14/09/2026
🧹✨ ກິດຈະກຳອາສາສະໝັກ "ມະຫາຊົນກ້າວໜ້າ" 💚
ຕອນແລງ ວັນພະຫັດ ທີ 10/09/2026 ທີ່ຜ່ານມາ, ນັກຮຽນ "ມະຫາຊົນກ້າວໜ້າ" ຂອງພວກເຮົາ ໄດ້ຮ່ວມແຮງຮ່ວມໃຈກັນລົງພື້ນທີ່ອານາໄມ ເກັບຂີ້ເຫຍື້ອ ແລະ ຖາງຫຍ້າ ຢູ່ບໍລິເວນ ແຄມທາງຂ້າງໂຮງຮຽນ ແລະ ວັດຫຼັກ 8 ຢ່າງພ້ອມພຽງ ແລະ ສາມັກຄີ
ການອານາໄມຄັ້ງນີ້ ບໍ່ພຽງແຕ່ເຮັດໃຫ້ສະພາບແວດລ້ອມອ້ອມຂ້າງໂຮງຮຽນ ແລະ ວັດມີຄວາມສະອາດ ສະບາຍຕາ ເທົ່ານັ້ນ ແຕ່ຍັງເປັນການປູກຝັງຈິດສຳນຶກທີ່ດີ, ຄວາມສາມັກຄີ ແລະ ຈິດໃຈອາສາສະໝັກໃຫ້ກັບນ້ອງໆ ອີກດ້ວຍ.
ຂໍສະແດງຄວາມຊົມເຊີຍ ແລະ ຂອບໃຈນ້ອງໆ ນັກຮຽນທຸກຄົນ ທີ່ໄດ້ເສຍສະຫຼະແຮງກາຍແຮງໃຈ ເຮັດໃຫ້ພາລະກິດໃນມື້ນີ້ສຳເລັດລຸລ່ວງໄປໄດ້ດ້ວຍດີ 👏✨
"ຄວາມສະອາດເລີ່ມຕົ້ນທີ່ໂຕເຮົາ, ເມືອງງາມໄດ້ເພາະມືພວກເຮົາ" 🧹❤️
#ມະຫາຊົນກ້າວໜ້າ #ອານາໄມວັດຫຼັກ8 #ຮັກສາຄວາມສະອາດ
-------------------------"--------
📍ໂຮງຮຽນ ມັດທະຍົມສົມບູນໄຊປັນຍາ ຕັ້ງຢູ່ບ້ານສົມຫວັງເໜືອ, ເມືອງຫາດຊາຍຟອງ, ນະຄອນຫຼວງວຽງຈັນ
📍ໂຮງຮຽນ ລ້ຽງເດັກ-ອະນຸບານ-ປະຖົມ ໄຊປັນຍາ ຕັ້ງຢູ່ບ້ານ ຫາດຊາຍຂາວ, ເມືອງຫາດຊາຍຟອງ, ນະຄອນຫຼວງວຽງຈັນ
ແຜນທີ່📌
https://maps.app.goo.gl/CHyvUJ24WxCTECqu6
Whatsapp: 20 78 942 369
Website: xaypanya.la
Email: [email protected]