27/06/2025
ຕອນເຊົ້າຂອງວັນທີ 12 ມິຖຸນາ 2025 ທີ່ສະຖາບັນອຸດສາຫະກຳ ແລະ ການຄ້າ (ສອຄ), ໄດ້ມີ ກອງປະຊຸມປຶກສາຫາລື ແລະ ແລກປ່ຽນບົດຮຽນ ເພື່ອຍົກລະດັບຄວາມອາດສາມາດ ໃນການພັດທະນາວຽກງານຂົງເຂດອຸດສາຫະກຳ ແລະ ການຄ້າ ລະຫວ່າງ ສປປລາວ ແລະ ສສ ຫວຽດນາມ. ໂດຍໄດ້ມີຄະນະຊ່ຽວຊານ ຈາກ ສະຖາບັນຄົ້ນຄວ້າຍຸດທະສາດ, ນະໂຍບາຍອຸດສາຫະກຳ ແລະ ການຄ້າ ສສ ຫວຽດນາມ (VIOIT) ນໍາໂດຍ ທ່ານ Nguyen Khac Quyen ຮອງຫົວຫນ້າສະຖາບັນ VIOIT, ຝ່າຍລາວ ນໍາໂດຍ ທ່ານ ວຽງສະຫວ່າງ ທິບພະວົງ ຫົວໜ້າ ສອຄ ພ້ອມດ້ວຍ ຕ່າງໜ້າ ເຂົ້າຮ່ວມຈາກພາກສ່ວນທີ່ກ່ຽວຂ້ອງເຊັ່ນ: ຫ້ອງການກະຊວງ ອຄ, ກົມອຸດສາຫະກຳ, ກົມການຄ້າຕ່າງປະເທດ, ກົມຄຸ້ມຄອງພະລັງງານ, ສະຖາບັນຄົ້ນຄວ້າພະລັງງານ ແລະ ບໍ່ແຮ່ ແລະ ຫ້ອງການສົ່ງເສີມ ແລະ ຄຸ້ມຄອງເຂດເສດຖະກິດພິເສດ).
ຈຸດປະສົງ ຂອງກອງປະຊຸມຄັ້ງນີ້ ເພື່ອຈັດຕັ້ງຜັນຂະຫຍາຍທິດຊີ້ນຳຂອງ ສອງພັກ-ລັດ ເວົ້າລວມ ແລະ ເວົ້າສະເພາະແມ່ນເພື່ອ ປຶກສາຫາລື ແລະ ແລກປ່ຽນບົດຮຽນ ຕໍ່ 3 ໂຄງການຄົ້ນຄວ້າລຸ່ມນີ້: (1). Research on Orientations and Solutions to Promote the Linkage of Economic Zone and Industrial Park Development in Localities along the Vietnam-Lao PDR Border;2).Research on Enhancing Vietnam-Lao PDR Logistics Connectivity;3).Research on Developing Solutions, Mechanisms, and Policies to Enhance Energy Connectivity) ເພື່ອໄປສະໜັບສະໜູນ ການຮ່ວມມື ຂອງ 2 ກະຊວງ ອຸດສາຫະກຳ ແລະ ການຄ້າ ສປປລາວ ແລະ ສສ ຫວຽດນາມ.
ຜ່ານການຮັບຟັງການລາຍງານ ແລະ ການປະກອບຄຳເຫັນຂອງຜູ້ເຂົ້າຮ່ວມ ກອງປະຊຸມ ເຫັນວ່າ: ການຍົກລະດັບຄວາມຮ່ວມມື ໃນການພັດທະນາອຸດສາຫະກຳ ແລະ ການຄ້າ ລະຫວ່າງ ສອງປະເທດ ແມ່ນເຫັນໄດ້ເຖິງຄວາມສຳຄັນ ແລະ ຈຳເປັນ ຊຶ່ງຈະເປັນບາດກ້າວທີ່ພົ້ນເດັ່ນ ໃນການຮ່ວມມື ແລະ ເຕີບໃຫຍ່ໄປພ້ອມໆກັນຢ່າງໃກ້ຊິດ, ຜ່ານການຄົ້ນຄວ້າເຖິງທິດທາງ ການຊຸກຍູ້ການເຊື່ອມໂຍງ ແລະ ເຊື່ອມຈອດເຂດເສດຖະກິດ ແລະ ພັດທະນາເຂດອຸດສາຫະກຳ ຢູ່ບັນດາທ້ອງຖິ່ນລຽບຕາມຊາຍແດນ ລາວ - ຫວຽດນາມ ແລະ ບັນດາຈຸດສຸມທີ່ມີຄວາມເໝາະສົມ ແລະ ມີທ່າແຮງ; ການເພີ່ມທະວີການເຊື່ອມຈອດດ້ານການຂົນສົ່ງສິນຄ້າ ລາວ - ຫວຽດນາມ; ແລະ ການພັດທະນາດ້ານກົນໄກ ນະໂຍບາຍເພື່ອເສີມຂະຫຍາຍການເຊື່ອມຕໍ່ດ້ານພະລັງງານ ໂດຍສ້າງກົນໄກການຂັບເຄື່ອນໃນລະດັບ ສອງລັດຖະບານ, ລະດັບທຸລະກິດ ເພື່ອເຮັດໃຫ້ເກີດ ໂຄງການຮ່ວມມືລະຫວວ່າງກັນ ທີ່ເປັນຮູບປະທຳ ແລະ ມີຈຸດສຸມ. ຄວບຄູ່ກັບການສຶກສາຄວາມເປັນໄປໄດ້ໃນການລົງທຶນ ແລະ ຮ່ວມມືກັນພັດທະນາເຂດເສດຖະກິດ ແລະ ນິຄົມອຸດສາຫະກຳ ລາວ - ຫວຽດນາມ; ການສ້າງທ່າບົກລາວ - ຫວຽດນາມ; ການເຊື່ອມຕໍ່ລະບົບສາຍສົ່ງໄຟຟ້າ ລະຫວ່າງ ລາວ - ຫວຽດນາມ ແລະ ອື່ນໆ. ຄວບຄູ່ກັບ ການປະສານງານກັນ ຢ່າງໃກ້ຊິດ ເພື່ອແລກປ່ຽນຂໍ້ມູນ ແລະ ຜົນການຄົ້ນຄວ້າດ້ານຍຸດທະສາດ ແລະ ນະໂຍບາຍ ສອງຊາດ.
ນອກນັ້ນຄະນະຊ່ຽວຊານ ຈາກ ສະຖາບັນຄົ້ນຄວ້າຍຸດທະສາດ, ນະໂຍບາຍອຸດສາຫະກຳ ແລະ ການຄ້າ ສສ ຫວຽດນາມ ຍັງໄດ້ເດີນທາງໄປແລກປ່ຽນ ແລະ ຖອດຖອນບົດຮຽນກັບ ນິຄົມອຸດສາຫະກຳ ແລະ ການຄ້າວຽງຈັນໂນນທອງ, ດ່ານສາກົນສິນຄ້າທ່າບົກທ່ານາແລ້ງ ແລະ ເຂດເສດຖະກິດບຶງທາດຫຼວງ ເພື່ອແລກປ່ຽນເກັບກຳຂໍ້ມູນກັບບັນດາ ພາກສ່ວນດັ່ງກ່າວຕື່ມອີກ.