09/07/2026
ອັບເດດລາຍຊື່ຜູ້ສະໝັກຕິວເຂັ້ມ
ກຽມເສັງເຂົ້າ ມະຫາວິທະຍາໄລແຫ່ງຊາດ (ມຊ), ມະຫາວິທະຍາໄລວິທະຍາສາດສຸຂະພາບ (ມວສ), ສະຖາບັນການທະນາຄານ, ສະຖາບັນຂົງຈື ແລະ ສະຖາບັນຕ່າງໆ ສົກສຶກສາ 2026-2027 ຕອບຮັບແລ້ວ!
- ສູນທີ 1: ມສ ວັນໃໝ່
- ສູນທີ 2: ມສ ສົມປັນຍາ (ຊັ້ນ 4)
- ຕິວອອນລາຍສົດພ້ອມກັນກັບໝູ່ຕິວໃນຫ້ອງຮຽນ
- ຈຸດລົງທະບຽນຢູ່ສູນ ມສ ວັນໃໝ່
-----------
ແບບຟອມສະໝັກຮຽນຕິວເຂັ້ມກຽມເສັງເຂົ້າ ມຊ, ແພດສາດ ແລະ ສະຖາບັນການສຶກສາຕ່າງໆ ສົກສຶກສາ 2026-2027
ກົດເຂົ້າລີ້ງນີ້: https://forms.gle/VPSSKQMXMdktTcyg8
-----------
ເພື່ອກຽມຄວາມພ້ອມສອບເສັງເຂົ້າມະຫາວິທະຍາໄລແຫ່ງຊາດ (ມຊ), ມະຫາວິທະຍາໄລວິທະຍາສາດສຸຂະພາບ (ມວສ), ສະຖາບັນການທະນາຄານ, ສະຖາບັນຂົງຈື ແລະ ສະຖາບັນຕ່າງໆ ສົກສຶກສາ 2026-2027 ເຊີ່ງຈະຈັດສອບເສັງເຂົ້າ ຊ່ວງເດືອນ 8 ຂອງທຸກໆປີ (ລໍຖ້າແຈ້ງການກຳນົດວັນທີສອບເສັງ ແລະ ເປີດຮັບສະໝັກໃນໄວໆນີ້)
ເພື່ອກຽມຄວາມພ້ອມ, ຄວາມຮູ້ ແລະ ເພື່ອເພີ່ມໂອກາດເສັງຕິດໃຫ້ຫຼາຍຂື້ນ ທາງສູນຕິວເຂັ້ມພວກເຮົາກໍ່ໄດ້ຈັດຕິວເຂັ້ມໃຫ້ນ້ອງໆທີ່ຈົບ ມ.7 ປີນີ້ ຫຼື ຈົບສົກປີຜ່ານມາ
ຕິວເຂັ້ມໂດຍຄູ-ອາຈານ ຈາກ ມຊ, ມ.ປາຍ ທີ່ມີປະສົບການ ແລະ ວຸດທິການສຶກສາສູງ ເຄີຍຕິວໃຫ້ນ້ອງໆເສັງຕິດມາແລ້ວຫຼາຍລຸ້ນ.
🗒️🗒️ ບົດຕິວເຂັ້ມຂອງທາງສູນພວກເຮົາປະກອບມີບົດເສັງເຂົ້າ ມຊ, ມວສ ໃນສົກປີຜ່ານມາ ແລະ ບັນດາສູດ ຫຼື ບາງຈຸດສຳຄັນຂອງບົດຮຽນໃນຊັ້ນ ມ.ປາຍ ທີ່ມັກອອກເສັງ. ເນັ້ນຄຸນນະພາບ ປັບປຸງບົດຕິວເຂັ້ມ ໃຫ້ດີຂື້ນທຸກປີ ເພື່ອໃຫ້ຜູ້ຮຽນໄດ້ຮັບຄວາມຮູ້ ແລະ ປະໂຫຍດສູງສຸດ.
---------
📝🖍️ກຸ່ມວິຊາຕິວເຂັ້ມ📝🖍️
ສຳລັບຜູ້ຮຽນກຽມເສັງເຂົ້າ ມຊ
🅰️ກຸ່ມ A ມຊ ຕິວເຂັ້ມ 6 ວິຊາ: ຄະນິດສາດ, ຟີຊິກສາດ, ເຄມີສາດ, ຊີວະວິທະຍາ, ພາສາລາວ-ວັນນະຄະດີ ແລະ ພາສາອັງກິດ
🅱️ກຸ່ມ B ມຊ ຕິວເຂັ້ມ 5 ວິຊາ: ຄະນິດສາດ, ພາສາລາວ-ວດ, ປະຫວັດສາດ, ພູມສາດ ແລະ ພາສາອັງກິດ
🧑⚕️ກຽມເສັງເຂົ້າ ແພດສາດ (UHS) ຕິວເຂັ້ມ 4 ວິຊາ: ຄະນິດສາດ, ເຄມີສາດ, ຊີວະວິທະຍາ ແລະ ພາສາອັງກິດ
👩🏫 ກຽມເສັງເຂົ້າ ສະຖາບັນການທະນາຄານ (BI) ແລະ ສະຖາບັນການສຶກສາຕ່າງໆ (OI) ຕິວເຂັ້ມ ຮ່ວມກັບກຸ່ມ B ຂອງ ມຊ
👩🏫 ກຽມເສັງເຂົ້າ ສະຖາບັນຂົງຈື (CIN) ຕິວເຂັ້ມ ຮ່ວມກັບກຸ່ມ B ຂອງ ມຊ ພາກເຊົ້າ ແລະ ພາກແລງຕິວເຂັ້ມພາສາຈີນພື້ນຖານ.
---------
ສຳລັບນ້ອງໆຜູ້ຢູ່ໄກ ຫຼື ຕ່າງແຂວງກໍ່ສາມາດເຂົ້າຮຽນແບບອອນລາຍສົດ ພ້ອມກັນກັບຮຽນໃນຫ້ອງ ສາມາດສົນທະນາສົດກັບອາຈານຕິວໄດ້, ມີກຸ່ມ WhatsApp ຖາມ-ຕອບປຶກສາໄດ້ຕະຫຼອດເວລາ ແລະ ເຂົ້າກຸ່ມເຟສບຸກເພື່ອເບີ່ງວີດີໂອຍ້ອນຫຼັງໄດ້ຕະຫຼອດເວລາ
---------
ສຳລັບຜູ້ຮຽນອອນລາຍຕ້ອງຕິດຕັ້ງແອັບ Google Meet (ຮຽນອອນລາຍສົດ) ແລະ Google Classroom (ດາວໂຫຼດຟາຍເອກະານບົດຕິວເຂັ້ມ) ເບີ່ງວີດີໂອບັນທຶກການສອນຄືນໃນກຸ່ມເຟສບຸກ, ສົ່ງເອກະສານຕິວເຂັ້ມແບບ PDF ໃຫ້ ຫຼື ດາວໂຫຼດຢູ່ Google Classroom
---------
🗓️ເລີ່ມຮັບສະໝັກແບບຟອມອອນລາຍ 10/06/2026 ເປັນຕົ້ນໄປ, ເລີ່ມເປີດຮັບເຊີ່ງໜ້າ 22/06/2026-10/07/2026 (ລີ້ງສະໝັກຢູ່ຄອມເມັ້ນ)
- ເລີ່ມວັນທີ 15/07/2026 – 05/08/2026 ຕິວເຂັ້ມ 4 ອາທິດ ໝົດມື້ ວັນຈັນ-ວັນສຸກ ຕອນເຊົ້າເວລາ 08:00-11:45 ແລະ ຕອນແລງເວລາ 13:30-15:15 ນາທີ (ສຳລັບຜູ້ຕິວກຽມເສັງເຂົ້າສະຖາບັນຂົງຈື ຕິວພາສາຈີນຕື່ມ 15:30-16:30 ນາທີ)
- ສຳລັບຜູ້ຕິວໃນຫ້ອງຮຽນ ຍັງສາມາດເຂົ້າຕິວອອນລາຍຟຣີຈົນຮອດມື້ສອບເສັງ, ເຂົ້າຕິວອອນລາຍສົດ ແລະ ເຂົ້າກຸ່ມເຟສບຸກເບີ່ງຍ້ອນຫຼັງໄດ້
ຕະຫຼອດເວລາ)
- ສຳລັບຜູ້ຕິວອອນລາຍ ໃຫ້ຕິດຕັ້ງແອັບ Google Meet ເພື່ອເຂົ້າຕິວອອນລາຍສົດ ແລະ ເຂົ້າກຸ່ມ ເຟສບຸກ ເພື່ອເບີ່ງວີດີໂອຍ້ອນຫຼັງ )
- ການແຕ່ງກາຍ: ຊຸດສຸພາບທຳມະດາ ຫຼື ໃສ່ຊຸດນັກຮຽນກໍ່ໄດ້.
---------
💼📋ສິ່ງທີ່ຕ້ອງກຽມ📋💼
ອຸປະກອນການຮຽນພື້ນຖານທີ່ຈຳເປັນ( 📙ປື້ມຂຽນແຕ່ລະວິຊາ, 🖊️ບິກ, ✏️ສໍ, 📏ບັນທັດ, 🖍️ໄຮໄລ)
---------
🏤 ສະຖານທີ່ຮຽນຕິວເຂັ້ມ
🏫ສູນຕິວເຂັ້ມທີ່ 1: ໂຮງຮຽນ ມ.ສ ວັນໃໝ່, ບ້ານດອນໜູນ, ຮ່ອມ 11, ມ. ໄຊທານີ, ນະຄອນຫຼວງວຽງຈັນ, ຫ້ອງຮຽນສະອາດ, ຕິດແອເຢັນທຸກຫ້ອງ, ມີຖ້ານໄວ້ເກີບ-ປົດເກີບກ່ອນເຂົ້າຫ້ອງຮຽນ, ມີທາງເຂົ້າອອກສະດວກ, ມີຄອກຝາກລົດຈັກ(ຟຣີ), ລົດໃຫຍ່ຈອດຟຣີ ແຄມທາງດ້ານໜ້າໂຮງຮຽນ, ມີໂຮງອາຫານ ແລະ ຮ້ານຄ້າໃນ ຮຮ, ມີຮ້ານອາຫານຢູ່ເຂດໃກ້ ສາມາດຍ່າງໄປໄດ້
🏫ສູນຕິວເຂັ້ມທີ 2: ຢູ່ດ້ານໜ້າ ມຊ ຮ່ອມຂ້າງສູນ ຮອນດ້າ (ໂຮງຮຽນ ສົມປັນຍາ, ບ.ຊ້າງຄູ້ ຮ່ອມ 10 ມີຫ້ອງຮຽນ ກຸ່ມ A ແລະ ກຸ່ມ B ເທົ່ານັ້ນ ) ຫ້ອງຮຽນຕິດແອເຢັນທຸກຫ້ອງ, ຫ້ອງຮຽນສະອາດ, ປົດເກີບກ່ອນເຂົ້າຫ້ອງຮຽນ, ທາງເຂົ້າອອກສະດວກ, ມີຄອກຝາກລົດຈັກ, ລົດໃຫຍ່ຈອດຟຣີ, ມີໂຮງອາຫານ ແລະ ຮ້ານຄ້າຢູ່ໃນໂຮງຮຽນ, ມີຮ້ານອາຫານ
---------
ຕິດຕໍ່ສອບຖາມຂໍ້ມູນກ່ຽວກັບກຽມເສັງເຂົ້າ ມຊ, ມວສ ແລະ ສະຖາບັນຕ່າງໆ
ໂທ&ວ໋ອດແອັບ: 02095863484, 02022168887
ຫຼື ທັກແຊັດກົດເຂົ້າລີ້ງນີ້: https://wa.me/2095863484
---------
TikTok: ຮຽນບຳລຸງກຽມເສັງເຂົ້າ ມຊ - ຕິວເຂັ້ມ
---------
#ສະຖານທີ່ຮຽນບຳລຸງມຊ
#ລາຍລະອຽດຮຽນຕິວເຂັ້ມ
#ຮຽນບຳລຸງກຽມເສັງເຂົ້າມຊ
#ຄ່າຮຽນຕິວເຂັ້ມ
#ຕິວເຂັ້ມ
#ສູນຮຽນບຳລຸງ
#ມ7
#ມປາຍ
#ມ7ລຸ້ນທີ16
#ມະຫາວິທະຍາໄລແຫ່ງຊາດ
#ມະຫາວິທະຍາໄລວິທະຍາສາດສຸຂະພາບ
#ສາຂາວິຊາຮຽນຕໍ່
#ວິທະຍາໄລຕ່າງໆ
#ຮຽນຕໍ່