ສື່ສານສູ່ຄວາມສຳເລັດ Speak for Success

ສື່ສານສູ່ຄວາມສຳເລັດ Speak for Success We focus on building the capacity of people for professional skills/career development.

✨ ພາບລວມ ກິດຈະກຳເຝີກທັກສະການເວົ້າ ທີ່ຜ່ານມາ ໃນ ວັນທີ 26/07/2026 ພາຍໃຕ້ຫົວຂໍ້ “ທັກສະຈຳເປັນສຳລັບໄວໜຸ່ມ” ທີ່ ສູນລີອອດ. ເຖີງ...
21/08/2026

✨ ພາບລວມ ກິດຈະກຳເຝີກທັກສະການເວົ້າ ທີ່ຜ່ານມາ ໃນ ວັນທີ 26/07/2026 ພາຍໃຕ້ຫົວຂໍ້ “ທັກສະຈຳເປັນສຳລັບໄວໜຸ່ມ” ທີ່ ສູນລີອອດ. ເຖີງວ່າຄັ້ງນີ້ ຜູ້ເຂົ້າຮ່ວມບໍ່ໄດ້ມາຮ່ວມຫຼາຍ ແຕ່ພວກເຮົາກໍໄດ້ດຳເນີນ ແລະ ແລກປ່ຽນກິດຈະກຳແບບປົກກະຕິກັບຜູ້ເຂົ້າຮ່ວມ ແລະ ແລກປ່ຽນແບບເປັນກັນເອງ 😊✨.

🙏 ຂອບໃຈຕໍ່ວິທະຍາກອນ ພຸດ ແລະ ປາວິນາ ສຳລັບການນຳພາກິດຈະກຳ ແລະ ຂອບໃຈ ທາງສູນລີອອດ ທີ່ໃຫ້ສະຖານທີ່ ແລະ ການສະໜັບສະໜູນ.

📣 ຢ່າລືມຕິດຕາມເພສຂອງພວກເຮົາເພື່ອບໍ່ພາດກິດຈະກໍາດີໆໃນອະນາຄົດເດີ!

----------------------------------------

✨ This is a recap of our activity on 26 July 2026, under the topic 'Essential Skills for Youth,' held at LEOT School in Luang Prabang. Although there were fewer participants this time, we carried out the activity and exchanged ideas with those present, as per our usual practice.

🙏 Special thanks to Phout and Pavina for leading the activity, and thanks to LEOT School in Luangprabang for providing the venue and support.

📣 Don’t forget to follow our page so you won’t miss any great upcoming activities!









ທີມຈັດຂະບວນການຮຽນຮູ້ເຮົາພ້ອມແລ້ວ ສຳລັບວັນທິດ ມື້ອື່ນ ທີ່ ສູນລີອ໋ອດ 26/07/2026  ເລີ່ມ 9:30-11:30 ຕອນເຊົ້າ✨😊📍ທຸກຄົນເດພ້ອມແ...
25/07/2026

ທີມຈັດຂະບວນການຮຽນຮູ້ເຮົາພ້ອມແລ້ວ ສຳລັບວັນທິດ ມື້ອື່ນ ທີ່ ສູນລີອ໋ອດ 26/07/2026 ເລີ່ມ 9:30-11:30 ຕອນເຊົ້າ✨😊📍
ທຸກຄົນເດພ້ອມແລ້ວບໍ?
Our facilitators are ready for this Sunday session at At LEOT 😊✨. How about you?

#ເຂົ້າຮ່ວມຟຣີ




✨ [𝑬𝒏𝒈𝒍𝒊𝒔hk 𝑻𝒆𝒙𝒕 𝑩𝒆𝒍𝒐𝒘] ✨📢 ສະໂມສອນສື່ສານສູ່ຄວາມສຳເລັດ Speak for Success ຂໍເຊີນຊວນທຸກຄົນເຂົ້າຮ່ວມກິດຈະກຳຝຶກທັກສະການເວົ້າໃ...
12/07/2026

✨ [𝑬𝒏𝒈𝒍𝒊𝒔hk 𝑻𝒆𝒙𝒕 𝑩𝒆𝒍𝒐𝒘] ✨

📢 ສະໂມສອນສື່ສານສູ່ຄວາມສຳເລັດ Speak for Success ຂໍເຊີນຊວນທຸກຄົນເຂົ້າຮ່ວມກິດຈະກຳຝຶກທັກສະການເວົ້າໃນທີ່ສາທາລະນະເປັນພາສາອັງກິດແບບເຊິ່ງໜ້າ ໃນຕອນເຊົ້າ ວັນອາທິດ, 🗓️ ວັນທີ 𝟐𝟔 ກໍລະກົດ (𝟕) 𝟐𝟎𝟐𝟔.
ສຳລັບຜູ້ທີ່ສົນໃຈຢາກມາແບ່ງປັນ, ແລກປ່ຽນມຸມມອງປະສົບການ ແລະ ຕ້ອງການຝຶກຕົວຈິງໂດຍສະເພາະແມ່ນ "ການເວົ້າໃນທີ່ສາທາລະນະ" ເຊິ່ງໃນນີ້ພວກເຮົາແມ່ນໄດ້ໃຊ້ພາສາລາວ ແລະ ພາສາອັງກິດ ໃນການສົນທະນາ ພາຍໃຕ້ຫົວຂໍ້: "Essential Skills for Youth" (ທັກສະທີ່ຈຳເປັນສຳລັບໄວໜຸ່ມ). ພິເສດ ຄັ້ງນີ້ ທີມງານຂອງພວກເຮົາ Pavina ແລະ Phout ຈະມາຊ່ວຍໃນການຈັດຂະບວນການຮຽນຮູ້ ຮ່ວມກັບສະມາຊິກຄົນອື່ນໆ 🔥

📌 ກະຕິກາສຳລັບຜູ້ທີ່ສົນໃຈເຂົ້າຮ່ວມ:

1. ກົດ Like ແລະ share ໂພສນີ້ ພ້ອມທັງບອກເຫດຜົນທີ່ຢາກເຂົ້າຮ່ວມ
2. ຫຼັງຈາກນັ້ນແຄັບໜ້າຈໍທີ່ແຊຮລົງໃນກ້ອງໂພສນີ້ເພື່ອເປັນຫຼັກຖານ
#ຮີບສະໝັກເຂົ້າມາເດີ້ເນື່ອງຈາກທີ່ນັ່ງມີຈຳກັດ

🗓️ ວັນອາທິດ, ວັນທີ 𝟐𝟔 ກໍລະກົດ (𝟕) 𝟐𝟎𝟐𝟔
🕘 ເວລາ: 𝟗:𝟑𝟎 𝐀𝐌 - 𝟏𝟏:𝟑𝟎 𝐀𝐌
ສະຖານທີ່: ສູນລີອອດ (LEOT)
👉🏻 ລິ້ງສະຖານທີ່: https://maps.app.goo.gl/UGhChcm3v37DUJn66](https://maps.app.goo.gl/UGhChcm3v37DUJn66
#ເຂົ້າຮ່ວມຟຣີ

---

📢 The Speak for Success Club is pleased to announce an English Public Speaking Session scheduled for 𝐒𝐮𝐧𝐝𝐚𝐲, 𝐉𝐮𝐥𝐲 𝟐𝟔𝐭𝐡, 𝟐𝟎𝟐𝟔, at 𝐋𝐄𝐎𝐓 𝐒𝐜𝐡𝐨𝐨𝐥 𝐢𝐧 𝐋𝐮𝐚𝐧𝐠 𝐏𝐫𝐚𝐛𝐚𝐧𝐠
We will utilize both Lao and English throughout the session, fostering a bilingual and inclusive environment. The theme, "𝐄𝐬𝐬𝐞𝐧𝐭𝐢𝐚𝐥 𝐒𝐤𝐢𝐥𝐥𝐬 𝐟𝐨𝐫 𝐘𝐨𝐮𝐭𝐡" will guide our exploration of the core skills needed for personal growth, adaptability, and preparing for the professional world. We are delighted to have 𝐏𝐚𝐯𝐢𝐧𝐚 & 𝐏𝐡𝐨𝐮𝐭 join us as facilitators, alongside other esteemed team members.🔥

📌 To participate in this enriching session, interested individuals are kindly requested to:

1. Like and share this post, as well as tell us your reason for joining this session.
2. Attach a screenshot of the shared post under this post.
Please note that seats are limited, and participation will be on a first-come, first-served basis🔥

We eagerly anticipate your participation in this valuable learning experience.
Free entry

🕘 Time: 𝟗:𝟑𝟎 𝐀𝐌 - 𝟏𝟏:𝟑𝟎 𝐀𝐌 (𝐆𝐌𝐓 +𝟕).
🗓️ Date: 𝐒𝐮𝐧𝐝𝐚𝐲, 𝐉𝐮𝐥𝐲 𝟐𝟔𝐭𝐡, 𝟐𝟎𝟐𝟔
Location: 𝐋𝐄𝐎𝐓 𝐒𝐜𝐡𝐨𝐨𝐥 𝐢𝐧 𝐋𝐮𝐚𝐧𝐠 𝐏𝐫𝐚𝐛𝐚𝐧𝐠
👉🏻 Here is the link to the location: https://maps.app.goo.gl/UGhChcm3v37DUJn66

ຂອບໃຈສູນ PAKA ປາກາ ທີ່ໃຫ້ໂອກາດທີມງານພວກເຮົາໄດ້ໄປຈັດຂະບວນຮຽນຮູ້ໃຫ້ນ້ອງໆ ນັກພັດທະນາຊຸມຊົນ😁
03/06/2026

ຂອບໃຈສູນ PAKA ປາກາ ທີ່ໃຫ້ໂອກາດທີມງານພວກເຮົາໄດ້ໄປຈັດຂະບວນຮຽນຮູ້ໃຫ້ນ້ອງໆ ນັກພັດທະນາຊຸມຊົນ😁

✨ ວັນທີ 𝟎𝟗/𝟎𝟓/𝟐𝟎𝟐𝟔 ທີ່ຜ່ານມາ ໄວໜຸ່ມຫຼາຍຄົນ ໄດ້ມາພົບປະເພື່ອສົນທະນາຫົວຂໍ້ "𝐊𝐧𝐨𝐰 𝐘𝐨𝐮𝐫𝐬𝐞𝐥𝐟, 𝐊𝐧𝐨𝐰 𝐘𝐨𝐮𝐫 𝐒𝐭𝐫𝐞𝐧𝐠𝐭𝐡" (ຮູ້ຈັກຕົນເອ...
24/05/2026

✨ ວັນທີ 𝟎𝟗/𝟎𝟓/𝟐𝟎𝟐𝟔 ທີ່ຜ່ານມາ ໄວໜຸ່ມຫຼາຍຄົນ ໄດ້ມາພົບປະເພື່ອສົນທະນາຫົວຂໍ້ "𝐊𝐧𝐨𝐰 𝐘𝐨𝐮𝐫𝐬𝐞𝐥𝐟, 𝐊𝐧𝐨𝐰 𝐘𝐨𝐮𝐫 𝐒𝐭𝐫𝐞𝐧𝐠𝐭𝐡" (ຮູ້ຈັກຕົນເອງ, ຮູ້ຈັກຈຸດແຂງຂອງຕົນເອງ) —ວ່າມັນຊ່ວຍໃຫ້ເຮົາຄົ້ນພົບທ່າແຮງທີ່ຊ້ອນຢູ່ໃນຕົວ, ເພີ່ມຄວາມໝັ້ນໃຈໃນການຕັດສິນໃຈ ແລະ ຊ່ວຍໃຫ້ເຮົາເລືອກເສັ້ນທາງຊີວິດທີ່ເໝາະສົມກັບຕົວເອງທີ່ສຸດ.

🗣️ ຜູ້ເຂົ້າຮ່ວມໄດ້ຝຶກການເວົ້າໃນທີ່ສາທາລະນະ ພ້ອມແບ່ງປັນເຕັກນິກການຄົ້ນຫາຕົວເອງ ເຊັ່ນ: ການທົບທວນສິ່ງທີ່ຕົວເອງຖະໜັດ, ການຮຽນຮູ້ຈາກຄວາມລົ້ມເຫຼວໃນອະດີດ ແລະ ການເປີດໃຈຮັບຟັງຄຳຄິດເຫັນເພື່ອພັດທະນາຕົນເອງ. ແຕ່ລະເລື່ອງທີ່ແບ່ງປັນ ສະທ້ອນໃຫ້ເຫັນວ່າ ການຮູ້ຈັກຈຸດແຂງຂອງຕົນເອງ ບໍ່ພຽງແຕ່ແມ່ນການຮູ້ວ່າເຮົາເກັ່ງຫຍັງ ແຕ່ແມ່ນການຍອມຮັບໃນສິ່ງທີ່ເຮົາເປັນ ແລະ ການດຶງເອົາສັກກະຍະພາບນັ້ນມາໃຊ້ໃຫ້ເກີດປະໂຫຍດສູງສຸດ.

💡 ສຸດທ້າຍທຸກຄົນໄດ້ເຫັນວ່າ ການຮູ້ຈັກຕົນເອງ ແລະ ຮູ້ຈັກຈຸດແຂງ ແມ່ນກະແຈສຳຄັນທີ່ຊ່ວຍໃຫ້ເຮົາເຕີບໃຫຍ່, ສ້າງຄວາມເຊື່ອໝັ້ນໃນຕົນເອງ ແລະ ກ້າວທັນກັບໂລກປັດຈຸບັນ.

🙏 ຂອບໃຈຕໍ່ວິທະຍາກອນເມນິກາ ແລະ ສຸພາພິນ ສຳລັບການນຳພາກິດຈະກຳ ແລະ ຂອບໃຈ At My Library ຫໍສະໝຸດແອັດມາຍລາຍແບຣຣີ ທີ່ໃຫ້ສະຖານທີ່ ແລະ ການສະໜັບສະໜູນ.

📣 ຢ່າລືມຕິດຕາມເພສຂອງພວກເຮົາເພື່ອບໍ່ພາດກິດຈະກໍາດີໆໃນອະນາຄົດເດີ!

----------------------------------------

✨ On 𝟎𝟗/𝟎𝟓/𝟐𝟎𝟐𝟔, many young people gathered to discuss the topic “𝐊𝐧𝐨𝐰 𝐘𝐨𝐮𝐫𝐬𝐞𝐥𝐟, 𝐊𝐧𝐨𝐰 𝐘𝐨𝐮𝐫 𝐒𝐭𝐫𝐞𝐧𝐠𝐭𝐡” —how understanding ourselves helps unlock hidden potential, boosts decision-making confidence, and guides us toward the right path in life.

🗣️ Participants practiced their public-speaking skills while sharing their own self-discovery techniques, such as identifying personal talents, learning from past experiences, and opening up to feedback for self-improvement. Each story highlighted that knowing your strength is not just about recognizing what you are good at, but about embracing who you are and maximizing that unique potential.

💡 In the end, everyone realized that knowing yourself and knowing your strength are key tools that help us grow, build self-belief, and keep up with today’s world.

🙏 Special thanks to 𝐒𝐨𝐮𝐩𝐡𝐚𝐩𝐡𝐢𝐧 and 𝐌𝐚𝐲𝐧𝐢𝐤𝐚 for leading the activity, and thanks to At My Library ຫໍສະໝຸດແອັດມາຍລາຍແບຣຣີ for providing the venue and support.

📣 Don’t forget to follow our page so you won’t miss any great upcoming activities!









✨ ວັນທີ 𝟎𝟗/𝟎𝟓/𝟐𝟎𝟐𝟔 ທີ່ຜ່ານມາ ໄດ້ມີການຈັດຝຶກອົບຮົມໃຫ້ກັບສະມາຊິກໃຫມ່ຂອງ Speak forSuccessClub ໃນຫົວຂໍ້ທີ່ມີຊື່ວ່າ "Facilita...
23/05/2026

✨ ວັນທີ 𝟎𝟗/𝟎𝟓/𝟐𝟎𝟐𝟔 ທີ່ຜ່ານມາ ໄດ້ມີການຈັດຝຶກອົບຮົມໃຫ້ກັບສະມາຊິກໃຫມ່ຂອງ Speak forSuccessClub ໃນຫົວຂໍ້ທີ່ມີຊື່ວ່າ "Facilitating Skills" (ທັກສະການເປັນຜູ້ນຳພາກິດຈະກຳ) —ເພື່ອຊ່ວຍໃນການພັດທະນາການເຮັດວຽກເປັນທີມ, ເພີ່ມຄວາມສາມາດໃນການຈັດການຄວາມຄິດເຫັນທີ່ຫຼາກຫຼາຍ ແລະ ຊ່ວຍໃຫ້ການຈັດຂະບວນການຮຽນຮູ້ ຫຼື ກິດຈະກຳຕ່າງໆດຳເນີນໄປຢ່າງມີປະສິດທິພາບ.

🗣️ ຜູ້ເຂົ້າຮ່ວມໄດ້ຝຶກການເວົ້າໃນທີ່ສາທາລະນະ ພ້ອມແບ່ງປັນເຕັກນິກການເປັນ Facilitator ຂອງຕົວເອງ ເຊັ່ນ: ການຝຶກທັກສະການຟັງຢ່າງຕັ້ງໃຈ, ການສະຫຼຸບປະເດັນໃຫ້ຊັດເຈນ ແລະ ການສ້າງພື້ນຖານທີ່ປອດໄພເພື່ອໃຫ້ທຸກຄົນກ້າສະແດງຄວາມຄິດເຫັນ. ເພື່ອຄວາມພ້ອມໃຫ້ກັບ​ສະມາຊິກນ້ອງໃຫມ່ ໃນການຈັດຂະບວນການຮຽນຮູ້ ຢ່າງປະສິດທິພາບໃນອະນາຄົດນັ້ນເອງ.

💡 ສຸດທ້າຍທຸກຄົນໄດ້ເຫັນວ່າ "Facilitating Skills" ແມ່ນກະແຈສຳຄັນທີ່ຊ່ວຍໃຫ້ເຮົາເຕີບໃຫຍ່, ພັດທະນາການເຮັດວຽກຮ່ວມກັບຜູ້ອື່ນ ແລະ ກ້າວທັນກັບໂລກປັດຈຸບັນ.

🙏 ຂອບໃຈຕໍ່ Souphaphin ແລະ Maynika ສໍາລັບການນໍາພາກິດຈະກໍາ ແລະ ຂອບໃຈ At My Library ຫໍສະໝຸດແອັດມາຍລາຍແບຣຣີ ທີ່ໃຫ້ສະຖານທີ່ ແລະ ການສະໜັບສະໜູນ.

📣 ຢ່າລືມຕິດຕາມເພສຂອງພວກເຮົາເພື່ອບໍ່ພາດກິດຈະກໍາດีໆໃນອະນາຄົດເດີ!

-------------------------------------------------------------

✨ On 𝟎𝟗/𝟎𝟓/𝟐𝟎𝟐𝟔, many young people gathered to discuss the topic “𝐅𝐚𝐜𝐢𝐥𝐢𝐭𝐚𝐭𝐢𝐧𝐠 𝐒𝐤𝐢𝐥𝐥𝐬” —how facilitation enhances teamwork, improves the ability to manage diverse opinions, and helps meetings or workshops run efficiently.

🗣️ Participants practiced their public-speaking skills while sharing their own facilitation techniques, such as practicing active listening, summarizing key points clearly, and creating a safe environment for everyone to voice their ideas. Each story highlighted that facilitation skills are not just about time management, but about empathy and coordinating so that every voice is equally heard.

💡 In the end, everyone realized that facilitating skills are key tools that help us grow, improve our collaborative abilities, and keep up with today’s world.

🙏 Special thanks to 𝐒𝐨𝐮𝐩𝐡𝐚𝐩𝐡𝐢𝐧 and 𝐌𝐚𝐲𝐧𝐢𝐤𝐚 for leading the activity, and thanks to At My Library ຫໍສະໝຸດແອັດມາຍລາຍແບຣຣີ for providing the venue and support.

📣 Don’t forget to follow our page so you won’t miss any great upcoming activities!









ສະແດງຄວາມຍີນດີກັບ ສຸພາພີນ (ພີນ) Phin Pslk ທີ່ໄດ້ຮັບທືນການສືກສາ ອົດສະຕຣາລີ 🇦🇺 Australia Awards ເພື່ອມາສືກສາ ປະລີນຍາໂທໃນ ສ...
20/05/2026

ສະແດງຄວາມຍີນດີກັບ ສຸພາພີນ (ພີນ) Phin Pslk ທີ່ໄດ້ຮັບທືນການສືກສາ ອົດສະຕຣາລີ 🇦🇺 Australia Awards ເພື່ອມາສືກສາ ປະລີນຍາໂທໃນ ສາຂາ Master of Technology, Innovation and Entrepreneurship ທີ່ ມະຫາໄລ Adelaide University. ພ້ອມກັນນັ້ນ ພີນ ກໍເປັນໜຶ່ງໃນທີມຮ່ວມກໍຕັ້ງ Speak for Success ຂອງພວກເຮົາ ແລະ ພ້ອມທັງນຳພາກິດຈະກຳເຝີກທັກສະການເວົ້າ ຢູ່ຫຼວງພະບາງ😊.

Congratulations to Souphaphin (Phin) on receiving the Australia Awards Scholarship to study a Master of Technology, Innovation and Entrepreneurship at the Adelaide University! Phin is also a proud co-founder of Speak for Success and has been leading inspiring public speaking activities in Luang Prabang. This is a well-deserved recognition of her dedication and talent!



14/05/2026

𝐑𝐞𝐜𝐚𝐩 ມື້ພິເສດຂອງ 𝐒𝐩𝐞𝐚𝐤𝐢𝐧𝐠 𝐟𝐨𝐫 𝐒𝐮𝐜𝐜𝐞𝐬𝐬 𝐂𝐥𝐮𝐛 ໃນງານ 𝐅𝐚𝐜𝐢𝐥𝐢𝐭𝐚𝐭𝐢𝐨𝐧 𝐒𝐤𝐢𝐥𝐥 𝐖𝐨𝐫𝐤𝐬𝐡𝐨𝐩 𝐛𝐲 𝐌𝐚𝐲 𝐚𝐧𝐝 𝐏𝐡𝐢𝐧.

ມື້ວັນເສົາ, ວັນທີ 𝟎𝟗/𝟎𝟓/𝟐𝟎𝟐𝟔 ທີ່ຜ່ານມາ, ທີມສະມາຊິກ Speaking for Success Club ໄດ້ຮ່ວມກັນຮຽນຮູ້ ແລະ ເພີ່ມທັກສະໃໝ່ໆເພື່ອການກຽມເປັນ Facilitator ໃນອະນາຄົດ🚀.

ແລ້ວເຈີກັນມື້ອື່ນຢູ່ At My Library ຫໍສະໝຸດແອັດມາຍລາຍແບຣຣີ ເລີ່ມ ຕອນບ່າຍ 1:30 -3:30 pm. ໝາຍເຫດ: ຜູ້ເຂົ້າຮ່ວມຄັ້ງນີ້ແມ່ນສະ...
08/05/2026

ແລ້ວເຈີກັນມື້ອື່ນຢູ່ At My Library ຫໍສະໝຸດແອັດມາຍລາຍແບຣຣີ ເລີ່ມ ຕອນບ່າຍ 1:30 -3:30 pm.
ໝາຍເຫດ: ຜູ້ເຂົ້າຮ່ວມຄັ້ງນີ້ແມ່ນສະເພາະແມ່ຍີງ ທີ່ມີອາຍຸ 15 ປີຂື້ນໄປ

ລີ້ງລົງທະບຽນ: https://docs.google.com/forms/d/e/1FAIpQLSeBdQDcg5pBF2Ft4655G7aW8VkQngPdGsaaIAI7ziKhZb4uhA/viewform?usp=header

#ເຂົ້າຮ່ວມຟຣີ



-empowerment

07/05/2026

ຢ່າລື່ມລົງທະບຽນມາຮ່ວມກິດຈະກຳຂອງພວກເຮົາເດີ້ ເສົານີ້ ທີ່ At My Library ຫໍສະໝຸດແອັດມາຍລາຍແບຣຣີ

Address

Vientiane

Website

Alerts

Be the first to know and let us send you an email when ສື່ສານສູ່ຄວາມສຳເລັດ Speak for Success posts news and promotions. Your email address will not be used for any other purpose, and you can unsubscribe at any time.

Shortcuts

Share

Category