຊິກພັກ ແລະ ທຸງພັກ.
ໃນຕອນທ້າຍຂອງກອງປະຊຸມ, ຄະນະຮັບຜິດຊອບພິທີ ໄດ້ກ່າວສະແດງຄວາມຂອບໃຈ ແລະ ຮູ້ບຸນຄຸນຕໍ່ຄະນະນຳຂອງກະຊວງສຶກສາທິການ ແລະ ກິລາ ທີ່ໄດ້ເສຍສະຫລະເວລາອັນມີຄຸນຄ່າມາເຂົ້າຮ່ວມພິທີໃນຄັ້ງນີ້ ແລະ ຂໍອວຍພອນໄຊອັນປະເສີດແດ່ບັນດາສະຫາຍ ຈົ່ງມີສຸຂະພາບແຂງແຮງ ຕະຫລອດຮອດຄອບຄົວ, ນຳພາຊີ້ນຳວຽກງານໃນຂົງເຂດການຈັດຕັ້ງຂອງບັນດາສະຫາຍໃຫ້ໄດ້ຮັບຜົນສຳເລັດຢ່າງຈົບງາມ

ໃນຕອນບ່າຍຂອງວັນທີ 2 ມິຖຸນາ 2026 ກົມການສຶກສາຊັ້ນສູງໄດ້ຈັດກອງປະຊຸມທົບທວນຄືນບົດບັນທຶກຄວາມເຂົ້າໃຈ (MOU) ປີ 2017 ກ່ຽວກັບການຮ່...
03/06/2026

ໃນຕອນບ່າຍຂອງວັນທີ 2 ມິຖຸນາ 2026 ກົມການສຶກສາຊັ້ນສູງໄດ້ຈັດກອງປະຊຸມທົບທວນຄືນບົດບັນທຶກຄວາມເຂົ້າໃຈ (MOU) ປີ 2017 ກ່ຽວກັບການຮ່ວມມືທາງວິຊາການກ່ຽວກັບວຽກງານການສຶກສາຊັ້ນສູງ (Working Group) ແລະ ການສົນທະນາປຶກສາຫາລື ຜົນໄດ້ຮັບຂອງຄະນະກຳມະການຮ່ວມກັນ ວ່າດ້ວຍການຮ່ວມມືດ້ານການສຶກສາ (JCBC) ລະຫວ່າງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ສາທາລະນະລັດ ຟີລິບປິນ ຜ່ານທາງລະບົບອອນລາຍ ພາຍໃຕ້ການເປັນປະທານຂອງທ່ານ ຮສ.ປອ ໄກສອນ ເພັງໂສພາ ຫົວໜ້າກົມການສຶກສາຊັ້ນສູງ, ຮອງຫົວໜ້າກົມ, ກົມທີ່ກ່ຽວຂ້ອງ, ພ້ອມດ້ວຍ ຄະນະພະແນກ ແລະ ວິຊາການເຂົ້າຮ່ວມ.
--------------------------------------------------------------------------

ໃນວັນທີ 29 ພຶດສະພາ 2026 ທີ່ຜ່ານມາ ກົມການສຶກສາຊັ້ນສູງໄດ້ຈັດຕັ້ງກອງປະຊຸມເຜີຍແຜ່ ແລະ ແລກປ່ຽນຂໍ້ມູນກ່ຽວກັບ ຄຸນລັກສະນະຂອງຜູ້ຮ...
02/06/2026

ໃນວັນທີ 29 ພຶດສະພາ 2026 ທີ່ຜ່ານມາ ກົມການສຶກສາຊັ້ນສູງໄດ້ຈັດຕັ້ງກອງປະຊຸມເຜີຍແຜ່ ແລະ ແລກປ່ຽນຂໍ້ມູນກ່ຽວກັບ ຄຸນລັກສະນະຂອງຜູ້ຮຽນຈົບທີ່ສອດຄ່ອງກັບຄວາມຕ້ອງການຂອງສັງຄົມ (Graduate profiles that respond to the needs of society) ເພື່ອການຮັບປະກັນຄວາມສອດຄ່ອງຕາມແຜນງານຂອງການສຶກສາຊັ້ນສູງ ແລະ ພາຍໃຕ້ແຜນກິດຈະກຳຂອງໂຄງການ “ປັບປຸງການປະກັນຄຸນນະພາບພາຍໃນ ຂອງຫຼັກສູດຢູ່ໃນການສຶກສາຊັ້ນສູງ ເພື່ອສົ່ງເສີມການຮຽນ-ການສອນ ໂດຍເນັ້ນໃສ່ຜົນການຮຽນ” (REAL) ຊຶ່ງກອງປະຊຸມດັ່ງກ່າວໄດ້ຈັດຜ່ານທາງລະບົບອອນລາຍ.
#ຈຸດປະສົງແມ່ນ ເພື່ອເຜີຍແຜ່ວຽກງານດັ່ງກ່າວໃຫ້ບັນດາສະຖາບັນການສຶກສາຊັ້ນສູງພາກລັດ, ພາກເອກະຊົນ ແລະ ພາກສ່ວນພາຍນອກໄດ້ຮັບຮູ້ ແລະ ສາມາດນຳໄປຜັນຂະຫຍາຍເຂົ້າໃນສະຖານການສຶກສາຊັ້ນສູງຂອງຕົນ ໃຫ້ກຽດເປັນປະທານຊີ້ນຳກອງປະຊຸມໂດຍທ່ານ ປອ. ຄຳແກ້ວ ຫານຊະນະ ຮອງຫົວໜ້າກົມການສຶກສາຊັ້ນສູງ, ກະຊວງສຶກສາທິການ ແລະ ກິລາ.
#ຂໍ້ມູນເພີ່ມເຕີມສາມາດເບີ່ງໄດ້ທີ່ເວັບໄຊຂອງໂຄງການ (REAL)
https://tuninglaopdr-real.com
https://tuninglaopdr-real.com/news-en
--------------------------------------------------------------------------

Address

Lane Xang Avenue
Vientiane

Alerts

Be the first to know and let us send you an email when Department of higher education Laos posts news and promotions. Your email address will not be used for any other purpose, and you can unsubscribe at any time.

Contact The School

Send a message to Department of higher education Laos:

Shortcuts

Share