01/06/2026
🎉🎉👧🏻👶🏻👦🏻🎉🎉
🌱ພາບບັນຍາກາດການປູກຕົ້ນໄມ້ຂອງຫຼານນ້ອຍຄິມເບີ ✨
ເນື່ອງໃນໂອກາດ ວັນເດັກນ້ອຍສາກົນ ແລະ ວັນປູກຕົ້ນໄມ້ແຫ່ງຊາດ, ຄູ ແລະ ນັກຮຽນ ໄດ້ຮ່ວມກັນປູກຕົ້ນໄມ້ ດ້ວຍຄວາມສຸກ ແລະ ຄວາມຕັ້ງໃຈ ❤️😊
🌱 ຕົ້ນໄມ້ທີ່ຖືກປູກໃນມື້ນີ້ ບໍ່ແມ່ນພຽງແຕ່ເພີ່ມຄວາມຂຽວງາມໃຫ້ໂຮງຮຽນເທົ່ານັ້ນ ແຕ່ຍັງເປັນການປູກຝັງຈິດສຳນຶກໃຫ້ແກ່ຫຼານນ້ອຍ ໃຫ້ຮູ້ຈັກຮັກສາທຳມະຊາດ ແລະ ຮ່ວມກັນດູແລສິ່ງແວດລ້ອມ ເພື່ອໃຫ້ໂລກຂອງພວກເຮົາສວຍງາມ ແລະ ໜ້າຢູ່ຕະຫຼອດໄປ
🌿 ທຸກການລົງມືປູກຕົ້ນໄມ້ໃນມື້ນີ້ ຄືການຮ່ວມກັນສ້າງຄວາມຫວັງໃຫ້ອະນາຄົດ
ເພາະເດັກນ້ອຍໃນມື້ນີ້ ຄືກຳລັງສຳຄັນຂອງຊາດໃນມື້ໜ້າ
🌳 ຕົ້ນໄມ້ນ້ອຍໆ ທີ່ຖືກປູກໃນວັນນີ້ ຈະເຕີບໃຫຍ່ເປັນຮົ່ມເງົາໃນມື້ໜ້າ ເຊັ່ນດຽວກັນກັບຫຼານນ້ອຍຂອງພວກເຮົາ ທີ່ຈະເຕີບໃຫຍ່ເປັນຄົນດີ ຄົນເກັ່ງ ມີຄວາມຮູ້ ມີຄຸນນະທຳ ແລະ ເປັນກຳລັງສຳຄັນໃນການພັດທະນາສັງຄົມ ແລະ ປະເທດຊາດໃນອະນາຄົດ 💚✨
————————KBS————————
⭐️ຮັບສະຫມັກນັກຮຽນ ລ້ຽງເດັກ-ອະນຸບານ-ປະຖົມ⭐️
🌷ສົນໃຈຕິດຕໍ່ສອບຖາມພວກເຮົາທີ່: 🌷
📲 ☎️📱
020 5699 66 42
020 555 86 514
020 541 62 246
👉🏻ຢາກຮູ້ຂໍ້ມູນການຮຽນ -ການສອນ ຂອງໂຮງຮຽນ ພວກເຮົາຊ່ວຍໄດ້💕😊 💕
#ໂຮງຮຽນ
#ປີ2026
#ໂຮງຮຽນຄິມເບີ
#ກິດຈະກຳ
#ການຮຽນຮູ້ຂອງເດັກ
#ພັດທະນາການເດັກ
#ວັນເດັກນ້ອຍສາກົນ
#ວັນປູກຕົ້ນໄມ້ແຫ່ງຊາດ
#ຮັກສິ່ງແວດລ້ອມຄ