SIT CyberSecurity

SIT CyberSecurity We are "CyberSecurity" Club of Soutsaka Institute of Techonology

ຊົມລົມ CyberSEC & Software ແມ່ນຊົມລົມທີ່ຖືກສ້າງຂຶ້ນມາເພື່ອເປັນບ່ອນເຕົ້າໂຮມຜູ້ທີ່ມີຄວາມສົນໃຈໃນດ້ານຄວາມປອດໄພທາງໄຊເບີ ແລະ ການພັດທະນາຊອບແວ ພາຍໃນສະຖາບັນເຕັກໂນໂລຊີ ສຸດສະກະ ເຊິ່ງເປົ້າໝາຍຂອງຊົມລົມຂອງພວກເຮົາແມ່ນຊ່ວຍກັນສຶກສາ ແລະ ແຊຄວາມຮູ້ກັບສະມາຊິກພາຍໃນຊົມລົມເພື່ອພັດທະນາຂີດຄວາມສາມາດຂຶ້ນໄປເລື້ອຍໆບໍ່ວ່າຈະເປັນ Hard skill ແລະ Soft skill.

  ເລື່ອງຄວາມປອດໄພທາງໄຊເບີ ຄືເລື່ອງໃຫຍ່!ຂໍຂອບໃຈທາງ Cyberus ທີ່ໄດ້ມາ Share ແລະ ແລກປ່ຽນຄວາມຮູ້ ໃຫ້ກັບພວກເຮົາ🙂ແລະ ຂໍຂອບໃຈທາງ...
15/12/2024

ເລື່ອງຄວາມປອດໄພທາງໄຊເບີ ຄືເລື່ອງໃຫຍ່!
ຂໍຂອບໃຈທາງ Cyberus ທີ່ໄດ້ມາ Share ແລະ ແລກປ່ຽນຄວາມຮູ້ ໃຫ້ກັບພວກເຮົາ🙂
ແລະ ຂໍຂອບໃຈທາງສະຖາບັນ ເຕັກໂນໂລຊີ ສຸດສະກະ ທີ່ເຫັນເຖິງຄວາມສໍາຄັນທາງໄຊເບີ ແລະ ໄດ້ຈັດງານສໍາມະນານີ້ເກີດຂື້ນມາ🙂


  ຄວາມປອດໄພທາງດ້ານໄຊເບີ ທີ່ທ່ານຄວນຮູ້🧐🫡  ສົກຮຽນ 2024-2025 #ຊົມລົມCyberSecurity
11/12/2024

ຄວາມປອດໄພທາງດ້ານໄຊເບີ ທີ່ທ່ານຄວນຮູ້🧐🫡
ສົກຮຽນ 2024-2025
#ຊົມລົມCyberSecurity

SIT-CyberSecurity To DevFest Vientiane 2024🥳ປີນີ້ຈັດຂຶ້ນເປັນປີທີ 11 ທີ່ໂຮງແຮມ ເມືອງແທ່ງ ເຊິ່ງພາຍໃນງານ Devfest ນອກຈາກຈະເປ...
11/11/2024

SIT-CyberSecurity To DevFest Vientiane 2024🥳

ປີນີ້ຈັດຂຶ້ນເປັນປີທີ 11 ທີ່ໂຮງແຮມ ເມືອງແທ່ງ ເຊິ່ງພາຍໃນງານ Devfest ນອກຈາກຈະເປັນງານທີ່ບໍລິສັດໄອທີມາຮວມກັນ ເພື່ອພົບປະແລກປ່ຽນ ແລະ ຮູ້ຈັກກັນແລ້ວ ຍັງເປັນງານສຳມະນາກ່ຽວກັບ Google Technologies ທີ່ໃຫຍ່ທີ່ສຸດໃນປະເທດລາວ ທີ່ຮວມບັນດານັກພັດທະນາທີ່ເປັນທັງ Google Developer Experts ຈາກຕ່າງປະເທດ ແລະ ນັກພັດທະນາຈາກບັນດາອົງກອນຕ່າງໆໃນລາວ ທີ່ມາເວົ້າເຖິງຫຼາກຫຼາຍຫົວຂໍ້ ເຊັ່ນ:
- Building Scalable AI Applications with Cloud Run and Gemini.
- What's New in Firebase.
- Faster AI on Web with On device AI concept.
- The Ethics of Artificial Intelligence.
- Data Engineering: From Raw Data to Valuable Insight, Securely.
- Accessibility: Building an inclusive Android Application.
- Introduction to NLP: Fine Tuning a Pre-trained Model in Gemini and Vertex AI.

ແລະ ທີ່ຂາດບໍ່ໄດ້ເລີຍ ພວກເຮົາຕ້ອງຂໍຂອບໃຈອ້າຍແຟັງ Frank Xayachack ແລະ ບໍລິສັດ Cyberus Technologies ທີ່ໃຫ້ການສະໜັບສະໜູນບັດເຂົ້າຮ່ວມງານໃນຄັ້ງນີ້ໃຫ້ກັບກຸ່ມຂອງພວກເຮົາ😊.




=> ງານ Meet-up ແລກຂອງຊົມລົມ SIT-Cybersecurity ປະຈຳສົກຮຽນ 2024-2025🥳ເປີດໂລກນ້ອງໆ Gen3 ເຂົ້າສູ່ໂລກຂອງ ຄວາມປອດໄພທາງດ້ານໄຊເບ...
01/11/2024

=> ງານ Meet-up ແລກຂອງຊົມລົມ SIT-Cybersecurity ປະຈຳສົກຮຽນ 2024-2025🥳
ເປີດໂລກນ້ອງໆ Gen3 ເຂົ້າສູ່ໂລກຂອງ ຄວາມປອດໄພທາງດ້ານໄຊເບີ💻🔓🔍

ສີ້ນສຸດລົງເເລ້ວສຳລັບການເປີດຮັບສະມາຊິກໃຫມ່ຂອງຊົມລົມ CyberSecurity Gen3 ໃນມື້ງານປະຖົມນິເທດຂອງນ້ອງໆນັກສຶກສາປີ1 ໃນວັນທີ4/10/...
23/10/2024

ສີ້ນສຸດລົງເເລ້ວສຳລັບການເປີດຮັບສະມາຊິກໃຫມ່ຂອງຊົມລົມ CyberSecurity Gen3 ໃນມື້ງານປະຖົມນິເທດຂອງນ້ອງໆນັກສຶກສາປີ1 ໃນວັນທີ4/10/2024.

ພາບບັນຍາກາດງານ Workshop ໃນວັນທີ່ 11/5/2024 ທີ່ຜ່ານມາ ໃນຫົວຂໍ້ “Linux Fundamental for Hacking” ຂອງກຸ່ມຂອງພວກເຮົາຜ່ານໄປດ້ວ...
12/05/2024

ພາບບັນຍາກາດງານ Workshop ໃນວັນທີ່ 11/5/2024 ທີ່ຜ່ານມາ ໃນຫົວຂໍ້ “Linux Fundamental for Hacking” ຂອງກຸ່ມຂອງພວກເຮົາຜ່ານໄປດ້ວຍດີ
ພວກເຮົາເອງກໍຫວັງວ່ານ້ອງໆໝູ່ເພື່ອນນັກສຶກສາທຸກຄົນຈະມ່ວນ ແລະ ໄດ້ບົດຮຽນບໍ່ໜ້ອຍກໍຫຼາຍເນາະ ອາດຈະຍາກແດ່ແກ່ການເລີ່ມຕົ້ນໃໝ່ແຕ່ເຊື່ອວ່າບໍ່ມີຫຍັງຍາກເກີນຄວາມຕັ້ງໃຈຂອງຄົນເຮົາເອງ :)

ແລະ ສຸດທ້າຍນີ້ຕ້ອງ ຂໍຂອບໃຈທາງ ສະຖາບັນ ເຕັກໂນໂລຊີ ສຸດສະກະ ທີ່ອຳນວຍຄວາມສະດວກເລື່ອງສະຖານທີ່ໃນການຈັດງານໃນຄັ້ງນີ້ດ້ວຍ. 📍🙏🏻

Photographer: https://www.facebook.com/do.sompaong.04

#ສະຖາບັນເຕັກໂນໂລຊີສຸດສະກະ

19/02/2024

ກຽມພົບກັບ Xperts Live ເປີດປະເດັນຮ້ອນກັບ ຜູ້ຊ່ຽວຊານ ໃນຫົວຂໍ້:

“ກົດລິ້ງ ເງິນຫາຍ ເປັນໄປໄດ້ແນວໃດ❓”

ກັບທ່ານ ແສງໄຊ ໄຊຍະຈັກ ຜູ້ອຳນວຍການ ບໍລິສັດ ໄຊເບີຣັດ ຈຳກັດຜູ້ດຽວ ຜູ້ຊ່ຽວຊານດ້ານ Cybersecurity ຕໍ່ກັບປະເດັນຮ້ອນໃນສັງຄົມອອນລາຍ ກ່ຽວກັບຄວາມປອດໄພທາງໄຊເບີ້ ຫຼັງມີຜູ້ໃຊ້ງານ ເຟສບຸກ ອອກມາເປີດເຜີຍວ່າຕົນຕົກເປັນເຫຍື່ອຂອງການລອກລວງໂດຍການດູດເງິນຈາກບັນຊີທະນາຄານໄປຈຳນວນຫຼາຍ ຜ່ານການກົດລິ້ງ ພຽງລິ້ງດຽວ ພ້ອມກັບການດູດເງິນຈາກບັນຊີທະນາຄານອີກຫຼາຍກໍລະນີ.
ຮ່ວມຮັບຟັງແລກປ່ຽນ ນຳກັນວ່າ ວິທີການແບບນີ້ມັນເປັນແບບໃດ ສາມາດປ້ອງກັນ ແລະ ຫຼີກເວັ້ນໄດ້ແນວໃດ ພ້ອມກັນທີ່ Facebook Live ໃນເພຈ Lao Xperts ວັນທີ 20 ກຸມພາ ເວລາ 18:30 ເປັນຕົ້ນໄປ.

📢  ປະກາດ!!! 📢ມາແລ້ວໂອກາດສຳລັບນ້ອງໆນັກສຶກສາປີ 1 ແລະ ປີ 2 ຂອງ ສະຖາບັນ ເຕັກໂນໂລຊີ ສຸດສະກະ ເພື່ອທີ່ຈະເຂົ້າມາເປັນສະມາຊິກຂອງກຸ...
12/02/2024

📢 ປະກາດ!!! 📢
ມາແລ້ວໂອກາດສຳລັບນ້ອງໆນັກສຶກສາປີ 1 ແລະ ປີ 2 ຂອງ ສະຖາບັນ ເຕັກໂນໂລຊີ ສຸດສະກະ ເພື່ອທີ່ຈະເຂົ້າມາເປັນສະມາຊິກຂອງກຸ່ມ SIT CyberSecurity ລຸ່ນທີ່ 2.
🔺ເປີດຮັບສະໝັກຕັ້ງເເຕ່ວັນທີ 12 ກຸມພາ 2024 ຈົນເຖິງ ວັນທີ 09 ມີນາ 2024
❗️ໝາຍເຫດ:
ຕ້ອງເປັນນັກສຶກສາ ປີ 1 ແລະ ປີ 2 ຂອງສາຂາ ພັດທະນາໂປຣແກຣມ ແລະ ສາຂາເນັດເວີກ
👉🏻ສາມາດສະໝັກ ແລະ ອ່ານລາຍລະອຽດເພີ່ມເຕີມໄດ້ທີ່:
https://forms.gle/UobcgM4S5XhLrDr48

Design Poster by: Benz Soukthavone

📍 ໃນວັນທີ 10 ມັງກອນທີ່ຜ່ານມາ, ສະມາຊິກພວກເຮົາໄດ້ເຂົ້າຮ່ວມການແຂ່ງຂັນ Lao Cyber Security Hacking Challenge 2024ເປັນການແຂ່ງຂ...
22/01/2024

📍 ໃນວັນທີ 10 ມັງກອນທີ່ຜ່ານມາ, ສະມາຊິກພວກເຮົາໄດ້ເຂົ້າຮ່ວມການແຂ່ງຂັນ Lao Cyber Security Hacking Challenge 2024
ເປັນການແຂ່ງຂັນແກ້ໂຈດ CTF ທາງດ້ານໄຊເບີທີ່ຕ້ອງໄດ້ນໍາໃຊ້ທັກສະ ແລະ ຄວາມຮູ້ກ່ຽວກັບໂປຣແກຣມຄອມພິວເຕີໃນການຫາຄໍາຕອບ ຫຼື Flag ນັ້ນເອງ.
ບອກໄດ້ເລີຍວ່າບັນຍາກາດພາຍໃນງານແມ່ນເຕັມໄປດ້ວຍຄວາມຕື່ນເຕັ້ນ ແລະ ຄວາມທ້າທາຍ, ເຊິ່ງທຸກໆຄົນຕ່າງກໍເຕັມທີ່ກັບການແຂ່ງຂັນຄັ້ງນີ້.💬
ໃນນັ້ນ, ສະມາຊິກໄຊເບີຈໍານວນ 1 ຄົນກໍສາມາດສູ້ຊົນຍາດໄດ້ລາງວັນຊະນະເລີດອັນດັບໜຶ່ງ
🥇ນໍ້າຫວານລວມມິດ
ທ້າວ ຄຳປະສຸກ ສີຫາລາດ
ສຸດທ້າຍນີ້, ພວກເຮົາຂໍຂອບໃຈມາຍັງ Lao Digital Week 2024 ແລະ ບໍລິສັດໄຊເບີຣັດຈໍາກັດຜູ້ດຽວ ທີ່ໄດ້ຈັດຕັ້ງງານແຂ່ງຂັນນີ້ຂຶ້ນມາ. ພວກເຮົາຈະສືບຕໍ່ຄົ້ນຄວ້າ ແລະ ພັດທະນາທັກສະທາງດ້ານໄຊເບີໃຫ້ມີຄວາມເຂັ້ມແຂງຂຶ້ນເພື່ອກຽມພ້ອມຕອບສະໜອງຕໍ່ໂລກດິຈີຕອນໃນອານາຄົດຕໍ່ໆໄປ

ຂອບໃຈຮູບພາບຈາກເພຈ: Cyberus Technologies

ໃນວັນທີ່ 16/12/2023 ທີ່ຜ່ານມາກຸ່ມ SIT - CyberSecurityຂອງພວກເຮົາກໍໄດ້ພາກັນເຂົ້າຮ່ວມງານ DevFest Vientiane 2023 ປີນີ້ຈັດຂຶ້...
19/12/2023

ໃນວັນທີ່ 16/12/2023 ທີ່ຜ່ານມາກຸ່ມ SIT - CyberSecurityຂອງພວກເຮົາກໍໄດ້ພາກັນເຂົ້າຮ່ວມງານ DevFest Vientiane 2023 ປີນີ້ຈັດຂຶ້ນເປັນປີທີ 10 ທີ່ໂຮງແຮມ ເມືອງແທ່ງ ເຊິ່ງພາຍໃນງານ Devfest ນອກຈາກຈະເປັນງານທີ່ບໍລິສັດໄອທີມາຮວມກັນ ເພື່ອພົບປະແລກປ່ຽນ ແລະ ຮູ້ຈັກກັນແລ້ວ ຍັງເປັນງານສຳມະນາກ່ຽວກັບ Google Technologies ທີ່ໃຫຍ່ທີ່ສຸດໃນປະເທດລາວ ທີ່ຮວມບັນດານັກພັດທະນາທີ່ເປັນທັງ Google Developer Experts ຈາກຕ່າງປະເທດ ແລະ ນັກພັດທະນາຈາກບັນດາອົງກອນຕ່າງໆໃນລາວ ທີ່ມາເວົ້າເຖິງຫຼາກຫຼາຍຫົວຂໍ້ ເຊັ່ນ: Flutter, AI/ML, Cloud, Firebase, Web...

ແລະ ທີ່ຂາດບໍ່ໄດ້ເລີຍ ພວກເຮົາຕ້ອງຂໍຂອບໃຈຜູ້ໃຫຍ່ໃຈດີຂອງພວກເຮົານັ້ນກໍຄືບໍລິສັດ Cyberus Technologies ທີ່ໃຫ້ການສະໜັບສະໜູນບັດເຂົ້າຮ່ວມງານໃນຄັ້ງນີ້ໃຫ້ກັບກຸ່ມຂອງພວກເຮົາ.




Address

Phonephanao-Phonetong Rd, Ban Phonephanao, Saysettha District, Laos PDR
Vientiane
01160

Website

Alerts

Be the first to know and let us send you an email when SIT CyberSecurity posts news and promotions. Your email address will not be used for any other purpose, and you can unsubscribe at any time.

Shortcuts

Share