15/12/2024
ເລື່ອງຄວາມປອດໄພທາງໄຊເບີ ຄືເລື່ອງໃຫຍ່!
ຂໍຂອບໃຈທາງ Cyberus ທີ່ໄດ້ມາ Share ແລະ ແລກປ່ຽນຄວາມຮູ້ ໃຫ້ກັບພວກເຮົາ🙂
ແລະ ຂໍຂອບໃຈທາງສະຖາບັນ ເຕັກໂນໂລຊີ ສຸດສະກະ ທີ່ເຫັນເຖິງຄວາມສໍາຄັນທາງໄຊເບີ ແລະ ໄດ້ຈັດງານສໍາມະນານີ້ເກີດຂື້ນມາ🙂
11/12/2024
ຄວາມປອດໄພທາງດ້ານໄຊເບີ ທີ່ທ່ານຄວນຮູ້🧐🫡
ສົກຮຽນ 2024-2025
#ຊົມລົມCyberSecurity
11/11/2024
SIT-CyberSecurity To DevFest Vientiane 2024🥳
ປີນີ້ຈັດຂຶ້ນເປັນປີທີ 11 ທີ່ໂຮງແຮມ ເມືອງແທ່ງ ເຊິ່ງພາຍໃນງານ Devfest ນອກຈາກຈະເປັນງານທີ່ບໍລິສັດໄອທີມາຮວມກັນ ເພື່ອພົບປະແລກປ່ຽນ ແລະ ຮູ້ຈັກກັນແລ້ວ ຍັງເປັນງານສຳມະນາກ່ຽວກັບ Google Technologies ທີ່ໃຫຍ່ທີ່ສຸດໃນປະເທດລາວ ທີ່ຮວມບັນດານັກພັດທະນາທີ່ເປັນທັງ Google Developer Experts ຈາກຕ່າງປະເທດ ແລະ ນັກພັດທະນາຈາກບັນດາອົງກອນຕ່າງໆໃນລາວ ທີ່ມາເວົ້າເຖິງຫຼາກຫຼາຍຫົວຂໍ້ ເຊັ່ນ:
- Building Scalable AI Applications with Cloud Run and Gemini.
- What's New in Firebase.
- Faster AI on Web with On device AI concept.
- The Ethics of Artificial Intelligence.
- Data Engineering: From Raw Data to Valuable Insight, Securely.
- Accessibility: Building an inclusive Android Application.
- Introduction to NLP: Fine Tuning a Pre-trained Model in Gemini and Vertex AI.
ແລະ ທີ່ຂາດບໍ່ໄດ້ເລີຍ ພວກເຮົາຕ້ອງຂໍຂອບໃຈອ້າຍແຟັງ Frank Xayachack ແລະ ບໍລິສັດ Cyberus Technologies ທີ່ໃຫ້ການສະໜັບສະໜູນບັດເຂົ້າຮ່ວມງານໃນຄັ້ງນີ້ໃຫ້ກັບກຸ່ມຂອງພວກເຮົາ😊.
01/11/2024
=> ງານ Meet-up ແລກຂອງຊົມລົມ SIT-Cybersecurity ປະຈຳສົກຮຽນ 2024-2025🥳
ເປີດໂລກນ້ອງໆ Gen3 ເຂົ້າສູ່ໂລກຂອງ ຄວາມປອດໄພທາງດ້ານໄຊເບີ💻🔓🔍
23/10/2024
ສີ້ນສຸດລົງເເລ້ວສຳລັບການເປີດຮັບສະມາຊິກໃຫມ່ຂອງຊົມລົມ CyberSecurity Gen3 ໃນມື້ງານປະຖົມນິເທດຂອງນ້ອງໆນັກສຶກສາປີ1 ໃນວັນທີ4/10/2024.
12/05/2024
ພາບບັນຍາກາດງານ Workshop ໃນວັນທີ່ 11/5/2024 ທີ່ຜ່ານມາ ໃນຫົວຂໍ້ “Linux Fundamental for Hacking” ຂອງກຸ່ມຂອງພວກເຮົາຜ່ານໄປດ້ວຍດີ
ພວກເຮົາເອງກໍຫວັງວ່ານ້ອງໆໝູ່ເພື່ອນນັກສຶກສາທຸກຄົນຈະມ່ວນ ແລະ ໄດ້ບົດຮຽນບໍ່ໜ້ອຍກໍຫຼາຍເນາະ ອາດຈະຍາກແດ່ແກ່ການເລີ່ມຕົ້ນໃໝ່ແຕ່ເຊື່ອວ່າບໍ່ມີຫຍັງຍາກເກີນຄວາມຕັ້ງໃຈຂອງຄົນເຮົາເອງ :)
ແລະ ສຸດທ້າຍນີ້ຕ້ອງ ຂໍຂອບໃຈທາງ ສະຖາບັນ ເຕັກໂນໂລຊີ ສຸດສະກະ ທີ່ອຳນວຍຄວາມສະດວກເລື່ອງສະຖານທີ່ໃນການຈັດງານໃນຄັ້ງນີ້ດ້ວຍ. 📍🙏🏻
Photographer: https://www.facebook.com/do.sompaong.04
#ສະຖາບັນເຕັກໂນໂລຊີສຸດສະກະ
19/02/2024
ກຽມພົບກັບ Xperts Live ເປີດປະເດັນຮ້ອນກັບ ຜູ້ຊ່ຽວຊານ ໃນຫົວຂໍ້:
“ກົດລິ້ງ ເງິນຫາຍ ເປັນໄປໄດ້ແນວໃດ❓”
ກັບທ່ານ ແສງໄຊ ໄຊຍະຈັກ ຜູ້ອຳນວຍການ ບໍລິສັດ ໄຊເບີຣັດ ຈຳກັດຜູ້ດຽວ ຜູ້ຊ່ຽວຊານດ້ານ Cybersecurity ຕໍ່ກັບປະເດັນຮ້ອນໃນສັງຄົມອອນລາຍ ກ່ຽວກັບຄວາມປອດໄພທາງໄຊເບີ້ ຫຼັງມີຜູ້ໃຊ້ງານ ເຟສບຸກ ອອກມາເປີດເຜີຍວ່າຕົນຕົກເປັນເຫຍື່ອຂອງການລອກລວງໂດຍການດູດເງິນຈາກບັນຊີທະນາຄານໄປຈຳນວນຫຼາຍ ຜ່ານການກົດລິ້ງ ພຽງລິ້ງດຽວ ພ້ອມກັບການດູດເງິນຈາກບັນຊີທະນາຄານອີກຫຼາຍກໍລະນີ.
ຮ່ວມຮັບຟັງແລກປ່ຽນ ນຳກັນວ່າ ວິທີການແບບນີ້ມັນເປັນແບບໃດ ສາມາດປ້ອງກັນ ແລະ ຫຼີກເວັ້ນໄດ້ແນວໃດ ພ້ອມກັນທີ່ Facebook Live ໃນເພຈ Lao Xperts ວັນທີ 20 ກຸມພາ ເວລາ 18:30 ເປັນຕົ້ນໄປ.
12/02/2024
📢 ປະກາດ!!! 📢
ມາແລ້ວໂອກາດສຳລັບນ້ອງໆນັກສຶກສາປີ 1 ແລະ ປີ 2 ຂອງ ສະຖາບັນ ເຕັກໂນໂລຊີ ສຸດສະກະ ເພື່ອທີ່ຈະເຂົ້າມາເປັນສະມາຊິກຂອງກຸ່ມ SIT CyberSecurity ລຸ່ນທີ່ 2.
🔺ເປີດຮັບສະໝັກຕັ້ງເເຕ່ວັນທີ 12 ກຸມພາ 2024 ຈົນເຖິງ ວັນທີ 09 ມີນາ 2024
❗️ໝາຍເຫດ:
ຕ້ອງເປັນນັກສຶກສາ ປີ 1 ແລະ ປີ 2 ຂອງສາຂາ ພັດທະນາໂປຣແກຣມ ແລະ ສາຂາເນັດເວີກ
👉🏻ສາມາດສະໝັກ ແລະ ອ່ານລາຍລະອຽດເພີ່ມເຕີມໄດ້ທີ່:
https://forms.gle/UobcgM4S5XhLrDr48
Design Poster by: Benz Soukthavone
22/01/2024
📍 ໃນວັນທີ 10 ມັງກອນທີ່ຜ່ານມາ, ສະມາຊິກພວກເຮົາໄດ້ເຂົ້າຮ່ວມການແຂ່ງຂັນ Lao Cyber Security Hacking Challenge 2024
ເປັນການແຂ່ງຂັນແກ້ໂຈດ CTF ທາງດ້ານໄຊເບີທີ່ຕ້ອງໄດ້ນໍາໃຊ້ທັກສະ ແລະ ຄວາມຮູ້ກ່ຽວກັບໂປຣແກຣມຄອມພິວເຕີໃນການຫາຄໍາຕອບ ຫຼື Flag ນັ້ນເອງ.
ບອກໄດ້ເລີຍວ່າບັນຍາກາດພາຍໃນງານແມ່ນເຕັມໄປດ້ວຍຄວາມຕື່ນເຕັ້ນ ແລະ ຄວາມທ້າທາຍ, ເຊິ່ງທຸກໆຄົນຕ່າງກໍເຕັມທີ່ກັບການແຂ່ງຂັນຄັ້ງນີ້.💬
ໃນນັ້ນ, ສະມາຊິກໄຊເບີຈໍານວນ 1 ຄົນກໍສາມາດສູ້ຊົນຍາດໄດ້ລາງວັນຊະນະເລີດອັນດັບໜຶ່ງ
🥇ນໍ້າຫວານລວມມິດ
ທ້າວ ຄຳປະສຸກ ສີຫາລາດ
ສຸດທ້າຍນີ້, ພວກເຮົາຂໍຂອບໃຈມາຍັງ Lao Digital Week 2024 ແລະ ບໍລິສັດໄຊເບີຣັດຈໍາກັດຜູ້ດຽວ ທີ່ໄດ້ຈັດຕັ້ງງານແຂ່ງຂັນນີ້ຂຶ້ນມາ. ພວກເຮົາຈະສືບຕໍ່ຄົ້ນຄວ້າ ແລະ ພັດທະນາທັກສະທາງດ້ານໄຊເບີໃຫ້ມີຄວາມເຂັ້ມແຂງຂຶ້ນເພື່ອກຽມພ້ອມຕອບສະໜອງຕໍ່ໂລກດິຈີຕອນໃນອານາຄົດຕໍ່ໆໄປ
ຂອບໃຈຮູບພາບຈາກເພຈ: Cyberus Technologies